ຫວຽດ​ນາມຊຸກ​ຍູ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດພັດ​ທະ​ນາ​ແບບ​ຍືນ​ຍົງ

16:38 | 12/12/2020

ຍ​ສ​ໝ - ເວທີປາໄສໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ສະພາວິສາຫະກິດ ເພື່ອການພັດທະນາແບບຍືນຍົງ ຫວຽດນາມ (VBCSD) ຈັດຂຶ້ນ ໄດ້ດຶງດູດເອົາການເຂົ້າຮ່ວມໂດຍກົງ ຂອງຜູ້ແທນ ກ່ວາ 300ຄົນ ທັງຢູ່ພາຍແລະຕ່າງປະເທດ ແລະ ຜູ້ແທນເກືອບ 500 ຄົນຕິດຕາມທາງອອນລາຍ.

ຍູ້​ແຮງ​ຍຸດ​ທະ​ສາດ​ຕະຫຼ​າດ​ຜະ​ລິດ​ຕະ​ພັນ​ໃຫ້​ແກ່​ວິ​ສາ​ຫະ​ກິດ
LAOVIET Bank ສະ​ໜອງ​ເງິນ 30ລ້ານ USD ໃຫ້​ແກ່​ວິ​ສາ​ຫະ​ກິດ ລາວ
ຫວຽດ​ນາມຊຸກ​ຍູ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດພັດ​ທະ​ນາ​ແບບ​ຍືນ​ຍົງ
ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ (ພາບ: TTXVN)

ວັນທີ 10 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ, ປະທານສະພາ ກ່ຽວກັບການພັດທະນາແບບຍືນຍົງ ແລະ ຍົກສູງກຳລັງຄວາມສາມາດໃນການແກ້ງແຍ້ງ ແຫ່ງຊາດ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ພັດທະນາແບບຍືນຍົງ ຫວຽດນາມ (VCSF 2020) ດ້ວຍຫົວຂໍ້ວ່າ: “ພັດທະນາແບບຍືນຍົງໃນທົດສະວັດໃໝ່: ຫັນສິ່ງທ້າທາຍເປັນໂອກາດ”.

ເວທີປາໄສໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ສະພາວິສາຫະກິດ ເພື່ອການພັດທະນາແບບຍືນຍົງ ຫວຽດນາມ (VBCSD) ຈັດຂຶ້ນ ໄດ້ດຶງດູດເອົາການເຂົ້າຮ່ວມໂດຍກົງ ຂອງຜູ້ແທນ ກ່ວາ 300 ຄົນ ທັງຢູ່ພາຍແລະຕ່າງປະເທດ ແລະ ຜູ້ແທນເກືອບ 500 ຄົນຕິດຕາມທາງອອນລາຍ.

ກ່າວ​ຄ​ຳ​ເຫັນ​ໄຂ​ເວ​ທີ​ປາ​ໄສ, ທ່ານ​ປ.ອ ຫວູ​ຕຽນ​ລົກ, ປະ​ທານ VCCI, ປະ​ທານ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ເພື່ອ​ການ​ພັດ​ທະ​ນາ​ຫວຽດ​ນາມ​ໃຫ້​ຂໍ້​ສັງ​ເກດ​ວ່າ, ຄາດ​ຄະ​ເນ​ວ່າ​ໃນ 10 ປີ​ຈະ​ມາ​ເຖິງ, ຫວຽດ​ນາມ​ຈະ​ສຸ​ມ​ໃສ່​ເຂົ້າ 3 ບຸກ​ທະ​ລຸ​ຍຸ​ທະ​ສາດ​ນັ້ນ​ແມ່ນ: ບູ​ລະ​ນະ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ລະ​ບອບ​ລະ​ບຽບ​ການ​ດ້ານ​ເສດ​ຖະ​ກິດ​ຕະຫຼາດ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ, ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ, ແຫຼ່ງ​ຊັບ​ພະ​ຍາ​ກອນມະ​ນຸດ, ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ, ສ້າງ​ລະ​ບົບ​ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ​ເສດ​ຖະ​ກິດ - ສັງ​ຄົມ​ໃຫ້​ຄົບ​ຊຸດ ແລະ ທັດ​ສະ​ໄໝ.

ເຂົ້າຮ່ວມເວທີປາໄສ, ບັນດາຜູ້ແທນ ໄດ້ແບ່ງປັນຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງແຜນການຜັນຂະຫຍາຍການພັດທະນາແບບຍືນຍົງ, ສ້າງລະບອບລະບຽບການຕາມກົດໝາຍກ່ຽວກັບ ການປົກປັກຮັກສາສິ່ງແວດລ້ອມໃຫ້ສົມບູນແບບ, ຫຼຸດຜ່ອນສິ່ງເສດເຫຼືອປຼາດຕິກ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອເພີ່ມທະວີກຳລັງຄວາມສາມາດໃນການຮັບມື ແລະ ຟື້ນຟູແຫ່ງຊາດ…

ກ່າວຄຳເຫັນຊີ້ນຳ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ສະເໜີໃຫ້ VCCI, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ແລກປ່ຽນ, ຮັບເອົາບັນດາຄຳຄິດເຫັນເພື່ອແກ້ໄຂບັນດາຂໍ້ຕິດຂັດ, ມີການປ່ຽນແປງກອບນະໂຍບາຍຢ່າງບໍ່ຢຸດຢັ້ງເພື່ອໃຫ້ສະພາບແວດລ້ອມໃນການດຳເນີນທຸລະກິດມີຄວາມສະດວກກ່ວາອີກ. ການເພີ່ມທະວີການຮ່ວມມື ເພື່ອພັດທະນາແບບຍືນຍົງ ຂອງແຕ່ລະວິສາຫະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນ, ການສົມທົບກັນຢ່າງຄົບຊຸດລະຫວ່າງບັນດາອົງການລັດ, ອົງການລັດ ກັບວິສາຫະກິດ, ການຈັດຕັ້ງ, ລະຫວ່າງບັນດາກຸ່ມໃນ ແຕ່ລະວິສາຫະກິດ.

​ແຜນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ລວມ ຂອງ 3 ປະ​ເທດ ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ

ຍ​ສ​ໝ - ແຜນການນີ້ແມ່ນເອກະສານຍຸດທະສາດຂອງເຂດ ທີ່ກ່ຽວຂ້ອງເຖິງການພັດທະນາການທ່ອງທ່ຽວຢູ່ 13 ແຂວງ ໃນເຂດສາມລຽມພັດທະນາ CLV, ລວມມີ 4 ແຂວງຂອງກຳປູເຈຍ, 4 ແຂວງຂອງລາວ ແລະ 5 ແຂວງຂອງຫວຽດນາມ.

ການ​ພົວ​ພັນຕ່າງ​ປະ​ເທດ​ເສດ​ຖະ​ກິດ​ປະ​ກອບ​ສ່ວນ​ຢ່າງຕັ້ງ​ໜ້າ​ເຂົ້າ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 7 ທັນ​ວາ, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ຈັດກອງ​ປະ​ຊຸມ​ສຳ​ມະ​ນາ “ການ​ພົວ​ພັນ​ຕ່າງ​ປະ​ເທດ​ເສດ​ຖະ​ກິດ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າໃນ​ການ​ພັດ​ທະ​ນາ​ຂອງ ປະ​ເທດ​ຊາດ”.

ຍົກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ "ລູກກຸນ​ແຈ” ເພື່ອໃຫ້​ພັດ​ທະ​ນາເສດ​ຖະ​ກິດ ຫວຽດ​ນາມ ​ໃນໄລ​ຍະ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ໜັງ​ສື​ພິມ Manila Times ຂອງ ຟີ​ລິບ​ປິນ ​ສະ​ບັບ​ອອກວັນ​ທີ 3 ທັນ​ວາ ໄດ້​ລົງ​ບົດ​ຂ​ຽນ​ທີ່ຕີ​ລາ​ຄາ​ສູງຕໍ່ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ສະ​ກັດ​ກັ້ນ​ວິ​ກິດ​ການ​ໂລກ​ລະ​ບາດ​ໂຄວິດ - 19.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.