ເມືອງຕົ້ນເຜິ້ງ ໄດ້ເພີ່ມທະວີມາດຕະການເຂົ້າເມືອງຢ່າງເຂັ້ມງວດເພື່ອປ້ອງກັນ COVID-19

11:04 | 11/12/2020

ແຈ້ງການເພີ່ມເຕີມຮຽນ/ເຖິງ: ທ່ານເຈົ້າເມືອງ ເມືອງຕົ້ນເຜິ້ງ, ພະແນກການ-ອົງການອ້ອມຂ້າງແຂວງ, ສອງບັນຊາການທະຫານ, ຕຳຫຼວດແຂວງ, ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງ, ພະນັກງານ-ລັດຖະກອນ, ນັກທຸລະກິດຜູ້ປະກອບການຕະຫຼອດຮອດປະຊາຊົນບັນດາເຜົ່າ ພາຍໃນແຂວງບໍ່ແກ້ວ ທີ່ນັບຖື.

ເມ ອງຕ ນເຜ ງ ໄດ ເພ ມທະວ ມາດຕະການເຂ າເມ ອງຢ າງເຂ ມງວດເພ ອປ ອງກ ນ covid 19 ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19
ເມ ອງຕ ນເຜ ງ ໄດ ເພ ມທະວ ມາດຕະການເຂ າເມ ອງຢ າງເຂ ມງວດເພ ອປ ອງກ ນ covid 19 ພະຍາດ COVID -19: ນຳສົ່ງພົນລະເມືອງຫວຽດນາມ ຈາກປະເທດເຢຍລະມັນ ແລະ ໂຮງລັງ ກັບຄືນບ້ານ

ອີງຕາມ ແຈ້ງການຂອງກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ສູນກາງ, ສະບັບເລກທີ 3082/ສພກ.ກລຂ, ລົງວັນທີ 5 ທັນວາ 2020.

ຫ້ອງວ່າການແຂວງບໍ່ແກ້ວ ຂໍຖືເປັນກຽດຢ່າງສູງ ແຈ້ງການມາຍັງບັນດາທ່ານຊາບວ່າ: ເພື່ອເປັນການສະດວກໃຫ້ແກ່ເຈົ້າໜ້າທີ່ ແລະ ຄະນະສະເພາະກິດທີ່ປະຈໍາຢູ່ຈຸດກວດກາ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19; ຍ້ອນມີການເຂົ້າ-ອອກຂອງພົນລະເມືອງ ນັບທັງພະນັກງານ,ທະຫານ, ຕຳຫຼວດ ທີ່ທຽວປະຈໍາການ ສະນັ້ນ, ຈຶ່ງອອກແຈ້ງການເພີ່ມເຕີມດັ່ງນີ້:

1. ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າພາຍໃນເມືອງຕົ້ນເຜິ້ງທີ່ຈະໄປເຮັດວຽກຢູ່ແຂວງ ແລະ ພາກສ່ວນຢູ່ແຂວງ ຈະໄປເຮັດວຽກຢູ່ເມືອງ ແມ່ນບໍ່ອະນຸຍາດໃຫ້ເຂົ້າ-ອອກຢ່າງເດັດຂາດ ຈົນກວ່າຈະມີແຈ້ງການຊີ້ນໍາໃຫ້ເຂົ້າ-ອອກ, ສ່ວນວຽກງານປົກກະຕິ ກໍ່ໃຫ້ແກ້ໄຂໂດຍຜ່ານລະບົບສື່ສານ, ອອນລາຍໃນການປະສານງານກັບກົມກອງຂອງຕົນຢ່າງເປັນປົກກະຕິ, ໃນກໍລະນີເຈັບເປັນ ແລະ ພະນັກງານ, ທະຫານ, ຕໍາຫຼວດ ຫາກມີຄວາມຈຳເປັນຂາດການບໍ່ໄດ້ຕ້ອງກະກຽມເອົາເຄື່ອງນຸ່ງຫົ່ມໄປນອນປະຈໍາການຈົນຄົບ 14 ວັນ ຈຶ່ງກັບຄືນ.

ເມ ອງຕ ນເຜ ງ ໄດ ເພ ມທະວ ມາດຕະການເຂ າເມ ອງຢ າງເຂ ມງວດເພ ອປ ອງກ ນ covid 19
ປະເທດລາວ ໄດ້ເພີ່ມທະວີມາດຕະການເຂົ້າເມືອງຢ່າງເຂັ້ມງວດເພື່ອປ້ອງກັນບໍ່ໃຫ້ COVID-19. (ພາບປະກອບ: KPL)

2. ການຂົນສົ່ງສິນຄ້າໃນແຕ່ລະຄັ້ງ, ແຕ່ລະບໍລິສັດ ທີ່ມີຄວາມຈໍາເປັນນໍາເຂົ້າ ແລະ ສົ່ງອອກສິນຄ້າວັດສະດຸຕ່າງໆ ຕ້ອງໃສ່ຊື່ ແລະ ນາມສະກຸນ ຜູ້ຂັບລົດ, ຜູ້ປ່ຽນ ແລະ ປ້າຍລົດ ສະເໜີ ຫາ ຄະນະສະເພາະກິດຂັ້ນແຂວງກ່ອນ ເພື່ອຄົ້ນຄວ້າພິຈາລະນາ, ການຂົນສົ່ງສິນຄ້າແມ່ນກໍານົດໄລຍະເວລາເຂົ້າ- ອອກ ແຕ່ເວລາ 8:00 ໂມງ ຫາ 18:00 ໂມງ.

3. ການຂົນສົ່ງສິນຄ້າປະເພດພືດກະສິກໍາ, ເຄື່ອງອຸປະໂພກ-ບໍລິໂພກທີ່ມີຄວາມຈໍາເປັນເຂົ້າ-ອອກເມືອງຕົ້ນເຜິ້ງ ແມ່ນຕ້ອງມີການຄຽນຖ່າຍສິນຄ້າ, ສັບປ່ຽນພະນັກງານຂັບລົດຢູ່ຈຸດດ່ານ ນໍ້າເກິງ ໂດຍມີການພົ່ນຢາ, ກວດອຸນຫະພຸມ ແລະ ປະຕິບັດຕາມມາດຕະການປ້ອງກັນໂຄວິດ-19ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

4. ສໍາລັບລົດຂົນສົ່ງສິນຄ້າ ທີ່ບໍ່ສາມາດສັບປ່ຽນພະນັກງານຂັບລົດໄດ້ ເຊັ່ນ: ປະເພດອາຍແກັດ,ນໍ້າມັນເຊື້ອໄຟ, ປຸນເຕົ້າ, ຕ້ອງມີເຈົ້າໜ້າທີ່ ແລະ ຄະນະສະເພາະກິດ ເປີດ-ປິດ ຂະບວນລົດ ຢູ່ຈຸດດ່ານນ້ໍາເກິ່ງ ໂດຍມີການພົ່ນຢາ, ກວດອຸ່ນຫະພຸມ ແລະ ປະຕິບັດຕາມມາດຕະການປ້ອງກັນໂຄວິດ-19 ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

5. ມອບໃຫ້ເມືອງ ຊີ້ນໍາອົງການປົກຄອງບ້ານ ເປັນເຈົ້າການໃນການຕິດຕາມ, ກວດກາພົນລະເມືອງ ທີ່ເຂົ້າ-ອອກບ້ານຂອງຕົນ ແລະ ປະຕິບັດຕາມມາດຕະການປ້ອງກັນ, ຄວບຄຸມພະຍາດດັ່ງກ່າວຢ່າງຮັດກຸມ ແລະ ເຂັ້ມງວດ. ຖ້າບໍ່ຈຳເປັນແມ່ນໃຫ້ຢູ່ເຮືອນໃຜ-ລາວ.

ເມ ອງຕ ນເຜ ງ ໄດ ເພ ມທະວ ມາດຕະການເຂ າເມ ອງຢ າງເຂ ມງວດເພ ອປ ອງກ ນ covid 19 ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19

ຍ​ສ​ໝ - ບັນ​ດາ​ຜູ້​ແທນ​ໄດ້​ກວດ​ກາ​ຄວາມ​ຄືບ​ໜ້າ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ລິ​ເລີ່ມ​ຂອງ ອາ​ຊຽນ​ໃນ​ການ​ຮັບ​ມື ກັບ​ໂລກ​ລະ​ບາດ ໂຄວິດ - 19. ຕາມ​ນັ້ນ​ແລ້ວ, ກອງ​ທຶນ ອາ​ຊຽນ​ຮັບ​ມື​ກັບ​ໂລກ​ລະ​ບາ​ດ - 19 ໄດ້​ສ້າງ​ຕັ້ງ​ຂຶ້ນ​ທີ່ກອງ​ປະ​ຊຸມ​ສຸດ​ຍອດ ອາ​ຊຽນ 36 ໄດ້​ຮັບ​ຄຳ​ໝັ້ນ​ສັນ​ຍາ​ປະ​ກອບ​ເງິນ​ເປັນ​ຈຳ​ນວນ​ກ່​ວາ 10 ລ້ານ USD ຈາກ​ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ ຄູ່​ຮ່ວມ​ມື

ເມ ອງຕ ນເຜ ງ ໄດ ເພ ມທະວ ມາດຕະການເຂ າເມ ອງຢ າງເຂ ມງວດເພ ອປ ອງກ ນ covid 19 ໂລກໄດ້ຢັ້ງຢຶນມີຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດ ກ່ວາ 48.411.300 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 1.230.099 ຄົນ

ອາເມລິກາ ຍັງຄົງແມ່ນປະເທດທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 9.798.764 ຄົນ, ໃນນັ້ນມີຜູ້ເສຍຊີວິດ 239.810 ຄົນ.

ເມ ອງຕ ນເຜ ງ ໄດ ເພ ມທະວ ມາດຕະການເຂ າເມ ອງຢ າງເຂ ມງວດເພ ອປ ອງກ ນ covid 19 ທົ່ວໂລກມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດ 40.264.218 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.118.167 ຄົນ

ອາເມລິກາສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຂອງໂລກລະບາດ Covid – 19, ດ້ວຍ ຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 8.387.789 ຄົນ ແລະ ຜູ້ເສຍຊີວິດ 224.730 ຄົນ.

kpl.gov.la

ເຫດການ
302 Found

Found

The document has moved here.