ຫວຽດນາມ - ກາຕາ ຮ່ວມມືສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມ

14:10 | 09/12/2020

ຍ​ສ​ໝ - ທ່ານຮອງລັດຖະມົນຕີກະຊວງພາຍໃນ ເຈິ່ນ​ຕວັນ​ແອ​ັງ ໃຫ້ຮູ້ວ່າ: ລັດຖະບານຫວຽດນາມຍາມໃດກໍ່ປາດຖະໜາ ຢາກຮ່ວມມືກັບ ກາຕາ ໃນ​ການກໍ່ສ້າງປະຕິບັດນະໂຍບາຍພັດທະນາຊັບພະຍາກອນມະນຸດແຫ່ງຊາດ.

ຫວຽດນາມ ກາຕາ ຮ ວມມ ສ າງ ແລະ ປະຕ ບ ດນະໂຍບາຍພ ດທະນາຊາວໜ ມ ປະ​ຊາ​ຄົມ​ຊາ​ວ​ຫວຽດ​ນາມ​ອາ​ໄສ​ຢູ່ ອົດ​ສ​ະ​ຕາ​ລີ, ກາ​ນາ​ດາ ​ໄດ້​ສະ​ໜັບ​ສະ​ໜູນ ປະ​ຊາ​ຊົນ​ຢູ່​ເຂດ​ພາກ​ກາງ​ທີ່​ຖືກ​ນ້ຳ​ຖ້ວມຂອງ​ຫວຽດ​ນາມ
ຫວຽດນາມ ກາຕາ ຮ ວມມ ສ າງ ແລະ ປະຕ ບ ດນະໂຍບາຍພ ດທະນາຊາວໜ ມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ອາ​ຊ​ີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ປະ​ຈຳ​ອາ​ຟ​ຼິກ​ກາ​ໃຕ້​ຕີ​ລາ​ຄາ​ສູງ​ຫວຽດ​ນາມ​ໃນ​ການ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ອາ​ຊຽນ
ຫວຽດນາມ ກາຕາ ຮ ວມມ ສ າງ ແລະ ປະຕ ບ ດນະໂຍບາຍພ ດທະນາຊາວໜ ມ
ພິທີເຊັນບົດບັນທຶກຊ່ວຍຈຳ ກ່ຽວກັບຂະແໜງຊາວໜຸ່ມ​ລະ​ຫວ່າງ ຫວຽດາມ ແລະ ກາ​ຕາ (ພາບ: TTXVN)

ວັນທີ 8 ທັນວາ, ໃນຂອບເຂດການຮ່ວມມືສາກົນກ່ຽວກັບການສ້າງແລະປະຕິບັດນະໂຍບາຍພັດທະນາຊາວໜຸ່ມ, ກະຊວງພາຍໃນ ຫວຽດນາມ ແລະ ກະຊວງ ວັດທະນະທຳ ແລະ ກິລາ ກາຕາ ໄດ້ຈັດພິທີເຊັນບົດບັນທຶກຊ່ວຍຈຳ ກ່ຽວກັບຂະແໜງຊາວໜຸ່ມ. ຕາມນັ້ນແລ້ວ, ສອງຝ່າຍໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ການແລກປ່ຽນຂໍ້ມູນຂ່າວສານ ລະຫວ່າງ ບັນດາອົງການຄຸ້ມຄອງລັດ ກ່ຽວກັບຊາວໜຸ່ມ; ສ້າງກອບໂຄງການຮ່ວມມືໃນຂົງເຂດຊາວໜຸ່ມ ໃຫ້​ເໝາະ​ສົມ​ກັບກົດໝາຍ ຂອງສອງປະເທດ ແລະ ໃນກອບໜ້າທີ່ ແລະສິດອຳນາດຂອງແຕ່ລະຝ່າຍ. ຫວຽດ​ນາມ ແລະ ກາ​ຕາ ໄດ້ແລກປ່ຽນຄະນະຜູ້ແທນຂອງບັນດາອົງການຈັດຕັ້ງປະຕິບັດນະໂຍບາຍການພັດທະນາຊາວໜຸ່ມ, ອົງການຂອງ​ລັດ ແລະ ອົງການຈັດຕັ້ງທີ່​ກ່ຽວ​ຂ້ອງ ແລະຜູ້ຊ່ຽວຊານດ້ານວຽກງານຊາວໜຸ່ມ; ແລກປ່ຽນປະສົບການ ແລະ ການຄົ້ນຄວ້າທີ່ກ່ຽວຂ້ອງກັບຂົງເຂດຊາວໜຸ່ມ, ນະໂຍບາຍພັດທະນາຊາວໜຸ່ມ; ຂຸດ​ຄົ້ນກາ​ລະໂອກາດໃນການຈັດກິດຈະກຳປະຈຳປີໃນຮູບແບບໝູນວຽນຢູ່ທັງສອງປະເທດ.

ເນື້ອໃນການຮ່ວມມືປະກອບມີ: ວຽກເຮັດງານທຳ ແລະຈິດ​ໃຈ​ຂອງ​ນັກ​ທຸ​ລະ​ກິດ​ໜຸ່ມ; ຊາວໜຸ່ມ ແລະ ພົນລະເມືອງ; ຊາວໜຸ່ມ ແລະ ການຄຸ້ມຄອງໂຄງການ; ຊາວໜຸ່ມ ແລະ ຈິດໃຈອາສາສະໝັກ; ຍົກສູງກຳລັງຄວາມສາມາດຂອງຊາວ ໜຸ່ມ ໃນທຸກຂົງເຂດ. ທຸກໆປີ, ສອງຝ່າຍຈະດຳເນີນການແລກປ່ຽນຄະນະຜູ້ແທນບົນພື້ນຖານປະຕິບັດຕາມກົດໝາຍ ແລະ ລະບຽບການຂອງສອງປະເທດ. ບົດບັນທຶກດັ່ງກ່າວແມ່ນມີ​ຜົນ​ສັກ​ສິດ​ໃນໄລ​ຍະ​ເວລາ 4 ປີ ແລະ ຈະຕໍ່ເວ​ລາ​ ໂດຍອັດຕະໂນມັດດ້ວຍ​ໄລ​ຍະ​ທີ່​ຄ້າຍ​ຄື​ກັນ.

ທີ່ພິທີລົງນາມ, ທ່ານຮອງລັດຖະມົນຕີກະຊວງພາຍໃນເຈິ່ນ​ຕວັນ​ແອັງແລະທ່ານເອກອັກຄະລັດຖະທູດ ກາ​ຕາ ປະຈຳ ຫວຽດນາມ Mohamed Ismail Al Emadi ໄດ້ຕີລາຄາວ່າ, ເກືອບ 30 ປີຜ່ານມາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ ແລະ ກາຕາໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ; ສອງ​ທ່ານ​ກໍ່​ສະ​ແດງຄວາມເຊື່ອໝັ້ນວ່າ ສອງຝ່າຍຈະປະຕິບັດບົດບັນທຶກຊ່ວຍຄວາມເຂົ້າໃຈໄລຍະ 2021 - 2025 ໃຫ​້ສຳເລັດຜົນ, ສ້າງ​ປະ​ຖົມ​ປັດ​ໄຈ​ໃຫ້​ແກ່ໄລຍະຕໍ່ໄປດ້ວຍທິດ​ນຳທີ່​ວ່າຮ່ວມມື ແລະ ພັດທະນາ.

ກ່ອນໜ້ານີ້, ໃນການພົບປະກັບທ່ານເອກອັກຄະລັດຖະທູດກາ​ຕາ​ປະ​ຈຳ​ຫວຽດ​ນາມ Mohamed Ismail Al Emadi, ​ທ່ານຮອງລັດຖະມົນຕີກະຊວງພາຍໃນ ເຈິ່ນ​ຕວັນ​ແອ​ັງ ໃຫ້ຮູ້ວ່າ: ລັດຖະບານຫວຽດນາມຍາມໃດກໍ່ປາດຖະໜາຢາກຮ່ວມມືກັບ ກາຕາ ໃນ​ການກໍ່ສ້າງລະປະຕິບັດນະໂຍບາຍພັດທະນາຊັບພະຍາກອນມະນຸດແຫ່ງຊາດ. ໂດຍສະເພາະແມ່ນຊັບພະຍາກອນມະນຸດໜຸ່ມ, ສົ່ງເສີມບົດບາດຂອງການກະຕຸ້ນອາສາສະໝັກຊາວໜຸ່ມ, ສ້າງນະໂຍບາຍຕໍ່ກຸ່ມຊາວໜຸ່ມ ທີ່ດ້ອຍໂອກາດໃນສັງຄົມ.

ຫວຽດນາມ ກາຕາ ຮ ວມມ ສ າງ ແລະ ປະຕ ບ ດນະໂຍບາຍພ ດທະນາຊາວໜ ມ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມມອບວັດ​ຖຸ, ​ອຸ​ປະ​ກ​ອນ​ການ​ແພດ​ໃຫ້​ລັດ​ຖະ​ສະ​ພາ​ບາງ​ປະ​ເທດ​ອາ​ບຟຼິກ​ກາ, ຕາ​ເວັນ​ອອກ​ກາງ

ໂດຍ​ຕາ​ງ​ໜ້າ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ຮັບ​ວັດ​ຖຸ, ອຸ​ປະ​ກອນ​ການ​ແພດ, ທ່ານ Saadi Salama ເອກ​ອັກ​ຄະ​ລັດ​ຖະ​ທູດ ປາ​ແລັດ​ສະ​ຕິນ​ປະ​ຈຳ​ຫວຽດ​ນາມ​ໄດ້​ຕີ​ລາ​ຄາ​ສູງ​ປະ​ສິດ​ທິ​ຜົນ​ຂອງວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບ​າດ Covid – 19 ຢູ່​ຫວຽດ​ນາມ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງ​ສຳ​ລັບ​ນ້ຳ​ໃຈ, ຄວາມ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ຂອງ​ສະ​ພາ​ແຫ່ງ​ຊາດ, ປະ​ຊາ​ຊົນ​ຫວຽດ​ນາມ​ທີ່​ສະ​ຫງວຽນ​ໃຫ້​ແກ່​ລັດ​ຖະ​ສະ​ພາ ແລະ ປະ​ຊາ​ຊົນ​ບັນດາປະ​ເທດ.

ຫວຽດນາມ ກາຕາ ຮ ວມມ ສ າງ ແລະ ປະຕ ບ ດນະໂຍບາຍພ ດທະນາຊາວໜ ມ ກາ​ນ​ພົວ​ພັນ​ຄູ່​ຮ່ວມມ​ື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ຮັກ​ສາ​ທ່າ​​ພັດ​ທະ​ນາ​ໃນຫຼາຍ​ຂົງ​ເຂດ

ຍ​ສ​ໝ - ທ່ານ ​ດ່​ວາ​ນ​ຄັກ​ວຽດ​ ຮອງ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ​ໃຫ້​ຮູ້​ວ່າ: ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາ​ມ - ອາ​ເມ​ລິ​ກາ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ໄດ້​ຮັກ​ສາ​ທ່າ​ພັດ​ທະ​ນາ​ໃນຫຼາຍ​ຂົງ​ເຂດ, ໃນ​ນັ້ນ​ມີ​ການ​ຮ່ວ​ມ​ມື​ດ້​ານ​ປ້ອງ​ກັນ​​ຊາດ

ຫວຽດນາມ ກາຕາ ຮ ວມມ ສ າງ ແລະ ປະຕ ບ ດນະໂຍບາຍພ ດທະນາຊາວໜ ມ ຫວຽດ​ນາມ​ ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ປັບ​ປຸງ​ສັນ​ຕິ​ພາບ​ຢູ່ ອາ​ຟ​ຼິ​ກາ​ຕາ​ເວັນ​ຕົກ

ຫວ່າງແລ້ວນີ້, ໂດຍເປັນປະທານໃນເດືອນມັງກອນຂອງ ສະພາຄວາມໝັ້ນຄົງສະຫະປະຊາຊາດ ຫວຽດນາມ ໄດ້ເປັນປະທານກອງປະຊຸມ ລາຍງານຂອງທ່ານ ເລຂາທິການໃຫຍ່ ສປຊ ກ່ຽວກັບການເຄື່ອນໄຫວຂອງຫ້ອງການ ສປຊ ຢູ່ພາກພື້ນ ອາຟຼິກາຕາເວັນຕົກ ແລະ Sahel (UNOWAS) ໃນໄລຍະມໍ່ໆມານີ້. ນີ້ແມ່ນກອງປະຊຸມເປີດເຜີຍຂອງ ສະພາຄວາມໝັ້ນຄົງສະຫະປະຊາຊາດຄັ້ງທຳອິດ ໂດຍ ຫວຽດນາມ ເຈົ້າພາບໃນຖານະເປັນປະທານໝູນວຽນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.