ງານເທດສະການ ສະຕາດອັບລາວ 2020 ຈັດຂຶ້ນ ແຕ່ວັນທີ 3-6 ທັນວານີ້

15:00 | 04/12/2020

ງານເທດສະການ ສະຕາດອັບລາວ 2020  ຈະດໍາເນີນໄປເປັນເວລາ 4 ວັນ, ແຕ່ວັນທີ 3-6 ທັນວາ 2020 (ວັນພະຫັດ ຫາ ວັນອາທິດ). ໃນງານປະກອບ 3 ປະເພດກິດຈະກໍາຕົ້ນຕໍ ເປັນຕົ້ນແມ່ນ ການສົນທະນາຂອງຜູ້ຕາງໜ້າຈາກພາກລັດ, ພາກທຸລະກິດ, ສະຖາບັນການສຶກສາ ແລະ ຜູ້ປະກອບກິດຈະການສະຕາດອັບ ຈາກພາຍໃນ ແລະ ຕ່າງປະເທດ.

ງານເທດສະການ ສະຕາດອ ບລາວ 2020 ຈ ດຂ ນ ແຕ ວ ນທ 3 6 ທ ນວານ ລາວ: ບັນດາການເຄື່ອນໄຫວ ສະເຫລີມສະຫລອງວັນສະຖາປານາ ສປປ ລາວ ຄົບຮອບ 45 ປີ
ງານເທດສະການ ສະຕາດອ ບລາວ 2020 ຈ ດຂ ນ ແຕ ວ ນທ 3 6 ທ ນວານ ກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ລາວ ອວຍພອນ ວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ
ງານເທດສະການ ສະຕາດອ ບລາວ 2020 ຈ ດຂ ນ ແຕ ວ ນທ 3 6 ທ ນວານ
ບັນ​ດາ​ການ​ນຳ​ກົດ​ປຸ່ນ​ໄຂງານເທດສະການ (ພາບ: Kpl)

ໃນວັນທີ 3 ທັນວາ 2020, ທີ່ສູນການຄ້າວຽງຈັນເຊັນເຕີ້ ກົມສົ່ງເສີມທຸລະກິດຂະຫນາດນ້ອຍ ແລະ ກາງ, ກະຊວງ ອຸດສະຫະກຳ ແລະ ການຄ້າ ຮ່ວມກັບ ສະມາຄົມການຄ້າ ໄອຊີທີ ລາວ (LICA) ໄດ້ຈັດງານເທດສະການ ສະຕາດອັບລາວ 2020 (Lao Startup Fest 2020) ໂດຍການເຂົ້າຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ຫຸມພັນ ອິນທະລາດ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີທ່ານ ທະນູສອນ ພົນອາມາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ບຸນເຖິງ ດວງສະຫວັນ, ຫົວຫນ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ຈຸດປະສົງຂອງການຈັດງານເທດສະການສະຕາດອັບ ແມ່ນເພື່ອສ້າງໃຫ້ມີງານສົ່ງເສີມສະຕາດອັບ ເປັນອັນສະເພາະ ໃນລະດັບຊາດ ເພື່ອສ້າງແຮງກະຕຸກຊຸກຍູ້ ແລະ ເປັນເວທີໃຫ້ບັນດາທຸລະກິດສະຕາດອັບ, ຊາວໜຸ່ມ-ນັກຮຽນນັກສຶກສາ ແລະ ບຸກຄົນທີ່ມີຄວາມສົນໃຈເຮັດທຸລະກິດສະຕາດອັບ ໄດ້ວາງສະແດງຜົນງານ, ການແລກປ່ຽນບົດຮຽນດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ, ການເຜີຍແຜ່ນະໂຍບາຍ, ການໃຫ້ຄໍາຄິດເຫັນ ກ່ຽວກັບການສ້າງລະບົບນິເວດທີ່ເອື້ອອໍານວຍສໍາລັບສົ່ງເສີມສະຕາດອັບ ແລະ ການສ້າງເຄືອຂ່າຍຂອງສະຕາດອັບ, ທັງເປັນໂອກາດອັນດີໃນການເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານສະຕາດອັບໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຫລາຍຂຶ້ນ. ງານເທດສະການສະຕາດອັບ 2020 ເປັນສ່ວນໜຶ່ງຂອງຂະບວນການສ້າງຂອບນະໂຍບາຍສົ່ງເສີມສະຕາດອັບ ຢູ່ ໃນ ສປປ ລາວ ຊຶ່ງກະຊວງອຸດສາຫະກໍາ ແລະ ການຄ້າ ພວມສົມທົບກັບພາກສ່ວນກ່ຽວຂ້ອງ ທັງພາກລັດ ແລະ ທຸລະກິດ ຂຸ້ນຂ້ຽວເຮັດວຽກຮ່ວມກັນ ເພື່ອໃຫ້ສາມາດນໍາສະເຫນີລັດຖະບານພິຈາລະນາ ຮັບຮອງ ແລະ ປະກາດໃຊ້ ໃນຕົ້ນປີ 2021 ນີ້.

ງານດັ່ງກ່າວ, ຈະດໍາເນີນໄປເປັນເວລາ 4 ວັນ, ແຕ່ວັນທີ 3-6 ທັນວາ 2020 (ວັນພະຫັດ ຫາ ວັນອາທິດ). ໃນງານປະກອບ 3 ປະເພດກິດຈະກໍາຕົ້ນຕໍ ເປັນຕົ້ນແມ່ນ ການສົນທະນາຂອງຜູ້ຕາງໜ້າຈາກພາກລັດ, ພາກທຸລະກິດ, ສະຖາບັນການສຶກສາ ແລະ ຜູ້ປະກອບກິດຈະການສະຕາດອັບ ຈາກພາຍໃນ ແລະ ຕ່າງປະເທດ; ການຈັດຮ້ານວາງສະແດງຜົນງານ ກ່ຽວກັບສະຕາດອັບຈຳນວນ 30 ຮ້ານ ແລະ ການສະເໜີບັນດາສະຕາດອັບ ທີ່ໄດ້ຜ່ານການແຂ່ງຂັນ ຢູ່ໃນກິດຈະກຳສົ່ງເສີມສະຕາດອັບຕ່າງໆ ໃນໄລຍະຜ່ານມາ

ງານເທດສະການ ສະຕາດອ ບລາວ 2020 ຈ ດຂ ນ ແຕ ວ ນທ 3 6 ທ ນວານ ລາວ: ບັນດາການເຄື່ອນໄຫວ ສະເຫລີມສະຫລອງວັນສະຖາປານາ ສປປ ລາວ ຄົບຮອບ 45 ປີ

ບັນດາການນຳ, ອະດິດການນຳພັກ-ລັດ, ພະເຖລະນຸເຖລະ, ພ້ອມດ້ວຍອົງການຈັດຕັ້ງມະຫາຊົນຕ່າງໆ ຈຳນວນ 700 ກວ່າຄົນ ໄດ້ມາເຕົ້າໂຮມກັນ ຢູ່ທີ່ຫໍປະຊຸມ ແຫ່ງຊາດ, ນະຄອນຫລວງວຽງຈັນ ໃນຕອນເຊົ້າ ວັນທີ 2 ທັນວາ 2020 ເພື່ອສະເຫລີມສະຫລອງ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ (2/12/1975-2/12/2020) ແລະ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປຊົນລາວທັງຊາດ ຄົບຮອບ 100 ປີ.

ງານເທດສະການ ສະຕາດອ ບລາວ 2020 ຈ ດຂ ນ ແຕ ວ ນທ 3 6 ທ ນວານ ກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ລາວ ອວຍພອນ ວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ

ເມື່ອບໍ່ດົນມານີ້, ຢູ່ຫ້ອງຮັບແຂກຫ້ອງວ່າການແຂວງຫລວງພະບາງ, ທ່ານ ຫງວຽນດັ້ງຮຸ່ງ ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ພາກເໜືອ ແຂວງຫລວງພະບາງ ສປປ.ລາວ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕາດອກໄມ້ເຂົ້າອວຍ ພອນ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ ເນື່ອງໂອກາດວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ.

ງານເທດສະການ ສະຕາດອ ບລາວ 2020 ຈ ດຂ ນ ແຕ ວ ນທ 3 6 ທ ນວານ ວາລະສານ ຍຸກສະໄໝ ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງສປປ.ລາວ ຄົບຮອບ 45 ປີ (2 ທັນວາ 1975 - 2 ທັນວາ 2020), ສະຖານທູດສປປ.ລາວ ປະຈຳຫວຽດນາມ ໄດ້ສະເໜີລິເລີ່ມວ່າ “ຫັນປ່ຽນຄ່າຊື້ດອກໄມ້ ມາເປັນເປັນການບໍລິຈາກສະໜັບສະໜູນ ໃຫ້ແກ່ປະຊາຊົນເຂດພາກກາງຫວຽດນາມ ທີ່ໄຮັບຜົນກະທົບຈາກໄພພິບັດທຳມະຊາດ ແລະ ນ້ຳຖ້ວມໃນເມື່ອບໍ່ດົນມານີ້.”

kpl.gov.la/

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.