ນຳສົ່ງພົນລະເມືອງຫວຽດນາມ 290 ຄົນ ຈາກສາທາລະນະລັດເຊັກ ກັບຄືນປະເທດ

18:15 | 23/11/2020

ຍສໝ - ໃນສອງວັນ 21-22 ພະຈິກ 2020, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ອົງການຕາງໜ້າຫວຽດນາມ ປະຈຳຟີລິບປິນ ແລະ ບໍລິສັດການບິນ Bamboo Airways ໄດ້ຮ່ວມມືກັບບັນດາອົງການທີ່ມີໜ້າທີ່ສາທາລະນະລັດເຊັກ ເພື່ອສົ່ງພົນລະເມືອງຫວຽດນາມ ເກືອບ 290 ຄົນ ກັບຄືນບ້ານຢ່າງປອດໄພ.

ຫວຽດນາມ ໄດ້ນຳສົ່ງພົນລະເມືອງຈຳນວນ 290 ຄົນມາຈາກໄຕ້ຫວັນ ກັບຄືນປະເທດຢ່າງປອດໄພ
ພະຍາຍາມທີ່ດີທີ່ສຸດ ເຮັດໃຫ້ພົນລະເມືອງຫວຽດນາມຢູ່ໃນເຂດຖືກລະບາດພະຍາດໂລກໄວຣັດ ໂຄໂຣນາ ໄດ້ກັບຄືນບ້ານ

ຜູ້ໂດຍສານໃນຖ້ຽວບິນທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ສັນຍາແຮງງານໝົດກຳນົດ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ນຳສົ່ງພົນລະເມືອງຫວຽດນາມ 290 ຄົນ ຈາກສາທາລະນະລັດເຊັກ ກັບຄືນປະເທດ
ຖ້ຽວບິນນຳສົ່ງພົນລະເມືອງຫວຽດນາມ 290 ຄົນ ຈາກສາທາລະນະລັດເຊັກ ໄດ້ກັບຄືນບ້ານ. (ພາບ: thoidai.com.vn)

ດ້ວຍເປົ້າໝາຍຮັບປະກັນດ້ານສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ບໍລິສັດການບິນ Bamboo Airways ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງ, ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ. ສະຖານທູດຫວຽດນາມ ປະຈຳເຊັກ ໄດ້ສົ່ງພະນັກງານໂດຍກົງປະຕິບັດປະສານງານ ກັບບໍລິສັດການບິນ Bamboo Airways ຢູ່ສະໜາມບິນ ເພື່ອແນະນຳພົນລະເມືອງໃນຂັ້ນຕອນລະບຽບການຂຶ້ນບິນ. ທັນທີຫຼັງຈາກຍົນລົງຈອດຢູ່ສະໜາມບິນສາກົນ ເກີນເທີ, ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.

ບັນດານັກລົງທຶນ ສສ ຫວຽດນາມມີ 414 ໂຄງການດ້ວຍຍອດ ຈຳນວນເງິນລົງທຶນ 4,2 ຕື້ ໂດລາສະຫະລັດ ໄດ້ຮັບໃບຢັ້ງຢືນການລົງທຶນຢູ່ ສປປ ລາວ

ມາຮອດປະຈຸບັນ, ບັນດານັກລົງທຶນ ສສ ຫວຽດນາມມີ 414 ໂຄງການດ້ວຍຍອດ ຈຳນວນເງິນລົງທຶນ 4,2 ຕື້ ໂດລາສະຫະລັດ ໄດ້ຮັບໃບຢັ້ງຢືນການລົງທຶນຢູ່ ສປປ ລາວ, ຕົກອັນດັບທີ 3 ໃນບັນດານັກລົງທຶນຢູ່ລາວ. ພິເສດ, ຢູ່ 10 ແຂວງຊາຍແດນຂອງ ສປປ ລາວ, ໄດ້ມີ 110 ໂຄງການລົງທຶນໂດຍກົງຂອງບັນດານັກລົງທຶນຫວຽດນາມ ...

ໜັງສືພິມຍີ່ປຸ່ນ: ຫວຽດນາມ ແມ່ນແບບຢ່າງແຫ່ງຄວາມສຳເລັດດ້ານເສດຖະກິດຢ່າງດຽວ ຂອງອາຊີຕາເວັນອອກສ່ຽງໃຕ້

ຍສໝ - ຕາມບົດລາຍງານຂອງໜັງສືພິມ Nikkei Asia Review (ຍີ່ປຸ່ນ) ໃນວັນທີ 19 ພະຈິກ, ຫວຽດນາມ ກຳລັງກາຍເປັນແບບຢ່າງແຫ່ງຄວາມສຳເລັດ ໃນທາງດ້ານເສດຖະກິດຢ່າງດຽວຂອງອາຊີຕາເວັນອອກສ່ຽງໃຕ້ ໃນສະພາບການລະບາດ COVID-19, ໃນຂະນະທີ່ຍັງຄົງຮັກສາລະດັບການເຕີບໂຕໃນທາງບວກທີ່ໝັ້ນຄົງໃນໄລຍະທີ່ບັນດາພື້ນຖານເສດຖະກິດອື່ນໆ ປະສົບກັບຄວາມຫຍຸ້ງຍາກໃນການຟື້ນຕົວຄືນ.

ຖ້ຽວບິນໂດຍກົງຈາກ ສ.ເຊັກໂກ ມາຍັງ ຫວຽດນາມ ທີ່ຈັດສົ່ງພົນລະເມືອງຫວຽດນາມ 300 ຄົນຈາກ 4 ປະເທດຄື: ສ.ເຊັກໂກ, ຮຸງກາຣີ, ໂປໂລຍ ແລະ ໂອຕາລິດ

ຍສໝ - ເລື່ອງເປີດຖ້ຽວບິນນີ້ ແມ່ນປະຖົມປັດໃຈເພື່ອປະກອບສ່ວນຜັນຂະຫຍາຍຂໍ້ຕົກລົງລະຫວ່າງລັດຖະບານຫວຽດນາມ ແລະ ສ.ເຊັກໂກ ໃນການເປີດສາຍການບິນໂດຍກົງລະຫວ່າງຮ່າໂນ້ຍ - Praha ພາຍຫຼັງໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.