ປຶກສາດ້ານການເມືອງ ໃນລະດັບຮອງລັດຖະມົນຕີຕ່າງປະເທດ ຫວຽດນາມ - ໂປໂລຍ

12:14 | 21/11/2020

ຍສໝ - ທ່ານຮອງລັດຖະມົນຕີຫວຽດນາມ ໄດ້ຢືນຢັນວ່າ ຫວຽດນາມຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານ ກັບປະເທດໂປໂລຍ ເຊິ່ງເປັນຄູ່ຮ່ວມມືມິດຕະພາບທີ່ເປັນມູນເຊື້ອຂອງຫວຽດນາມຢູ່ເອີຣົບ.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ໂອ້ລົມສົນທະນາກັບ ຜູ້ວ່າການແຂວງ Gunma ຂອງຍີ່ປຸ່ນ
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 4 ຂອງສະມາຄົມມິດຕະພາບຫວຽດນາມ - ໂປໂລຍ ໄລຍະ 2020-2025

ໃນວັນທີ 19 ພະຈິກ, ທ່ານໂຕແອັງຢູງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ທ່ານ Marcin Przydacz - ຮອງລັດຖະມົນຕີກະຊວງການຕ່າງປະເທດໂປໂລຍ ໄດ້ເປັນປະທານຮ່ວມການປຶກສາຫາລືດ້ານການເມືອງ ໃນລະດັບຮອງລັດຖະມົນຕີການຕ່າງປະເທດຫວຽດນາມ - ໂປໂລຍ ດ້ວຍຮູບການຖ່າຍທອດສົດ.

ໃນສະພາບການທີ່ຫວຽດນາມ ແລະ ໂປໂລຍ ໄດ້ສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (1950-2020), ສອງຝ່າຍ ໄດ້ສະແດງຄວາມດີໃຈຕໍ່ການພັດທະນາອັນດີງາມ ຂອງຄວາມມິດຕະພາບສອງປະເທດໃນຫຼາຍຂົງເຂດ ໃນເວລາທີ່ຜ່ານມາ.

ປຶກສາດ້ານການເມືອງ ໃນລະດັບຮອງລັດຖະມົນຕີຕ່າງປະເທດ ຫວຽດນາມ - ໂປໂລຍ
ທ່ານໂຕແອັງຢູງ ໄດ້ເປັນປະທານຮ່ວມການປຶກສາຫາລືດ້ານການເມືອງ ໃນລະດັບຮອງລັດຖະມົນຕີການຕ່າງປະເທດຫວຽດນາມ - ໂປໂລຍ. (ພາບ: baoquocte)

ທ່ານຮອງລັດຖະມົນຕີ ໂຕແອັງຢູງ ໄດ້ຕີລາຄາສູງວ່າ ປະເທດໂປໂລຍ ໄດ້ຖືຫວຽດນາມແມ່ນໜຶ່ງໃນ 5 ປະເທດຄູ່ຮ່ວມມືບຸລິມະສິດໃນພາກພື້ນອາຊີ - ປາຊີຟິກ ໃນນະໂຍບາຍເພີ່ມທະວີ ແລະ ຂະຫຍາຍການພົວພັນກັບບັນດາປະເທດອາຊີ. ທ່ານຮອງລັດຖະມົນຕີ ໂຕແອັງຢູງ ໄດ້ຢືນຢັນວ່າ ຫວຽດນາມຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານ ກັບປະເທດໂປໂລຍ ແລະ ເປັນຄູ່ຮ່ວມມືມິດຕະພາບທີ່ເປັນມູນເຊື້ອຂອງຫວຽດນາມຢູ່ພາກພື້ນເອີຣົບ.

ທີ່ການພົບປະ, ສອງຝ່າຍ ໄດ້ແລກປ່ຽນກ່ຽວກັບສະພາບການພາກພື້ນ ແລະ ສາກົນທີ່ເອົາໃຈໃສ່ຮ່ວມ, ໃນນັ້ນມີບັນຫາທະເລຕາເວັນອອກ. ສອງຝ່າຍ ດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ໃນບັນດາເວທີປາໄສສາກົນ ແລະ ພາກພື້ນ, ພິເສດແມ່ນຢູ່ສະຫະປະຊາຊາດ, ເພື່ອປະກອບສ່ວນຮັກສາຄວາມສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ສອງຝ່າຍ ໄດ້ສະແດງຄວາມເພິ່ງພໍໃຈວ່າ ປະຈຸບັນປະເທດໂປໂລຍ ແມ່ນຄູ່ການຄ້າໃຫຍ່ທີ່ສຸດຂອງຫວຽດນາມຢູ່ເອີຣົບ. ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ - ການຄ້າ ແລະ ການລົງທຶນໃນສະພາບການຂອງສັນຍາການຄ້າເສລີ ເອຢູ - ຫວຽດນາມ (EVFTA) ທີ່ຫາກໍ່ມີຜົນບັງຄັບໃຊ້ ນັບແຕ່ເດືອນສິງຫາປີ 2020 ເປັນຂົວຕໍ່ໃນການສົ່ງເສີມຊຸກຍູ້ການແລກປ່ຽນການຮ່ວມມືດ້ານການຄ້າ ແລະ ສະໜິດຕິດພັນວິສາຫະກິດລະຫວ່າງສອງປະເທດ.

ເນື່ອງໃນໂອກາດນີ້, ທ່ານ Marcin Przydacz - ຮອງລັດຖະມົນຕີກະຊວງການຕ່າງປະເທດໂປໂລຍ ໄດ້ສະແດງຄວາມຊົມເຊີຍຫວຽດນາມ ກ່ຽວກັບຜົນສຳເລັດອັນຈົບງາມໃນການເປັນປະທານອາຊຽນໃນປີ 2020, ແລະ ເຫັນດີກັບທ່ານຮອງລັດຖະມົນຕີ ໂຕແອັງຢູງ ໃນການສືບຕໍ່ການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ ໃນບັນດາຂົງເຂດປ້ອງກັນຄວາມສະຫງົບ, ການສຶກສາ - ບຳລຸງສ້າງ, ສາທາລະນະສຸກ, ຄວາມຍຸຕິທຳ, ກະສິກຳ, ຊັບພະຍາກອນທຳມະຊາດ - ສິ່ງແວດລ້ອມ, ວັດທະນະທຳ - ທ່ອງທ່ຽວ…

ພິທີມອບ-ຮັບງົບປະມານໜູນຊ່ວຍການກໍ່ສ້າງໂຄງການມິດຕະພາບການທະຫານປີ 2020 ໃຫ້ແກ່ກອງບັນຊາການທະຫານແຂວງຈໍາປາສັກ ສປປ.ລາວ

ຍສໝ - ການນໍາກອງບັນຊາການທະຫານແຂວງກວ໋າງຫງາຍ ໄດ້ມອບເງິນຈໍານວນ 1 ຕື້ດົ່ງໃຫ້ກອງບັນຊາການທະຫານແຂວງຈໍາປາສັກ ເພື່ອໜູນຊ່ວຍການກໍ່ສ້າງໂຄງການມິດຕະພາບການທະຫານປີ 2020.

ງານມິດຕະພາບຫວຽດນາມ - ອິນໂດເນເຊຍ: ສີລະປະ ໄດ້ສ່ວນປະກອບເຮັດໃຫ້ເພີ່ມທະວີການເຂົ້າໃຈກັນ ລະຫວ່າງສອງປະເທດ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ (ປີ 1955-2020), ຕອນແລງວັນທີ 17 ພະຈິກ, ທີ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ສົມທົບກັບສະຖານທູດອິນໂດເນເຊຍ ປະຈຳຫວຽດນາມ ໄດ້ຈັດງານມິດຕະພາບຫວຽດນາມ ແລະ ອິນໂດເນເຊຍ.

ນາຍົກລັດຖະມົນຕີ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດ G20

ຫົວຂໍ້ຂອງ G20 ປີ 2020 ແມ່ນ “ສ້າງກາລະໂອກາດໃນທົດສະວັດທີ 21 ເພື່ອປະຊາຊົນທຸກຄົນ ໃຫ້ປະກົດຜົນເປັນຈິງ”, ດ້ວຍ 3 ຈຸດໃຈກາງຕົ້ນຕໍແມ່ນ: ມອບສິດໃຫ້ປະຊາຊົນ; ຮັກສາໜ່ວຍໂລກ; ກຳນົດທິດບັນດາຂົງເຂດໃໝ່.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.