ທ່ານເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳອາຊຽນ ໄດ້ຕີລາຄາສູງການນຳພາຂອງຫວຽດນາມ

13:17 | 28/07/2020

ຍສໝ - ທ່ານ Ade Padmo Sarwono - ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳອາຊຽນ ໃຫ້ຮູ້ວ່າ, ຫວຽດນາມ - ປະທານອາຊຽນ 2020 ບໍ່ພຽງແຕ່ໄດ້ສົ່ງເສີມຜົນປະໂຫຍດຂອງບັນດາປະເທດສະມາຊິກເທົ່ານັ້ນ, ຫາກຍັງເພີ່ມທະວີ ແລະ ຊຸກຍູ້ບັນດາອຸດົມຄະຕິການຂອງອາຊຽນເພື່ອສ້າງພາກພື້ນທີ່ຈະເລີນຮຸ່ງເຮືອງກວ່າອີກ.

ທ ານເອກອ ກຄະລ ດຖະທ ດອ ນໂດເນເຊຍ ປະຈຳອາຊຽນ ໄດ ຕ ລາຄາສ ງການນຳພາຂອງຫວຽດນາມ ບັນດານັກຊ່ຽວຊານລັດເຊຍ ໄດ້ຕີລາຄາສູງການປະກອບສ່ວນໃຫຍ່ຂອງຫວຽດນາມ ສຳຫຼັບອາຊຽນ
ທ ານເອກອ ກຄະລ ດຖະທ ດອ ນໂດເນເຊຍ ປະຈຳອາຊຽນ ໄດ ຕ ລາຄາສ ງການນຳພາຂອງຫວຽດນາມ ຫວຽດນາມ ມີບັນດາການປະກອບສ່ວນໃຫ້ແກ່ວິວັດທະນາການເປີດກວ້າງການຮ່ວມມືຂອງອາຊຽນ

ທ່ານ Ade Padmo Sarwono - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຖາວອນຂອງອິນໂດເນເຊຍ ປະຈຳສະມາຄົມອາຊຽນ ໄດ້ກ່າວວ່າ, ໃນຖານະທີ່ເປັນປະທານອາຊຽນໃນປະຈຸບັນ, ຫວຽດນາມ ໄດ້ສະແດງຄວາມສາມາດຂອງຕົນ ໃນການເປັນຜູ້ນຳພາ, ຊີ້ນຳອາຊຽນ ໄດ້ຜ່ານຜ່າສະຖານະການມີສິ່ງທ້າທາຍທີ່ບໍ່ເຄີຍມາກ່ອນນີ້.

ທ່ານເອກອັກຄະລັດຖະທູດ Ade Padmo Sarwono ໄດ້ຕີລາຄາວ່າ ປະເທດຫວຽດນາມໄດ້ມີບາດກ້າວທີ່ສຳຄັນ ນັບແຕ່ເມື່ອໄດ້ເຂົ້າເປັນສະມາຊິກຢ່າງເປັນທາງການຂອງອາຊຽນໃນວັນທີ 28 ກໍລະກົດ 1995 ດ້ວຍການພັດທະນາເສດຖະກິດຢ່າງໄວວາ. ລະດັບເຕີບໂຕທີ່ໜ້າປະທັບໃຈຂອງຫວຽດນາມ ແມ່ນຫຼັກຖານພະຍານ ສະແດງໃຫ້ເຫັນຄວາມມານະພະຍາຍາມປະຕິຮູບພື້ນຖານເສດຖະກິດຢ່າງແຮງ. ນີ້ແມ່ນສິ່ງທີ່ສຳຄັນໃນສະພາບການ ທີ່ອາຊຽນກຳລັງປະຕິບັດຊຸກຍູ້ການເຊື່ອມໂຍງພາກພື້ນ ແລະ ສ້າງປະຊາຄົມອາຊຽນ.

ທ ານເອກອ ກຄະລ ດຖະທ ດອ ນໂດເນເຊຍ ປະຈຳອາຊຽນ ໄດ ຕ ລາຄາສ ງການນຳພາຂອງຫວຽດນາມ
ທ່ານ Ade Padmo Sarwono - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຖາວອນຂອງອິນໂດເນເຊຍ ປະຈຳສະມາຄົມອາຊຽນ. (ພາບ: vietnam+)

ນັກການທູດອິນໂດເນເຊຍ ກ່າວວ່າການປະກອບສ່ວນຂອງຫວຽດນາມພາຍຫຼັງ 25 ປີທີ່ເຂົ້າຮ່ວມອາຊຽນ ໄດ້ເປີດຊ່ອງທາງໄປສູ່ການພັດທະນາທີ່ອຸດົມສົມບູນຂອງພາກພື້ນ. ຄຽງຂ້າງນັ້ນ, ຫວຽດນາມກໍ່ສະໜັບສະໜູນເພື່ອຊຸກຍູ້ການຮ່ວມມືລະຫວ່າງອາຊຽນ ແລະ ບັນດາຄູ່ຮ່ວມມືພາຍນອກ.

ທ່ານເອກອັກຄະລັດຖະທູດ Ade Padmo Sarwono ໄດ້ເນັ້ນໜັກວ່າ ໃນຖານະທີ່ເປັນປະທານອາຊຽນໃນປີນີ້, ຫວຽດນາມ ຕ້ອງສືບຕໍ່ຮັບປະກັນການຮັກສາບົດບາດເປັນໃຈກາງຂອງອາຊຽນ ເຊິ່ງໃນພາກພື້ນທີ່ກຳລັງເຫັນການແຂ່ງຂັນ ແລະ ແກ່ງແຍ່ງລະຫວ່າງບັນດາປະເທດມະຫາອຳນາດ. ສະນັ້ນ, ຫົວຂໍ້ຂອງປີປະທານອາຊຽນ 2020 ຂອງຫວຽດນາມ "ອາຊຽນສະໜິດຕິດພັນ ແລະ ເປັນເຈົ້າການໃນການຮັບມື" ແມ່ນມີຄວາມສອດຄ່ອງ ແລະ ຊັດເຈນຖືກຕ້ອງຫຼາຍ.

ນອກຈາກນີ້, ການປະຕິວັດອຸດສາຫະກຳຄັ້ງທີ 4, ການພັດທະນາແບບຍືນຍົງ, ການຕໍ່ໃຫ້ເຊື່ອມເຂົ້າກັນໃນພາກພື້ນ ແລະ ການເພີ່ມທະວີການຄ້າພາຍໃນພາກພື້ນ ກໍ່ແມ່ນບັນຫາສຳຄັນທີ່ອາຊຽນຕ້ອງໄດ້ຊຸກຍູ້ປະຕິບັດ ເພື່ອສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ຂະຫຍາຍຕົວບໍ່ຢຸດຢັ້ງ.

ທ ານເອກອ ກຄະລ ດຖະທ ດອ ນໂດເນເຊຍ ປະຈຳອາຊຽນ ໄດ ຕ ລາຄາສ ງການນຳພາຂອງຫວຽດນາມ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ຢູ່ຫວຽດນາມ. (ພາບ: vietnam+)

ສຸດທ້າຍ, ທ່ານເອກອັກຄະລັດຖະທູດ Ade Padmo Sarwono ໃຫ້ຮູ້ວ່າອາຊຽນ ຕ້ອງສຸມໃສ່ຄວາມມານະພະຍາຍາມຂອງຕົນໃນການສະກັດກັ້ນພະຍາດ COVID-19 ແລະ ແກ້ໄຂຜົນກະທົບດ້ານເສດຖະກິດ - ສັງຄົມຈາກການແຜ່ລະບາດສຳຫຼັບປະຊາຊົນໃນພາກພື້ນ.

ທ ານເອກອ ກຄະລ ດຖະທ ດອ ນໂດເນເຊຍ ປະຈຳອາຊຽນ ໄດ ຕ ລາຄາສ ງການນຳພາຂອງຫວຽດນາມ ຫວຽດນາມ ປະກອບສ່ວນຢ່າງສໍາຄັນໃຫ້ແກ່ພາກພື້ນໃນໄລຍະຮັບຕໍາແໜ່ງເປັນປະທານອາຊຽນ

ຍສໝ - ນີ້ແມ່ນ ຄຳພິນິດໄສຂອງທ່ານ Ahmad Ibrahim Almutaqqi - ຜູ້ອຳນວຍການໂຄງການຄົ້ນຄ້ວາອາຊຽນຂອງສູນ Habibie (ອິນໂດເນເຊຍ) ໃນການໂອ້ລົມກັບນັກຂ່າວສຳນັກຂ່າວສານຫວຽດນາມ ທີ່ປະຈຳຢູ່ ຈາກາຕາ - ອິນໂດເນເຊຍ.

ທ ານເອກອ ກຄະລ ດຖະທ ດອ ນໂດເນເຊຍ ປະຈຳອາຊຽນ ໄດ ຕ ລາຄາສ ງການນຳພາຂອງຫວຽດນາມ ເຈົ້າ​ໜ້າ​ທີ່​​ອາ​ວຸ​ໂສອາ​ຊຽນ ຈັດ​ຕັ້ງ​ກອ​ງ​ປະ​ຊຸມ​ທາ​ງ​ອອນ​ລາຍ​ ຕັ້ງ​ໜ້າ​ກະ​ກຽ​ມໃ​ຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ

ຍສໝ - ໃນຕອນເຊົ້າວັນທີ 17 ກໍລະກົດ, ຢູ່ຮ່າໂນ້ຍ ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ໄດ້ດຳເນີນທາງອອນລາຍ ເພື່ອຕັ້ງ​ໜ້າ​ກະ​ກຽ​ມໃ​ຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ.

ທ ານເອກອ ກຄະລ ດຖະທ ດອ ນໂດເນເຊຍ ປະຈຳອາຊຽນ ໄດ ຕ ລາຄາສ ງການນຳພາຂອງຫວຽດນາມ ຫວຽດນາມ ເຂົ້າຮ່ວມກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສດ້ານປ້ອງກັນຊາດອາຊຽນເປີດກວ້າງ

ຍສໝ - ໃນວັນທີ 7 ກໍລະກົດ, ທີ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສດ້ານປ້ອງກັນຊາດເປີດກວ້າງ (ADSOM+).

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.