ຫວຽດນາມ ໄດ້ຮັບການຕີລາຄາຈາກຫາງສຽງສາກົນວ່າໄດ້ ແລະພວມປະຕິບັດໜ້າທີ່ສຳຄັນປະທານອາຊຽນ ເປັນຢ່າງດີ

13:14 | 13/11/2020

ຍສໝ - ຕີລາຄາ ຫວຽດນາມ ແມ່ນສະມາຊິກຕັ້ງໜ້າຂອງອາຊຽນ ນັບແຕ່ເມື່ອຫວຽດນາມ ເຂົ້າເປັນສະມາຊິກໃນປີ 1995, ໜ້າເວັບໄຊ The ASEAN Post ຫາກໍ່ຢັ້ງຢືນຫວຽດນາມ “ບັນລຸໄດ້ບັນດາບາດກ້າວເດີນໃຫຍ່” ໃນການສະແດງໃຫ້ເຫັນບົດບາດຂອງຕົນທີ່ອາຊຽນ, ໂດຍສະເພາະແມ່ນການເປັນເຈົ້າການຮັບມືກັບພະຍາດໂຄວິດ-19, ນະໂຍບາຍຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະຄວາມໝັ້ນຄົງດ້ານການເມືອງ.

ຫວຽດນາມ ໄດ ຮ ບການຕ ລາຄາຈາກຫາງສຽງສາກ ນວ າໄດ ແລະພວມປະຕ ບ ດໜ າທ ສຳຄ ນປະທານອາຊຽນ ເປ ນຢ າງດ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ: ຫວຽດນາມ ເຄົາລົບຄວາມສາມັກຄີ ແລະການໜູນຊ່ວຍອັນລໍ້າຄ່າຈາກບັນດາປະເທດສະມາຊິກອາຊຽນ
ຫວຽດນາມ ໄດ ຮ ບການຕ ລາຄາຈາກຫາງສຽງສາກ ນວ າໄດ ແລະພວມປະຕ ບ ດໜ າທ ສຳຄ ນປະທານອາຊຽນ ເປ ນຢ າງດ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ມີ​ການ​ເຮັດ​ວຽກ​ກັບທ່ານຮອງນາຍົກລັດຖະມົນຕີ ສະຫະພັນລັດເຊຍ D.N. Chernushenko
ຫວຽດນາມ ໄດ ຮ ບການຕ ລາຄາຈາກຫາງສຽງສາກ ນວ າໄດ ແລະພວມປະຕ ບ ດໜ າທ ສຳຄ ນປະທານອາຊຽນ ເປ ນຢ າງດ
ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37. ພາບ:baochinhphu.vn

ສູນຄົ້ນຄວ້ານະໂຍບາຍສາທາລະນະ (CPPR) ຂອງອິນເດຍ ຕີລາຄາວ່າໃນຖານະຕຳແໜ່ງປະທານອາຊຽນ 2020, ຫວຽດນາມ ໄດ້ເຮັດໃຫ້ຫຼາຍບັນຫາສຳຄັນພົ້ນເດັ່ນຂຶ້ນ, ໃນນັ້ນຕ້ອງເວົ້າເຖິງເລື່ອງເສີມຂະຫຍາຍຄວາມເປັນເອກະພາບ ແລະສາມັກຄີຂອງອາຊຽນ, ຊຸກຍູ້ການເຊື່ອມຕໍ່ພາກພື້ນ, ເພີ່ມທະວີຄຳໝັ້ນສັນຍາແກ້ໄຂບັນດາບັນຫາທົ່ວໂລກ. ໃນບົດຂຽນທີ່ລົງຢູ່ໜ້າເວັບໄຊຂອງຕົນ, CPPR ຖືວ່າ ຄວາມເປັນເອກະພາບ ແລະສາມັກຄີຂອງອາຊຽນ ໄດ້ສະແດງໃຫ້ເຫັນຜ່ານຖະແຫຼງການຂອງປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ໃນທ້າຍເດືອນມີຖຸນາ ຜ່ານມາ.

ຕີລາຄາ ຫວຽດນາມ ແມ່ນສະມາຊິກຕັ້ງໜ້າຂອງອາຊຽນ ນັບແຕ່ເມື່ອຫວຽດນາມ ເຂົ້າເປັນສະມາຊິກໃນປີ 1995, ໜ້າເວັບໄຊ The ASEAN Post ຫາກໍ່ຢັ້ງຢືນຫວຽດນາມ “ບັນລຸໄດ້ບັນດາບາດກ້າວເດີນໃຫຍ່” ໃນການສະແດງໃຫ້ເຫັນບົດບາດຂອງຕົນທີ່ອາຊຽນ, ໂດຍສະເພາະແມ່ນການເປັນເຈົ້າການຮັບມືກັບພະຍາດໂຄວິດ-19, ນະໂຍບາຍຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະຄວາມໝັ້ນຄົງດ້ານການເມືອງ.

ທ່ານ Masataka Fujita, ເລຂາທິການໃຫຍ່ ສູນ ອາຊຽນ - ຍີ່ປຸ່ນ (AJC) ໄດ້ຕີລາຄາກ່ຽວກັບບົດບາດຂອງ ຫວຽດນາມ ດ້ວຍຖານະບົດບາດເປັນປະທານ ອາຊຽນ 2020. ທ່ານເລຂາທິການໃຫຍ່ Masataka Fujita ຕີລາຄາສູງບັນດາຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງ ຫວຽດນາມ ໃນບົດບາດເປັນປະທານ ອາຊຽນ ປີ 2020. ທ່ານເນັ້ນໜັກວ່າ ຫວຽດນາມ ໄດ້ຈັດຕັ້ງສຳເລັດກອງປະຊຸມຂອງ ອາຊຽນ ທຸກຄັ້ງ ແລະ ຖືວ່າ ປີ 2020 ແມ່ນປີພິເສດພໍສົມຄວນ ເມື່ອບັນດາປະເທດທັງໝົດລ້ວນແຕ່ຖືກຜົນສະທ້ອນຈາກໂລກລະບາດ. ເຖິງຢ່າງໃດກໍຕາມ, ໂດຍແມ່ນປະເທດປະສົບຜົນສຳເລັດໃນວຽກງານຄວບຄຸມໂລກລະບາດໂຄວິດ - 19, ຫວຽດນາມ ບໍ່ພຽງແຕ່ສາມາດນຳໜ້າໃນການຄວບຄຸມໂລກລະບາດເທົ່ານັ້ນ ຫາກຍັງມີການຟື້ນຟູຢ່າງແຮງໃນຂະນະທີ່ຫຼາຍປະເທດຍັງຕ້ອງຮັບມືກັບໂລກລະບາດ ດ້ວຍຄວາມລຳບາກ. ທ່ານ ກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງບັນດາມາດຕະການ ເຊິ່ງ ລັດຖະບານ ຫວຽດນາມ ໄດ້ຍົກອອກມາ ເພື່ອແນໃສ່ຟື້ນຟູເສດຖະກິດ ພາຍຫຼັງບັນດາຜົນກະທົບຫຍໍ້ທໍ້ຈາກໂລກລະບາດ.

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ເນື່ອງໃນໂອກາດດຳເນີນກອງປະຊຸມສຸດຍອດ ອາຊຽນ 37, ທ່ານນາງປະລິນຍາເອກ Hoo Chiew Ping ອາຈານລະດັບສູງກ່ຽວກັບການຄົ້ນຄວ້າຍຸດທະສາດ ແລະ ການພົວພັນສາກົນ, ມະຫາວິທະຍາໄລແຫ່ງຊາດ ມາເລເຊຍ ຖືວ່າ: ໂລກລະບາດໂຄວິດ-19 ໄດ້ເຮັດໃຫ້ຊີວິດທຸກດ້ານສັບສົນປົນແປ ແລະ ແມ່ນສິ່ງທ້າທາຍສຳລັບ ຫວຽດນາມ ໃນການຈັດຕັ້ງ, ປະສານງານບັນດາໂຄງການດຳເນີນງານໃນປີປະທານ ອາຊຽນ 2020. ໃນສະພາບການນັ້ນ, ພາຍໃຕ້ການປະສານງານຂອງ ຫວຽດນາມ, ບັນດາການເຈລະຈາ ແລະ ກອງປະຊຸມ ອາຊຽນ ລ້ວນແຕ່ໄດ້ດຳເນີນຕາມຮູບການທາງອອນລາຍ, ເໝາະສົມກັບສະພາບໂລກລະບາດຜັນແປຢ່າງສັບສົນ.

ຫວຽດນາມ ໄດ ຮ ບການຕ ລາຄາຈາກຫາງສຽງສາກ ນວ າໄດ ແລະພວມປະຕ ບ ດໜ າທ ສຳຄ ນປະທານອາຊຽນ ເປ ນຢ າງດ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ຫວຽດນາມ Konstantin Vnukov

ຍ​ສ​ໝ - ທ່ານນາຍົກລັດຖະມົນຕີ ສະແດງຄວາມປິຕິຊົມຊື່ນ ແລະ ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ລັດເຊຍ.

ຫວຽດນາມ ໄດ ຮ ບການຕ ລາຄາຈາກຫາງສຽງສາກ ນວ າໄດ ແລະພວມປະຕ ບ ດໜ າທ ສຳຄ ນປະທານອາຊຽນ ເປ ນຢ າງດ ສາກົນໄດ້ຕີລາຄາສູງ ບົດບາດເປັນປະທານອາຊຽນ 2020 ຂອງຫວຽດນາມ

ອາ​ຊຽນ ໄດ້​ຮັບ​ການ​ກຳ​ເນີດແຕ່​ປີ 1967 ແລະ ປາດຖະ​ໜາ ​ຢາກ​ສ້າງ​ສະ​ຫະ​ສະ​ມາ​ຄົມ ​​ທີ່​ເຕົ້າ​ໂຮມ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ທັງ​ໝົດ ​ເພື່ອ​ມຸ່ງ​ໄປ​ເຖິງ​ພາກ​ພື້ນ ​ສັນ​ຕິ​ພາບ-ເສ​ລີ-ວັດ​ທະ​ນາ​ຖາ​ວອນ.

ຫວຽດນາມ ໄດ ຮ ບການຕ ລາຄາຈາກຫາງສຽງສາກ ນວ າໄດ ແລະພວມປະຕ ບ ດໜ າທ ສຳຄ ນປະທານອາຊຽນ ເປ ນຢ າງດ ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງພິທີຖະຫວາຍທູບທຽນ ຢູ່ ສຸສານປະທານໂຮ່ຈີມິນ

ຍສໝ - ຕອນເຊົ້າວັນທີ 12 ພະຈິກ, ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງພິທີຖະຫວາຍທູບທຽນ ຢູ່ ສຸສານປະທານໂຮ່ຈີມິນ.

ໄຊພອນ

ເຫດການ
302 Found

Found

The document has moved here.