ຊຸກ​ຍູ້ວິ​ສາ​ຫະ​ກິດ​ໜູນ​ຊ່ວຍ​ຄົນ​ພິ​ການ​ເຊື່ອມ​ຕົວ​ເຂົ້າ​ກັບ​ສັງ​ຄົມ

15:40 | 23/10/2020

ຍ​ສ​ໝ - ບັນ​ດາ​ຜູ້​ແທນ​ໄດ້​ພ້ອມ​ກັນ​ສ້າງ​ຂໍ້​ສະ​ເໜີ​ລວມ​ກ່ຽວ​ກັບ​ການ​ຊຸກ​ຍູ້​ວິ​ສາ​ຫະ​ກິດ​ໜູນ​ຊ່ວຍ​ຄົນ​ພິ​ການ​ເຊື່ອມ​ຕົວ​ເຂົ້າ​ກັບ​ສັງ​ຄົມມຸ່ງ​ໄປ​ສູ່​ປະ​ຊາ​ຄົມ​ອາ​ຊຽນ​ສະ​ໜິດ​ຕິ​ດ​ພັນ ແລະ ເປັນ​ເຈົ້າ​ການ​ຮັບ​ມື.

ຊ ກ ຍ ວ ສາ ຫະ ກ ດ ໜ ນ ຊ ວຍ ຄ ນ ພ ການ ເຊ ອມ ຕ ວ ເຂ າ ກ ບ ສ ງ ຄ ມ ຫັນ​ເປັນ​ດີ​ຈີ​ຕອນ - ມາດ​ຕະ​ການ​ຊ່ວຍ​ວິ​ສາ​ຫະ​ກິດ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄ​ວິດ - 19 ແລະ ພັດ​ທະ​ນາ
ຊ ກ ຍ ວ ສາ ຫະ ກ ດ ໜ ນ ຊ ວຍ ຄ ນ ພ ການ ເຊ ອມ ຕ ວ ເຂ າ ກ ບ ສ ງ ຄ ມ ວິ​ສາ​ຫະ​ກິດ​ຫວຽດ​ນາມ 12 ແຫ່ງ ໄດ້​ສົ່ງ​ອອກ​ສິນ​ໃນ​ນ້ຳ​ເຂົ້າ​ອາ​ຣັບ​ບິ ຊາ​ອຸ​ດິ​ຄືນ​ໃໝ່
ຊ ກ ຍ ວ ສາ ຫະ ກ ດ ໜ ນ ຊ ວຍ ຄ ນ ພ ການ ເຊ ອມ ຕ ວ ເຂ າ ກ ບ ສ ງ ຄ ມ
ທ່ານ ຫງວຽນ​ວັນ​ໂຮ່ຍ, ຫົວ​ໜ້າ​ກົມອຸ​ປະ​ກາ​ລະ​ສັງ​ຄົມ (ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ຫວຽດ​ນາມ) (ພາບ: TTXVN)

ຕອນ​ເຊົ້າ​ວັນ​ທີ 22 ຕຸ​ລາ, ໄດ້​ດຳ​ເນີນກອງ​ປະ​ຊຸມ​ທາງ​ອອນ​ລາຍ​ຄັ້ງ​ທີ 4 ຂອງ​ເຄືອ​ຂ່າຍ​ບັນ​ດາ​ນັກ​ຊ​່ຽວ​ຊານ ​ກ່ຽວ​ກັບ​ເລື່ອງວິ​ສາ​ຫະ​ກິດ​ໜູນ​ຊ່ວຍ​ຄົນ​ພິ​ການ​ເຊື່ອມ​ຕົວ​ເຂົ້າ​ກັບ​ສັງ​ຄົມ ຢູ່​ບັນ​ດາ​ປະ​ເທດ​ອາ​ຊຽນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 10 ປະ​ເທດ ສະ​ມາ​ຊິກ ອາ​ຊຽນ, ຄະ​ນະ​ເລ​ຂາ​ອາ​ຊຽນ, ບັນ​ດາ​ຄູ່​ຮ່ວມ​ມື ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ກ່ຽວ​ຂ້ອງ. ກອງ​ປະ​ຊຸມ​ໂດຍ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ຫວຽດ​ນາມເປັນ​ປະ​ທານ​ ຈັດ​ຂຶ້ນຢູ່ ​ສະ​ຖ​ານ​ທີ່ເຊື່ອມຕໍ່ຮ່າ​ໂນ້ຍ.

ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຂຶ້ນ​ກັບແຜນ​ຍຸ​ດທະ​ສາດ ອາ​ຊຽນ​ກ່ຽວ​ກັບ​ສະ​ຫວັດ​ດີ​ການ​ສັງ​ຄົມ ແລະ ການພັດ​ທະ​ນາ ເຊິ່ງ ຫວຽດ​ນາມ​ ​ເປັນ​ປະ​ທານ​ເຄືອ​ຂ່າຍ​ບັນ​ດາ​ນັກ​ຊ່ຽວ​ຊານ​ກ່ຽວ​ກັບເລື່ອງ ວິ​ສາ​ຫະ​ກິດ​ໜູນ​ຊ່ວຍຄົນ​ພິ​ການ​ເຊື່ອມ​ຕົວ​ເຂົ້າ​ກັບ​ສັງ​ຄົມ ໄລ​ຍະ 2020 – 2021.

ດ້ວຍ​ຫົວ​ຂໍ້ “ຊຸກ​ຍູ້​ວິ​ສາ​ຫະ​ກິດ ໜູ​ນ​ຊ່ວຍຄົນ​ພິ​ການເຊື່ອມ​ຕົວ​ເຂົ້າ​ກັບ​ສັງ​ຄົມມ​ຸ່ງ​ໄປ​ສູ່​ປະ​ຊາ​ຄົມ​ອາ​ຊຽນ​ທີ່​ສະ​ໜິ​ດ​ຕິດ​ພັນ ແລະ ເປັນ​ເຈົ້າ​ການ​ຮັບ​ມື”. ຫວຽດ​ນາມ​ຫວັງ​ວ່າ ຈະ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສືບ​ຕໍ່​ມີ​ບັນ​ດາ​ການ​ກະ​ທຳ​ລະ​ອຽດ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​​ຄົນ​ພິ​ການ​ເຊື່ອມ​ຕົວ​ເຂົ້າ​ກັບ​ສັງ​ຄົມ ຢ່າງ​ມີ​ປະ​ສິດ​ທິ​ຜົນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ, ທ່ານ ຫງວຽນ​ວັນ​ໂຮ່ຍ, ຫົວ​ໜ້າ​ກົມອຸ​ປະ​ກາ​ລະ​ສັງ​ຄົມ (ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ຫວຽດ​ນາມ) ໃຫ້​ຮູ້​ວ່າ:

ທຸກ​ໆປະ​ເທດ​ອາ​ຊຽນ ລ້ວນ​ແຕ່​ມີ​ຄວາມ​ປ​າດ​ຖະ​ໜາ​ຢາກ​ໃຫ້ບັນ​ດາ​ວິ​ສາ​ຫະ​ກິດ​ມີ​ຄວາມ​ຮັ​ບ​ຜິດ​ຊອບ​ຕໍ່​ຄົນ​ພິ​ການ. ນີ້​ກ​ໍ່​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ເພີ່ມ​ຄຸນ​ຄ່າ​ຂອງ​ຕົນ​ສຳ​ລັບ​ປະ​ຊາ​ຄົມ, ພິ​ເສດ​ແມ່ນ​ສຳ​ລັບ​ບັນ​ດາ​ເປົ້າ​ໝາຍ​ທີ່​ມີ​ຄວາມ​ສ່ຽງ​ສູງ​ກ່​ວາ​ໝູ່. ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ບັນ​ດາ​ປະ​ເທດ ອາ​ຊຽນ​ໄດ້​ສະເໜີ​ແນະ​ບັນ​ດາ​ປະ​ເທດ ກວດ​ກາ​ຄືນ​ໃໝ່​ນະ​ໂຍ​ບາຍ​ດ້ານ​ກົດ​ໝາຍ​ເພື່ອ​ເພີ່ມ​ທະ​ວີ​ບັນ​ດາ​ການ​ໜູນ​ຊ່ວຍ ແລະ ເພີ່ມ​ທະ​ວີ​ບົດ​ບາດ​ຄວາມ​ຮັບ​ຜິດ​ຊອບ​ຂອງວິ​ສາ​ຫະ​ກິດ​ຕໍ່​ບັນ​ດາ​ກຸ່ມ​ຄົນ​ພິ​ການ ແລະ ບັນ​ດາ​ກຸ່ມ​ເປົ້າ​ໝາຍ​ທີ່​ມີ​ຄວາມ​ສ່ຽງ​ສູງ​ກ່​ວາ​ໝູ່. ທີ​ສອງ​ແມ່ນ​ສ້າງ​ບັນ​ດາ​ໂຄງ​ການ ແລະ ນະ​ໂຍ​ບາຍ​ຊຸກ​ຍູ້​ການ​ໜູນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ເຊິ່ງ​ຢູ່ນີ້​ແມ່ນ​ຕ້ອງ​ມີ​ບັນ​ດາ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ສຳ​ລັບ​ວິ​ສາ​ຫະ​ກິດ​ທີ່​ເລືອກ​ເອົາ​ຄົນ​ພິ​ການ​ເຂົ້າ​ເຮັດ​ວຽກ. ເນື່ອງ​ໃນ​ໂອ​ກາດນີ້, ບັນ​ດາ​ຜູ້​ແທນ​ໄດ້​ພ້ອມ​ກັນ​ສ້າງ​ຂໍ້​ສະ​ເໜີ​ລວມ​ກ່ຽວ​ກັບ​ການ​ຊຸກ​ຍູ້​ວິ​ສາ​ຫະ​ກິດ​ໜູນ​ຊ່ວຍ​ຄົນ​ພິ​ການ​ເຊື່ອມ​ຕົວ​ເຂົ້າ​ກັບ​ສັງ​ຄົມມຸ່ງ​ໄປ​ສູ່​ປະ​ຊາ​ຄົມ​ອາ​ຊຽນ​ສະ​ໜິດ​ຕິ​ດ​ພັນ ແລະ ເປັນ​ເຈົ້າ​ການ​ຮັບ​ມື.

ຊ ກ ຍ ວ ສາ ຫະ ກ ດ ໜ ນ ຊ ວຍ ຄ ນ ພ ການ ເຊ ອມ ຕ ວ ເຂ າ ກ ບ ສ ງ ຄ ມ LAOVIET Bank ສະ​ໜອງ​ເງິນ 30ລ້ານ USD ໃຫ້​ແກ່​ວິ​ສາ​ຫະ​ກິດ ລາວ

ຍ​ສ​ໝ - ບ້ວງ​ເງິນ​ກູ້​ຢຶມ​ດັ່ງ​ກ່າວ​ຈະ​ໄດ້​ນຳ​ໃຊ້​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ຂອງ ບໍ​ລິ​ສັດ Oceano ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ລາວ,

ຊ ກ ຍ ວ ສາ ຫະ ກ ດ ໜ ນ ຊ ວຍ ຄ ນ ພ ການ ເຊ ອມ ຕ ວ ເຂ າ ກ ບ ສ ງ ຄ ມ ທ້ອງ​ຖິ່ນ ລັດ​ເຊຍ​ຍົກ​ສູງ​ຄວາມ​ຫວັງ​ຮ່ວມ​ມື​ທາງ​ການ​ຄ້າ ກັ​ບ​ວິ​ສາ​ຫະ​ກິດ ຫວຽດ​ນາມ

ຍ​ສ​ໝ - ກອງ​ປະ​ຊຸມ​ສຳ​ມະ​ນາ​ທາງ​ອອນ​ລາຍ ນອນ​ໃນ​ຂອບ​ເຂດ​ໂຄງ​ການ​ແຫ່ງ​ຊາດ ຂອງ ສະ​ຫະ​ພັນ ລັດ​ເຊຍ ທີ່​ມີ​ຊື່​ວ່າ “ການ​ໜູນ​ຊ່ວຍ​ຂໍ້​ລິ​ເລີ່ມ​ດຳ​ເນີນ​ທຸ​ລະ​ກິດ​ສ່ວນ​ຕົ​ວ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ​ແລະ​ກາງ”.

ຊ ກ ຍ ວ ສາ ຫະ ກ ດ ໜ ນ ຊ ວຍ ຄ ນ ພ ການ ເຊ ອມ ຕ ວ ເຂ າ ກ ບ ສ ງ ຄ ມ ຫັນ​ເປັນ​ດີ​ຈີ​ຕອນ - ມາດ​ຕະ​ການ​ຊ່ວຍ​ວິ​ສາ​ຫະ​ກິດ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄ​ວິດ - 19 ແລະ ພັດ​ທະ​ນາ

ຕອນບ່າຍວັນທີ 16 ຕຸລາ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ໄດ້ຈັດຕັ້ງເວທີປາໄສ Start up ອາຊຽນ 2020 ດ້ວຍຫົວຂໍ້ “ເວທີປປາໄສ Start up - ກາລະໂອກາດໃໝ່ໃນຍຸກສະໄໝຫັນເປັນດີຈີຕອນ”.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.