| GDP ໄຕມາດ II/2026 ຂະຫຍາຍຕົວດີ, ຄາດຄະເນບັນລຸ 8,39% | |
| ແຜ່ຂະຫຍາຍຄວາມງົດງາມທາງມູນເຊື້ອ ຫວຽດນາມ ໄປສູ່ປະຊາຊົນ North Macedonia |
ນອກຈາກການດຶງດູດໂຄງການລົງທຶນໃໝ່ແລ້ວ, ນະຄອນເກິ່ນເທີຍັງມຸ່ງສ້າງຮູບແບບການຮ່ວມມືທີ່ເລິກເຊິ່ງໃນດ້ານວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດິຈິຕອນ, ເພື່ອສ້າງຮາກຖານໃຫ້ແກ່ການເຕີບໂຕຢ່າງຍືນຍົງໃນໄລຍະໃໝ່.
ເນື້ອໃນດັ່ງກ່າວເປັນຈຸດສຸມຂອງການພົບປະເຮັດວຽກລະຫວ່າງການນຳນະຄອນເກິ່ນເທີ ກັບຄະນະປະຕິບັດງານ ສ.ເກົາຫຼີ ນຳໂດຍທ່ານ Kim Hak Min, ປະທານຄະນະກຳມະການຈັນຍາບັນ ສ.ເກົາຫຼີ. ສອງຝ່າຍໄດ້ແລກປ່ຽນກ່ຽວກັບໂອກາດຮ່ວມມືໃນຂົງເຂດວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ສິ່ງແວດລ້ອມ, ໂລຈິສຕິກ ແລະ ກະສິກຳເຕັກໂນໂລຊີສູງ.
ພື້ນທີ່ພັດທະນາໃໝ່ຫຼັງການລວມເຂດປົກຄອງ
ກ່າວໃນການພົບປະ, ທ່ານ ຫງວຽນວັນເຄີຍ, ຮອງປະທານຄະນະກຳມະການປະຊາຊົນນະຄອນເກິ່ນເທີ ໃຫ້ຮູ້ວ່າ ພາຍຫຼັງການຂະຫຍາຍເຂດບໍລິຫານ, ນະຄອນມີເນື້ອທີ່ຫຼາຍກວ່າ 6.360 ຕາຕະລາງກິໂລແມັດ, ປະຊາກອນຫຼາຍກວ່າ 3,2 ລ້ານຄົນ ແລະ ມີ 103 ຫົວໜ່ວຍບໍລິຫານຂັ້ນຕາແສງ. ນະຄອນຍັງຄົງບົດບາດເປັນສູນກາງດ້ານເສດຖະກິດ, ວິທະຍາສາດ - ເຕັກໂນໂລຊີ, ການສຶກສາ ແລະ ໂລຈິສຕິກຂອງເຂດທົ່ງພຽງແມ່ນ້ຳຂອງ.
ດ້ວຍພື້ນທີ່ພັດທະນາທີ່ກວ້າງຂວາງຂຶ້ນ, ເກິ່ນເທີກຳລັງສຸມໃສ່ສ້າງລະບົບນິເວດນະວັດຕະກຳ, ພັດທະນາປັນຍາປະດິດ, ເຕັກໂນໂລຊີດິຈິຕອນ, ເຕັກໂນໂລຊີເຄິ່ງຊັກນຳໄຟຟ້າ, ສູນຂໍ້ມູນ ແລະ ຕົວເມືອງອັດສະລິຍະ. ຂົງເຂດເຫຼົ່ານີ້ຖືເປັນແຮງຂັບເຄື່ອນໃໝ່ ເພື່ອຍົກສູງຄວາມສາມາດແຂ່ງຂັນ ແລະ ບົດບາດຂອງນະຄອນໃນພາກພື້ນ.
ທ່ານ ຫງວຽນວັນເຄີຍ ໃຫ້ຮູ້ວ່າ ປັດຈຸບັນ ສ.ເກົາຫຼີ ເປັນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງເກິ່ນເທີ. ນັກລົງທຶນ ສ.ເກົາຫຼີ ມີ 14 ໂຄງການລົງທຶນໂດຍກົງຢູ່ນະຄອນ, ດ້ວຍທຶນຈົດທະບຽນລວມປະມານ 316 ລ້ານໂດລາສະຫະລັດ, ສ່ວນໃຫຍ່ຢູ່ໃນຂົງເຂດອຸດສາຫະກຳປຸງແຕ່ງ, ການຜະລິດ, ການຄ້າ, ບໍລິການ ແລະ ໂລຈິສຕິກ.
ບັນດາໂຄງການດັ່ງກ່າວບໍ່ພຽງແຕ່ຊ່ວຍຊຸກຍູ້ການເຕີບໂຕທາງເສດຖະກິດ, ແຕ່ຍັງປະກອບສ່ວນຖ່າຍທອດເຕັກໂນໂລຊີ, ຍົກສູງຄຸນນະພາບບຸກຄະລາກອນ ແລະ ຂະຫຍາຍການເຊື່ອມໂຍງລະຫວ່າງວິສາຫະກິດພາຍໃນປະເທດກັບນັກລົງທຶນສາກົນ.
ຈຸດເດັ່ນໜຶ່ງຂອງການຮ່ວມມືສອງຝ່າຍແມ່ນສູນບົ່ມເພາະເຕັກໂນໂລຊີອຸດສາຫະກຳຫວຽດນາມ - ສ.ເກົາຫຼີ (KVIP). ພາຍຫຼັງດຳເນີນງານມາເກືອບ 11 ປີ, KVIP ໄດ້ກາຍເປັນຮູບແບບການຮ່ວມມືທີ່ໂດດເດັ່ນໃນການຊ່ວຍເຫຼືອວິສາຫະກິດປ່ຽນໃໝ່ເຕັກໂນໂລຊີ, ຖ່າຍທອດເຕັກນິກ ແລະ ພັດທະນາບຸກຄະລາກອນຄຸນນະພາບສູງ, ສ້າງພື້ນຖານສຳລັບການຮ່ວມມືໃນຂົງເຂດເຕັກໂນໂລຊີໃໝ່.
![]() |
| ຄະນະປະຕິບັດງານ ສ.ເກົາຫຼີ ຢ້ຽມຊົມສວນບົ່ມເພາະພັນເຕັກໂນໂລຊີອຸດສາຫະກຳ ຫວຽດນາມ - ສ.ເກົາຫຼີ (KVIP), ຮູບແບບການຮ່ວມມືແບບຢ່າງລະຫວ່າງສອງປະເທດຢູ່ທີ່ ເກີນເທີ. |
ຈາກປັນຍາປະດິດສູ່ການພັດທະນາໂລຈິສຕິກ
ບົນພື້ນຖານຜົນການຮ່ວມມືທີ່ບັນລຸມາ, ເກິ່ນເທີໄດ້ສະເໜີບັນດາຂົງເຂດບຸລິມະສິດໃນການຮ່ວມມືກັບ ສ.ເກົາຫຼີ ໃນໄລຍະຕໍ່ໜ້າ. ໃນນັ້ນ, ນະຄອນມຸ່ງດຶງດູດການລົງທຶນເຂົ້າໃນການພັດທະນາໂຄງລ່າງໂລຈິສຕິກທີ່ທັນສະໄໝ, ຄັງສິນຄ້າອັດສະລິຍະ, ທ່າບົກ, ສູນກະຈາຍສິນຄ້າ ແລະ ໂຄງການອຸດສາຫະກຳເຕັກໂນໂລຊີສູງທີ່ເປັນມິດກັບສິ່ງແວດລ້ອມ, ເພື່ອເພີ່ມຄວາມສາມາດເຊື່ອມຕໍ່ຂອງສູນກາງເຂດທົ່ງພຽງແມ່ນ້ຳຂອງ.
ພ້ອມກັນນັ້ນ, ນະຄອນຍັງໃຫ້ຄວາມສຳຄັນກັບການນຳໃຊ້ປັນຍາປະດິດ (AI), ເຕັກໂນໂລຊີຊີວະພາບ, ລະບົບອັດຕະໂນມັດ ແລະ ເຕັກໂນໂລຊີຫຼັງການເກັບກ່ຽວໃນການຜະລິດກະສິກຳ, ແນໃສ່ຍົກສູງຜົນຜະລິດ, ຄຸນນະພາບ ແລະ ມູນຄ່າເພີ່ມຂອງຜະລິດຕະພັນກະສິກຳ. ທິດທາງນີ້ສອດຄ່ອງກັບທ່າແຮງຂອງເກິ່ນເທີ ແລະ ເປົ້າໝາຍປ່ຽນຮູບແບບການເຕີບໂຕໄປສູ່ຄວາມເປັນສີຂຽວ, ທັນສະໄໝ ແລະ ຍືນຍົງ.
ທາງຝ່າຍ ສ.ເກົາຫຼີ, ທ່ານ Kim Hak Min ໄດ້ຕີລາຄາສູງທິດທາງພັດທະນາວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຜະລິດຊິບເຄິ່ງຊັກນຳໄຟຟ້າ, ການປົກປ້ອງສິ່ງແວດລ້ອມ ແລະ ກະສິກຳເຕັກໂນໂລຊີສູງຂອງເກິ່ນເທີ. ທ່ານໃຫ້ຮູ້ວ່າ ຄະນະປະຕິບັດງານຈະສືບຕໍ່ປະສານງານກັບບັນດາອົງການຂອງນະຄອນ ເພື່ອຄົ້ນຄວ້າ ແລະ ສ້າງໂຄງການຮ່ວມມືທີ່ລະອຽດ, ມຸ່ງໃຫ້ບັນລຸຜົນອັນເປັນຮູບປະທຳແກ່ທັງສອງຝ່າຍ.
![]() |
| ທ່ານ ຫງວຽນຕວນແອງ (Nguyễn Tuấn Anh), ຮອງເລຂາຄະນະພັກ ນະຄອນ ເກີນເທີ ສະເໜີໃຫ້ເປີດກວ້າງການຮ່ວມມືເຂົ້າສູ່ຄວາມເປັນຈິງຢ່າງແທ້ຈິງກັບບັນດາຄູ່ຮ່ວມມື ສ.ເກົາຫຼີ ພາຍໃນບັນດາຂົງເຂດເຕັກໂນໂລຊີສູງ ແລະ ການຂະຫຍາຍຕົວຢ່າງຍືນຍົງ. |
KVIP ສ້າງຮາກຖານໃຫ້ການຮ່ວມມືໄລຍະໃໝ່
ນອກເໜືອຈາກບັນດາທິດທາງຮ່ວມມືໃໝ່, ຄວາມສຳພັນລະຫວ່າງເກິ່ນເທີ ແລະ ສ.ເກົາຫຼີ ຍັງມີພື້ນຖານຈາກຜົນງານຕົວຈິງຂອງສູນບົ່ມເພາະເຕັກໂນໂລຊີອຸດສາຫະກຳຫວຽດນາມ - ສ.ເກົາຫຼີ (KVIP), ຊຶ່ງເປັນຮູບແບບການຮ່ວມມືຮອບດ້ານລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານ ສ.ເກົາຫຼີ ໃນຂົງເຂດວິທະຍາສາດ - ເຕັກໂນໂລຊີ.
ໃນຂອບເຂດການຢ້ຽມຢາມ, ຄະນະປະຕິບັດງານ ສ.ເກົາຫຼີ ໄດ້ເຂົ້າຢ້ຽມຊົມ KVIP ເພື່ອຮັບຮູ້ກ່ຽວກັບວຽກງານຄົ້ນຄວ້າ, ການບົ່ມເພາະວິສາຫະກິດ ແລະ ການຖ່າຍທອດເຕັກໂນໂລຊີ. ຕະຫຼອດເກືອບ 11 ປີຂອງການດຳເນີນງານ, KVIP ໄດ້ຊ່ວຍເຫຼືອວິສາຫະກິດ 11 ແຫ່ງໃນການເຂົ້າຮ່ວມບົ່ມເພາະ, ຊ່ວຍວິສາຫະກິດ 20 ແຫ່ງຄົ້ນຄວ້າພັດທະນາຜະລິດຕະພັນໃໝ່ ແລະ ກຳລັງຮັບເອກະສານສະໝັກເຂົ້າຮ່ວມບົ່ມເພາະອີກ 5 ຊຸດ.
ພ້ອມກັນນັ້ນ, KVIP ຍັງໄດ້ຮອງຮັບນັກສຶກສາ, ວິສາຫະກິດ ແລະ ບັນດາມະຫາວິທະຍາໄລ ລວມຫຼາຍກວ່າ 3.000 ເທື່ອຄົນ ໃຫ້ເຂົ້ານຳໃຊ້ລະບົບອຸປະກອນ ເພື່ອຮັບໃຊ້ການຄົ້ນຄວ້າວິທະຍາສາດ, ພັດທະນາຜະລິດຕະພັນ ແລະ ຝຶກອົບຮົມພາກປະຕິບັດ.
ປັດຈຸບັນ, KVIP ກຳລັງດຳເນີນໂຄງການ ODA ວ່າດ້ວຍ “ການສະໜັບສະໜູນການນຳໃຊ້ເຄື່ອງຈັກໃນກະສິກຳຫວຽດນາມ ຢູ່ນະຄອນເກິ່ນເທີ” ໂດຍທຶນຊ່ວຍເຫຼືອລ້າຈາກລັດຖະບານ ສ.ເກົາຫຼີ. ຂະນະດຽວກັນ, ສູນຍັງເຂົ້າຮ່ວມເຄືອຂ່າຍຜູ້ເລີ່ມຕົ້ນທຸລະກິດໃນເຂດທົ່ງພຽງແມ່ນ້ຳຂອງ, ເຊື່ອມໂຍງສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ຜູ້ຊ່ຽວຊານ ເພື່ອສະໜັບສະໜູນວິສາຫະກິດໃນການຄົ້ນຄວ້າ ແລະ ປ່ຽນໃໝ່ເຕັກໂນໂລຊີ.
ໃນໄລຍະຕໍ່ໜ້າ, KVIP ຈະສືບຕໍ່ຂະຫຍາຍກິດຈະກຳບົ່ມເພາະ, ໂດຍໃຫ້ບຸລິມະສິດຂົງເຂດທີ່ສອດຄ່ອງກັບທິດທາງພັດທະນາຂອງນະຄອນ ແລະ ພາກພື້ນ ເຊັ່ນ ເຕັກໂນໂລຊີປຸງແຕ່ງຜະລິດຕະພັນກະສິກຳ - ສັດນ້ຳ, ກົນຈັກການຜະລິດ, ເຕັກໂນໂລຊີຂໍ້ມູນຂ່າວສານ, ເຕັກໂນໂລຊີຊີວະພາບ, ສິ່ງແວດລ້ອມ, ພະລັງງານ ແລະ ກະສິກຳເຕັກໂນໂລຊີສູງ.
ສູນດັ່ງກ່າວຖືກຄາດຫວັງວ່າຈະສືບຕໍ່ມີບົດບາດເປັນໜຶ່ງໃນກຳລັງຫຼັກ ໃນການຊຸກຍູ້ລະບົບນິເວດນະວັດຕະກຳຂອງເກິ່ນເທີໃຫ້ພັດທະນາຢ່າງແຂງແຮງຍິ່ງຂຶ້ນໃນໄລຍະໃໝ່.
| ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ ຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ຍສໝ - ໃນຕອນເຊົ້າວັນທີ 2 ມິຖຸນາ, ຢູ່ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດຕ້ອນຮັບ ທ່ານ Choi Young Sam, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສ.ເກົາຫຼີ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດວາລະການດຳລົງຕຳແໜ່ງທາງການທູດ ຢູ່ ຫວຽດນາມ. |
| ເຊີດຊູ ແລະ ເຜີຍແຜ່ຄຸນຄ່າດ້ານມະນຸດສະທຳ ຂອງແນວຄິດ ໂຮ່ຈີມິນ ຢູ່ ສ.ເກົາຫຼີ ຍສໝ - ການເຊີດຊູ ປະທານ ໂຮ່ຈີມິນ ຢູ່ ສ.ເກົາຫຼີ ບໍ່ພຽງແຕ່ມີຄວາມໝາຍຄວາມສຳຄັນ ຕໍ່ກັບປະຊາຄົມຊາວຫວຽດນາມ ທີ່ອາໄສຢູ່ຫ່າງໄກຈາກບ້ານເກີດເມືອງນອນເທົ່ານັ້ນ, ແຕ່ຍັງແມ່ນໂອກາດເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມເຫັນອົກເຫັນໃຈ ແລະ ຄວາມຜູກພັນ ລະຫວ່າງ ປະຊາຊົນສອງປະເທດ ຫວຽດນາມ - ສ.ເກົາຫຼີ ບົນພື້ນຖານຄຸນຄ່າລວມ ກ່ຽວກັບສັນຕິພາບ, ການຮ່ວມມື ແລະ ການພັດທະນາ. |
ມີງດຶກ

