ຍສໝ - ໃນຕອນຄ່ຳວັນທີ 15 ກໍລະກົດ, ນະຄອນ ເຄິ່ນເທີ ໄດ້ຈັດຕັ້ງແຜນງານພົບປະສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ຟີລິບປິນ ຄົບຮອບ 50 ປີ (12/7/1976 - 12/7/2026) ຢ່າງສະຫງ່າຜ່າເຜີຍ.
ຍສໝ - ຂະຫຍາຍການເຊື່ອມຕໍ່ນັບຕັ້ງແຕ່ບັນດາຕົວເມືອງໃຫຍ່ ໄປຮອດຊຸມຊົນທ້ອງຖິ່ນ ແລະ ເຂດຫ່າງໄກສອກຫຼີກ; ເສີມຂະຫຍາຍບັນດາຊ່ອງທາງການທູດປະຊາຊົນ ເພື່ອເຊື່ອມຕໍ່ສະມາຄົມວິສາຫະກິດ, ຜູ້ເລີ່ມຕົ້ນທຸລະກິດ (Start-up) ແລະ ທ້ອງຖິ່ນ, ສະໜັບສະໜູນການຮ່ວມມືພາຍໃນຂົງເຂດກະສິກຳເຕັກໂນໂລຊີສູງ, ເສດຖະກິດດິຈິຕອນ; ສ້າງຕັ້ງບັນດາເຄືອຂ່າຍໃຫ້ແກ່ຜູ້ນຳໜຸ່ມ, ນັກວິຊາການໜຸ່ມ ແລະ ນັກທຸລະກິດຂອງສອງປະເທດ, ຊຸກຍູ້ບັນດາຂໍ້ລິເລີ່ມກ່ຽວກັບການສຶກສາ, ຄວາມສາມາດດ້ານດິຈິຕອນ ແລະ ການຂະຫຍາຍຕົວຢ່າງຍືນຍົງ. ນັ້ນແມ່ນ 3 ບຸລິມະສິດ ແນໃສ່ຊຸກຍູ້ສາຍພົວພັນປະຊາຊົນ ຫວຽດນາມ - ຟີລິບປິນ ເຊິ່ງທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສະເໜີຢູ່ທີ່ແຜນງານ ພົບປະມິດຕະພາບສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ຟີລິບປິນ ໃນວັນທີ 10 ກໍລະກົດ ຢູ່ທີ່ຮາໂນ້ຍ.
ຍສໝ - ຕອບສຳພາດຕໍ່ ວາລະສານ ຍຸກສະໄໝ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ຟີລິບປິນ ຄົບຮອບ 50 ປີ (12/7/1976 - 12/7/2026), ທ່ານ Francisco Noel R. Fernandez III ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ ຖືວ່າ, ການຍົກລະດັບສາຍພົວພັນຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດທີ່ໄດ້ຮັບການເພີ່ມທະວີ ໄດ້ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນຂອງສອງຝ່າຍພາຍໃນການສືບຕໍ່ຍົກລະດັບການແລກປ່ຽນ ແລະ ການຮ່ວມມືພາຍໃນບັນດາຂົງເຂດການເມືອງ, ເເສດຖະກິດ, ວັດທະນະທຳ, ຜ່ານນັ້ນນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ແລະ ວິສາຫະກິດຂອງສອງປະເທດ.
ຍສໝ - ພາຍໃນຕອນບ່າຍວັນທີ 3/6, ຢູ່ທີ່ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ (Phan Văn Giang), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບທ່ານພົນເອກ Romeo Brawner Junior, ເສນາທິການໃຫຍ່ ກອງທັບຟິລິບປິນ ທີ່ພວມມີການຢ້ຽມຢາມຢ່າງເປັນທາງການ ຢູ່ທີ່ປະເທດຫວຽດນາມ.
ຍສໝ - ສຳນັກຂ່າວ ແລະ ອົງການສື່ມວນຊົນຫຼາກຫຼາຍແຫ່ງຂອງຟິລິບປິນ ໄດ້ເນັ້ນໜັກເຖິງຄວາມໝາຍທາງດ້ານປະຫວັດສາດ ແຫ່ງການຢ້ຽມຢາມທາງລັດຖະກິດ ຢູ່ທີ່ປະເທດຟິລິບປິນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm).
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ໄດ້ເດີນທາງອອກຈາກນະຄອນຫຼວງມານີລາ, ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຢູ່ທີ່ປະເທດຟິລິບປິນ ຢ່າງຈົບງາມ.
ຍສໝ - ຕອນບ່າຍວັນທີ 25 ມີນາ, ທ່ານ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໂອ້ລົມທາງໂທລະສັບກັບທ່ານນາງ Maria Theresa Lazaro, ລັດຖະມົນຕີກະຊວງການຕ່າງປະເທດ ຟີລິບປິນ ເພື່ອປຶກສາຫາລືກ່ຽວກັບການພົວພັນສອງຝ່າຍລະຫວ່າງຫວຽດນາມ ແລະ ຟີລິບປິນ ແລະ ບັນຫາພາກພື້ນຈຳນວນໜຶ່ງທີ່ທັງສອງຝ່າຍມີຄວາມສົນໃຈ.
ຍສໝ - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ 35 ຢູ່ Berlin, ສາທາລະນະລັດສະຫະພັນ ເຢຍລະມັນ ແຕ່ວັນທີ 3-5 ກໍລະກົດ 2025, ຄະນະຜູ້ແທນຫວຽດນາມ ລວມມີ ສະມາຊິກຂອງເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີລົບ 35 ຄົນ ແລະ ນັກທຸລະກິດຜູ້ຍິງ 30 ຄົນຂຶ້ນກັບເຄືອຂ່າຍການນຳເປັນແມ່ຍິງ WeLead (ຫວຽດນາມ) ໄດ້ມີໂຄງການເຮັດວຽກ ເພື່ອເຊື່ອມຕໍ່ທຸລະກິດກັບບັນດາຄະນະຜູ້ແທນ ຟີລິບປິນ ແລະ ກາຊັກສະຖານ.
ຍສໝ - ບັນດາຫນັງສືພິມແຖວໜ້າຂອງ ຟີລິບປິນ ແລະ ອິນໂດເນເຊຍ ຫາກກໍມີບັນດາບົດຄວາມແນະນຳ, ຍ້ອງຍໍອາຫານທີ່ຫຼາກຫຼາຍ, ເປັນເອກະລັກສະເພາະຢູ່ 2 ນະຄອນຂອງ ຫວຽດນາມ ຄື: ນະຄອນ ໂຮ່ຈີມິນ ແລະ ນະຄອນ ດານັງ.
ຍສໝ - ເນື່ອງໃນໂອກາດເຂົ້າຮ່ວມ ADMM ວົງແຄບ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຫງວຽນເຕີນເກືອງ ໄດ້ມີການພົບປະສອງຝ່າຍກັບຄູ່ຮ່ວມມືຍຸດທະສາດ ອິນໂດເນເຊຍ ແລະ ຟີລິບປິນ ເພື່ອຊຸກຍູ້ການພົບພະແລກປ່ຽນ, ການຮ່ວມມືດ້ານປ້ອງກັນຊາດ.
ຍສໝ - ໃນ ເວລາ 9:30 ໂມງຂອງວັນທີ 7 ທັນວານີ້, ຖ້ຽວບິນທຳອິດໝາຍເລກ 5J 5756 ຈາກນະຄອນຫຼວງມະນີລາ (ຟີລິບປິນ) ໄດ້ລົງຈອດຢູ່ສະໜາມບິນສາກົນດ່ານັງ, ໄດ້ນຳເອົາຜູ້ໂດຍສານຟີລິບປິນ 177 ຄົນໄປຢ້ຽມຢາມ ແລະ ປະສົບກັບການບໍລິການທ່ອງທ່ຽວຢູ່ຖະໜົນດານັງ.
ຫວຽດນາມ-ຟີລິບປິນ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ
ຕອນບ່າຍວັນທີ 7 ພະຈິກ, ທ່ານພົນຕີ Bartolome Vicente Bacarro, ຫົວໜ້າເສນາທິການບັນດາກໍາລັງປະກອບອາວຸດຟີລິບປີນ ໄດ້ເປັນປະທານພິທີຕ້ອນຮັບທ່ານພົນໂທ ຫງວຽນເຕິນເກືອງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.
ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ຮຽງບ່າຮຽງໄຫຼ່ພ້ອມກັບລັດຖະບານ, ປະຊາຊົນ ຟີລິບປິນ ດ້ວຍຈິດໃຈຮ່ວມມື, ມິດຕະພາບ.
ຍສໝ - ງານວາງສະແດງ “ຫວຽດນາມ - ຟີລິບປິນ: ສີສັນວັດທະນະທຳ” ໄດ້ດຳເນີນຢູ່ຫໍພິພິທະພັນວິຈິດສິນຫວຽດນາມ (ບາດີງ, ຮ່າໂນ້ຍ) ແຕ່ວັນທີ 8 – 13 ທັນວາ 2021.
ຍສໝ - ໄລ່ຮອດວັນທີ 2 ກໍລະກົດ, ຫວຽດນາມໄດ້ສົ່ງອອກເຂົ້າສານໄປຍັງປະເທດຟີລິບປິນປະມານ 1.126 ລ້ານໂຕນ, ກວມ 87% ຂອງປະລິມານການນຳເຂົ້າເຂົ້າສານທັງໝົດຂອງຟີລິບປິນໃນ 6 ເດືອນຕົ້ນປີ 2021.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ສຳນັກງານໃຫຍ່ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ຢູ່ຮ່າໂນ້ຍ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟື່ອງງາ - ປະທານ VUFO ໄດ້ຕ້ອນຮັບທ່ານ Meynardo Los Banos Montealegre - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ຟີລິບປິນ ປະຈຳຫວຽດນາມ ເນື່ອງໃນໂອກາດທີ່ໄດ້ຮັບໜ້າທີ່ວຽກງານຢູ່ຫວຽດນາມ.
ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຢືນຢັນຈະສະໜອງເຂົ້າສານ ໃຫ້ແກ່ປະເທດຟີລິບປິນ, ໂດຍສະເພາະ ແມ່ນຜົນກະທົບຈາກໂຣກລະບາດ COVID-19, ບັນຫາຄວາມໝັ້ນຄົງດ້ານສະບຽງອາຫານ ແມ່ນມີຄວາມສຳຄັນຫຼາຍ.
ຍສໝ - ໃນວັນທີ 9 ມີນາ, ຢູ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດຟີລິບປິນ ປະຈຳຫວຽດນາມ, ທ່ານ Meynardo Montealegre.
ຍສໝ - ໃນວັນທີ 19 ພະຈິກ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ອົງການຕາງໜ້າຫວຽດນາມ ປະຈຳຟີລິບປິນ ແລະ ບໍລິສັດການບິນ VietJet ໄດ້ຮ່ວມມືກັບບັນດາອົງການທີ່ມີໜ້າທີ່ຟີລິບປິນ ເພື່ອສົ່ງພົນລະເມືອງຫວຽດນາມ ເກືອບ 240 ຄົນຈາກຟີລິບປິນ ກັບຄືນບ້ານຢ່າງປອດໄພ.