ຍສໝ - ບົດກ່າວປາໄສນຳພາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ທີ່ເວທີການເຈລະຈາ Shangri-La Dialogue ຄັ້ງທີ 23 ແມ່ນໄດ້ຮັບຄວາມເອົາໃຈໃສ່ ແລະ ການຕີລາຄາສູງ ຈາກບັນດານັກວິຊາການຫຼາກຫຼາຍທ່ານພາຍໃດພາກພື້ນ.
ຍສໝ - ດ້ວຍຫົວຂໍ້ “ການພົວພັນຄູ່ຮ່ວມມືປ້ອງກັນຊາດເພື່ອສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກ”, ເວທີປາໄສແມ່ນເຫດການຍຸດທະສາດ ແນໃສ່ເພີ່ມທະວີການຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍໃນຂົງເຂດປ້ອງກັນຊາດ.
ຍສໝ - ວັນທີ 27 ມີນາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ສົມທົບກັບສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ຫວຽດນາມ - ອິນໂດເນເຊຍ ມຸ່ງໄປເຖິງປີ 2045: ເພີ່ມທະວີການພົວພັນຄູ່ຮ່ວມມື, ເປີດກວ້າງການພົວພັນຮ່ວມມື ແລະ ເຮັດໃຫ້ການພົວພັນມິດຕະພາບເລິກເຊິ່ງກ່ວາອີກ”. ເຫດການດັ່ງກ່າວໄດ້ອັບເດັດສະພາບການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ, ຕີລາຄາຄວາມສາມາດບົ່ມຊ້ອນ ແລະ ໂອກາດພັດທະນາ, ພ້ອມທັງສະເໜີບັນດາມາດຕະການ ເພື່ອພັດທະນາການຮ່ວມມືດ້ານເສດຖະກິດ ແລະ ການຄ້າ 2 ຝ່າຍ.
ຍສໝ - ກຳລັງຕຳຫຼວດທະເລຂອງສອງປະເທດຫວຽດນາມ ແລະ ອິນໂດເນເຊຍ ຫາກໍ່ສຳເລັດການຊ້ອມຮົບຮ່ວມຢູ່ເຂດທະເລນອກຝັ່ງທະເລແຂວງ ບາເຣ້ຍ - ຫວຸງເຕົ່າ ຢ່າງຈົບງາມ.ເຫດການນີ້ໄດ້ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ, 2 ກຳລັງ; ແມ່ນໂອກາດເພື່ອໃຫ້ພະນັກງານ, ນັກຮົບຂອງສອງປະເທດໄດ້ແລກປ່ຽນ, ຮ່ຳຮຽນ, ມີປະສົບການອັນລ້ຳຄ່າຕື່ມອີກໃນການປະຕິບັດໜ້າທີ່ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ປະຕິບັດກົດໝາຍຢູ່ທະເລ.
ຍສໝ - ບັນດາຫນັງສືພິມແຖວໜ້າຂອງ ຟີລິບປິນ ແລະ ອິນໂດເນເຊຍ ຫາກກໍມີບັນດາບົດຄວາມແນະນຳ, ຍ້ອງຍໍອາຫານທີ່ຫຼາກຫຼາຍ, ເປັນເອກະລັກສະເພາະຢູ່ 2 ນະຄອນຂອງ ຫວຽດນາມ ຄື: ນະຄອນ ໂຮ່ຈີມິນ ແລະ ນະຄອນ ດານັງ.
ຍສໝ - ເນື່ອງໃນໂອກາດເຂົ້າຮ່ວມ ADMM ວົງແຄບ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຫງວຽນເຕີນເກືອງ ໄດ້ມີການພົບປະສອງຝ່າຍກັບຄູ່ຮ່ວມມືຍຸດທະສາດ ອິນໂດເນເຊຍ ແລະ ຟີລິບປິນ ເພື່ອຊຸກຍູ້ການພົບພະແລກປ່ຽນ, ການຮ່ວມມືດ້ານປ້ອງກັນຊາດ.
ອິນໂດເນເຊຍ - ຫວຽດນາມ: ແງ່ຫວັງໃນການຮ່ວມມືດ້ານເສດຖະກິດ
ຍສໝ - ນະຄອນເກີ່ນເທີ ປາດຖະໜາໃຫ້ສະຖານກົງສຸນ ອິນໂດເນເຊຍ ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມ, ເຜີຍແຜ່ຮູບພາບ, ຄວາມສາມາດບົ່ມຊ້ອນ, ໂອກາດລົງທຶນ, ດຶງດູດບັນດາວິສາຫະກິດ ອິນໂດເນເຊຍ ມາລົງທຶນຢູ່ນະຄອນ. ທ່ານ ຫງວຽນທຶກຮ້ຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກີ່ນເທີ ກ່າວຄຳເຫັນທີ່ການພົບປະກັບທ່ານ Agustaviano Sofjan - ກົງສຸນໃຫຍ່ ສາທາລະນະລັດ ອິນໂດເນເຊຍ ປະຈຳນະຄອນ ໂຮຈິມິນໃນວັນທີ 1 ພະຈິກນີ້.
ຍສໝ - ອາທິດໜ້າ, ຜູ້ຕາງໜ້າບັນດາປະເທດສະມາຊິກອາຊຽນ ແລະ ຈີນ ຈະສືບຕໍ່ເຈລະຈາກ່ຽວກັບຂໍ້ກຳນົດການປະພຶດຢູ່ທະເລຕາເວັນອອກ (COC) ຢູ່ນະຄອນຫຼວງຈາກາຕາ (ອິນໂດເນເຊຍ).
ຕອນບ່າຍວັນທີ 14 ທັນວາ, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເມີນ ໄດ້ຕ້ອນຮັບຄະນະຜູ້ແທນກຳມາທິການຮ່ວມມືລະຫວ່າງລັດຖະສະພາຂອງ ສະພາຕ່ຳ ອິນໂດເນເຊຍ, ໂດຍທ່ານ Fadli Zon, ຫົວໜ້າກຳມາທິການ ເປັນຫົວໜ້າຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ສະຫະພັນບັນດາອົງການມິດຕະພາບ ແລະ ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ຢູ່ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 77 ປີແຫ່ງວັນຊາດ ສາທາລະນະລັດ ອິນໂດເນເຊຍ (17 ສິງຫາ 1945 – 17 ສິງຫາ 2022).
ຕອນເຊົ້າວັນທີ 5 ກໍລະກົດ, ທີ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ໄດ້ຕ້ອນຮັບຄະນະປະຕິບັດງານສະພາຜູ້ແທນທ້ອງຖິ່ນອິນໂດເນເຊຍ (ສະພາສູງ) ໂດຍທ່ານນາງ Sylviana Murin ຫົວໜ້າກໍາມາທິການຮ່ວມມືລັດຖະສະພາ ເປັນຫົວໜ້າຄະນະພວມມີການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
ຍສໝ - ໃນຂອບເຂດການເຂົ້າຮ່ວມກອງປະຊຸມຂອງລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ອິນເດຍ ສະໄໝພິເສດຢູ່ນະຄອນຫຼວງ ນິວເດລີ, ວັນທີ 16 ມິຖຸນາ, ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ມີການພົບປະສອງຝ່າຍກັບທ່ານ Retno Marsudi, ລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ ແລະ ທ່ານ Dato Erywan Pehin Yusof, ລັດຖະມົນຕີກະຊວງການຕ່າງປະເທດ ບຣູໄນ.
ວັນທີ 8 ພະຈິກ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນຕີ ຝຸ່ງຊີເຕີ໊ນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານພັນເອກ Ilham Army Ritonga ທີ່ປຶກສາທູດຝ່າຍປ້ອງກັນຊາດອິນໂດເນເຊຍ ຄົນເກົ່າ ແລະຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານພັນເອກ Dian Tri Hutanto ທີ່ປຶກສາທູດຝ່າຍປ້ອງກັນຊາດ ອິນໂດເນເຊຍ ປະຈໍາ ຫວຽດນາມ ຄົນໃໝ່.
ຍສໝ - ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ສະເໜີໃຫ້ຫວຽດນາມ ແລະອິນໂດເນເຊຍ ມຸ່ງໄປສູ່ການຮັບຮອງເອົາໜັງສືຜ່ານແດນວັກຊີນ ຫຼືໃບຢັ້ງຢືນການສັກວັກຊິນກັນພະຍາດໂຄວິດ -19, ເພື່ອສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ການເຂົ້າ-ອອກເມືອງຂອງພົນລະເມືອງຂອງສອງປະເທດໂດຍຕາມເງື່ອນໄຂທີ່ໄດ້ຮັບອະນຸຍາດ...
ຫວຽດນາມ ກໍາລັງນໍາໜ້າກຸ່ມ G ດ້ວຍ 14 ຄະແນນ, ເປັນທ່າໄດ້ປຽບທີ່ດີກ່ອນທີ່ຈະແຂ່ງຂັນກັບທີມມາເລເຊຍ ໃນວັນທີ 11 ມິຖຸນາ 2021 ຈະມາເຖິງ.
ຍສໝ - ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຫຼຸດຜ່ອນ ສິ່ງກີດຂວາງດ້ານການຄ້າ, ກຳຈັດຄວາມຫຍຸ້ງຍາກ ແລະ ບັນຫາຕ່າງໆໃຫ້ວິສາຫະກິດຂອງສອງປະເທດ ໃນການນຳວົງເງິນການຄ້າສອງຝ່າຍຂຶ້ນເປັນ 10 ຕື້ໂດລາສະຫະລັດໂດຍໄວ ຕາມທ່າອຽງຫຼຸດຜ່ອນການຂາດດຸນການຄ້າຂອງຫວຽດນາມ.
ຍສໝ - ລັດຖະບານສອງປະເທດຍາມໃດກໍ່ສະໜັບສະໜູນ ແລະໜູນຊ່ວຍການຮ່ວມມືຮອບດ້ານໃນທຸກຂົງເຂດເສດຖະກິດ, ວັດທະນະທຳ, ການສຶກສາ, ໃນນັ້ນຍາມໃດກໍ່ສ້າງເງື່ອນໄຂສະດວກ ແລະໜູນຊ່ວຍບັນດາວິສາຫະກິດຂອງສອງປະເທດໃນການເຄື່ອນໄຫວລົງທຶນ, ຜະລິດ ແລະດຳເນີນທຸລະກິດ ແລະ ອື່ນໆ ເພື່ອແນໃສ່ປະຕິບັດແຜນການດຳເນີນງານຄູ່ຮ່ວມມືຍຸດທະສາດຫວຽດນາມ - ອິນໂດເນເຊຍ ໄລຍະປີ 2019-2023 ໃຫ້ສຳເລັດ.
ຍສໝ - ເມື່ອບໍ່ດົນມານີ້, ສະຖານທູດຫວຽດນາມ ປະຈຳອິນໂດເນເຊຍ ໄດ້ຈັດງານສະເຫຼີມສະຫຼອງປີໃໝ່ 2021 ດ້ວຍຮູບການຖ່າຍທອດສົດ ໂດຍມີບັນຍາກາດທີ່ອົບອຸ່ນ ແລະ ສະໜິດສະໜົມບ້ານເກີດເມືອງນອນ.
ວັນທີ 3 ກຸມພາ, ສະຖານທູດຫວຽດນາມ ປະຈໍາ ເວເນຊູເອລາ ໄດ້ຈັດພິທີມອບ-ຮັບຕໍາແໜ່ງປະທານຄະນະກໍາມະການອາຊຽນ ປະຈໍາ Caracas (ACC) ໃຫ້ແກ່ທ່ານ Imam Edy Muluono, ເອກອັກຄະລັດຖະທູດອິນໂດເນເຊຍ.