ຊຸດເຊື້ອຍາວຫວຽດນາມອວດໂສມຄວາມງາມຢູ່ Kuala Lumpur

19:46 | 17/11/2026

ຍສໝ - ຕອນເຊົ້າວັນທີ 15 ພະຈິກ, ຊຸມຊົນຊາວຫວຽດນາມຢູ່ມາເລເຊຍ ໄດ້ຈັດໂຄງການເດີນຂະບວນສະແດງຊຸດເຊື້ອຍາວຫວຽດນາມ ຕາມບັນດາຖະໜົນໃຈກາງນະຄອນຫຼວງ Kuala Lumpur, ເພື່ອຂານຮັບວັນບຸນມະຫາສາມັກຄີທົ່ວປວງຊົນເຜົ່າ (18/11) ແລະ ວັນວັດທະນະທຳຫວຽດນາມ (24/11) ປີ 2026.

ຊຸດເຊື້ອຍາວ ແລະ ອາຫານຫວຽດນາມ ມັດໃຈປະຊາຊົນ ສາທາລະນະລັດ ເຊັກ ຊຸດເຊື້ອຍາວ ຫວຽດນາມ ເຊື່ອມສານມິດຕະພາບຫວຽດນາມ - ລາວ

ກິດຈະກຳດັ່ງກ່າວຈັດຂຶ້ນໂດຍສະມາຄົມມິດຕະພາບມາເລເຊຍ - ຫວຽດນາມ (MVFA) ປະສານສົມທົບກັບສະພານະຄອນ Kuala Lumpur (DBKL), ໃນຂອບເຂດໂຄງການ “Car Free Morning” (ຕອນເຊົ້າປອດລົດຍົນ) ທີ່ທາງນະຄອນຈັດຂຶ້ນເປັນປະຈຳ.

ນັບແຕ່ເຊົ້າຕູ່, ຊາວຫວຽດນາມຈຳນວນຫຼວງຫຼາຍຢູ່ມາເລເຊຍໄດ້ມາເຕົ້າໂຮມກັນເພື່ອເຂົ້າຮ່ວມໂຄງການ. ໃນຊຸດເຊື້ອຍາວພື້ນເມືອງທີ່ມີສີສັນສົດໃສ, ພ້ອມກັບຖືໝວກຮູບຈວຍຢູ່ໃນມື, ພີ່ນ້ອງຊາວຫວຽດນາມໄດ້ຮ່ວມກັນເດີນຂະບວນຜ່ານບັນດາຖະໜົນໃຈກາງນະຄອນ Kuala Lumpur.

ຊຸດເຊື້ອຍາວຫວຽດນາມອວດໂສມຄວາມງາມຢູ່ Kuala Lumpur
ຊາວຫວຽດນາມຈຳນວນຫຼວງຫຼາຍຢູ່ມາເລເຊຍ ໄດ້ມາເຕົ້າໂຮມກັນແຕ່ເຊົ້າຕູ່ ເພື່ອເຂົ້າຮ່ວມໂຄງການເດີນຂະບວນສະແດງຊຸດເຊື້ອຍາວ.

ນອກຈາກກິດຈະກຳເດີນຂະບວນແລ້ວ, ໂຄງການຍັງມີບັນດາລາຍການສະແດງສິລະປະ ແລະ ແນະນຳອາຫານ, ເຄື່ອງດື່ມທີ່ເປັນເອກະລັກຂອງຫວຽດນາມ ເຊັ່ນ ແນມຈືນ ແລະ ກາເຟ. ບັນດາກິດຈະກຳເຫຼົ່ານີ້ໄດ້ດຶງດູດຄວາມສົນໃຈຂອງປະຊາຊົນມາເລເຊຍ ແລະ ນັກທ່ອງທ່ຽວສາກົນ, ປະກອບສ່ວນແນະນຳພາບລັກຂອງປະເທດ, ຜູ້ຄົນ ແລະ ເອກະລັກວັດທະນະທຳຫວຽດນາມ.

ຕາມທ່ານນາງ ເຈິ່ນ ທິ ຈາງ, ປະທານສະມາຄົມມິດຕະພາບມາເລເຊຍ - ຫວຽດນາມ, ໂຄງການນີ້ແມ່ນໂອກາດໃຫ້ຊາວຫວຽດນາມທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ມາເລເຊຍ ໄດ້ພົບປະ, ແລກປ່ຽນ, ເພີ່ມທະວີຄວາມຜູກພັນ ແລະ ຮ່ວມກັນຮັກສາບັນດາຄຸນຄ່າວັດທະນະທຳມູນເຊື້ອ. ພ້ອມກັນນັ້ນ, ກິດຈະກຳຍັງປະກອບສ່ວນສ້າງສາຍພົວພັນມິດຕະພາບລະຫວ່າງປະຊາຊົນຫວຽດນາມ ແລະ ມາເລເຊຍໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ໂດຍເຂົ້າຮ່ວມຂະບວນເດີນສະແດງ, ທ່ານນາງ ທ້ຽນ ຈຸກ, ຊາວຫວຽດນາມທີ່ດຳລົງຊີວິດຢູ່ Kuala Lumpur, ໄດ້ແບ່ງປັນຄວາມຕື້ນຕັນໃຈເມື່ອໄດ້ຮ່ວມກັບພີ່ນ້ອງຮ່ວມຊາດສວມໃສ່ຊຸດເຊື້ອຍາວ, ຮ້ອງເພງຊາດຫວຽດນາມ ແລະ ພົບປະກັບບັນດາລູກຫຼານທີ່ຢູ່ຫ່າງໄກບ້ານເກີດເມືອງນອນ. ທ່ານນາງປາຖະໜາໃຫ້ຊຸມຊົນສືບຕໍ່ຈັດຫຼາຍໂຄງການທີ່ຄ້າຍຄືກັນ ເພື່ອເພີ່ມທະວີຄວາມສາມັກຄີ ແລະ ຄວາມຜູກພັນລະຫວ່າງຊາວຫວຽດນາມຢູ່ຕ່າງແດນໃນມາເລເຊຍ.

ໂຄງການເດີນຂະບວນສະແດງຊຸດເຊື້ອຍາວຫວຽດນາມ ບໍ່ພຽງແຕ່ເຊີດຊູຄວາມງາມຂອງເຄື່ອງນຸ່ງຖືພື້ນເມືອງເທົ່ານັ້ນ, ແຕ່ຍັງສ້າງໂອກາດເຊື່ອມໂຍງຊຸມຊົນ ແລະ ເຜີຍແຜ່ວັດທະນະທຳຫວຽດນາມໄປສູ່ເພື່ອນມິດສາກົນ. ເຫດການນີ້ຍິ່ງມີຄວາມໝາຍເພີ່ມຂຶ້ນ ເມື່ອປີ 2026 ເປັນຂີດໝາຍຄັ້ງທຳອິດທີ່ວັນວັດທະນະທຳຫວຽດນາມ 24 ພະຈິກ ໄດ້ກາຍເປັນວັນບຸນແຫ່ງຊາດຢ່າງເປັນທາງການ.

ຫວຽດນາມ - ໄທ ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ ຫວຽດນາມ - ໄທ ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ
ຍສໝ - ວັນທີ 16 ພະຈິກ, ຢູ່ Manila (Philippines), ໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານ Anutin Charnvirakul, ນາຍົກລັດຖະມົນຕີໄທ, ເພື່ອແລກປ່ຽນບັນດາມາດຕະການດຳເນີນການຮ່ວມມືສອງຝ່າຍ, ໂດຍສະເພາະໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ ວິທະຍາສາດ - ເຕັກໂນໂລຊີ.
IMF ປາຖະໜາເຂົ້າຮ່ວມບັນດາກິດຈະກຳ APEC 2027 IMF ປາຖະໜາເຂົ້າຮ່ວມບັນດາກິດຈະກຳ APEC 2027
ຍສໝ - ຕອນບ່າຍວັນທີ 16 ພະຈິກ, ຢູ່ Manila (ຟີລິບປິນ), ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານນາງ Kristalina Georgieva, ຜູ້ອຳນວຍການໃຫຍ່ກອງທຶນການເງິນສາກົນ (IMF). ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະຖານະການເສດຖະກິດໂລກ, ທິດທາງການພັດທະນາຂອງຫວຽດນາມ ແລະ ການຮ່ວມມືໃນໄລຍະຕໍ່ໜ້າ, ໃນນັ້ນລວມມີບັນດາກິດຈະກຳໃນຂອບເຂດປີ APEC 2027 ທີ່ຫວຽດນາມເປັນເຈົ້າພາບ.

ດວງດີ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ