ການທ່ອງທ່ຽວນະຄອນຫຼວງຮ່າໂນ້ຍ ໄດ້ຮັບການຍົກຍ້ອງເປັນຈຸດໝາຍປາຍທາງສຳລັບການພັກຜ່ອນໄລຍະສັ້ນຊັ້ນນຳຂອງອາຊີ

09:03 | 06/10/2026

ຍສໝ - ຕາມພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວຮ່າໂນ້ຍ, ການສືບຕໍ່ໄດ້ຮັບການຍົກຍ້ອງໃນງານປະກາດລາງວັນການທ່ອງທ່ຽວໂລກ (World Travel Awards) ປີ 2026 ໄດ້ປະກອບສ່ວນຢືນຢັນສະເໜ່ດຶງດູດຂອງນະຄອນຫຼວງ, ພ້ອມທັງສ້າງແຮງຜັກດັນເພີ່ມເຕີມໃຫ້ຮ່າໂນ້ຍສົ່ງເສີມຄຸນຄ່າດ້ານວັດທະນະທຳ, ປະຫວັດສາດ, ມໍລະດົກ ແລະ ຍົກສູງຄຸນນະພາບຜະລິດຕະພັນການທ່ອງທ່ຽວ.

ການຫັນເປັນດິຈິຕອນໃນກະສິກຳ ຕ້ອງອາໄສພະລັງການຮ່ວມມືຈາກຫຼາຍຝ່າຍ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ ແມ່ນແຮງຂັບເຄື່ອນພັດທະນາປະເທດ

ໃນພິທີມອບລາງວັນການທ່ອງທ່ຽວໂລກປະຈຳພາກພື້ນອາຊີ, ໂອເຊອານີ ແລະ ມະຫາສະໝຸດອິນເດຍ ທີ່ຈັດຂຶ້ນຢູ່ມານດີຟ ໃນວັນທີ 27 ກັນຍາ, ນະຄອນຮ່າໂນ້ຍໄດ້ຮັບການຍົກຍ້ອງໃນ 2 ປະເພດລາງວັນ ຄື: “ຈຸດໝາຍປາຍທາງທ່ອງທ່ຽວໃນເມືອງສຳລັບການພັກຜ່ອນໄລຍະສັ້ນຊັ້ນນຳຂອງອາຊີ” (Asia's Leading City Break Destination) ແລະ “ຈຸດໝາຍປາຍທາງທ່ອງທ່ຽວວັດທະນະທຳໃນເມືອງຊັ້ນນຳຂອງຫວຽດນາມ” (Vietnam’s Leading City Cultural Destination).

ສິ່ງທີ່ໜ້າສົນໃຈແມ່ນ ນີ້ເປັນຄັ້ງທີ 5 ຕິດຕໍ່ກັນ, ນັບແຕ່ປີ 2022 ຫາ 2026, ທີ່ຮ່າໂນ້ຍໄດ້ຮັບການຍົກຍ້ອງໃນປະເພດລາງວັນ “ຈຸດໝາຍປາຍທາງທ່ອງທ່ຽວໃນເມືອງສຳລັບການພັກຜ່ອນໄລຍະສັ້ນຊັ້ນນຳຂອງອາຊີ”.

ສະເໜ່ດຶງດູດຈາກວັດທະນະທຳ ແລະ ມໍລະດົກ

ລາງວັນດັ່ງກ່າວໄດ້ສືບຕໍ່ຮັບຮູ້ເຖິງສະເໜ່ດຶງດູດຂອງຮ່າໂນ້ຍຕໍ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະຜູ້ທີ່ເລືອກການເດີນທາງໄລຍະສັ້ນ ແຕ່ສາມາດສຳຜັດປະສົບການອັນຫຼາກຫຼາຍກ່ຽວກັບວັດທະນະທຳ, ປະຫວັດສາດ, ອາຫານການກິນ ແລະ ຊີວິດໃນເມືອງ.

“ສຽງສະທ້ອນແຫ່ງເຄື່ອງປັ້ນດິນເຜົາ”: ນຳເລື່ອງລາວຂອງບາດຈ່າງຂຶ້ນສູ່ເວທີກາງໝູ່ບ້ານຫັດຖະກຳ
ຮ່າໂນ້ຍເປັນບ່ອນລວມສູນຄຸນຄ່າທາງວັດທະນະທຳອັນເປັນເອກະລັກຫຼາຍປະການຂອງຫວຽດນາມ. (ພາບ: T.L)

ພ້ອມກັນນັ້ນ, ຮ່າໂນ້ຍຍັງສືບຕໍ່ໄດ້ຮັບການຍົກຍ້ອງໃນປະເພດລາງວັນ “ຈຸດໝາຍປາຍທາງທ່ອງທ່ຽວວັດທະນະທຳໃນເມືອງຊັ້ນນຳຂອງຫວຽດນາມ”. ລາງວັນນີ້ໄດ້ຮັບຮູ້ບັນດາຄຸນຄ່າທາງວັດທະນະທຳ, ປະຫວັດສາດ ແລະ ມູນເຊື້ອຂອງນະຄອນ, ບ່ອນທີ່ເກັບຮັກສາລະບົບມໍລະດົກວັດທະນະທຳທັງທາງວັດຖຸ ແລະ ນາມມະທຳອັນອຸດົມສົມບູນ ທີ່ໄດ້ຮັບການອະນຸລັກ ແລະ ສົ່ງເສີມມາຫຼາຍສະຕະວັດ.

ດ້ວຍປະຫວັດສາດອັນຍາວນານກວ່າ 1.000 ປີ, ຮ່າໂນ້ຍເປັນບ່ອນລວມສູນຄຸນຄ່າວັດທະນະທຳອັນເປັນເອກະລັກຫຼາຍປະການຂອງຫວຽດນາມ, ສ້າງພື້ນຖານໃຫ້ແກ່ການພັດທະນາຜະລິດຕະພັນການທ່ອງທ່ຽວທີ່ເຊື່ອມໂຍງກັບມໍລະດົກ, ປະຫວັດສາດ ແລະ ປະສົບການທາງວັດທະນະທຳ.

ນອກຈາກລະບົບມໍລະດົກທີ່ອຸດົມສົມບູນແລ້ວ, ຮ່າໂນ້ຍຍັງພວມພັດທະນາໂຄງລ່າງພື້ນຖານ, ການບໍລິການ ແລະ ຜະລິດຕະພັນການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ, ຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວ. ການໄດ້ຮັບການຍົກຍ້ອງຢ່າງຕໍ່ເນື່ອງໃນບັນດາລາງວັນການທ່ອງທ່ຽວສາກົນ ໄດ້ປະກອບສ່ວນໂຄສະນາພາບລັກຂອງຮ່າໂນ້ຍ ແລະ ການທ່ອງທ່ຽວຫວຽດນາມສູ່ສາກົນ, ພ້ອມທັງສະແດງໃຫ້ເຫັນຄວາມພະຍາຍາມຂອງນະຄອນຫຼວງໃນການອະນຸລັກ ແລະ ສົ່ງເສີມຄຸນຄ່າມໍລະດົກ ຄຽງຄູ່ກັບການພັດທະນາການທ່ອງທ່ຽວຢ່າງຍືນຍົງ.

ບັນດາຜົນສຳເລັດດັ່ງກ່າວເກີດຂຶ້ນໃນສະພາບທີ່ການທ່ອງທ່ຽວຮ່າໂນ້ຍສືບຕໍ່ເຕີບໂຕ. ໃນ 7 ເດືອນຕົ້ນປີ 2026, ນະຄອນຫຼວງໄດ້ຕ້ອນຮັບນັກທ່ອງທ່ຽວປະມານ 21,16 ລ້ານເທື່ອຄົນ, ເພີ່ມຂຶ້ນ 15% ທຽບກັບໄລຍະດຽວກັນຂອງປີ 2025. ໃນນັ້ນ, ນັກທ່ອງທ່ຽວສາກົນບັນລຸປະມານ 5,31 ລ້ານເທື່ອຄົນ, ເພີ່ມຂຶ້ນ 25%; ນັກທ່ອງທ່ຽວພາຍໃນປະເທດບັນລຸ 15,85 ລ້ານເທື່ອຄົນ, ເພີ່ມຂຶ້ນ 11,9%. ລາຍຮັບລວມຈາກນັກທ່ອງທ່ຽວຄາດວ່າບັນລຸ 86,47 ພັນຕື້ດົ່ງ, ເພີ່ມຂຶ້ນ 17,9%.

ສະເພາະເດືອນກໍລະກົດ 2026, ຈຳນວນນັກທ່ອງທ່ຽວທີ່ມາຮ່າໂນ້ຍທັງໝົດຄາດວ່າບັນລຸ 3,16 ລ້ານເທື່ອຄົນ, ເພີ່ມຂຶ້ນ 11,3%; ລາຍຮັບລວມຈາກນັກທ່ອງທ່ຽວຄາດວ່າບັນລຸ 12,3 ພັນຕື້ດົ່ງ, ເພີ່ມຂຶ້ນ 11,8% ທຽບກັບໄລຍະດຽວກັນຂອງປີກ່ອນ.

ຍົກສູງຄຸນນະພາບປະສົບການ, ພັດທະນາຢ່າງຍືນຍົງ

ຕາມທິດທາງການພັດທະນາການທ່ອງທ່ຽວ, ຮ່າໂນ້ຍສືບຕໍ່ຍູ້ແຮງການພັດທະນາໄປຕາມທິດທາງຄຸນນະພາບສູງ, ສີຂຽວ, ອັດສະລິຍະ, ສ້າງສັນ ແລະ ຍືນຍົງ; ສົ່ງເສີມທ່າແຮງດ້ານວັດທະນະທຳ, ມໍລະດົກ, ອາຫານການກິນ ແລະ ຄຸນຄ່າອັນເປັນເອກະລັກ.

ນະຄອນກຳນົດທິດທາງຫຼາກຫຼາຍຮູບແບບ ແລະ ຍົກສູງຄຸນນະພາບຜະລິດຕະພັນ, ໃຫ້ຄວາມສຳຄັນຕໍ່ການພັດທະນາການທ່ອງທ່ຽວວັດທະນະທຳ, ການທ່ອງທ່ຽວສຳຜັດປະສົບການ ແລະ ເສດຖະກິດກາງຄືນ; ພ້ອມທັງປ່ຽນໃໝ່ວຽກງານໂຄສະນາ, ເຜີຍແຜ່, ສົ່ງເສີມການທ່ອງທ່ຽວ, ເພີ່ມທະວີການນຳໃຊ້ເຕັກໂນໂລຊີດິຈິຕອນ ແລະ ຍົກສູງຄຸນນະພາບປະສົບການຂອງນັກທ່ອງທ່ຽວ.

“ສຽງສະທ້ອນແຫ່ງເຄື່ອງປັ້ນດິນເຜົາ”: ນຳເລື່ອງລາວຂອງບາດຈ່າງຂຶ້ນສູ່ເວທີກາງໝູ່ບ້ານຫັດຖະກຳ
ລົດເມສອງຊັ້ນ “Hanoi City Tour” ເປັນພາຫະນະທີ່ນັກທ່ອງທ່ຽວສາກົນນິຍົມໃຊ້ໃນການທ່ຽວຊົມຮ່າໂນ້ຍ. (ພາບ: T.L)

ໃນເດືອນກໍລະກົດ, ຂະແໜງການທ່ອງທ່ຽວຮ່າໂນ້ຍໄດ້ດຳເນີນບັນດາໜ້າທີ່ພັດທະນາຈຸດໝາຍປາຍທາງ, ໃນນັ້ນມີການສຳຫຼວດ ແລະ ປະເມີນເງື່ອນໄຂເພື່ອຮັບຮອງເຂດທ່ອງທ່ຽວລະດັບຊາດ ສຳລັບເຂດທະເລສາບຮ່ວານກຽມ ແລະ ເຂດໃກ້ຄຽງ ລວມທັງເຂດຖະໜົນເກົ່າຮ່າໂນ້ຍ, ເຂດທ່ອງທ່ຽວບາວີ່; ສ້າງແຜນການພັດທະນາກິດຈະກຳທ່ອງທ່ຽວຢູ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາຊົນເຜົ່າຫວຽດນາມ.

ວຽກງານສົ່ງເສີມ ແລະ ໂຄສະນາກໍໄດ້ຮັບການຍູ້ແຮງເຊັ່ນກັນ. ຂະແໜງການທ່ອງທ່ຽວຮ່າໂນ້ຍໄດ້ດຳເນີນບັນດາໂຄງການສົ່ງເສີມຢູ່ປັກກິ່ງ (ຈີນ), ເຂົ້າຮ່ວມງານວາງສະແດງອຸດສາຫະກຳວັດທະນະທຳ ແລະ ທ່ອງທ່ຽວທຽນຈິນ; ປະສານສົມທົບຈັດງານບຸນດອກບົວຮ່າໂນ້ຍ ປີ 2026 ແລະ ເພີ່ມທະວີການສື່ສານ, ຝຶກອົບຮົມ ແລະ ການຫັນເປັນດິຈິຕອນໃນການພັດທະນາການທ່ອງທ່ຽວ.

ການສືບຕໍ່ໄດ້ຮັບການຍົກຍ້ອງໃນ World Travel Awards ເປັນແຮງຜັກດັນໃຫ້ຮ່າໂນ້ຍສົ່ງເສີມຄຸນຄ່າດ້ານວັດທະນະທຳ, ປະຫວັດສາດ, ມໍລະດົກ ແລະ ຍົກສູງຄຸນນະພາບຜະລິດຕະພັນການທ່ອງທ່ຽວ, ຜ່ານນັ້ນໂຄສະນາພາບລັກຂອງປະເທດ ແລະ ປະຊາຊົນຫວຽດນາມສູ່ເພື່ອນມິດສາກົນ.

ປັດຈຸບັນ, ຮ່າໂນ້ຍມີສະຖານທີ່ພັກເຊົາ 3.769 ແຫ່ງ ດ້ວຍຫ້ອງພັກຫຼາຍກວ່າ 72.400 ຫ້ອງ ແລະ ສະຖານປະກອບການບໍລິການ 64 ແຫ່ງ ທີ່ໄດ້ມາດຕະຖານຮັບໃຊ້ນັກທ່ອງທ່ຽວ. ອັດຕາການໃຊ້ຫ້ອງພັກໂຮງແຮມໃນເດືອນກໍລະກົດຄາດວ່າບັນລຸ 58,19%, ເພີ່ມຂຶ້ນ 1,25 ຈຸດເປີເຊັນ ທຽບກັບໄລຍະດຽວກັນຂອງປີກ່ອນ.

ຕາມມະຕິເລກທີ 26-NQ/TW ລົງວັນທີ 22 ສິງຫາ 2026 ຂອງກົມການເມືອງ ກ່ຽວກັບການພັດທະນາການທ່ອງທ່ຽວຫວຽດນາມໃຫ້ກາຍເປັນຂະແໜງເສດຖະກິດຫຼັກໃນຍຸກໃໝ່, ວັດທະນະທຳໄດ້ຖືກກຳນົດເປັນພື້ນຖານ, ສ່ວນເອກະລັກ ແລະ ຄຸນນະພາບປະສົບການແມ່ນທ່າໄດ້ປຽບໃນການແຂ່ງຂັນ.

ການຫັນເປັນດິຈິຕອນໃນຂະແໜງປຶ້ມ, ເປີດແນວຄິດໃນຍຸກສະໄໝດິຈິຕອນ ການຫັນເປັນດິຈິຕອນໃນຂະແໜງປຶ້ມ, ເປີດແນວຄິດໃນຍຸກສະໄໝດິຈິຕອນ
ຍສໝ​​ - ໃນເວທີສົນທະນາ “ການຫັນເປັນດິຈິຕອນຂະແໜງປຶ້ມ”, ບັນດາຊ່ຽວຊານ ແລະ ວິທະຍາກອນໄດ້ເນັ້ນໜັກວ່າ, ໃນບໍລິບົດທີ່ເຕັກໂນໂລຢີສືບຕໍ່ພັດທະນາຢ່າງວ່ອງໄວ, ຄວາມສາມາດໃນການປັບຕົວ ແລະ ການເປັນເຈົ້າການໃນການປ່ຽນແປງໃໝ່ (ນະວັດຕະກຳ) ຈະແມ່ນປັດໄຈຕັດສິນເພື່ອໃຫ້ຂະແໜງປຶ້ມຊອກຫາທິດທາງການພັດທະນາທີ່ຍືນຍົງໃນຕໍ່ໜ້າ.
ກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານໄພພິບັດສະບັບໃໝ່ ມຸ່ງໄປສູ່ການຄຸ້ມຄອງຄວາມສ່ຽງ ແລະ ການຫັນເປັນດິຈິຕອນ ກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານໄພພິບັດສະບັບໃໝ່ ມຸ່ງໄປສູ່ການຄຸ້ມຄອງຄວາມສ່ຽງ ແລະ ການຫັນເປັນດິຈິຕອນ
ຍສໝ - ໃນການແລກປ່ຽນຄຳເຫັນຮ່ວມກັບ ຫນັງສືພິມເອເລັກໂຕຣນິກລັດຖະບານ, ທ່ານ ຟ້າມດຶກລ້ວ, ຫົວໜ້າກົມຄຸ້ມຄອງເຂື່ອນປ້ອງກັນນ້ຳຖ້ວມ ແລະ ປ້ອງກັນ, ຕ້ານໄພພິບັດ (ກະຊວງກະສິກຳ ແລະ ສິ່ງແວດລ້ອມ), ໃຫ້ຮູ້ວ່າ ຮ່າງກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານໄພພິບັດ (ສະບັບປ່ຽນແທນ) ແມ່ນໄດ້ຮັບການຄາດຫວັງວ່າ ຈະສ້າງບາດກ້າວບຸກທະລຸທາງດ້ານສະຖາບັນ, ຍົກສູງຄວາມສາມາດພາຍໃດການຮັບມືກັບໄພພິບັດ ພາຍໃດສະພາບການໃໝ່.

ຄຳສີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ