| ນ້ຳໃຈຂອງທະຫານຜູ້ຄົ້ນຫາ ແລະ ເຕົ້າໂຮມອັດຖິວິລະຊົນຢູ່ດິນແດນລາວ ວິສາຫະກິດຫວຽດນາມ - ລາວ ຮ່ວມມືດຳເນີນ 2 ໂຄງການ ມູນຄ່າເກືອບ 30 ລ້ານ USD |
ແລວເສດຖະກິດຕາເວັນອອກ - ຕາເວັນຕົກ (EWEC) ທີ່ເຊື່ອມຕໍ່ຫວຽດນາມ, ລາວ, ໄທ ແລະ ມຽນມາ ໄດ້ມີບົດບາດສຳຄັນໃນການຄ້າຂອງພາກພື້ນມາເປັນເວລາດົນນານ. ດ້ວຍການພັດທະນາຂອງການທ່ອງທ່ຽວທາງບົກ ແລະ ການທ່ອງທ່ຽວແບບຂັບລົດເອງ, ເສັ້ນທາງແລວເສດຖະກິດນີ້ກຳລັງເປີດໂອກາດໃນການສ້າງຜະລິດຕະພັນທ່ອງທ່ຽວຂ້າມປະເທດ, ຜະສົມຜະສານການຄົ້ນຫາປະຫວັດສາດ, ວັດທະນະທຳ, ອາຫານການກິນ ແລະ ວິຖີຊີວິດຂອງປະຊາຊົນ.
ໂດຍຕັ້ງຢູ່ເທິງເສັ້ນທາງເຊື່ອມຕໍ່ຂ້າມອາຊີ, ແຂວງກວາງຈິ ມີເງື່ອນໄຂອຳນວຍຫຼາຍດ້ານໃນການກາຍເປັນປະຕູຮັບນັກທ່ອງທ່ຽວ ແລະ ຈັດເສັ້ນທາງທ່ອງທ່ຽວລະຫວ່າງຫວຽດນາມກັບລາວ, ໄທ ແລະ ບັນດາປະເທດໃນພາກພື້ນ.
![]() |
| ສະຖານທີ່ລະນຶກເຖິງປະທານໂຮ່ຈີມິນ ຢູ່ແຂວງນະຄອນພະນົມ (ໄທ), ໜຶ່ງໃນຈຸດແວ່ພັກຂອງເສັ້ນທາງທ່ອງທ່ຽວ “ຕາມຮອຍບາດກ້າວຂອງປະທານໂຮ່ຈີມິນ ຕາມເສັ້ນທາງຍາວຂ້າມອາຊີ”. |
ເຊື່ອມຕໍ່ວິສາຫະກິດ ແລະ ສ້າງຜະລິດຕະພັນທ່ອງທ່ຽວຂ້າມຊາຍແດນ
ໃນຕົ້ນເດືອນພຶດສະພາ 2026, ສະມາຄົມທຸລະກິດນຳທ່ຽວແຂວງກວາງຈິ ໄດ້ຈັດໂຄງການສຳຫຼວດການທ່ອງທ່ຽວ (famtrip) ລາວ - ໄທ ພາຍໃຕ້ຫົວຂໍ້ “ເຊື່ອມຕໍ່ຜະລິດຕະພັນທ່ອງທ່ຽວທາງບົກຕາມເສັ້ນທາງ EWEC: ຫວຽດນາມ - ລາວ - ໄທ”.
ໂຄງການດັ່ງກ່າວມີຜູ້ຕາງໜ້າ 39 ຄົນ ຈາກບັນດາວິສາຫະກິດນຳທ່ຽວ, ໂຮງແຮມ, ຮ້ານອາຫານ ແລະ ອົງການສື່ມວນຊົນໃນແຂວງກວາງຈິເຂົ້າຮ່ວມ.
ຄະນະໄດ້ລົງສຳຫຼວດບັນດາທ້ອງຖິ່ນຂອງລາວ ຄື ສະຫວັນນະເຂດ, ວຽງຈັນ, ທ່າແຂກ ແລະ ຂອງໄທ ຄື ມຸກດາຫານ, ນະຄອນພະນົມ, ອຸດອນທານີ, ໜອງຄາຍ, ເພື່ອສຶກສາຕະຫຼາດ, ເຊື່ອມຕໍ່ວິສາຫະກິດ ແລະ ຄົ້ນຄວ້າຄວາມເປັນໄປໄດ້ໃນການສ້າງຜະລິດຕະພັນທ່ອງທ່ຽວຂ້າມປະເທດ.
ໜຶ່ງໃນສະຖານທີ່ທີ່ສ້າງຄວາມປະທັບໃຈຫຼາຍແມ່ນ ສະຖານທີ່ລະນຶກເຖິງປະທານໂຮ່ຈີມິນ ຢູ່ແຂວງນະຄອນພະນົມ, ປະເທດໄທ. ບັນດາເລື່ອງລາວກ່ຽວກັບໄລຍະເວລາທີ່ປະທານໂຮ່ຈີມິນເຄື່ອນໄຫວປະຕິວັດຢູ່ທີ່ນີ້ ບໍ່ພຽງແຕ່ມີຄວາມໝາຍທາງປະຫວັດສາດເທົ່ານັ້ນ, ແຕ່ຍັງເປີດແນວຄິດໃນການເຊື່ອມຕໍ່ບັນດາສະຖານທີ່ທີ່ກ່ຽວພັນກັບຊີວິດ ແລະ ພາລະກິດຂອງເພິ່ນ ໃຫ້ກາຍເປັນເສັ້ນທາງທ່ອງທ່ຽວຂ້າມຊາຍແດນ.
ຕາມທ່ານ ເຈິ່ນ ຫຶວ ເຟືອກ, ຜູ້ອຳນວຍການ THP Travel, ຈຸດໄດ້ປຽບທີ່ໂດດເດັ່ນຂອງແຂວງກວາງຈິ ແມ່ນທີ່ຕັ້ງເປັນປະຕູເຊື່ອມຕໍ່ຢູ່ເທິງເສັ້ນທາງແລວເສດຖະກິດຂ້າມອາຊີ.
“ແຂວງກວາງຈິມີທີ່ຕັ້ງທີ່ສະດວກຫຼາຍໃນການເຊື່ອມຕໍ່ກັບລາວ, ໄທ ແລະ ໄກອອກໄປເຖິງມຽນມາ. ນີ້ແມ່ນເງື່ອນໄຂທີ່ດີໃນການພັດທະນາເສັ້ນທາງທ່ອງທ່ຽວຂ້າມຊາຍແດນ ແລະ ຜະລິດຕະພັນທ່ອງທ່ຽວແບບສຳຜັດປະສົບການຂ້າມປະເທດ”, ທ່ານ ເຟືອກ ແບ່ງປັນ.
ໃນຊຸມປີມໍ່ໆມານີ້, ທ່າອ່ຽງການທ່ອງທ່ຽວທາງບົກ, ໂດຍສະເພາະການເດີນທາງແບບຂັບລົດເອງ, ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວນັບມື້ນັບຫຼາຍ. ແທນທີ່ຈະເລືອກພັກຜ່ອນຢູ່ພຽງຈຸດໝາຍປາຍທາງດຽວ, ຊາວໜຸ່ມຫຼາຍຄົນຕ້ອງການໄປສຳຜັດປະສົບການໃນຫຼາຍປະເທດ, ຮຽນຮູ້ວັດທະນະທຳທ້ອງຖິ່ນ ແລະ ຊິມອາຫານຕາມແຕ່ລະຊ່ວງເສັ້ນທາງ.
ທ່າອ່ຽງນີ້ສ້າງໂອກາດເພີ່ມເຕີມໃຫ້ບັນດາວິສາຫະກິດນຳໃຊ້ EWEC ບໍ່ພຽງແຕ່ເປັນເສັ້ນທາງຄົມມະນາຄົມ ແລະ ການຄ້າເທົ່ານັ້ນ, ແຕ່ຍັງເປັນເສັ້ນທາງທ່ອງທ່ຽວທີ່ເຊື່ອມຕໍ່ຄຸນຄ່າວັດທະນະທຳອັນເປັນເອກະລັກຂອງພາກພື້ນ.
ໃນການພົບປະກັບຄະນະສຳຫຼວດແຂວງກວາງຈິ, ຜູ້ຕາງໜ້າການທ່ອງທ່ຽວແຫ່ງປະເທດໄທ ໄດ້ປະເມີນສູງຕໍ່ທ່າແຮງການຮ່ວມມືພັດທະນາການທ່ອງທ່ຽວລະຫວ່າງຫວຽດນາມ, ລາວ ແລະ ໄທ ຕາມເສັ້ນທາງ EWEC.
ທ່ານ Theeraphong Phichitkawin, ຜູ້ອຳນວຍການຫ້ອງການການທ່ອງທ່ຽວແຫ່ງປະເທດໄທ ປະຈຳນະຄອນໂຮ່ຈີມິນ, ໃຫ້ຮູ້ວ່າ ບັນດາແຂວງພາກຕາເວັນອອກສຽງເໜືອຂອງໄທ ເຊັ່ນ ນະຄອນພະນົມ, ມຸກດາຫານ, ໜອງຄາຍ ແລະ ອຸດອນທານີ ມີຈຸດໄດ້ປຽບຫຼາຍດ້ານໃນການກາຍເປັນຈຸດເຊື່ອມຕໍ່ການທ່ອງທ່ຽວທີ່ສຳຄັນຂອງພາກພື້ນ.
“EWEC ບໍ່ພຽງແຕ່ເປັນເສັ້ນທາງຄົມມະນາຄົມເທົ່ານັ້ນ, ແຕ່ສາມາດກາຍເປັນເສັ້ນທາງທ່ອງທ່ຽວທີ່ອຸດົມໄປດ້ວຍປະສົບການໄດ້ຢ່າງແທ້ຈິງ. ນັກທ່ອງທ່ຽວສາມາດຄົ້ນຫາວັດທະນະທຳ, ອາຫານການກິນ ແລະ ວິຖີຊີວິດຂອງປະຊາຊົນທ້ອງຖິ່ນຂອງສາມປະເທດ ພາຍໃນການເດີນທາງພຽງຄັ້ງດຽວ”, ທ່ານເນັ້ນໜັກ.
ໂດຍສະເພາະ, ປີ 2026 ເປັນຂີດໝາຍຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຫວຽດນາມ - ໄທ. ການຂະຫຍາຍການຮ່ວມມືດ້ານການທ່ອງທ່ຽວລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ ຍັງປະກອບສ່ວນເພີ່ມທະວີການແລກປ່ຽນວັດທະນະທຳ, ການແລກປ່ຽນປະຊາຊົນ ແລະ ການພັດທະນາເສດຖະກິດພາກພື້ນ.
ສົ່ງເສີມຈຸດໄດ້ປຽບຂອງແຂວງກວາງຈິ ເທິງເສັ້ນທາງທ່ອງທ່ຽວຂ້າມອາຊີ
ໃນທິດທາງການເຊື່ອມໂຍງການທ່ອງທ່ຽວຕາມເສັ້ນທາງ EWEC, ແຂວງກວາງຈິ ມີຈຸດໄດ້ປຽບດ້ານລະບົບດ່ານສາກົນລາວບາວ, ລາໄລ, ຈາລໍ ພ້ອມກັບທາງຫຼວງເລກ 9 ຂ້າມອາຊີ, ສ້າງເງື່ອນໄຂໃຫ້ການຄົມມະນາຄົມເຊື່ອມຕໍ່ກັບບັນດາທ້ອງຖິ່ນຂອງລາວ ແລະ ໄທ.
ນອກຈາກທີ່ຕັ້ງທາງພູມສາດແລ້ວ, ແຂວງຍັງມີລະບົບສະຖານທີ່ມໍລະດົກປະຫວັດສາດ, ທິວທັດທຳມະຊາດທີ່ສວຍງາມ ແລະ ຊັບພະຍາກອນທ່ອງທ່ຽວທີ່ຫຼາກຫຼາຍ.
ບັນດາສະຖານທີ່ເຊັ່ນ ປ້ອມເກົ່າກວາງຈິ, ສອງຝັ່ງແມ່ນ້ຳຮ່ຽນເລືອງ - ເບັ໊ນຫາຍ, ອຸໂມງວິ້ງໂມກ ລ້ວນແຕ່ມີຄຸນຄ່າທາງປະຫວັດສາດທີ່ພິເສດ. ຂະນະທີ່ ຟອງຍາ - ແກ໋ບ່າງ, ຖ້ຳເຊີນດ່ອງ, ຫ້ວຍເນືອກມອກ, ຫາດຊາຍເຍິດເລ້, ເກືອຫວຽດ, ເກືອຕຸ່ງ ພ້ອມກັບຄຸນຄ່າວັດທະນະທຳຂອງຊົນເຜົ່າເຂດພູສູງທາງຕາເວັນຕົກ ໄດ້ສ້າງທ່າແຮງໃນການພັດທະນາການທ່ອງທ່ຽວຫຼາຍຮູບແບບ.
ຕາມທ່ານ ຫງວຽນ ວັນ ຮ່າ, ຮອງປະທານປະຈຳສະມາຄົມການທ່ອງທ່ຽວແຂວງກວາງຈິ, ໂຄງການ famtrip ແມ່ນກິດຈະກຳທີ່ມີຄວາມໝາຍໃນທາງປະຕິບັດ ເພື່ອສຳຫຼວດ, ປະເມີນຕະຫຼາດ ແລະ ຄ່ອຍໆສ້າງຜະລິດຕະພັນທ່ອງທ່ຽວທາງບົກຕາມເສັ້ນທາງ EWEC.
“ພວກເຮົາກຳນົດທິດທາງພັດທະນາຜະລິດຕະພັນທ່ອງທ່ຽວສະເພາະຕົວ ເຊັ່ນ ເສັ້ນທາງທ່ອງທ່ຽວສຳຜັດປະສົບການ ‘ໜຶ່ງມື້ ສາມປະເທດ: ຫວຽດນາມ - ລາວ - ໄທ’, ການເດີນທາງຕາມຮອຍບາດກ້າວຂອງປະທານໂຮ່ຈີມິນ ຕາມເສັ້ນທາງຍາວຂ້າມອາຊີ ຫຼື ບັນດາໂຄງການທ່ອງທ່ຽວຄາຣາວານ (caravan) ເພື່ອຄົ້ນຫາວັດທະນະທຳ ແລະ ປະຫວັດສາດຂອງບັນດາປະເທດໃນອະນຸພາກພື້ນແມ່ນ້ຳຂອງ”, ທ່ານ ຮ່າ ໃຫ້ຮູ້.
ບັນດາຜະລິດຕະພັນທີ່ສະເໜີຂຶ້ນ ມຸ່ງໄປສູ່ການຜະສົມຜະສານການຢ້ຽມຊົມສະຖານທີ່ປະຫວັດສາດ, ສຳຜັດວັດທະນະທຳ, ຄົ້ນຫາວິຖີຊີວິດຊຸມຊົນ ແລະ ການທ່ອງທ່ຽວແບບຂັບລົດເອງຜ່ານຫຼາຍປະເທດ.
ຕາມທ່ານ ຫງວຽນ ວັນ ຮ່າ, ການພັດທະນາບັນດາເສັ້ນທາງທ່ອງທ່ຽວເຫຼົ່ານີ້ ສາມາດປະກອບສ່ວນສ້າງຜະລິດຕະພັນທີ່ມີເອກະລັກເພີ່ມເຕີມ, ຍົກສູງຄວາມດຶງດູດຂອງການທ່ອງທ່ຽວພາກພື້ນ ແລະ ໂຄສະນາພາບລັກຂອງແຂວງກວາງຈິສູ່ຕະຫຼາດໄທ ຜ່ານທາງຫຼວງເລກ 9, ທາງຫຼວງເລກ 12 ແລະ ບັນດາດ່ານຊາຍແດນຕາມເສັ້ນທາງ EWEC.
“ຜ່ານໂຄງການຄັ້ງນີ້, ພວກເຮົາປາຖະໜາຢາກເພີ່ມທະວີການດຶງດູດນັກທ່ອງທ່ຽວໄທໃຫ້ມາສຳຜັດດິນແດນມໍລະດົກທຳມະຊາດ ແລະ ຄວາມຊົງຈຳອັນກ້າຫານຂອງແຂວງກວາງຈິ, ພ້ອມທັງຊຸກຍູ້ການແລກປ່ຽນປະສົບການ, ເພີ່ມທະວີການເຊື່ອມໂຍງລະຫວ່າງຊຸມຊົນວິສາຫະກິດທ່ອງທ່ຽວຂອງບັນດາປະເທດ”, ທ່ານ ຮ່າ ເນັ້ນໜັກ.
ຈາກຜົນການສຳຫຼວດ, ບັນດາວິສາຫະກິດທ່ອງທ່ຽວແຂວງກວາງຈິ ມຸ່ງໄປສູ່ການຂະຫຍາຍການຮ່ວມມືກັບຄູ່ຮ່ວມມືລາວ ແລະ ໄທ, ບໍ່ພຽງແຕ່ເພື່ອສ້າງເສັ້ນທາງທ່ອງທ່ຽວເພີ່ມເຕີມເທົ່ານັ້ນ, ແຕ່ຍັງເພື່ອສ້າງເຄືອຂ່າຍການເຊື່ອມໂຍງ, ແບ່ງປັນແຫຼ່ງນັກທ່ອງທ່ຽວ, ຜະລິດຕະພັນ ແລະ ໂອກາດທາງທຸລະກິດ.
ການເຊື່ອມຕໍ່ບັນດາສະຖານທີ່ທ່ອງທ່ຽວດ້ານປະຫວັດສາດ, ວັດທະນະທຳ, ທຳມະຊາດ ແລະ ການສຳຜັດວິຖີຊີວິດຊຸມຊົນໃນເສັ້ນທາງດຽວກັນ ຄາດວ່າຈະປະກອບສ່ວນນຳໃຊ້ທ່າແຮງການທ່ອງທ່ຽວຂອງ EWEC ໃຫ້ມີປະສິດທິຜົນຍິ່ງຂຶ້ນ, ພ້ອມທັງເພີ່ມທະວີການແລກປ່ຽນປະຊາຊົນ ແລະ ການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ, ລາວ ແລະ ໄທ.
ຍສໝ - ວັນທີ 9/10, ປ້ອມທະຫານຊາຍແດນ ຈ່ຽງເຕືອງ (ແຂວງເຊີນລາ, ຫວຽດນາມ) ແລະ ກອງຮ້ອຍທະຫານຊາຍແດນ 213 (ແຂວງຫົວພັນ, ລາວ) ໄດ້ຈັດການລາດຕະເວນຮ່ວມສອງຝ່າຍ, ກວດກາລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະ ແລກປ່ຽນສະພາບການຄວາມໝັ້ນຄົງໃນເຂດຊາຍແດນທີ່ຕິດຈອດກັນ, ປະກອບສ່ວນຮັກສາເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ຄວາມໝັ້ນຄົງ. |
ຍສໝ - ການຢ້ຽມຢາມຢ່າງເປັນທາງການຢູ່ລາວ ແລະ ກຳປູເຈຍ ແຕ່ວັນທີ 8 - 10/10/2026 ຂອງທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ໄດ້ປະກອບສ່ວນເສີມສ້າງຄວາມໄວ້ວາງໃຈທາງການເມືອງ, ແກ້ໄຂບັນດາຄວາມຫຍຸ້ງຍາກໃນການຮ່ວມມື ແລະ ເປີດກວ້າງຂົງເຂດ ແລະ ໂຄງການໃໝ່. ທ່ານ ເລ ຮວ່າຍ ຈຸງ ລັດຖະມົນຕີກະຊວງການຕ່າງປະເທດ ຕີລາຄາວ່າ ການຢ້ຽມຢາມຄັ້ງນີ້ໄດ້ສ້າງແຮງຂັບເຄື່ອນເພີ່ມເຕີມໃຫ້ແກ່ການພັດທະນາສາຍພົວພັນລະຫວ່າງຫວຽດນາມກັບສອງປະເທດເພື່ອນບ້ານ. |
ດວງດີ
