ຮ່າໂນ້ຍ ສ້າງມາດຖານວຽກງານການຕ່າງປະເທດປະຊາຊົນໃຫ້ເໝາະສົມກັບແຕ່ລະຕາແສງ ແລະ ຄຸ້ມ

21:18 | 21/08/2026

ຍສໝ - ວັນທີ 21 ສິງຫາ ຢູ່ຮ່າໂນ້ຍ, ບັນດາຊ່ຽວຊານ, ນັກຄຸ້ມຄອງ ແລະ ຜູ້ແທນທ້ອງຖິ່ນ ໄດ້ປຶກສາຫາລືກ່ຽວກັບການສ້າງມາດຖານວຽກງານການຕ່າງປະເທດປະຊາຊົນໃນລະດັບຕາແສງ ແລະ ຄຸ້ມ, ແນໃສ່ໃຫ້ການຜັນຂະຫຍາຍມີຄວາມເປັນເອກະພາບ ແຕ່ຍືດຫຍຸ່ນ, ສອດຄ່ອງກັບສະພາບຕົວຈິງ ແລະ ຈຸດແຂງຂອງແຕ່ລະທ້ອງຖິ່ນ.

ລົດໄຟທ່ອງທ່ຽວລະດັບສູງເຊື່ອມຕໍ່ ຮ່າໂນ້ຍ ກັບເຂດມໍລະດົກ ນິງບິ່ງ ຜະລິດຕະພັນຫວຽດນາມ - ລາວ ຫຼາຍກວ່າ 100 ລາຍການ ມາລວມຕົວກັນທີ່ ຮ່າໂນ້ຍ

ເນື້ອໃນດັ່ງກ່າວໄດ້ຮັບການປຶກສາຫາລືໃນກອງສຳມະນາປະກອບຄຳເຫັນຕໍ່ຮ່າງຄຳແນະນຳການປະຕິບັດມາດຖານກິດຈະກຳການຕ່າງປະເທດປະຊາຊົນ ພາຍໃຕ້ໂຄງການທົດລອງຮູບແບບ “ຕາແສງ, ຄຸ້ມສັງຄົມນິຍົມ” ໃນເຂດນະຄອນຮ່າໂນ້ຍ. ເຂົ້າຮ່ວມມີບັນດາຊ່ຽວຊານ, ນັກການທູດ, ສະມາຊິກສະພາທີ່ປຶກສາວຽກງານການຕ່າງປະເທດປະຊາຊົນນະຄອນຫຼວງ, ຜູ້ແທນບັນດາອົງການ, ໜ່ວຍງານ ແລະ ບາງຕາແສງ, ຄຸ້ມ.

ຮ່າໂນ້ຍ ສ້າງມາດຖານວຽກງານການຕ່າງປະເທດປະຊາຊົນໃຫ້ເໝາະສົມກັບແຕ່ລະຕາແສງ ແລະ ຄຸ້ມ
ພາບລວມກອງສຳມະນາປະກອບຄຳເຫັນຕໍ່ຮ່າງຄຳແນະນຳການປະຕິບັດມາດຖານກິດຈະກຳການຕ່າງປະເທດປະຊາຊົນ ພາຍໃຕ້ໂຄງການທົດລອງຮູບແບບ “ຕາແສງ, ຄຸ້ມສັງຄົມນິຍົມ” ຢູ່ຮ່າໂນ້ຍ.

ສ້າງມາດຖານທີ່ຊັດເຈນ, ຫຼີກລ້ຽງການເຮັດໃຫ້ເປັນວຽກບໍລິຫານພຽງຢ່າງດຽວ

ກ່າວເປີດກອງສຳມະນາ, ທ່ານ ຫງວຽນ ນາມ ຫາຍ, ຮອງປະທານສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ ການສ້າງຄຳແນະນຳປະຕິບັດມາດຖານວຽກງານການຕ່າງປະເທດປະຊາຊົນໃນລະດັບຕາແສງ ແລະ ຄຸ້ມ ແມ່ນໜ້າທີ່ໃໝ່ທີ່ບໍ່ເຄີຍມີມາກ່ອນ.

ຕາມໂຄງການ, ກິດຈະກຳການຕ່າງປະເທດປະຊາຊົນຢູ່ໃນກຸ່ມມາດຖານທີ 7 ວ່າດ້ວຍການຮັບປະກັນປ້ອງກັນຊາດ, ຄວາມໝັ້ນຄົງ, ຄວາມສະຫງົບຮຽບຮ້ອຍທາງສັງຄົມ ແລະ ການຂະຫຍາຍວຽກງານການຕ່າງປະເທດປະຊາຊົນ. ເປົ້າໝາຍແມ່ນເພື່ອສົ່ງເສີມບົດບາດຂອງອຳນາດການປົກຄອງຂັ້ນຮາກຖານໃນການແລກປ່ຽນ, ເຊື່ອມໂຍງຊຸມຊົນ, ໂຄສະນາພາບລັກຂອງທ້ອງຖິ່ນ ແລະ ແນະນຳບັນດາຄຸນຄ່າດ້ານວັດທະນະທຳ ແລະ ຜູ້ຄົນຂອງນະຄອນຫຼວງ.

ແນວໃດກໍຕາມ, ການຫັນຂົງເຂດທີ່ກວ້າງຂວາງ ແລະ ຫຼາກຫຼາຍໃຫ້ກາຍເປັນບັນດາມາດຖານທີ່ສາມາດຜັນຂະຫຍາຍ, ຕິດຕາມ ແລະ ປະເມີນຜົນໄດ້ນັ້ນ ຍັງມີຄວາມຫຍຸ້ງຍາກບໍ່ໜ້ອຍ, ໂດຍສະເພາະເມື່ອ 126 ຕາແສງ ແລະ ຄຸ້ມຂອງຮ່າໂນ້ຍ ມີເງື່ອນໄຂ ແລະ ຈຸດແຂງທີ່ແຕກຕ່າງກັນ.

ທ່ານ ຫງວຽນ ນາມ ຫາຍ ເຫັນວ່າ ຄຳແນະນຳຄວນກຳນົດໃຫ້ຊັດເຈນເຖິງໜ້າທີ່, ວິທີການປະຕິບັດ ແລະ ວິທີປະເມີນຜົນ, ພ້ອມທັງຫຼີກລ້ຽງການນຳໃຊ້ຢ່າງກົນຈັກ ຫຼື ເຮັດໃຫ້ເກີດຂັ້ນຕອນທາງບໍລິຫານເພີ່ມຂຶ້ນ.

ຮ່າງຄຳແນະນຳໄດ້ສະເໜີກິດຈະກຳຫຼັກ 3 ກຸ່ມ ຄື: ການແລກປ່ຽນ, ການເຊື່ອມໂຍງຊຸມຊົນ ແລະ ການໂຄສະນາທ້ອງຖິ່ນ. ນີ້ແມ່ນຂອບທິດທາງເພື່ອໃຫ້ບັນດາຕາແສງ ແລະ ຄຸ້ມ ສາມາດເປັນເຈົ້າການເລືອກ ແລະ ປະສົມປະສານການປະຕິບັດ, ບໍ່ແມ່ນລາຍການໜ້າທີ່ທີ່ບັງຄັບໃຫ້ຕ້ອງເຮັດ.

ຕາມນັ້ນ, ກິດຈະກຳແລກປ່ຽນສາມາດສຸມໃສ່ບັນດາໂຄງການສັນຕິພາບ, ມິດຕະພາບ, ວັດທະນະທຳ, ການສຶກສາ ແລະ ຊາວໜຸ່ມ. ການເຊື່ອມໂຍງຊຸມຊົນແນໃສ່ຊາວຫວຽດນາມຢູ່ຕ່າງປະເທດ, ວິສາຫະກິດ, ມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ອົງການສາກົນ. ສ່ວນການໂຄສະນາທ້ອງຖິ່ນແມ່ນເຊື່ອມໂຍງກັບມໍລະດົກ, ໝູ່ບ້ານຫັດຖະກຳ, ຜະລິດຕະພັນ OCOP, ການທ່ອງທ່ຽວ ແລະ ທ່າແຮງການພັດທະນາເສດຖະກິດ - ສັງຄົມ.

ຈຸດທີ່ໜ້າສົນໃຈແມ່ນ ຮ່າງຄຳແນະນຳໄດ້ສະເໜີໃຫ້ປະເມີນຜົນຕາມຫຼັກການ “ມີການຈັດຕັ້ງ - ມີການປະຕິບັດ - ມີຜົນສຳເລັດ”. ໃນລະບົບຄະແນນເຕັມ 1 ຄະແນນ, ເນື້ອໃນ “ມີຜົນສຳເລັດ” ກວມເອົາ 0,45 ຄະແນນ; “ມີການປະຕິບັດ” ກວມເອົາ 0,35 ຄະແນນ ແລະ “ມີການຈັດຕັ້ງ” ກວມເອົາ 0,20 ຄະແນນ.

ວິທີການປະເມີນນີ້ມຸ່ງເນັ້ນໃຫ້ຄວາມສຳຄັນກັບຜົນງານ ແລະ ຜົນສຳເລັດຕົວຈິງ ແທນທີ່ຈະພຽງແຕ່ສະຖິຕິຈຳນວນໂຄງການ ແລະ ເຫດການ.

ເພື່ອຫຼຸດຜ່ອນພາລະໃຫ້ຂັ້ນຮາກຖານ, ບັນດາທ້ອງຖິ່ນສາມາດນຳໃຊ້ແຜນການ, ຮູບພາບ, ວິດີໂອ, ຜະລິດຕະພັນສື່ສານ, ລິ້ງອິເລັກໂຕຣນິກ ຫຼື ລະຫັດ QR ເປັນຫຼັກຖານຢືນຢັນ ໂດຍບໍ່ຕ້ອງຈັດເຮັດເອກະສານຊຸດໃໝ່ແຍກຕ່າງຫາກ. ບັນດາເອກະສານຊ້ອນທ້າຍຄຳແນະນຳກໍມີລັກສະນະເປັນຂໍ້ສະເໜີແນະ, ສ້າງເງື່ອນໄຂໃຫ້ແຕ່ລະທ້ອງຖິ່ນເລືອກວິທີປະຕິບັດ.

“ບໍ່ສາມາດຮຽກຮ້ອງໃຫ້ 126 ຕາແສງ ແລະ ຄຸ້ມ ດຳເນີນກິດຈະກຳດຽວກັນທັງໝົດໄດ້”, ທ່ານ ຫງວຽນ ນາມ ຫາຍ ເນັ້ນໜັກ.

ຕາມທ່ານ, ແຕ່ລະທ້ອງຖິ່ນຕ້ອງສົ່ງເສີມຈຸດແຂງສະເພາະຂອງຕົນ, ນັບແຕ່ໝູ່ບ້ານຫັດຖະກຳ, ໂບຮານສະຖານ, ຜະລິດຕະພັນ OCOP ຈົນເຖິງເຂດອຸດສາຫະກຳ, ວິສາຫະກິດທີ່ມີທຶນລົງທຶນໂດຍກົງຈາກຕ່າງປະເທດ (FDI), ມະຫາວິທະຍາໄລ ຫຼື ຊຸມຊົນຊາວຕ່າງປະເທດ, ຜ່ານນັ້ນເຊື່ອມໂຍງວຽກງານການຕ່າງປະເທດປະຊາຊົນເຂົ້າກັບການພັດທະນາເສດຖະກິດ - ສັງຄົມ.

ຮ່າໂນ້ຍ ສ້າງມາດຖານວຽກງານການຕ່າງປະເທດປະຊາຊົນໃຫ້ເໝາະສົມກັບແຕ່ລະຕາແສງ ແລະ ຄຸ້ມ
ທ່ານ ຫງວຽນ ນາມ ຫາຍ, ຮອງປະທານສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ.

ໃຫ້ປະຊາຊົນກາຍເປັນເຈົ້າການໃນກິດຈະກຳການຕ່າງປະເທດ

ໃນກອງສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ແລກປ່ຽນກ່ຽວກັບຄວາມເປັນໄປໄດ້ຂອງຊຸດມາດຖານ, ໂດຍສະເພາະຄວາມສາມາດໃນການນຳໃຊ້ພາຍໃຕ້ເງື່ອນໄຂດ້ານຊັບພະຍາກອນ ແລະ ລັກສະນະປະຊາກອນທີ່ແຕກຕ່າງກັນລະຫວ່າງບັນດາຕາແສງ ແລະ ຄຸ້ມ.

ຫຼາຍຄຳເຫັນຖືວ່າ ການນຳວຽກງານການຕ່າງປະເທດປະຊາຊົນລົງສູ່ຂັ້ນຮາກຖານ ບໍ່ໄດ້ໝາຍຄວາມວ່າເປັນການມອບໜ້າທີ່ທາງບໍລິຫານເພີ່ມໃຫ້ອຳນາດການປົກຄອງທ້ອງຖິ່ນ. ສິ່ງສຳຄັນແມ່ນການສ້າງເງື່ອນໄຂໃຫ້ປະຊາຊົນໄດ້ເຂົ້າຮ່ວມໂດຍກົງໃນບັນດາກິດຈະກຳແລກປ່ຽນ ແລະ ເຊື່ອມໂຍງກັບເພື່ອນມິດສາກົນ.

ນັບແຕ່ການທ່ອງທ່ຽວຊຸມຊົນ, ການແນະນຳຜະລິດຕະພັນທ້ອງຖິ່ນ ຈົນເຖິງການແລກປ່ຽນວັດທະນະທຳ, ບັນດາກິດຈະກຳທີ່ໃກ້ຊິດກັບຊີວິດປະຈຳວັນລ້ວນແຕ່ສາມາດກາຍເປັນຮູບແບບຂອງວຽກງານການຕ່າງປະເທດປະຊາຊົນໄດ້ ເມື່ອກິດຈະກຳເຫຼົ່ານັ້ນປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ການເຊື່ອມໂຍງ ແລະ ການຮ່ວມມື.

ດັ່ງນັ້ນ, ບັນດາມາດຖານຈຶ່ງຄວນສົ່ງເສີມການເຂົ້າຮ່ວມຂອງຊຸມຊົນ, ຮັບປະກັນຄວາມເປັນຮູບປະທຳ ແລະ ສອດຄ່ອງກັບຄວາມຕ້ອງການ ກໍຄືເງື່ອນໄຂຂອງແຕ່ລະທ້ອງຖິ່ນ.

ກ່າວສະຫຼຸບກອງສຳມະນາ, ທ່ານ ຫງວຽນ ຫງອກ ກີ່, ປະທານສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ ຕີລາຄາວ່າ ບັນດາຄຳເຫັນໄດ້ປະກອບສ່ວນເຮັດໃຫ້ເນື້ອໃນສຳຄັນ, ວິທີການຜັນຂະຫຍາຍ ແລະ ການປະເມີນປະສິດທິຜົນຂອງກິດຈະກຳການຕ່າງປະເທດປະຊາຊົນໃນລະດັບຕາແສງ ແລະ ຄຸ້ມ ມີຄວາມຊັດເຈນຫຼາຍຂຶ້ນ.

ຕາມທ່ານ, ເຖິງແມ່ນຈະມີຫຼາຍວິທີການເຂົ້າເຖິງທີ່ແຕກຕ່າງກັນ, ແຕ່ເປົ້າໝາຍສຸດທ້າຍຍັງຄົງແມ່ນການສ້າງຄຸນຄ່າທີ່ເປັນຮູບປະທຳ, ປະກອບສ່ວນຍົກສູງຊີວິດການເປັນຢູ່ ແລະ ຄວາມສຸກຂອງປະຊາຊົນ.

ຄະນະຮ່າງເອກະສານຈະລວບລວມ ແລະ ຮັບເອົາບັນດາຄຳເຫັນເພື່ອປັບປຸງຮ່າງຄຳແນະນຳໃຫ້ສົມບູນ, ສືບຕໍ່ຂໍຄຳເຫັນຈາກບັນດາອົງການ ແລະ ໜ່ວຍງານທີ່ກ່ຽວຂ້ອງ ກ່ອນນຳສະເໜີຕໍ່ຄະນະປະຈຳການຄະນະກຳມະການແນວໂຮມປິຕຸພູມຫວຽດນາມນະຄອນຮ່າໂນ້ຍ ເພື່ອພິຈາລະນາປະກາດໃຊ້ພາຍໃນເດືອນສິງຫາ 2026, ເປັນພື້ນຖານໃຫ້ການຜັນຂະຫຍາຍຢູ່ບັນດາຕາແສງ ແລະ ຄຸ້ມ ທີ່ຢູ່ໃນຮູບແບບທົດລອງ.

ສາມັກຄີປະຊາຄົມຊາວຫວຽດນາມ, ເພີ່ມທະວີຄວາມຜູກພັນກັບບ້ານເກີດເມືອງນອນ ສາມັກຄີປະຊາຄົມຊາວຫວຽດນາມ, ເພີ່ມທະວີຄວາມຜູກພັນກັບບ້ານເກີດເມືອງນອນ
ຍສໝ - ເນື່ອງໃນໂອກາດວັນບຸນມະຫາສາມັກຄີແຫ່ງຊາດຫວຽດນາມຢູ່ເອີຣົບ ທີ່ຈັດຂຶ້ນເປັນຄັ້ງທຳອິດຢູ່ນະຄອນ Prague (ເຊັກ), ພ້ອມກັບກອງປະຊຸມໃຫຍ່ຄັ້ງທີ III ແລະ ພິທີລະນຶກຄົບຮອບ 10 ປີແຫ່ງການສ້າງຕັ້ງສະຫະພັນສະມາຄົມຊາວຫວຽດນາມຢູ່ເອີຣົບ (30/10 - 1/11/2026), ທ່ານ ເຢືອງ ຮວ່າຍ ນາມ, ເອກອັກຄະລັດຖະທູດຫວຽດນາມປະຈຳເຊັກ ໄດ້ແບ່ງປັນກ່ຽວກັບຄວາມໝາຍຂອງບັນດາກິດຈະກຳ, ບົດບາດຂອງສະມາຄົມຕ່າງໆໃນການເຊື່ອມໂຍງຊາວຫວຽດນາມຢູ່ຕ່າງປະເທດ ແລະ ບັນດາວິທີແກ້ໄຂເພື່ອໃຫ້ຄົນຮຸ່ນໜຸ່ມຊາວຫວຽດນາມຢູ່ເອີຣົບ ສືບຕໍ່ຮັກສາຄວາມຜູກພັນກັບບ້ານເກີດເມືອງນອນ ແລະ ປະເທດຊາດ.
ການແລກປ່ຽນລະຫວ່າງນັກຮຽນ ຮ່ວມກັນສ້າງສາມິດຕະພາບຫວຽດນາມ - ອີຕາລີ ການແລກປ່ຽນລະຫວ່າງນັກຮຽນ ຮ່ວມກັນສ້າງສາມິດຕະພາບຫວຽດນາມ - ອີຕາລີ
ຍສໝ - ໃນໂຄງການແລກປ່ຽນລະຫວ່າງໂຮງຮຽນມັດທະຍົມຕອນຕົ້ນ ແລະ ຕອນປາຍ ຫງວຽນ ຊຽວ (ຮ່າໂນ້ຍ) ກັບໂຮງຮຽນມັດທະຍົມຕອນປາຍ Galileo Galilei (Siena, ອີຕາລີ), ທ່ານ Marco Della Seta, ເອກອັກຄະລັດຖະທູດອີຕາລີປະຈຳຫວຽດນາມ ໄດ້ເນັ້ນໜັກເຖິງບົດບາດຂອງການສຶກສາ ແລະ ການແລກປ່ຽນລະຫວ່າງປະຊາຊົນ ໃນການເພີ່ມທະວີຄວາມເຂົ້າໃຈ, ເຊື່ອມໂຍງຄົນຮຸ່ນໜຸ່ມ ແລະ ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບລະຫວ່າງສອງປະເທດ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ