| ເວທີປາໄສ “ຂົວຕໍ່ວັດທະນະທຳຫວຽດນາມ ປະຈຳ ຍີ່ປຸ່ນ” ບານເຕະເຊື່ອມສານຊຸມຊົນຊາວຫວຽດນາມຢູ່ຍີ່ປຸ່ນ |
ໂຄງການພົບປະ ແລະ ແລກປ່ຽນ “ການຮ່ວມມືດ້ານການສຶກສາຫວຽດນາມ - ຍີ່ປຸ່ນ” ຈັດຂຶ້ນໂດຍສະຖາບັນປະຍຸກໃຊ້ເຕັກໂນໂລຊີ ແລະ ພັດທະນາການສຶກສາ (INTED) ຮ່ວມກັບສູນສົ່ງເສີມການຮ່ວມມືດ້ານວັດທະນະທຳ ແລະ ການສຶກສາຫວຽດນາມ - ຍີ່ປຸ່ນ (VJCE).
ເຫດການດັ່ງກ່າວມີຜູ້ແທນຈາກບັນດາອົງການຄຸ້ມຄອງ, ໂຮງຮຽນ, ອົງການການສຶກສາສາກົນ, ວິສາຫະກິດ ແລະ ຊ່ຽວຊານຂອງສອງປະເທດເຂົ້າຮ່ວມ, ແນໃສ່ເພີ່ມທະວີການເຊື່ອມໂຍງໃນຂົງເຂດການຝຶກອົບຮົມ, ການຄົ້ນຄວ້າ ແລະ ການແລກປ່ຽນທາງວິຊາການ.
![]() |
| ບັນດາຜູ້ແທນຖ່າຍຮູບຮ່ວມກັນເປັນທີ່ລະນຶກ. |
ກ່າວຄຳປາໄສໃນໂຄງການ, ທ່ານ ປະລິນຍາເອກ ຮ່າ ຫງອກ ແອງ, ຫົວໜ້າສະຖາບັນ INTED ໃຫ້ຂໍ້ສັງເກດວ່າ ການຮ່ວມມືດ້ານການສຶກສາຫວຽດນາມ - ຍີ່ປຸ່ນ ກຳລັງກ້າວເຂົ້າສູ່ໄລຍະພັດທະນາໃໝ່, ມຸ່ງສູ່ການສ້າງລະບົບນິເວດແຫ່ງການເຊື່ອມໂຍງລະຫວ່າງສະຖາບັນການສຶກສາ, ວິສາຫະກິດ ແລະ ບັນດາອົງການສັງຄົມ.
ຕາມທ່ານ, ໂຄງການນີ້ໄດ້ສ້າງເງື່ອນໄຂໃຫ້ບັນດານັກຄຸ້ມຄອງ, ຊ່ຽວຊານ ແລະ ອາຈານ ແລກປ່ຽນປະສົບການກ່ຽວກັບການປ່ຽນໃໝ່ການສຶກສາ, ການຫັນປ່ຽນດິຈິຕອນ, ການນຳໃຊ້ປັນຍາປະດິດໃນການສິດສອນ, ການພັດທະນາທັກສະວິຊາຊີບ, ການຝຶກອົບຮົມຊັບພະຍາກອນມະນຸດຄຸນນະພາບສູງ, ການຮ່ວມມືຄົ້ນຄວ້າວິທະຍາສາດ ແລະ ການແລກປ່ຽນນັກສຶກສາ.
ທ່ານນາງ ຫວູ ທິ ລຽນ ເຮືອງ, ຫົວໜ້າພະແນກການສຶກສາ ປະຈຳສະຖານທູດຫວຽດນາມຢູ່ຍີ່ປຸ່ນ ຢືນຢັນວ່າ ການສຶກສາ ແລະ ການຝຶກອົບຮົມແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງສາຍພົວພັນຫວຽດນາມ - ຍີ່ປຸ່ນ.
ຕາມທ່ານນາງ, ການຂະຫຍາຍການເຊື່ອມໂຍງລະຫວ່າງບັນດາສະຖາບັນການສຶກສາ, ວິສາຫະກິດ ແລະ ອົງການຂອງສອງປະເທດ ມີສ່ວນຊ່ວຍຍົກສູງຄຸນນະພາບຊັບພະຍາກອນມະນຸດ, ພ້ອມທັງຊຸກຍູ້ການແລກປ່ຽນລະຫວ່າງປະຊາຊົນ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ມິດຕະພາບ.
ພະແນກການສຶກສາ ປະຈຳສະຖານທູດຫວຽດນາມຢູ່ຍີ່ປຸ່ນ ຈະສືບຕໍ່ຮ່ວມເດີນທາງ ແລະ ສະໜັບສະໜູນການເຊື່ອມໂຍງລະຫວ່າງບັນດາມະຫາວິທະຍາໄລ, ວິສາຫະກິດ, ອົງການການສຶກສາ ແລະ ຊຸມຊົນຊາວຫວຽດນາມຢູ່ຍີ່ປຸ່ນ, ພ້ອມທັງຊຸກຍູ້ບັນດາຂໍ້ລິເລີ່ມຮ່ວມມືທີ່ເປັນຮູບປະທຳ.
ພາຍໃນຂອບເຂດໂຄງການ, VJCE ແລະ ສຳນັກພິມການສຶກສາຫວຽດນາມ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື. VJCE ຍັງໄດ້ປະກາດສ້າງຕັ້ງຫ້ອງການຜູ້ແທນຢູ່ຮ່າໂນ້ຍ ເພື່ອເປັນຈຸດປະສານງານໃນການຜັນຂະຫຍາຍກິດຈະກຳຝຶກອົບຮົມພາສາຍີ່ປຸ່ນ, ໃຫ້ຄຳປຶກສາການສຶກສາຕໍ່ຕ່າງປະເທດ, ເຊື່ອມໂຍງໂຮງຮຽນ ແລະ ວິສາຫະກິດ ຕະຫຼອດຮອດການແລກປ່ຽນວັດທະນະທຳລະຫວ່າງສອງປະເທດ.
ສິ່ງທີ່ໜ້າສົນໃຈແມ່ນ ໃນໂຄງການໄດ້ປະກາດການປະກວດ “J-KIDS Japanese Talent 2026 - ຄົ້ນຫາຜູ້ມີພອນສະຫວັນດ້ານພາສາຍີ່ປຸ່ນສຳລັບເດັກນ້ອຍ” ໃນຂອບເຂດທົ່ວປະເທດ.
ການປະກວດນີ້ເປີດໃຫ້ນັກຮຽນທີ່ມັກຮຽນພາສາຍີ່ປຸ່ນເຂົ້າຮ່ວມ, ແນໃສ່ປຸກລະດົມຄວາມມັກຮັກໃນການຮຽນພາສາຕ່າງປະເທດ, ຄົ້ນພົບ ແລະ ບຳລຸງສ້າງຜູ້ມີພອນສະຫວັນຮຸ່ນໜຸ່ມ, ພ້ອມທັງສ້າງໂອກາດເພີ່ມເຕີມໃນການແລກປ່ຽນວັດທະນະທຳລະຫວ່າງຄົນຮຸ່ນໜຸ່ມຫວຽດນາມ ແລະ ຍີ່ປຸ່ນ.
ຍສໝ - ໃນຂອບເຂດກອງປະຊຸມກວດກາຄືນ ສົນທິສັນຍາວັດຖຸບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ຄັ້ງທີ 11 (NPT RevCon 11) ເຊິ່ງດຳເນີນແຕ່ວັນທີ 27 ເມສາ - 25 ພຶດສະພາ, ຢູ່ສຳນັກງານຄະນະຜູ້ແທນຖາວອນ ຫວຽດນາມ ປະຈຳ ອົງການສະຫະປະຊາຊາດ ທີ່ ນິວຢອກ (ສະຫະລັດ ອາເມລິກາ), ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ, ຫົວໜ້າຄະນະຜູ້ແທນຖາວອນ ຫວຽດນາມ ປະຈຳ ອົງການສະຫະປະຊາຊາດ, ປະທານທີ່ໄດ້ຮັບການແຕ່ງຕັ້ງຂອງກອງປະຊຸມ ໄດ້ໃຫ້ການຕ້ອນຮັບທ່ານ ຊີອີ ຄາຊຸໂອະ (Shii Kazuo), ປະທານພັກກອມມູນິດ ຍີ່ປຸ່ນ, ເພື່ອແລກປ່ຽນກ່ຽວກັບບັນດາເນື້ອໃນທີ່ກ່ຽວຂ້ອງເຖິງກອງປະຊຸມ ແລະ ບັນດາມາດຕະການເພີ່ມທະວີການຮ່ວມມືປົດປ່ອຍອາວຸດ. |
ຍສໝ - ໃນຕອນເຊົ້າວັນທີ 2/5, ຢູ່ສຳນັກງານລັດຖະບານ, ພາຍຫຼັງສິ້ນສຸດການເຈລະຈາ, ທ່ານນາຍົກລັດຖະມົນຕີ ເລ ມິງ ຮືງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີມອບ-ຮັບບັນດາເອກະສານການຮ່ວມມື. |
ມິງດຶກ
