World Vision ຊ່ວຍເຫຼືອ 376 ຄອບຄົວຢູ່ດ່ານັງ ຟື້ນຟູຜົນເສຍຫາຍຈາກພາຍຸ

15:19 | 15/07/2026

ຍສໝ - ໂຄງການມູນຄ່າກວ່າ 3,74 ຕື້ດົ່ງ ໄດ້ຊ່ວຍເຫຼືອປະຊາຊົນຢູ່ນາມຈ່າມີ ແລະ ຈ່າເວິນ ໃນການສ້ອມແປງເຮືອນ, ຟື້ນຟູລະບົບນ້ຳສະອາດ, ສຸຂາພິບານ ແລະ ການດຳລົງຊີບພາຍຫຼັງໄພພິບັດທຳມະຊາດ.

World Vision International ປະຈຳ ຫວຽດນາມ ແລະ EU ໜູນຊ່ວຍເດັກອໍທິດສະຕິກ ແລະ ຄວາມພິການທີ່ສະຕິປັນຍາ ຢູ່ ດ່າໜັງ World Vision ສະໜັບສະໜູນຄອບຄົວລ້ຽງກຸ້ງ ເພື່ອພັດທະນາຊີວິດການເປັນຢູ່ຢ່າງຍືນຍົງ
World Vision ຊ່ວຍເຫຼືອ 376 ຄອບຄົວຢູ່ດ່ານັງ ຟື້ນຟູຜົນເສຍຫາຍຈາກພາຍຸ
ໃນສອງວັນທີ 15-16 ກໍລະກົດ, ອົງການ World Vision ໄດ້ດຳເນີນກິດຈະກຳຊ່ວຍເຫຼືອຟື້ນຟູພາຍຫຼັງພາຍຸ Fengshen ແລະ Kalmaegi ໃຫ້ແກ່ປະຊາຊົນຢູ່ສອງຕາແສງ ນາມຈ່າມີ ແລະ ຈ່າເວິນ, ນະຄອນດ່ານັງ. ໂຄງການມີງົບປະມານກວ່າ 3,74 ຕື້ດົ່ງ, ໂດຍໄດ້ຮັບທຶນຈາກພັນທະມິດບັນເທົາທຸກເຢຍລະມັນ ຜ່ານອົງການ World Vision, ເພື່ອຊ່ວຍເຫຼືອ 376 ຄອບຄົວ ຫຼື ປະມານ 1.504 ຄົນ. ໃນນັ້ນ, 49 ຄອບຄົວທີ່ເຮືອນໄດ້ຮັບຄວາມເສຍຫາຍ ໄດ້ຮັບທຶນຊ່ວຍເຫຼືອເພື່ອສ້ອມແປງເຮືອນ, 278 ຄອບຄົວໄດ້ຮັບການຊ່ວຍເຫຼືອຟື້ນຟູລະບົບນ້ຳສະອາດ ແລະ ສິ່ງກໍ່ສ້າງດ້ານສຸຂາພິບານ, ສ່ວນອີກ 49 ຄອບຄົວໄດ້ຮັບການຊ່ວຍເຫຼືອເພື່ອລົງທຶນຄືນໃໝ່ໃນການລ້ຽງງົວ. ປະຊາຊົນຍັງໄດ້ຮັບການຝຶກອົບຮົມກ່ຽວກັບນ້ຳສະອາດ, ສຸຂາພິບານ ແລະ ການດູແລສັດລ້ຽງ, ປະກອບສ່ວນຟື້ນຟູຊີວິດການເປັນຢູ່ພາຍຫຼັງໄພພິບັດທຳມະຊາດ.
World Vision ພ້ອມກັບ ຫວຽດນາມ ເພື່ອປົກປ້ອງເດັກນ້ອຍໃນທາງອິນເຕີເນັດ World Vision ພ້ອມກັບ ຫວຽດນາມ ເພື່ອປົກປ້ອງເດັກນ້ອຍໃນທາງອິນເຕີເນັດ
ຍສໝ - “ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​ອິນ​ເຕີ​ເນັດ​ທີ່​ປອດ​ໄພ ແລະ ມີ​ປະ​ສິດ​ທິ​ຜົນ​ໃຫ້​ເດັກນ້ອຍ, World Vision International ຢູ່ ​ຫວຽດ​ນາມ ຍາມ​ໃດ​ກໍ່​ສຸມ​ໃສ່​ໃນບັນ​ດາ​ວິ​ທີ​ທີ່​ເຂົ້າເຖິງການເົອາ​ເດັກນ້ອຍ​ເປັນ​ໃຈກາງ. World Vision ພິເສດຖືເປັນສຳຄັນລາຍການສຶກສາທັກສະດິຈິຕອນຮອບດ້ານ ເພື່ອໃຫ້ເດັກນ້ອຍທັງຮູ້ຈັກວິທີປ້ອງກັນຕົນເອງ ແລະ ທັງສາມາດນຳໃຊ້ອິນເຕີເນັດຢ່າງສ້າງສັນ. ພ້ອມ​ກັນ​ນັ້ນ, ກໍ່ມີສະຕິເຖິງບົດບາດເປັນເຈົ້າການຂອງຕົນໃນການສ້າງສະພາບແວດລ້ອມອິນເຕີເນັດທີ່ປອດໄພ ແລະ ມີປະສິດທິຜົນ".
World Vision ຊຸກຍູ້ການດູແລໂພຊະນາຫານຢ່າງຄົບຖ້ວນໃຫ້ແກ່ເດັກນ້ອຍຫວຽດນາມ World Vision ຊຸກຍູ້ການດູແລໂພຊະນາຫານຢ່າງຄົບຖ້ວນໃຫ້ແກ່ເດັກນ້ອຍຫວຽດນາມ
ຍສໝ - ຕອນບ່າຍວັນທີ 1 ມິຖຸນາ, ຢູ່ເມືອງ ເທືອງຊ່ວນ (ແຂວງ ແທັງຮວ່າ), ອົງການ World Vision International ປະຈໍາ ຫວຽດນາມ ໄດ້ສົມທົບກັບສະຖາບັນໂພຊະນາຫານແຫ່ງຊາດ ແລະ ຄະນະກໍາມະການປະຊາຊົນເມືອງ ເທືອງຊ່ວນ ໄດ້ຈັດຕັ້ງວັນບຸນຊຸມຊົນ “ບໍາລຸງລ້ຽງດ້ວຍຄວາມຮັກ”. ກິດຈະກໍາດັ່ງກ່າວແມ່ນເພື່ອຕອບສະຫນອງເດືອນຂອງການປະຕິບັດສໍາລັບເດັກນ້ອຍ ແລະວັນທາດບຳລຸງ​ໂພ​ຊະ​ນາ​ການ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ສິດຂອງມະນຸດ

ເບິ່ງເພີ່ມເຕີມ