ເດັກນ້ອຍຈາກ 7 ປະເທດອາຊີຕາເວັນອອກ ເຂົ້າຮ່ວມຄ້າຍພັກແຮມຢູ່ດ່ານັງ

14:19 | 26/06/2026

ຍສໝ - ຜູ້ແທນເດັກນ້ອຍ 27 ຄົນ ຈາກ 7 ປະເທດອາຊີຕາເວັນອອກ ໄດ້ເຂົ້າຮ່ວມຄ້າຍພັກແຮມຢູ່ນະຄອນດ່ານັງ, ແລກປ່ຽນຂໍ້ລິເລີ່ມກ່ຽວກັບການປ່ຽນແປງດິນຟ້າອາກາດ, ເຕັກໂນໂລຊີ ແລະ ການມີສ່ວນຮ່ວມຢ່າງທົ່ວເຖິງ, ຜ່ານນັ້ນ ໄດ້ນຳສຽງຂອງເດັກນ້ອຍເຂົ້າສູ່ບັນດາບັນຫາຮ່ວມຂອງພາກພື້ນ.

ຂຸດຄົ້ນ ແລະ ເກັບກູ້ອັດຖິວິລະຊົນເພີ່ມອີກ 4 ຊຸດ ຢູ່ສວນສາທາລະນະ ເລ ທິ ຣຽງ ຕວຽນກວາງ ຄົ້ນພົບ ແລະ ເກັບກູ້ອັດຖິທະຫານເສຍສະຫຼະເພີ່ມອີກ 22 ຊຸດ
ເດັກນ້ອຍຈາກ 7 ປະເທດອາຊີຕາເວັນອອກ ເຂົ້າຮ່ວມຄ້າຍພັກແຮມຢູ່ດ່ານັງ
ແຕ່ວັນທີ 22 ຫາ 26 ມິຖຸນາ 2026, ຄ້າຍປັນຍາເຍົາວະຊົນ ປີ 2026 (Young Minds CAMP 2026) ໄດ້ຈັດຂຶ້ນຢູ່ນະຄອນດ່ານັງ, ໂດຍມີຜູ້ແທນເດັກນ້ອຍ 27 ຄົນ ຈາກກຳປູເຈຍ, ຈີນ, ລາວ, ມົງໂກລີ, ມຽນມາ, ໄທ ແລະ ຫວຽດນາມ ເຂົ້າຮ່ວມ. ແຜນງານດັ່ງກ່າວຈັດໂດຍອົງການ World Vision International ປະຈຳຫວຽດນາມ ປະສານສົມທົບກັບຫ້ອງການປະຈຳພາກພື້ນອາຊີຕາເວັນອອກຂອງ World Vision. ຕະຫຼອດໄລຍະ 5 ວັນ, ບັນດາເດັກນ້ອຍໄດ້ເຂົ້າຮ່ວມການສົນທະນາ, ຄົ້ນຄວ້າ ແລະ ສະເໜີຂໍ້ລິເລີ່ມຕ່າງໆ ກ່ຽວກັບການປ່ຽນແປງດິນຟ້າອາກາດ, ການຍົກຍ້າຍຖິ່ນຖານຍ້ອນຜົນກະທົບຈາກສະພາບອາກາດ, ເຕັກໂນໂລຊີ ແລະ ການສົ່ງເສີມໃຫ້ເດັກນ້ອຍພິການມີສ່ວນຮ່ວມຢ່າງທົ່ວເຖິງ. ຫົວຂໍ້ຕ່າງໆ ໄດ້ຖືກຄັດເລືອກຈາກຂະບວນການປຶກສາຫາລືກັບເດັກນ້ອຍໃນພາກພື້ນ, ຜ່ານນັ້ນ ຊຸກຍູ້ໃຫ້ພວກເຂົາສະແດງທັດສະນະຂອງຕົນໂດຍກົງຕໍ່ບັນດາບັນຫາທີ່ສົ່ງຜົນກະທົບຕໍ່ຊີວິດຂອງຕົນ.
ນັກສຶກສາຫວຽດນາມ - ສ.ເກົາຫຼີ ຮ່ວມໃຈສ້າງສິ່ງດີໆ ໃຫ້ເດັກນ້ອຍ ນັກສຶກສາຫວຽດນາມ - ສ.ເກົາຫຼີ ຮ່ວມໃຈສ້າງສິ່ງດີໆ ໃຫ້ເດັກນ້ອຍ
ຍສໝ - ວັນທີ 2 ສິງຫາ, ທີ່ຕາແສງ ກຸຍຖັງ (ນະຄອນຫາຍຟ່ອງ), ນັກສຶກສາຫວຽດນາມ ແລະ ສ.ເກົາຫຼີ ຈຳນວນ 70 ຄົນ ໄດ້ສິ້ນສຸດການເດີນທາງອາສາສະໝັກ 7 ວັນ ພາຍໃຕ້ໂຄງການ Hyundai Happy Move 2026. ຜ່ານຫຼາຍກິດຈະກຳທີ່ເປັນປະໂຫຍດ, ບັນດາອາສາສະໝັກໄດ້ຮ່ວມກັນປັບປຸງສະພາບແວດລ້ອມການຮຽນຮູ້, ສົ່ງເສີມການດູແລເດັກນ້ອຍ ແລະ ເສີມສ້າງນ້ຳໃຈມິດຕະພາບລະຫວ່າງຊາວໜຸ່ມສອງປະເທດ.
ຫວຽດນາມ - UNICEF ເພີ່ມທະວີການປົກປ້ອງເດັກນ້ອຍໃນສະພາບແວດລ້ອມດິຈິຕອນ ຫວຽດນາມ - UNICEF ເພີ່ມທະວີການປົກປ້ອງເດັກນ້ອຍໃນສະພາບແວດລ້ອມດິຈິຕອນ
ຍສໝ - ຕອນບ່າຍວັນທີ 24/8, ທີ່ສຳນັກງານລັດຖະບານ, ທ່ານນາງ ຟ້າມທິແທັງຈ່າ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ ໄດ້ຕ້ອນຮັບ ທ່ານ Sanjay Wijesekera, ຜູ້ອຳນວຍການກອງທຶນເດັກແຫ່ງສະຫະປະຊາຊາດ (UNICEF) ປະຈຳພາກພື້ນອາຊີ - ປາຊີຟິກ. ສອງຝ່າຍໄດ້ແລກປ່ຽນບັນດາທິດທາງເພື່ອເພີ່ມທະວີການຮ່ວມມື, ໃນນັ້ນ ເອົາໃຈໃສ່ການປົກປ້ອງເດັກນ້ອຍໃນສະພາບແວດລ້ອມດິຈິຕອນ ແລະ ໃນຍຸກປັນຍາປະດິດ (AI).

ດວງດີ

ເບິ່ງເພີ່ມເຕີມໃນ: ສິດຂອງມະນຸດ

ເບິ່ງເພີ່ມເຕີມ