ຍສໝ - ອາຫານ ແລະ ວັດທະນະທຳ ຫວຽດນາມ ໄດ້ກາຍເປັນທີ່ຄຸ້ນເຄີຍຢູ່ເທດສະບານ Bagnara di Romagna, ແຂວງ Ravenne ຂຶ້ນກັບເຂດ Emilie Romagna, ພາກເໜືອຂອງ ອີຕາລີ. ຄວາມປະທັບໃຈກ່ຽວກັບ ຫວຽດນາມ ຂອງບັນດາຜູ້ເຂົ້າຮ່ວມງານບຸນວັດທະນະທຳຊົນເຜົ່າ Bagnara ຄັ້ງທີ 16 ທີ່ຈັດຕັ້ງແຕ່ວັນທີ 27 – 30 ມິຖຸນາ, ແມ່ນນັບມື້ນັບເລິກເຊິ່ງຍ້ອນມີບັນດາຈຸດເດັ່ນພິເສດ.
ຍສໝ - ຕອນເຊົ້າວັນທີ 02 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສ. ອີຕາລີ Antonio Alessandro ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດໄລຍະປະຕິບັດໜ້າທີ່ທາງການທູດ ຢູ່ ຫວຽດນາມ.
ຍສໝ - ທີ່ວັນບຸນປີນີ້, ປະຊາຄົມຊາວຫວຽດນາມ ອາໄສຢູ່ ອີຕາລີ ໄດ້ນຳມາເຊິ່ງບັນດາຈຸດວັດທະນະທຳຂອງຊາດທີ່ພົ້ນເດັ່ນ, ຜ່ານນັ້ນ ກໍ່ແນະນຳພາບພົດທີ່ສວຍງາມ ແລະ ມີຄວາມສະຫງົບສຸກຂອງປະເທດ ຫວຽດນາມ ຕໍ່ເພື່ອນມິດສາກົນ.
ຍສໝ - ຕາມທ່ານ ສາດສະດາຈານ Pietro Masina ແລ້ວ, ນັກສຶກສາຮຽນຢູ່ມະຫາວິທະຍາໄລ ອາດຈະຄົ້ນຄ້ວາລົງເລິກກ່ຽວກັບ ຫວຽດນາມ ຜ່ານການຮຽນພາສາຫວຽດ ໃນ 5 ປີ, ຄຽງຄູ່ກັບໂຄງການສິດສອນກ່ຽວກັບມະນຸດສາດ ຫຼື ວິທະຍາສາດການເມືອງ ແລະ ການພົວພັນສາກົນ. ມາຮອດປັດຈຸບັນ, ນັບທັງໃນບັນດາຫຼັກສູດທົດລອງ, ພາສາຫວຽດ ກໍ່ໄດ້ຮັບຄວາມສົນໃຈຂອງນັກສຶກສາຫຼາຍທີ່ສຸດ.
ຍສໝ - ງານວາງສະແດງ “ຄວາມຊົງຈຳໃນໄວເດັກ” ຂອງນັກຈິດຕະກອນ ວັນເຢືອງແທັງ ແມ່ນການເຄື່ອນໄຫວໃນຂອບເຂດຂອງບັນດາການເຄື່ອນໄຫວທາງການທູດ ດ້ານວັດທະນະທຳໂດຍ ສະຖານທູດ ຫວຽດນາມ ປະຈຳ ອີຕາລີ ຈັດຕັ້ງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາຕາລີ (1973 - 2023) ເພື່ອແນໃສ່ຮັດແໜ້ນນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ…
ຍສໝ - ຕອນບ່າຍວັນທີ 20 ເມສາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ອີຕາລີ Mario Draghi.
ຍສໝ - ທ່ານ ຫງວຽນດຶກແທງ ອຸປະທູດການຄ້າຫວຽດນາມ ປະຈຳ ອີຕາລີ ໄດ້ແນະນຳກ່ຽວກັບການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງຫວຽດນາມ, ເປັນພື້ນຖານເສດຖະກິດເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງກວ້າງຂວາງທີ່ສຸດໃນພາກພື້ນ.
ທ່ານຮອງລັດຖະມົນຕີ Gilberto Pichetto Fratin ຢັ້ງຢືນວ່າຈະສະໜັບສະໜູນ ແລະຈະຊຸກຍູ້ຢ່າງແຮງ ເພື່ອໃຫ້ສະພາແຫ່ງຊາດ ອີຕາລີ ໃຫ້ສັດຕະຍາບັນສັນຍາ ອາລັກຂາການລົງທຶນ ລະຫວ່າງ ສະຫະພາບເອີຣົບ ກັບ ຫວຽດນາມ (EVIPA), ພ້ອມທັງສະແດງຄວາມປາດຖະໜາຢາກເຊື່ອມຕໍ່ການທ່ອງທ່ຽວໃນໄວໆນີ້, ເຫັນດີສົມທົບກັນຈັດຕັ້ງກອງປະຊຸມຄະນະກຳມະການປະສົມ ກ່ຽວກັບການຮ່ວມມືທາງດ້ານເສດຖະກິດ ຄັ້ງທີ 8.
ຍສໝ - ທ່ານ Mario Balzanelli, ຫົວໜ້າລະບົບສຸກເສີນແຫ່ງຊາດອີຕາລີ 118 ໃຫ້ຮູ້ວ່າ: ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນການປິ່ນປົວພະຍາດໂຄວິດ-19 ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບຫວຽດນາມ ກ່ຽວກັບການຄົ້ນຄວ້າ, ບຳລຸງສ້າງການກະກຽມໃຫ້ແກ່ບັນດາກໍລະນີຮີບດ່ວນກ່ຽວກັບໂລກລະບາດ.
ຍສໝ - ວົງການນັກຊ່ຽວຊານ, ນັກຮຽນຮູ້ ອີຕາລີ ໄດ້ຕີລາຄາຢ່າງຕັ້ງໜ້າກ່ຽວກັບບັນດາຂໍ້ສະເໜີທີ່ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຍົກອອກຢູ່ວາລະປຶກສາຫາລືເປີດຂັ້ນສູງທາງໄກ ກ່ຽວກັບຄວາມໝັ້ນຄົງທາງທະເລໃນວັນທີ 9 ສິງຫາ ຂອງສະພາຄວາມໝັ້ນຄົງ ສປຊ.
ຍສໝ - ບັນດາກອງປະຊຸມສຳມະນາ ມີການເຂົ້າຮ່ວມຂອງບັນດານັກຮຽນຮູ້ສອງປະເທດ, ໃນນັ້ນມີທ່ານນາງ Maria Cristina Messa ລັດຖະມົນຕີກະຊວງມະຫາວິທະຍາໄລ ແລະ ຄົ້ນຄ້ວາ ອີຕາລີ ພ້ອມກັບຜູ້ຕາງໜ້າຂອງວິສາຫະກິດອີຕາລີຫຼາຍແຫ່ງ, ບັນດາກອງປະຊຸມໄດ້ດຳເນີນຕາມຮູບການທາງອອນລາຍ ໂດຍກ່ຽວກັບຫົວຂໍ້ຂອງບັນດາໂອກາດຮ່ຳຮຽນ ແລະ ເຮັດວຽກຢູ່ ອີຕາລີ.
ຫ່ວາງແລ້ວນີ້, ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມທາງໄກ ລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ອົດສະຕຣາລີ ຂຶ້ນ, ຝ່າຍລາວນໍາໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ລິນດາ ເຣນໍ ລັດຖະມົນຕີ ກະຊວງປ້ອງກັນປະເທດອົດສະຕຣາລີ, ພ້ອມດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມ.
ຍສໝ - ທ່ານນາງ ຫງວຽນທິບິກເຫ້ວ ເອກອັກຄະລັດຖະທູດ ຫວຽດນາມ ໄດ້ຕາງໜ້າໃຫ້ບັນດາເອກອັກຄະລັດຖະທູດອາຊຽນປະຈຳ Rome ຢັ້ງຢືນວ່າ ຄະນະກຳມະການ ACR ຈະສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບອີຕາລີ ຢ່າງແໜ້ນແຟ້ນເພື່ອຮັບປະກັນຄວາມສຳເລັດຂອງກອງປະຊຸມສຸດຍອດ ນາຍຕຳຫຼວດ ອີຕາລີ - ອາຊຽນ, ປະກອບສ່ວນສ້າງໜ້າປະຫວັດສາດໃໝ່ໃຫ້ແກ່ການຮ່ວມມືລະຫ່ວາງສອງພາກພື້ນນັບມື້ນັບແທດຈິງ.
ຍສໝ - ໃນຕອນເຊົ້າຂອງວັນທີ 6 ມິຖຸນາ 2019, ທີ່ຮ່າໂນ້ຍ, ຜູ້ຕາງໜ້າລັດຖະບານ ຫວຽດນາມ ແລະ ອີຕາລີ ໄດ້ເຊັນໂຄງການດຳເນີນງານກ່ຽວກັບການຮ່ວມມືດ້ານການສຶກສາ ໄລຍະ 2019-2022.