ຍສໝ - ວັນທີ 17 ມິຖຸນາ, ຢູ່ທີ່ສຳນັກງານກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ທ່ານຮອງລັດຖະມົນຕີ ຕ້າກວາງດົງ (Tạ Quang Đông) ໄດ້ມອບຫຼຽນກາທີ່ລະລຶກ “ເພື່ອພາລະກິດວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ” ໃຫ້ແກ່ ທ່ານ Baloghdi Tibor, ເອກອັກຄະລັດຖະທູດ ຮົງກາລີ ປະຈຳ ປະເທດ ຫວຽດນາມ, ແນໃສ່ ghi nhận ບັນດາການປະກອບສ່ວນອັນໃຫຍ່ຫຼວງ ແລະ ຕົວຈິງ ຂອງເພິ່ນ ເພື່ອເພີ່ມທະວີການຮ່ວມມືທາງດ້ານວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ລະຫວ່າງ ຫວຽດນາມ ແລະ ຮົງກາລີ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ຮຸງກາຣີ, ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ໄດ້ສົມທົບກັບອຳນາດການປົກຄອງເມືອງ 3, ນະຄອນຫຼວງ Budapest ຈັດຕັ້ງວັນວັດທະນະທຳ ຫວຽດນາມ ດ້ວຍບັນດາການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກສະເພາະຄື: ງານວາງສະແດງພາບແຕ້ມ, ຮູບພາບ, ລາຍການຮູບເງົາເອກະສານ, ແນະນຳປະເທດຊາດ, ປະຊາຊົນ ແລະ ບັນດາຜົນງານທີ່ບັນລຸໄດ້ພາຍຫຼັງ 40 ປີປ່ຽນໃໝ່.
ຍສໝ - ຊຸມຊົນຊາວ ຫວຽດນາມ ຢູ່ຮຸ່ງກາຣີ ໄດ້ບໍລິຈາກເງິນປະມານ 44,000 ເອີໂຣ (ເທົ່າກັບປະມານ 1,2 ຕື້ ດົງ) ເພື່ອຊ່ວຍເຫຼືອພີ່ນ້ອງທີ່ໄດ້ຮັບຜົນກະທົບຈາກພາຍຸ ຍາກີ ຢູ່ບ້ານເກີດເມືອງນອນ.
ພາຍຫຼັງ 2 ປີທີ່ຖືກງົດຍ້ອນພະຍາດໂຄວິດ-19, ງານບຸນໄຫວ້ພະຈັນປີ 2022 ໂດຍສະມາຄົມຊາວຫວຽດນາມ ອາໄສຢູ່ ຮຸງກາຣີ ໄດ້ຈັດຂຶ້ນດ້ວຍການເຂົ້າຮ່ວມຂອງເກືອບ 2.000 ຄົນ, ໃນນັ້ນມີພວກຫຼານນ້ອຍ, ລູກຫຼານຂອງປະຊາຄົມກວ່າ 1.000 ຄົນ.
ຍສໝ - ໃນຂອບເຂດການຢ້ຽມຢາມຮຸງກາລີ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ວັນທີ 27 ມິຖຸນາ 2022, ທ່ານລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ເລແທ່ງລອງ ແລະ ທ່ານ Judit Varga ລັດຖະມົນຕີຍຸຕິທຳ ຮຸງກາຣີ ໄດ້ລົງນາມໃນໂຄງການຮ່ວມມືລະຫວ່າງ 2 ກະຊວງຍຸຕິທຳ ໄລຍະ 2022-2023 ພາຍໃຕ້ການເປັນສັກຂີພິຍານ ຂອງປະທານສະພາແຫ່ງຊາດສອງປະເທດ.
ຍສໝ - ໃນຂອບເຂດການຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ, ຕອນເຊົ້າວັນທີ 27 ມິຖຸນາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Budepest, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ຕ້ອນຮັບທ່ານປະທານສະມາຄົມມິດຕະພາບ ຮຸງກາຣີ - ຫວຽດນາມ Botz Laszlo.
ຕອນເຊົ້າວັນທີ 27 ມິຖຸນາ, ໃນຂອບເຂດການຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການຂອງທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດຫວຽດນາມ, ທີ່ສໍານັກງານກະຊວງປ້ອງກັນປະເທດ ຮຸງກາຣີ, ທ່ານພົນໂທ ເລຮຸຍວິ້ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ Gaspar Maroth, ຮອງລັດຖະມົນຕີຮັບຜິດຊອບນະໂຍບາຍ ແລະພັດທະນາປ້ອງກັນຊາດຮຸງກາຣີ.
ສອງຝ່າຍໄດ້ຕີລາຄາສູງບັນດາຄວາມຄືບໜ້າທີ່ຕັ້ງໜ້າໃນການພົວພັນສອງຝ່າຍໃນໄລຍະຜ່ານມາ, ພິເສດແມ່ນການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ ສືບຕໍ່ມີບາດກ້າວພັດທະນາໃໝ່ ເຖິງວ່າຈະຖືກຜົນສະທ້ອນຈາກໂລກລະບາດໂຄວິດ -19.
ການຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ແມ່ນເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.
ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ການນຳຂັ້ນສູງຫວຽດນາມ ແລະ ຮຸງກາຣີ ຢືນຢັນຄືນໃໝ່ ຄຳໝັ້ນສັນຍາດ້ານການເມືອງກ່ຽວກັບການຖືເປັນສຳຄັນ ແລະ ສືບຕໍ່ຍູ້ແຮງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ຮຸງກາລີ.
ຍສໝ - ຫວ່າງແລ້ວນີ້, ຈາກຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບູຍແທັງເຊີນ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານຮອງປະທານຄະນະກຳມະການເອີລົບ, ຜູ້ຕາງໜ້າຂັ້ນສູງ ກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງ EU ທ່ານ Josep Borrell.
ຍສໝ - ເນື່ອງໃນໂອກາດຄະນະຜູ້ແທນສະພາແຫ່ງຊາດ ຮຸງກາຣີ ໂດຍທ່ານນາງ Marta Matrai, ຮອງປະທານຜູ້ທີໜຶ່ງຂອງສະພາແຫ່ງຊາດ ຮຸງກາຣີ ນຳໜ້າ, ຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ, ຫວ່າງແລ້ວນີ້, ທ່ານ ເຈິ່ນແທັງເໝີ້ນ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ມີການພົບປະເຈລະຈາກັບ ຄະນະຜູ້ແທນ.
ຍສໝ - ລັດຖະບານຫວຽດນາມຫາກໍ່ປະກາດໃຊ້ມະຕິກ່ຽວກັບການຊື້ວັກຊີນຕ້ານໂຄວິດ-19 ໂດຍ AstraZeneca ຜະລິດ ຢູ່ປະເທດຮົງກາຣີ.
ຍສໝ - ເມື່ອບໍ່ດົນມານີ້, ສະຖານທູດຫວຽດນາມ ປະຈຳ ຮຸງກາຣີໄດ້ຮ່ວມມືກັບສະມາຄົມວັດທະນະທຳ ຮຸງກາຣີ ເພື່ອຈັດຕັ້ງການເປີດງານວາງສະແດງຮູບແບບຂະໜາດໃຫຍ່ ທີ່ເຜີຍແພ່ປະເທດ, ປະຊາຊົນ ແລະ ວັດທະນະທຳຫວຽດນາມ.
ຍສໝ - ຜູ້ນຳສະພາແຫ່ງຊາດຮຸງກາຣີ ໄດ້ຕີລາຄາສູງຕໍ່ສາຍພົວພັນທີ່ດີ, “ຫາຍາກ” ລະຫວ່າງຫວຽດນາມ ແລະ ຮຸງກາຣີ, ປາດຖະໜາຢາກຮັກສາການໂອ້ລົມສົນທະນາເປັນປົກກະຕິ ລະຫວ່າງສະພາແຫ່ງຊາດສອງປະເທດ, ໃນອະນາຄົດໂດຍຜ່ານທາງຫ່າງໄກ.
ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານຫງວຽນກວາງວີງ, ຮອງປະທານສະມາຄົມມິດຕະພາບຫວຽດນາມ - ຮຸງກາຣີນະຄອນໂຮ່ຈິມິນໄດ້ເນັ້ນໜັກ ວ່າ, 70 ປີທີ່ຜ່ານມາ, ສາຍພົວພັນມິດຕະພາບແບບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ຮຸງກາຣີໄດ້ຮັບການພັດທະນານັບມື້ນັບດີງາມໃນທຸກຂົງເຂດ. ພິເສດ, ສອງຝ່າຍໄດ້ເຫັນດີເປັນເອກະພາບຍົກສູງການພົວພັນສອງຝ່າຍຂຶ້ນລະດັບຄູ່ຮ່ວມມືຮອບດ້ານໃນປີ 2018.
ໃນຕອນເຊົ້າ ວັນທີ 12 ກັນຍາ 2020 ຢູ່ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ - ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ.ລາວ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະປຶກສາຫາລືຢ່າງເປັນທາງການ ກັບທ່ານປີເຕີ ຊີຢາໂຕ - ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າແຫ່ງ ຮົງກາຣີ.
ໂດຍຕອບສະໜອງການເຊື້ອເຊີນຂອງ ທ່ານ ວິກຕໍຣ ອໍຣບານ ນາຍົກລັດຖະມົນຕີ ແຫ່ງ ຮົງກາຣີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລັດຖະບານລາວ ເດີນທາງໄປຢ້ຽມຢາມ ຮົງກາຣີ ຢ່າງເປັນທາງການ ໃນວັນທີ 10-12 ມີນາ ນີ້ ຊຶ່ງເປັນການຢ້ຽມຢາມຄັ້ງປະຖົມມະລຶກ ທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດສາດ ນັບແຕ່ໄດ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ຍສໝ - ໃນຂອບເຂດການຢ້ຽມຢາມ, ຕອນເຊົ້າວັນທີ 9 ກັນຍາ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມນະຄອນ Szentendre ແລະ ເຮັດວຽກກັບການນໍານະຄອນແຫ່ງນີ້.