| ຊຸດເສື້ອຍາວຫວຽດນາມ ເຊື່ອມສານສາຍສຳພັນມິດຕະພາບຫວຽດນາມ - ລາວ ຊາວໜຸ່ມຫວຽດນາມ - ລາວ ເພີ່ມທະວີການຮ່ວມມື, ສົ່ງເສີມມູນເຊື້ອຄວາມສາມັກຄີພິເສດ |
ໂຄງການດັ່ງກ່າວໄດ້ຈັດຂຶ້ນຢູ່ສູນສົງເຄາະສັງຄົມນະຄອນຫຼວງວຽງຈັນ, ໂດຍຄະນະຈັດການແຂ່ງຂັນບານເຕະການກຸສົນ “ຂັນສາມັກຄີ - ມອບຄວາມຮັກ” ປະສານສົມທົບກັບວັດພະທາດຕິກ ນະຄອນຫຼວງວຽງຈັນ, ສະມາຄົມໃຫຍ່ຊາວຫວຽດນາມຢູ່ລາວ, ບັນດາສະໂມສອນຊາວຫວຽດນາມບ້ານເກີດດຽວກັນຈາກເຫງະອານ, ເຫວ້, ຮ່າຕິ້ງ, ບໍລິສັດ SLC ແລະ ບັນດາຜູ້ມີຈິດໃຈກຸສົນ.
ໃນໂຄງການ, ຄະນະໄດ້ມອບເຄື່ອງຂວັນ 240 ຊຸດ, ແຕ່ລະຊຸດປະກອບມີເສື້ອກັນໜາວ 1 ໂຕ, ຜ້າຫົ່ມນວມ 1 ຜືນ ແລະ ໝອນ 1 ໜ່ວຍ, ເພື່ອມອບໃຫ້ແກ່ຜູ້ທີ່ກຳລັງໄດ້ຮັບການດູແລຢູ່ສູນ ແລະ ບັນດາຄອບຄົວຜູ້ພິການທາງສາຍຕາທີ່ມີສະພາບຫຍຸ້ງຍາກເປັນພິເສດຢູ່ພາຍນອກສູນ.
![]() |
| ບັນດາເຄື່ອງຂວັນໄດ້ສະແດງເຖິງນ້ຳໃຈອັນຈິງໃຈ ແລະ ອົບອຸ່ນຂອງຊຸມຊົນຊາວຫວຽດນາມຢູ່ລາວ ທີ່ມີຕໍ່ບັນດາຜູ້ທີ່ໄດ້ຮັບການດູແລຢູ່ສູນສົງເຄາະສັງຄົມນະຄອນຫຼວງວຽງຈັນ. (ພາບ: ຊວັນ ຕູ໊ - ສຳນັກຂ່າວສານຫວຽດນາມປະຈຳລາວ) |
ງົບປະມານສຳລັບກິດຈະກຳນີ້ໄດ້ລະດົມຜ່ານການແຂ່ງຂັນບານເຕະການກຸສົນ “ຂັນສາມັກຄີ - ມອບຄວາມຮັກ” ທີ່ຈັດຂຶ້ນໃນວັນທີ 11/10 ຢູ່ວຽງຈັນ, ໂດຍມີທີມບານເຕະຂອງຊາວຫວຽດນາມຢູ່ລາວ 4 ທີມເຂົ້າຮ່ວມ ຄື FC ເຫງະຕິ້ງ, FC ຮ່າຕິ້ງ, FC ເຫວ້ ແລະ FC ແທງຮວ໋າ.
ນອກຈາກການມອບເຄື່ອງຂວັນແລ້ວ, ວັດພະທາດຕິກ ນະຄອນຫຼວງວຽງຈັນ ຍັງໄດ້ກະກຽມອາຫານ 240 ຊຸດ ສຳລັບພະນັກງານ, ເຈົ້າໜ້າທີ່ ແລະ ຜູ້ທີ່ກຳລັງໄດ້ຮັບການລ້ຽງດູ ແລະ ດູແລຢູ່ສູນ.
ປັດຈຸບັນ, ສູນສົງເຄາະສັງຄົມນະຄອນຫຼວງວຽງຈັນ ແມ່ນສະຖານທີ່ຂອງລັດແຫ່ງດຽວໃນນະຄອນຫຼວງທີ່ຮັບເອົາ, ລ້ຽງດູ ແລະ ເບິ່ງແຍງຄົນພິການ, ຜູ້ສູງອາຍຸທີ່ຢູ່ຢ່າງໂດດດ່ຽວ, ເດັກກຳພ້າ ແລະ ບັນດາຜູ້ດ້ອຍໂອກາດອື່ນໆ.
ຕາມພະອາຈານໃຫຍ່ ທິກ ມິງ ກວາງ, ຫົວໜ້າຄະນະປະສານງານ ແລະ ຮ່ວມມືພຸດທະສາສະໜາຫວຽດນາມຢູ່ລາວ, ເຈົ້າອາວາດວັດພະທາດຕິກ ນະຄອນຫຼວງວຽງຈັນ ແລ້ວ, ສະພາບພື້ນຖານວັດຖຸຂອງສູນຍັງມີຂໍ້ຈຳກັດຫຼາຍດ້ານ. ດ້ວຍນ້ຳໃຈແບ່ງປັນ ແລະ ປະເພນີຊ່ວຍເຫຼືອເກື້ອກູນກັນຂອງຊາດຫວຽດນາມ, ພະສົງ, ແມ່ຊີ, ພຸດທະສາສະນິກະຊົນຢູ່ວັດ ພ້ອມດ້ວຍບັນດາຜູ້ມີຈິດໃຈກຸສົນ ໄດ້ຮັກສາການຮ່ວມເດີນທາງ ແລະ ຊ່ວຍເຫຼືອສູນມາເປັນເວລາເກືອບ 20 ປີ.
ພະອາຈານໃຫຍ່ໃຫ້ຮູ້ວ່າ ເຄື່ອງຂວັນ ແລະ ອາຫານທີ່ນຳມາມອບໃຫ້ນັ້ນ ບໍ່ພຽງແຕ່ຊ່ວຍປັບປຸງສະພາບການດຳລົງຊີວິດໄດ້ສ່ວນໜຶ່ງເທົ່ານັ້ນ, ແຕ່ຍັງສະແດງເຖິງຄວາມເອົາໃຈໃສ່ ແລະ ການໃຫ້ກຳລັງໃຈຈາກຊຸມຊົນຊາວຫວຽດນາມຕໍ່ຜູ້ທີ່ມີສະພາບຫຍຸ້ງຍາກ.
ທ່ານນາງ ໄມຈັນ ບຸນພັນ (Maychan Bounphan), ພະຍາບານທີ່ມີປະສົບການຫຼາຍກວ່າ 12 ປີໃນການດູແລສຸຂະພາບໂດຍກົງໃຫ້ແກ່ຜູ້ທີ່ຢູ່ໃນສູນ, ໄດ້ແບ່ງປັນວ່າ ການຊ່ວຍເຫຼືອຄັ້ງນີ້ເປັນແຫຼ່ງກຳລັງໃຈທັງຕໍ່ຜູ້ທີ່ໄດ້ຮັບການສົງເຄາະ ແລະ ທີມງານພະນັກງານ, ເຈົ້າໜ້າທີ່ການແພດ.
ຕາມທ່ານນາງແລ້ວ, ໂຄງການນີ້ສືບຕໍ່ສະແດງເຖິງຄວາມຮັກແພງຜູກພັນ ແລະ ນ້ຳໃຈຊ່ວຍເຫຼືອເກື້ອກູນທີ່ປະຊາຊົນຫວຽດນາມມີຕໍ່ປະຊາຊົນລາວ, ຜ່ານນັ້ນປະກອບສ່ວນທະນຸບຳລຸງສາຍພົວພັນສາມັກຄີ ແລະ ມິດຕະພາບພິເສດລະຫວ່າງສອງຊາດ.
ບັນດາເຄື່ອງຂວັນທີ່ມອບໃຫ້ກ່ອນລະດູໜາວ ໄດ້ປະກອບສ່ວນຊ່ວຍເຫຼືອການດຳລົງຊີວິດຂອງບັນດາຜູ້ທີ່ໄດ້ຮັບການສົງເຄາະສັງຄົມຢູ່ວຽງຈັນ, ພ້ອມທັງເຜີຍແຜ່ພາບລັກຂອງຊຸມຊົນຊາວຫວຽດນາມຢູ່ລາວ ທີ່ເຂົ້າຮ່ວມບັນດາກິດຈະກຳມະນຸດສະທຳຢ່າງຫ້າວຫັນ ແລະ ມຸ່ງໃສ່ຊ່ວຍເຫຼືອຊຸມຊົນທ້ອງຖິ່ນ.
ຍສໝ - ວັນທີ 14/10, ທີ່ກອງພັນໃຫຍ່ທະຫານຊ່າງແສງ 249, ເຫຼົ່າທັບທະຫານຊ່າງແສງ (ຕາແສງກວ໋າງອວາຍ, ນະຄອນຮ່າໂນ້ຍ), ກອງທັບສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ຈັດການຝຶກຊ້ອມຮ່ວມດ້ານການປ້ອງກັນພົນລະເຮືອນ ໂດຍຈຳລອງສະຖານະການຮັບມື ແລະ ແກ້ໄຂຜົນກະທົບຈາກພາຍຸໄຕ້ຝຸ່ນຮຸນແຮງພິເສດ. ກິດຈະກຳດັ່ງກ່າວແນໃສ່ຍົກສູງຄວາມສາມາດໃນການປະສານສົມທົບຄົ້ນຫາ ແລະ ກູ້ໄພ, ການຊ່ວຍເຫຼືອບັນເທົາໄພພິບັດ ແລະ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດລະຫວ່າງສາມປະເທດ. |
ຍສໝ - ຫວຽດນາມ ແລະ ລາວ ເຫັນດີເລັ່ງລັດການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ແກ້ໄຂຄວາມຫຍຸ້ງຍາກໃນການດຳເນີນບັນດາໂຄງການເຊື່ອມໂຍງທາງຍຸດທະສາດ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຝຶກອົບຮົມຊັບພະຍາກອນມະນຸດ ແລະ ສູ້ຊົນໃຫ້ມູນຄ່າການຄ້າສອງຝ່າຍບັນລຸ 5 ຕື້ໂດລາສະຫະລັດໂດຍໄວ. |
ດວງດີ
