ຫວຽດນາມ - ການາດາ ຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດ

16:35 | 25/09/2026

ຍສໝ - ໃນຂອບເຂດການຢ້ຽມຢາມການາດາລະດັບລັດ ແຕ່ວັນທີ 24-25/9/2026 ຂອງທ່ານ ໂຕເລິມ, ເລຂາທິການ, ປະທານປະເທດ, ຫວຽດນາມ ແລະ ການາດາ ໄດ້ອອກຖະແຫຼງການຮ່ວມ, ຕັດສິນໃຈຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດ, ເປີດໄລຍະພັດທະນາໃໝ່ໃນສາຍພົວພັນສອງຝ່າຍ ນັບແຕ່ສ້າງຕັ້ງສາຍພົວພັນການທູດໃນປີ 1973.

ຫວຽດນາມ - ການາດາ ຍັງມີຫຼາຍທ່າແຮງໃນການເປີດກວ້າງການເຊື່ອມໂຍງເສດຖະກິດ ຫວຽດນາມ - ການາດາ ເປີດບົດໃໝ່ດ້ວຍຂອບການພົວພັນຄູ່ຮ່ວມຍຸດທະສາດ

ຕາມຖະແຫຼງການຮ່ວມແລ້ວ, ສອງປະເທດເຫັນດີຊຸກຍູ້ສາຍພົວພັນບົນພື້ນຖານ 8 ເສົາຄ້ຳ ລວມມີ: ການຮ່ວມມືສອງຝ່າຍ, ພາກພື້ນ ແລະ ຫຼາຍຝ່າຍ; ການຄ້າ, ການລົງທຶນ ແລະ ເສດຖະກິດ; ການຂົນສົ່ງ, ຕ່ອງໂສ້ສະໜອງ ແລະ ໂຄງລ່າງ; ການຫັນປ່ຽນດິຈິຕອນ, ປັນຍາປະດິດ (AI), ເຕັກໂນໂລຊີກ້າວໜ້າ ແລະ ນະວັດຕະກຳ; ພະລັງງານ, ສິ່ງແວດລ້ອມ ແລະ ການເຕີບໂຕທີ່ຍືນຍົງ; ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ກະສິກຳ - ອາຫານ; ປ້ອງກັນຊາດ, ຄວາມໝັ້ນຄົງ, ການເດີນເຮືອ, ການບັງຄັບໃຊ້ກົດໝາຍ ແລະ ຕຸລາການ; ການສຶກສາ, ວັດທະນະທຳ ແລະ ການແລກປ່ຽນປະຊາຊົນ.

ຫວຽດນາມ - ການາດາ ຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດ
ທ່ານ ໂຕເລິມ, ເລຂາທິການ, ປະທານປະເທດ ພ້ອມດ້ວຍທ່ານນາງ Louise Arbour, ຜູ້ສຳເລັດລາດຊະການແຫ່ງການາດາ.

ໃນນັ້ນ, ຫວຽດນາມ ແລະ ການາດາ ເຫັນດີເປີດກວ້າງການຮ່ວມມືໃນບັນດາຂົງເຂດ AI, ເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຊີຄວັນຕຳ, ພະລັງງານສະອາດ, ຕ່ອງໂສ້ສະໜອງ ແລະ ເສດຖະກິດສີຂຽວ. ສອງຝ່າຍຍັງເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ຄວາມໝັ້ນຄົງທາງທະເລ, ຮັກສາສັນຕິພາບ ແລະ ຕໍ່ສູ້ກັບອາຊະຍາກຳຂ້າມຊາດ.

ບັນດາເສົາຄ້ຳການຮ່ວມມືດັ່ງກ່າວ ໄດ້ຮັບການກຳນົດແນໃສ່ສ້າງພື້ນຖານໃຫ້ສອງປະເທດຮ່ວມກັນຮັບມືກັບບັນດາສິ່ງທ້າທາຍລວມ, ນຳໃຊ້ບັນດາໂອກາດໃໝ່ ແລະ ປະກອບສ່ວນໃຫ້ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ມີຄວາມໝັ້ນຄົງ, ຈະເລີນຮຸ່ງເຮືອງ ແລະ ຫ້າວຫັນຍິ່ງຂຶ້ນ.

ໃນຂອບຫຼາຍຝ່າຍ, ຫວຽດນາມ ແລະ ການາດາ ໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມທະວີການປະສານງານຢູ່ສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ASEAN), ເວທີຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC), ສັນຍາຄູ່ຮ່ວມຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແລະ ສະຫະປະຊາຊາດ.

ສອງຝ່າຍ ຢືນຢັນສະໜັບສະໜູນບົດບາດໃຈກາງຂອງ ASEAN, ຊຸກຍູ້ສັນຕິພາບ, ສະຖຽນລະພາບ, ເສລີພາບການເດີນເຮືອ ແລະ ການບິນ, ເຄົາລົບກົດໝາຍສາກົນ ແລະ ສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ ປີ 1982 (UNCLOS 1982).

ທ່ານລັດຖະມົນຕີການຕ່າງປະເທດຂອງສອງປະເທດ ຈະປະສານງານກັນສ້າງແຜນດຳເນີນງານ ເພື່ອຜັນຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດ, ຜ່ານນັ້ນ ຫັນບັນດາຄຳໝັ້ນສັນຍາໃຫ້ກາຍເປັນບັນດາໂຄງການຮ່ວມມືໃນໄລຍະຕໍ່ໄປ.

ຂະຫຍາຍຂອບເຂດການຮ່ວມມື, ນຳເອົາສາຍພົວພັນ ຫວຽດນາມ - ການາດາ ຂະຫຍາຍຕົວຂຶ້ນສູ່ລະດັບສູງໃໝ່ ຂະຫຍາຍຂອບເຂດການຮ່ວມມື, ນຳເອົາສາຍພົວພັນ ຫວຽດນາມ - ການາດາ ຂະຫຍາຍຕົວຂຶ້ນສູ່ລະດັບສູງໃໝ່
ຍສໝ - ຕອນບ່າຍວັນທີ 18 ມິຖຸນາ, ຢູ່ທີ່ທຳນຽບສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ຕ້ອນຮັບທ່ານ Jim Nickel, ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ ເນື່ອງພາຍໃດໂອກາດເລີ່ມຕົ້ນອາຍຸການປະຕິບັດໜ້າທີ່ທາງການທູດ ຢູ່ທີ່ປະເທດ ຫວຽດນາມ.
ຫວຽດນາມ - ການາດາ ໄຂຊຸດອົບຮົມນາຍທະຫານເສນາທິການ ສປຊ ທີ່ບັນລຸມາດຕະຖານສາກົນ ຫວຽດນາມ - ການາດາ ໄຂຊຸດອົບຮົມນາຍທະຫານເສນາທິການ ສປຊ ທີ່ບັນລຸມາດຕະຖານສາກົນ
ຍສໝ - ວັນທີ 22 ມິຖຸນາ, ຢູ່ທີ່ສໍານັກງານກົມຮັກສາສັນຕິພາບຫວຽດນາມ (ກະຊວງປ້ອງກັນປະເທດ), ຊຸດອົບຮົມນາຍທະຫານເສນາທິການ ສປຊ (UNSOC) ໂດຍແມ່ນ ຫວຽດນາມ ແລະ ການາດາ ຮ່ວມກັນຈັດຕັ້ງ ໄດ້ໄຂຂຶ້ນຢ່າງເປັນທາງການ. ນີ້ແມ່ນຊຸດອົບຮົມທຳອິດ ທີ່ໄດ້ຮັບການຜັນຂະຫຍາຍ ພາຍຫຼັງທີ່ແຜນງານ UNSOC ຂອງຫວຽດນາມ ໄດ້ຮັບການຮັບຮອງຈາກ ສປຊ ວ່າບັນລຸມາດຕະຖານ ໃນເດືອນມີນາ 2026, ອັນເປັນການໝາຍບາດກ້າວຂະຫຍາຍຕົວໃໝ່ ພາຍໃດວຽກງານການກໍ່ສ້າງບຳລຸງສ້າງກຳລັງ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ