ຫວຽດນາມ ເປັນເຈົ້າພາບເວທີພາກພື້ນວ່າດ້ວຍການອະນຸລັກມໍລະດົກ ແລະ ຄວາມແທ້ຈິງ

17:02 | 23/09/2026

ຍສໝ - ແຕ່ວັນທີ 27/9 ຫາ 1/10/2026, ລັດຖະບານຫວຽດນາມ ປະສານງານກັບ UNESCO ຈັດກອງປະຊຸມສົນທະນາ ອາຊີ - ປາຊີຟິກ ວ່າດ້ວຍມໍລະດົກ ແລະ ຄວາມແທ້ຈິງ ຢູ່ຮ່າໂນ້ຍ ແລະ ນິງບິ່ງ, ໂດຍມີຜູ້ແທນ, ຊ່ຽວຊານພາຍໃນ ແລະ ຕ່າງປະເທດປະມານ 250 ຄົນເຂົ້າຮ່ວມ.

ງານບຸນຫວຽດນາມ ຖືກຈັດຂຶ້ນຢູ່ Ibaraki ເປັນຄັ້ງທຳອິດ ຫວຽດນາມ - ຕວກກີ ມຸ່ງໄປສູ່ການຍົກລະດັບສາຍພົວພັນເປັນຄູ່ຮ່ວມຍຸດທະສາດ

ວັນທີ 22/9 ຢູ່ຮ່າໂນ້ຍ, ໄດ້ຈັດການຖະແຫຼງຂ່າວເພື່ອແຈ້ງຂໍ້ມູນກ່ຽວກັບການທີ່ຫວຽດນາມເປັນເຈົ້າພາບການສົນທະນາ ອາຊີ - ປາຊີຟິກ ວ່າດ້ວຍມໍລະດົກ ແລະ ຄວາມແທ້ຈິງ.

ເຂົ້າຮ່ວມການຖະແຫຼງຂ່າວ ມີທ່ານນາງ ເລທິຮົ່ງເວິນ, ເລຂາໃຫຍ່ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ; ທ່ານ Jonathan Wallace Baker, ຫົວໜ້າຜູ້ຕາງໜ້າ UNESCO ປະຈຳຫວຽດນາມ; ທ່ານ ຫງວຽນແທງກວາງ, ຜູ້ອຳນວຍການສູນອະນຸລັກມໍລະດົກ ທັງລອງ - ຮ່າໂນ້ຍ; ທ່ານ ບຸ່ຍວັນແມ້ງ, ຜູ້ອຳນວຍການພະແນກທ່ອງທ່ຽວແຂວງນິງບິ່ງ.

ປຶກສາຫາລືວິທີເຂົ້າເຖິງໃໝ່ຕໍ່ຄວາມແທ້ຈິງຂອງມໍລະດົກ

ຫຼາຍກວ່າສາມທົດສະວັດ ນັບແຕ່ເອກະສານ Nara ວ່າດ້ວຍຄວາມແທ້ຈິງ ໄດ້ຮັບຮອງໃນປີ 1994, ວຽກງານອະນຸລັກມໍລະດົກໂລກ ໄດ້ມີຫຼາຍການປ່ຽນແປງ. ບັນດາປັດໄຈ ເຊັ່ນ: ຄວາມເຊື່ອມໂຍງທາງຈິດວິນຍານ, ການປະຕິບັດວັດທະນະທຳທີ່ຍັງມີຊີວິດ, ພູມປັນຍາທ້ອງຖິ່ນ ແລະ ຄວາມຜູກພັນລະຫວ່າງຊຸມຊົນກັບທຳມະຊາດ ນັບມື້ນັບໄດ້ຮັບການໃຫ້ຄວາມສຳຄັນ ໃນຂະບວນການກຳນົດຄຸນຄ່າມໍລະດົກ.

ໃນຂະນະດຽວກັນ, ຄວາມຂັດແຍ່ງ, ໄພທຳມະຊາດ, ການປ່ຽນແປງດິນຟ້າອາກາດ, ການທ່ອງທ່ຽວ ແລະ ການພັດທະນາເຕັກໂນໂລຊີໃໝ່ ພວມວາງອອກບັນດາຂໍ້ຮຽກຮ້ອງໃໝ່ຕໍ່ການຮັບຮູ້ ແລະ ວິທີການອະນຸລັກ.

ກອງປະຊຸມຢູ່ຫວຽດນາມ ສືບຕໍ່ຂະບວນການ Nairobi ຈາກກອງປະຊຸມສາກົນປີ 2025 ຢູ່ອາຟຣິກາ ແລະ ຫັນມະຕິ 48 COM 6C ຂອງຄະນະກຳມະການມໍລະດົກໂລກ ທີ່ກອງປະຊຸມຄັ້ງທີ 48 ຢູ່ Busan, ສ.ເກົາຫຼີ ໃນເດືອນ 7/2026 ໃຫ້ເປັນຮູບປະທຳ.

ບັນດາຜູ້ແທນຈະສຸມໃສ່ແລກປ່ຽນກ່ຽວກັບວິທີປະເມີນຄວາມແທ້ຈິງໃນຂະບວນການບູລະນະຟື້ນຟູພາຍຫຼັງຄວາມຂັດແຍ່ງ ຫຼື ໄພທຳມະຊາດ; ການອະນຸລັກມໍລະດົກທີ່ມີຊີວິດ ແລະ ສົ່ງເສີມບົດບາດຂອງຊຸມຊົນ - ຜູ້ເປັນເຈົ້າຂອງມໍລະດົກ.

ກອງປະຊຸມຈັດຮ່ວມໂດຍຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ແລະ ຄະນະກຳມະການປະຊາຊົນແຂວງນິງບິ່ງ, ປະສານງານກັບບັນດາອົງການສູນກາງ ແລະ ທ້ອງຖິ່ນ.

ຄາດວ່າຈະມີຜູ້ແທນປະມານ 250 ຄົນເຂົ້າຮ່ວມ, ປະກອບມີ ຜູ້ອຳນວຍການສູນມໍລະດົກໂລກ, ປະທານຄະນະກຳມະການມໍລະດົກໂລກ ຄັ້ງທີ 49, ບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າອົງການຄຸ້ມຄອງມໍລະດົກ, ຊ່ຽວຊານ ICOMOS, ຄະນະຄຸ້ມຄອງມໍລະດົກ, ນັກຄົ້ນຄວ້າ, ຜູ້ຕາງໜ້າຊຸມຊົນ ແລະ ຊາວໜຸ່ມ.

ໂຄງການຈະຈັດຂຶ້ນຢູ່ຮ່າໂນ້ຍ ແລະ ນິງບິ່ງ. ຢູ່ຮ່າໂນ້ຍ ຈະມີພິທີເປີດ, ພິທີປິດ, ບັນດາວາລະປະຊຸມເຕັມຄະນະ, ການສົນທະນາຫົວຂໍ້ສະເພາະ, ການຈັດສະແດງນິທັດສະການ ແລະ ພິທີເລີ່ມກໍ່ສ້າງໂຄງການອະນຸລັກ, ບູລະນະ ແລະ ຟື້ນຟູ ພະລາຊະວັງ ກິ໊ງທຽນ ສັງກັດສູນພະລາຊະວັງຫຼວງທັງລອງ ໃນຕອນເຊົ້າວັນທີ 29/9/2026.

ຢູ່ນິງບິ່ງ, ບັນດາຜູ້ແທນຈະເຂົ້າຮ່ວມການສຳຫຼວດພາກສະໜາມທາງວິຊາການ ຢູ່ກຸ່ມສະຖານທີ່ທ່ອງທ່ຽວ ຈ່າງອານ ແລະ ເຂດ ຕາມຈຸກ.

ໜຶ່ງໃນຜົນຄາດຫວັງຈຸດສຸມຂອງກອງປະຊຸມ ແມ່ນການປະກອບສ່ວນເຂົ້າໃນຂະບວນການສ້າງເອກະສານຮ່າໂນ້ຍ ວ່າດ້ວຍມໍລະດົກ ແລະ ຄວາມແທ້ຈິງ. ເອກະສານຄາດວ່າ ຈະນຳສະເໜີຊຸດຄຳແນະນຳທາງພາກປະຕິບັດ ເພື່ອຊ່ວຍໜູນບັນດາປະເທດໃນການສຳຫຼວດຂຶ້ນບັນຊີ, ສ້າງບັນຊີລາຍຊື່ຄາດໝາຍສະເໜີ, ສ້າງເອກະສານສະເໜີ, ອະນຸລັກ, ຄຸ້ມຄອງ ແລະ ຕິດຕາມມໍລະດົກ.

ຜ່ານນັ້ນ, ການປະເມີນຄວາມແທ້ຈິງ ຖືກຄາດຫວັງວ່າ ຈະມີຄວາມສອດຄ່ອງ, ກວມລວມຫຼາຍຂຶ້ນ, ປະກອບສ່ວນສ້າງບັນຊີມໍລະດົກໂລກທີ່ສົມດຸນ ແລະ ໜ້າເຊື່ອຖື.

ເຫດການນີ້ຍັງເປັນຂີດໝາຍເສັ້ນທາງ 50 ປີແຫ່ງການຮ່ວມມືຮອບດ້ານ ຫວຽດນາມ - UNESCO (1976-2026).

ທີ່ການຖະແຫຼງຂ່າວ, ທ່ານນາງ ເລທິຮົ່ງເວິນ ເຫັນວ່າ ໃນໂລກທີ່ມີຫຼາຍການຜັນຜວນ, ວັດທະນະທຳ ແລະ ມໍລະດົກ ນັບມື້ນັບໄດ້ຮັບການເຊີດຊູຈາກບັນດາປະເທດ ໃນຖານະເປັນຂົວເຊື່ອມທີ່ຜູກພັນມະນຸດ, ເປັນພື້ນຖານໃຫ້ແກ່ສັນຕິພາບ, ຄວາມໄວ້ວາງໃຈ ແລະ ເປັນແຮງຂັບເຄື່ອນຂອງການພັດທະນາທີ່ຍືນຍົງ.

ຕາມທ່ານນາງ, ພາຍຫຼັງດຳລົງຢູ່ເກືອບ 55 ປີ, ສົນທິສັນຍາມໍລະດົກໂລກ ພວມປະເຊີນກັບບັນດາຂໍ້ຮຽກຮ້ອງໃໝ່ ຈາກຜົນກະທົບຂອງການຂະຫຍາຍຕົວເມືອງ, ການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາເສດຖະກິດ - ສັງຄົມ.

ກອງປະຊຸມຢູ່ຫວຽດນາມ ຈະເປັນເວທີໃຫ້ບັນດາປະເທດອາຊີ - ປາຊີຟິກ ນຳສຽງ, ຄວາມຮູ້ ແລະ ປະສົບການພາກປະຕິບັດ ອອກສູ່ຂອບເຂດໂລກ, ພ້ອມທັງມຸ່ງໄປສູ່ການຮັບຮອງເອກະສານຮ່າໂນ້ຍ ວ່າດ້ວຍມໍລະດົກ ແລະ ຄວາມແທ້ຈິງ.

ທ່ານນາງ ເລທິຮົ່ງເວິນ ຍັງໄດ້ທົບທວນຄືນ 50 ປີທີ່ UNESCO ຮ່ວມເດີນທາງກັບຫວຽດນາມ, ນັບແຕ່ໄລຍະຟື້ນຟູພາຍຫຼັງສົງຄາມ, ການເຊື່ອມໂຍງສາກົນ ໄປຈົນເຖິງການອະນຸລັກມໍລະດົກ ແລະ ພັດທະນາຊັບພະຍາກອນມະນຸດ.

ຕາມທ່ານນາງ, ເຫດການນີ້ແມ່ນໂອກາດໃຫ້ຫວຽດນາມສະແດງບົດບາດເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ ຂອງຄະນະກຳມະການມໍລະດົກໂລກ, ພ້ອມທັງແນະນຳຮູບແບບການອະນຸລັກທີ່ຕິດພັນກັບການພັດທະນາຊີວິດການເປັນຢູ່ທີ່ຍືນຍົງໃຫ້ແກ່ປະຊາຊົນ.

ທ່ານ Jonathan Wallace Baker, ຫົວໜ້າຜູ້ຕາງໜ້າ UNESCO ປະຈຳຫວຽດນາມ ເຫັນວ່າ ຄວາມແທ້ຈິງມີບົດບາດພື້ນຖານໃນການກຳນົດ ແລະ ປົກປ້ອງມໍລະດົກໂລກ, ພ້ອມທັງຕ້ອງໄດ້ພິຈາລະນາພາຍໃນບໍລິບົດວັດທະນະທຳທີ່ມໍລະດົກນັ້ນດຳລົງຢູ່.

ຕາມທ່ານ, ອາຊີ - ປາຊີຟິກ ມີຫຼາຍປະສົບການກ່ຽວກັບມໍລະດົກທີ່ມີຊີວິດ, ຄວາມຕໍ່ເນື່ອງ, ການຟື້ນຟູກໍ່ສ້າງຄືນ, ພູມປັນຍາດັ້ງເດີມ ແລະ ສາຍພົວພັນລະຫວ່າງຊຸມຊົນກັບມໍລະດົກ. ກອງປະຊຸມສາມາດປະກອບສ່ວນຫັນບັນດາປະສົບການເຫຼົ່ານີ້ ໃຫ້ເປັນວິທີເຂົ້າເຖິງທີ່ຈະແຈ້ງກວ່າ, ອີງໃສ່ຫຼັກຖານ ແລະ ສາມາດນຳໃຊ້ໄດ້ໃນທົ່ວລະບົບມໍລະດົກໂລກ.

ທ່ານ Jonathan Wallace Baker ຍັງໄດ້ອວຍພອນແກ່ກຸ່ມ Manifesco (ນະຄອນໂຮ່ຈິມິນ), ໜ່ວຍງານທີ່ຄວ້າລາງວັນທີ 1 ໃນການປະກວດອອກແບບກາຟິກ ເນື່ອງໃນໂອກາດລະນຶກ 50 ປີ ແຫ່ງສາຍພົວພັນຮ່ວມມື ຫວຽດນາມ - UNESCO.

ທ່ານເນັ້ນໜັກວ່າ: “50 ປີ ແມ່ນຂີດໝາຍສຳຄັນ. ພວກເຮົາປາຖະໜາສືບຕໍ່ພູນສ້າງສາຍພົວພັນຮ່ວມມື ຫວຽດນາມ - UNESCO ບົນພື້ນຖານຄວາມໄວ້ວາງໃຈ, ການຮ່ວມມື ແລະ ຮ່ວມແບ່ງປັນເປົ້າໝາຍຮ່ວມທີ່ໄດ້ສ້າງຂຶ້ນຕະຫຼອດ 50 ປີຜ່ານມາ.”

ຫວຽດນາມ ເປັນເຈົ້າພາບເວທີພາກພື້ນວ່າດ້ວຍການອະນຸລັກມໍລະດົກ ແລະ ຄວາມແທ້ຈິງ
ທ່ານ ຫງວຽນແທງກວາງ, ຜູ້ອຳນວຍການສູນອະນຸລັກມໍລະດົກ ທັງລອງ - ຮ່າໂນ້ຍ ໄດ້ແບ່ງປັນທີ່ການຖະແຫຼງຂ່າວ.

ພະລາຊະວັງ ກິ໊ງທຽນ ຖືກຄາດຫວັງໃຫ້ຟື້ນຟູຄືນໂດຍໄວທີ່ສຸດ

ທີ່ການຖະແຫຼງຂ່າວ, ທ່ານ ຫງວຽນແທງກວາງ, ຜູ້ອຳນວຍການສູນອະນຸລັກມໍລະດົກ ທັງລອງ - ຮ່າໂນ້ຍ ໄດ້ແບ່ງປັນກ່ຽວກັບຂະບວນການອະນຸລັກມໍລະດົກພະລາຊະວັງຫຼວງທັງລອງ ແລະ ຂໍ້ຮຽກຮ້ອງໃຫ້ຮັບປະກັນຄວາມແທ້ຈິງໃນການຟື້ນຟູ ພະລາຊະວັງ ກິ໊ງທຽນ.

ທ່ານໃຫ້ຮູ້ວ່າ ເມື່ອພະລາຊະວັງຫຼວງທັງລອງ ໄດ້ຮັບການຂຶ້ນທະບຽນຈາກ UNESCO ໃນປີ 2010, ຫວຽດນາມໄດ້ໃຫ້ຄຳໝັ້ນປະຕິບັດ 8 ເງື່ອນໄຂ, ໃນນັ້ນ ມີຂໍ້ຮຽກຮ້ອງໃຫ້ສືບຕໍ່ເປີດກວ້າງການຄົ້ນຄວ້າ.

ພາຍຫຼັງ 20 ປີແຫ່ງການອະນຸລັກ, ບູລະນະ ແລະ ສົ່ງເສີມຄຸນຄ່າ, ຜົນສະຫຼຸບໃນປີ 2022 ສະແດງໃຫ້ເຫັນວ່າ ບາງປັດໄຈທີ່ມີຢູ່ ເຊັ່ນ ບັນດາອາຄານພາຍໃນເຂດມໍລະດົກ ອາດສົ່ງຜົນຕໍ່ການປະຕິບັດຄຳໝັ້ນ, ຮຽກຮ້ອງໃຫ້ມີການປະສານງານຢ່າງແໜ້ນແຟ້ນກັບສູນມໍລະດົກໂລກ ແລະ ບັນດາກະຊວງ, ຂະແໜງການ ເພື່ອແກ້ໄຂ.

ທ່ານ ຫງວຽນແທງກວາງ ໃຫ້ຮູ້ວ່າ ມະຕິ 46 ຂອງ UNESCO ທີ່ໄດ້ຮັບຮອງຢູ່ອິນເດຍ ໄດ້ອະນຸຍາດໃຫ້ຮື້ຖອນແບບຄວບຄຸມ 6 ອາຄານ ພາຍຫຼັງການຫັນເປັນດິຈິຕອນ ເພື່ອຈັດການຊັບສິນໃນເຂດໃຈກາງ ໂດຍບໍ່ເຮັດໃຫ້ຄຸນຄ່າໂດດເດັ່ນສາກົນຫຼຸດລົງ.

ປີ 2024, ຫວຽດນາມໄດ້ຮັບການຕີລາຄາວ່າ ເປັນຕົວແບບໃນການອະນຸລັກມໍລະດົກ. ປີ 2025 ມີມະຕິທີ່ກ່ຽວຂ້ອງກັບວິໄສທັດແກນຫຼັກສູນກາງ, ຍຸດທະສາດມໍລະດົກ ແລະ ໂບຮານຄະດີ. ມາຮອດເດືອນ 7/2026 ຢູ່ Busan, ສ.ເກົາຫຼີ, ສູນມໍລະດົກໂລກ ສືບຕໍ່ອອກມະຕິຢືນຢັນວິໄສທັດຂອງຫວຽດນາມຕໍ່ພະລາຊະວັງຫຼວງທັງລອງ, ໃນນັ້ນ ມີທິດທາງຟື້ນຟູພື້ນທີ່ພະລາຊະວັງ ກິ໊ງທຽນ.

ກ່ຽວກັບການຟື້ນຟູພະລາຊະວັງ ກິ໊ງທຽນ, ທ່ານ ຫງວຽນແທງກວາງ ເນັ້ນໜັກຂໍ້ຮຽກຮ້ອງໃຫ້ອະນຸລັກບັນດາຮ່ອງຮອຍດັ້ງເດີມໄວ້ຢ່າງຄົບຖ້ວນ ເພື່ອຮັບປະກັນຄວາມແທ້ຈິງ: “ບໍ່ແມ່ນສ້າງຂຶ້ນໃໝ່ ແຕ່ແມ່ນຊອກຫາສິ່ງທີ່ບັນພະບູລຸດໄດ້ປະໄວ້, ຮັບປະກັນໃຫ້ຄົບຖ້ວນ, ອະນຸລັກບັນດາຮ່ອງຮອຍດັ້ງເດີມທັງໝົດ ເພື່ອໃຫ້ຄົນຮຸ່ນຕໍ່ໄປສືບຕໍ່ຄົ້ນຄວ້າ.”

ຕາມທ່ານ, ການອະນຸລັກຮ່ອງຮອຍດັ້ງເດີມ ບໍ່ໝາຍຄວາມວ່າຕ້ອງຢຸດຂະບວນການສົ່ງເສີມຄຸນຄ່າມໍລະດົກ, ແຕ່ຈຳເປັນຕ້ອງສ້າງຍຸດທະສາດການອະທິບາຍຕີຄວາມທີ່ດຶງດູດຕໍ່ນັກທ່ອງທ່ຽວ, ຈາກນັ້ນ ເພີ່ມຄຸນຄ່າໂດດເດັ່ນສາກົນຂອງມໍລະດົກ.

ກ່ຽວກັບຄວາມຄືບໜ້າ, ທ່ານໃຫ້ຮູ້ວ່າ ສິ່ງກໍ່ສ້າງພະລາຊະວັງ ກິ໊ງທຽນ ຖືກຄາດຫວັງວ່າ ຈະໄດ້ຮັບການຟື້ນຟູໂດຍໄວທີ່ສຸດ. ສະພາປະຊາຊົນນະຄອນຮ່າໂນ້ຍ ໄດ້ຮັບຮອງແນວທາງອະນຸມັດແລ້ວ ແລະ ບັນດາຂັ້ນຕອນຕໍ່ໄປພວມຖືກສຳເລັດ.

ເປີດຕົວຊຸດອັດຕະລັກ 50 ປີ ຫວຽດນາມ - UNESCO

ໃນຂອບເຂດການຖະແຫຼງຂ່າວ, ຫ້ອງການ UNESCO ປະຈຳຫວຽດນາມ ແລະ ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ເປີດຕົວຢ່າງເປັນທາງການ ຊຸດກາຟິກອັດຕະລັກລະນຶກ 50 ປີ ຫວຽດນາມເຂົ້າຮ່ວມ UNESCO (1976-2026).

ຊຸດອັດຕະລັກແມ່ນຜົນງານທີ່ຄວ້າລາງວັນທີ 1 ຂອງກຸ່ມ Manifesco (ນະຄອນໂຮ່ຈິມິນ), ລື່ນກາຍ 108 ຜົນງານທີ່ເຂົ້າຮ່ວມປະກວດຈາກທົ່ວປະເທດ.

ການອອກແບບນຳໃຊ້ຮູບພາບຕົວເລກ 5 ທີ່ສ້າງຂຶ້ນຈາກບັນດາເສັ້ນຂະໜານສີຟ້າຂອງ UNESCO, ເປັນສັນຍາລັກໃຫ້ແກ່ 5 ທົດສະວັດແຫ່ງການຮ່ວມມື. ຕົວເລກ 0 ມີຮູບຊົງເປັນໝວກໃບໄມ້ດັ້ງເດີມຂອງຫວຽດນາມ, ສ່ວນໃຈກາງເປັນສີແດງ ແຜ່ຂະຫຍາຍອອກເປັນບັນດາເສັ້ນຫຼາຍສີ, ເປັນສັນຍາລັກໃຫ້ແກ່ຄວາມຫຼາກຫຼາຍທາງວັດທະນະທຳ ແລະ 17 ເປົ້າໝາຍພັດທະນາທີ່ຍືນຍົງ (SDGs).

ການອອກແບບເຊື່ອມໂຍງເອກະລັກຂອງຊາດ ກັບຈິດໃຈສາກົນຂອງສາຍພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດ ລະຫວ່າງຫວຽດນາມ ແລະ UNESCO.

ກອງປະຊຸມສົນທະນາ ອາຊີ - ປາຊີຟິກ ພ້ອມກັບຊຸດອັດຕະລັກລະນຶກ 50 ປີ ທັງເປັນການທົບທວນຄືນເສັ້ນທາງຮ່ວມມືເຄິ່ງສະຕະວັດ, ທັງສະແດງເຖິງບົດບາດເປັນເຈົ້າການຂອງຫວຽດນາມ ໃນບັນດາກົນໄກຫຼາຍຝ່າຍດ້ານວັດທະນະທຳ ແລະ ມໍລະດົກໂລກ.

ທ່ານ ຟ້າມຢາຕູກ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ຢ້ຽມຢາມບັນດາໂຄງການຮ່ວມມື ຫວຽດນາມ - ລາວ ທ່ານ ຟ້າມຢາຕູກ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ຢ້ຽມຢາມບັນດາໂຄງການຮ່ວມມື ຫວຽດນາມ - ລາວ
ຍສໝ - ຕອນເຊົ້າວັນທີ 21/9, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ທ່ານ ຟ້າມຢາຕູກ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ພ້ອມດ້ວຍຄະນະຜູ້ແທນຫວຽດນາມ ໄດ້ສຳຫຼວດ, ຢ້ຽມຢາມບາງສິ່ງກໍ່ສ້າງ ແລະ ໂຄງການຮ່ວມມືມິດຕະພາບ ຫວຽດນາມ - ລາວ ຢູ່ນະຄອນຫຼວງວຽງຈັນ, ຄອບຄຸມຕັ້ງແຕ່ການຄຸ້ມຄອງປະຊາກອນ, ຄວາມໝັ້ນຄົງ ໄປຈົນເຖິງວັດທະນະທຳ ແລະ ການສຶກສາ.
ບັນດາທ້ອງຖິ່ນເລັ່ງລັດການກວດສຸຂະພາບຟຣີໃຫ້ປະຊາຊົນ ບັນດາທ້ອງຖິ່ນເລັ່ງລັດການກວດສຸຂະພາບຟຣີໃຫ້ປະຊາຊົນ
ຍສໝ - ພາຍຫຼັງໜຶ່ງປີແຫ່ງການຜັນຂະຫຍາຍມະຕິເລກທີ 72-NQ/TW ຂອງກົມການເມືອງ, ແນວທາງກວດສຸຂະພາບເປັນປະຈຳ ແລະ ກວດຄັດກອງສຸຂະພາບຟຣີໃຫ້ປະຊາຊົນ ພວມຖືກຫຼາຍທ້ອງຖິ່ນຫັນເປັນຮູບປະທຳຜ່ານບັນດາໄລຍະຂົນຂວາຍຈຸດສຸມ, ຕິດພັນກັບການສ້າງປຶ້ມສຸຂະພາບເອເລັກໂຕຣນິກ ແລະ ຄ່ອຍໆສ້າງຖານຂໍ້ມູນສຸຂະພາບຂອງປະຊາຊົນທົ່ວປະເທດ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ