| ຫວຽດນາມ - ລາວ ເຮັດໃຫ້ການຮ່ວມມືດ້ານແຮງງານ ແລະ ການຈ້າງງານເລິກເຊິ່ງຍິ່ງຂຶ້ນ ຫວຽດນາມ ຊຸກຍູ້ການຮ່ວມມືດ້ານແຮງງານກັບເກຣັກ |
ເຂົ້າຮ່ວມເວທີ, ຝ່າຍຫວຽດນາມ ມີທ່ານ ຫງວຽນຮວ່າງຮຽບ, ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ສິ່ງແວດລ້ອມ, ປະທານອະນຸກຳມະການຝ່າຍຫວຽດນາມ; ທ່ານ ຫງວຽນວັນຫວຽດ, ຮອງຫົວໜ້າຄະນະ; ທ່ານນາງ ຫວູແທງຮວ່ຽນ, ເອກອັກຄະລັດຖະທູດຫວຽດນາມປະຈຳຕັງຊານີ ພ້ອມດ້ວຍຜູ້ແທນປະມານ 30 ຄົນ ທີ່ເປັນສະມາຊິກອະນຸກຳມະການ ແລະ ຜູ້ຕາງໜ້າບັນດາວິສາຫະກິດ Vingroup, Intimex, Phulimex ແລະ Halotel.
ຝ່າຍຕັງຊານີ ມີທ່ານ James Millya, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແລະ ຮ່ວມມືອາຟຣິກາຕາເວັນອອກ ພ້ອມດ້ວຍຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ອົງການ ແລະ ວິສາຫະກິດ, ໃນນັ້ນ ມີບັນດາໜ່ວຍງານຮັບຜິດຊອບດ້ານການຄ້າ, ການລົງທຶນ, ກະສິກຳ, ທີ່ດິນ, ສິນໃນນ້ຳ, ພະລັງງານ ແລະ ການພັດທະນາການຄ້າ.
ກ່າວຄຳປາໄສເປີດເວທີ, ທ່ານ James Millya ເຫັນວ່າ ເວທີດຳເນີນຂຶ້ນໃນຈັງຫວະເວລາທີ່ມີຄວາມໝາຍສຳຄັນ, ສະແດງເຖິງຄວາມຕັດສິນໃຈຂອງສອງລັດຖະບານ ໃນການຊຸກຍູ້ການທູດເສດຖະກິດ, ຫັນສາຍພົວພັນມິດຕະພາບ ແລະ ການຮ່ວມມືການເມືອງອັນດີງາມລະຫວ່າງສອງປະເທດ ໃຫ້ກາຍເປັນບັນດາຜົນໄດ້ຮັບອັນເປັນຮູບປະທຳດ້ານການຄ້າ, ການລົງທຶນ ແລະ ອຸດສາຫະກຳ.
![]() |
| ທ່ານ James Millya, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແລະ ຮ່ວມມືອາຟຣິກາຕາເວັນອອກ ຂອງຕັງຊານີ ກ່າວຄຳປາໄສທີ່ເວທີເຊື່ອມຕໍ່ວິສາຫະກິດ ຫວຽດນາມ - ຕັງຊານີ. |
ຕາມຂໍ້ມູນທີ່ຝ່າຍຕັງຊານີແບ່ງປັນແລ້ວ, ການເກີນດຸນການຄ້າຂອງຕັງຊານີກັບຫວຽດນາມ ເພີ່ມຈາກ 140,9 ລ້ານ USD ໃນປີ 2022 ຂຶ້ນເປັນ 314,2 ລ້ານ USD ໃນປີ 2025. ຫວຽດນາມ ຍັງແມ່ນຕະຫຼາດສຳຄັນສຳລັບບັນດາຜະລິດຕະພັນກະສິກຳຂອງຕັງຊານີ, ໂດຍສະເພາະ ໝາກມ່ວງຫິມະພານ. ຕາມການຕີລາຄາຂອງສູນການຄ້າສາກົນ (ITC) ແລ້ວ, ຫວຽດນາມ ຢູ່ໃນກຸ່ມບັນດາຕະຫຼາດທີ່ມີທ່າແຮງສົ່ງອອກສູງຂອງຕັງຊານີ.
ທ່ານ James Millya ຕີລາຄາສູງບັນດາການປະກອບສ່ວນຂອງ Halotel - ການລົງທຶນຂອງກຸ່ມບໍລິສັດ Viettel - ໃນການພັດທະນາໂຄງລ່າງໂທລະຄົມ, ເປີດກວ້າງຄວາມສາມາດເຂົ້າເຖິງການບໍລິການມືຖື ແລະ ອິນເຕີເນັດ, ສ້າງວຽກເຮັດງານທຳ ແລະ ຍົກສູງຄວາມສາມາດດ້ານເຕັກນິກໃຫ້ແຮງງານຕັງຊານີ. ທ່ານ ໄດ້ສະແດງຄວາມປາຖະໜາ ໃຫ້ປະສົບການຈາກໂຄງການ Halotel ສາມາດເປີດກວ້າງໄປສູ່ບັນດາຂົງເຂດຮ່ວມມືອື່ນ.
ໃນການແນະນຳກ່ຽວກັບສະພາບແວດລ້ອມການລົງທຶນ, ຝ່າຍຕັງຊານີ ເນັ້ນໜັກບັນດາທິດທາງໃນວິໄສທັດພັດທະນາຕັງຊານີ 2050 ພ້ອມດ້ວຍບັນດາໂຄງການໂຄງລ່າງຍຸດທະສາດ ເຊັ່ນ: ທາງລົດໄຟຂະໜາດມາດຕະຖານ (SGR), ທ່າເຮືອ Dar es Salaam, ໂຮງໄຟຟ້ານ້ຳຕົກ Julius Nyerere, ບັນດາເຂດອຸດສາຫະກຳ, ເຂດຜະລິດເພື່ອສົ່ງອອກ ແລະ ເຂດເສດຖະກິດພິເສດ.
ຕັງຊານີ ຍັງໄດ້ແນະນຳຂໍ້ໄດ້ປຽບໃນການເຂົ້າເຖິງບັນດາຕະຫຼາດພາກພື້ນ ຜ່ານ EAC, SADC ແລະ AfCFTA, ຜ່ານນັ້ນ ເປີດກວ້າງພື້ນທີ່ໃຫ້ແກ່ບັນດານັກລົງທຶນຕ່າງປະເທດ.
ບັນດາຂົງເຂດທີ່ຕັງຊານີ ໃຫ້ບຸລິມະສິດດຶງດູດການລົງທຶນ ລວມມີ ການປຸງແຕ່ງ, ເພີ່ມມູນຄ່າສິນຄ້າກະສິກຳ ເຊັ່ນ: ໝາກມ່ວງຫິມະພານ, ຝ້າຍ, ໝາກງາ, ກາເຟ, ຖົ່ວເຫຼືອງ ແລະ ເຂົ້າ; ສິນໃນນ້ຳ ແລະ ເສດຖະກິດທະເລ; ອຸດສາຫະກຳປຸງແຕ່ງ, ແຜ່ນແພ; ພະລັງງານທົດແທນ; ການຂຸດຄົ້ນແຮ່ທາດ ແລະ ເຕັກໂນໂລຊີດິຈິຕອນ.
ສອງຝ່າຍເຫັນວ່າ ມີລັກສະນະເສີມກັນລະຫວ່າງແຫຼ່ງວັດຖຸດິບຂອງຕັງຊານີ ກັບຈຸດແຂງຂອງຫວຽດນາມ ໃນດ້ານການປຸງແຕ່ງ, ເຕັກໂນໂລຊີ, ການພັດທະນາຕ່ອງໂສ້ສະໜອງ ແລະ ການເຂົ້າເຖິງຕະຫຼາດສາກົນ, ໂດຍສະເພາະ ໃນຂົງເຂດກະສິກຳ ແລະ ການປຸງແຕ່ງອາຫານ.
ກ່າວຄຳປາໄສທີ່ເວທີ, ທ່ານນາງ ຫວູແທງຮວ່ຽນ, ເອກອັກຄະລັດຖະທູດ ເນັ້ນໜັກຄວາມສຳຄັນຂອງການເພີ່ມທະວີການເຊື່ອມຕໍ່ໂດຍກົງລະຫວ່າງວິສາຫະກິດສອງປະເທດ, ຖືນີ້ເປັນຊ່ອງທາງໜຶ່ງ ເພື່ອຫັນບັນດາທ່າແຮງ ແລະ ທິດທາງຮ່ວມມືທີ່ໄດ້ແລກປ່ຽນໃນລະດັບລັດຖະບານ ໃຫ້ກາຍເປັນບັນດາໂຄງການ ແລະ ສາຍພົວພັນຄູ່ຮ່ວມທີ່ເປັນຮູບປະທຳ.
ທ່ານນາງເອກອັກຄະລັດຖະທູດ ຢືນຢັນວ່າ ສະຖານທູດຫວຽດນາມປະຈຳຕັງຊານີ ພ້ອມປະສານງານກັບບັນດາອົງການທີ່ມີໜ້າທີ່ ແລະ ວິສາຫະກິດສອງປະເທດ ໃນການສະໜອງຂໍ້ມູນ, ເຊື່ອມຕໍ່ຄູ່ຮ່ວມ ແລະ ຊ່ວຍໜູນຊຸກຍູ້ບັນດາໂອກາດຮ່ວມມື ບົນຈິດໃຈຕ່າງຝ່າຍຕ່າງມີຜົນປະໂຫຍດ.
ທ່ານ ຫງວຽນຮວ່າງຮຽບ, ລັດຖະມົນຕີຊ່ວຍວ່າການ ເຫັນວ່າ ຫວຽດນາມ ແລະ ຕັງຊານີ ຍັງມີຫຼາຍທ່າແຮງຮ່ວມມືໃນຂົງເຂດກະສິກຳ, ການປຸງແຕ່ງສິນຄ້າກະສິກຳ ແລະ ການພັດທະນາຕ່ອງໂສ້ມູນຄ່າ.
ທ່ານ ໄດ້ແບ່ງປັນປະສົບການຂອງຫວຽດນາມ ໃນການຜະລິດ, ປຸງແຕ່ງ, ສົ່ງອອກສິນຄ້າກະສິກຳ ແລະ ແນະນຳບັນດາຮູບແບບຮ່ວມມື ໃຕ້ - ໃຕ້ ໃນຂົງເຂດກະສິກຳ; ພ້ອມທັງສະເໜີໃຫ້ເພີ່ມທະວີການຖ່າຍທອດປະສົບການ, ເຕັກໂນໂລຊີ, ເຕັກນິກ ຕິດພັນກັບການລົງທຶນ, ການປຸງແຕ່ງ ແລະ ເປີດກວ້າງຕະຫຼາດ, ຜ່ານນັ້ນ ຍົກສູງມູນຄ່າຜະລິດຕະພັນ ແລະ ສ້າງຊີວິດການເປັນຢູ່ທີ່ຍືນຍົງໃຫ້ປະຊາຊົນ.
ໃນຂອບເຂດເວທີ, ບັນດາຜູ້ແທນ ໄດ້ຊົມວິດີໂອແນະນຳສະພາບແວດລ້ອມການລົງທຶນ, ທຸລະກິດຂອງຫວຽດນາມ ແລະ ໂຄງການຮ່ວມມື ໃຕ້ - ໃຕ້ ໃນຂົງເຂດກະສິກຳ; ຮັບຟັງອົງການລົງທຶນ ແລະ ເຂດເສດຖະກິດພິເສດຕັງຊານີ (TISEZA) ແນະນຳນະໂຍບາຍ ແລະ ໂອກາດລົງທຶນຢູ່ຕັງຊານີ.
ບັນດາວິສາຫະກິດຫວຽດນາມ ລວມມີ Intimex, Vingroup, Phulimex ແລະ Halotel ພ້ອມດ້ວຍບັນດາຄູ່ຮ່ວມຕັງຊານີ ເຊັ່ນ TANICA, ຕະຫຼາດແລກປ່ຽນສິນຄ້າຕັງຊານີ (TMX), ຄະນະກຳມະການໝາກມ່ວງຫິມະພານ, ຄະນະກຳມະການຊົນລະປະທານແຫ່ງຊາດ (NIRC) ແລະ ກຸ່ມບໍລິສັດ METL ໄດ້ແນະນຳຄວາມສາມາດ, ຜະລິດຕະພັນ, ຄວາມຕ້ອງການ ແລະ ບັນດາຂົງເຂດທີ່ປາຖະໜາຮ່ວມມື.
ກິດຈະກຳວາງສະແດງຜະລິດຕະພັນຢູ່ນອກຂອບເຂດ ຍັງສ້າງເງື່ອນໄຂໃຫ້ວິສາຫະກິດສອງປະເທດແລກປ່ຽນໂດຍກົງ, ຊອກຮູ້ຄວາມສາມາດເຊື່ອມຕໍ່ທຸລະກິດ.
ເວທີ ໄດ້ປະກອບສ່ວນເພີ່ມການເຊື່ອມຕໍ່ລະຫວ່າງອົງການຄຸ້ມຄອງ ແລະ ປະຊາຄົມວິສາຫະກິດ ຫວຽດນາມ - ຕັງຊານີ, ຫັນຈຸດສຸມຈາກການແລກປ່ຽນກ່ຽວກັບທ່າແຮງ ໄປສູ່ການກຳນົດຄູ່ຮ່ວມ, ຂົງເຂດ ແລະ ໂອກາດຮ່ວມມືທີ່ເປັນຮູບປະທຳ.
ຜົນໄດ້ຮັບຂອງເວທີ ຍັງສ້າງແຮງຂັບເຄື່ອນເພີ່ມຕື່ມໃຫ້ບັນດາການແລກປ່ຽນຢູ່ກອງປະຊຸມຄັ້ງທີ 2 ຂອງຄະນະກຳມະການລະຫວ່າງລັດຖະບານ, ມຸ່ງໄປສູ່ການຫັນບັນດາຄຳໝັ້ນສັນຍາໃຫ້ເປັນບັນດາໂຄງການ, ໂຄງການຮ່ວມມື ແລະ ສາຍພົວພັນຄູ່ຮ່ວມໄລຍະຍາວ, ຜ່ານນັ້ນ ຊຸກຍູ້ສາຍພົວພັນເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ.
ຍສໝ - ສາຍພົວພັນເສດຖະກິດ, ການຄ້າ ຫວຽດນາມ - ການາດາ ສືບຕໍ່ຮັກສາທ່າເຕີບໂຕຢ່າງຕັ້ງໜ້າ, ໃນຂະນະທີ່ບັນດາການປ່ຽນແປງດ້ານນະໂຍບາຍການຄ້າ, ຕ່ອງໂສ້ສະໜອງ ແລະ ຄວາມຕ້ອງການຕະຫຼາດ ພວມເປີດໂອກາດເພີ່ມຕື່ມໃຫ້ສອງປະເທດຊຸກຍູ້ການລົງທຶນ, ເຊື່ອມໂຍງການຜະລິດ ແລະ ຂຸດຄົ້ນນຳໃຊ້ສັນຍາ CPTPP ໃຫ້ມີປະສິດທິຜົນຍິ່ງຂຶ້ນ. |
ຍສໝ - ຮອດວັນທີ 23/9/2026, ບັນດາກຳລັງທີ່ເຂົ້າຮ່ວມຂະບວນການ 500 ວັນ-ຄືນ ໄດ້ຄົ້ນຫາ ແລະ ຮວບຮວມອັດຖິວິລະຊົນ 2.803 ຊຸດ ຢູ່ພາຍໃນປະເທດ, ລາວ ແລະ ກຳປູເຈຍ; ພ້ອມທັງເກັບຕົວຢ່າງຢູ່ຫຼຸມຝັງສົບວິລະຊົນ 199.908 ຫຼຸມ, ບັນລຸ 94,78% ຂອງຄວາມຄືບໜ້າ. |
ຄຳສີ
