ເຂົ້າຮ່ວມກອງເສວະນາ ມີຊາວໜຸ່ມ, ປັນຍາຊົນ, ນັກທຸລະກິດ ພ້ອມດ້ວຍຕົວແທນບັນດາສະມາຄົມ, ອົງການຂອງຊຸມຊົນຊາວຫວຽດນາມຢູ່ຍີ່ປຸ່ນ.
ກ່າວຄຳປາໄສທີ່ກອງເສວະນາ, ທ່ານ ຫງວຽນເຈື່ອງເຊີນ, ກົງສຸນໃຫຍ່ຫວຽດນາມປະຈຳ Osaka ໄດ້ແນະນຳສະພາບການການອອກມະຕິ, ຄວາມໝາຍ, ເນື້ອໃນຕົ້ນຕໍ, ທັດສະນະຊີ້ນຳ, ໜ້າທີ່ ແລະ ວິທີແກ້ໄຂຂອງມະຕິເລກທີ 23-NQ/TW, ລົງວັນທີ 02/8/2026 ຂອງກົມການເມືອງ ກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດ.
![]() |
| ທ່ານ ຫງວຽນເຈື່ອງເຊີນ, ກົງສຸນໃຫຍ່ຫວຽດນາມປະຈຳ Osaka ກ່າວຄຳປາໄສທີ່ກອງເສວະນາ. |
ທ່ານ ຫງວຽນເຈື່ອງເຊີນ ໄດ້ຍົກໃຫ້ເຫັນບາງຈຸດໃໝ່ຂອງມະຕິ, ໃນນັ້ນ ຢືນຢັນວ່າ ຊາວຫວຽດນາມຢູ່ຕ່າງປະເທດ ບໍ່ພຽງແຕ່ແມ່ນພາກສ່ວນທີ່ບໍ່ອາດແຍກອອກຈາກປະຊາຄົມຊາດຫວຽດນາມ, ແຕ່ຍັງແມ່ນໜຶ່ງໃນບັນດາແຫຼ່ງກຳລັງຍຸດທະສາດທີ່ສຳຄັນ, ເປັນຂົວເຊື່ອມລະຫວ່າງຫວຽດນາມກັບໂລກ, ຮ່ວມເດີນທາງ ແລະ ເຂົ້າຮ່ວມໂດຍກົງໃນພາລະກິດສ້າງສາ, ພັດທະນາ ແລະ ປົກປ້ອງປິຕຸພູມ. ມະຕິຍັງໝາຍເຖິງບາດກ້າວພັດທະນາໃໝ່ໃນແນວຄິດຂອງພັກ ໂດຍຫັນຈາກທິດນຳ “ຂົນຂວາຍ, ເຕົ້າໂຮມ, ເບິ່ງແຍງ” ໄປສູ່ “ຮ່ວມເດີນທາງ, ສ້າງສັນກົນໄກ”, ສ້າງເງື່ອນໄຂໃຫ້ຊາວຫວຽດນາມຢູ່ຕ່າງປະເທດ ເຂົ້າຮ່ວມເລິກ ແລະ ກວ້າງຂວາງຍິ່ງຂຶ້ນໃນຂະບວນການພັດທະນາປະເທດ.
ທ່ານຍັງເນັ້ນໜັກເຖິງເປົ້າໝາຍສ້າງຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດໃຫ້ເຂັ້ມແຂງ, ເຊື່ອມໂຍງເຂົ້າກັບສັງຄົມເຈົ້າພາບໄດ້ດີ ແລະ ຮັກສາອັດຕະລັກແຫ່ງຊາດ. ໃນນັ້ນ, ຈຸດສຸມແມ່ນຍົກສູງສະຖານະທາງກົດໝາຍ, ສະໜັບສະໜູນການເຊື່ອມໂຍງ, ຮັກສາຄວາມໝັ້ນຄົງດ້ານຊີວິດການເປັນຢູ່, ຮັກສາພາສາຫວຽດນາມ, ອັດຕະລັກວັດທະນະທຳ ແລະ ສົ່ງເສີມບົດບາດຂອງຊຸມຊົນໃນຖານະ “ທູດວັດທະນະທຳ, ທູດຂອງປະເທດ ແລະ ຄົນຫວຽດນາມ”.
ທ່ານ ຫງວຽນເຈື່ອງເຊີນ, ກົງສຸນໃຫຍ່ ຕີລາຄາວ່າ ຊຸມຊົນຊາວຫວຽດນາມຢູ່ Kansai ແມ່ນຊຸມຊົນທີ່ໜຸ່ມ, ຫ້າວຫັນ ແລະ ພວມສືບຕໍ່ພັດທະນາ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ປະເທດ ກໍຄື ສັງຄົມເຈົ້າພາບ. ແນວໃດກໍຕາມ, ຍັງມີບາງກໍລະນີລະເມີດກົດໝາຍຂອງປະເທດເຈົ້າພາບ, ສົ່ງຜົນກະທົບຕໍ່ພາບພົດຂອງຊຸມຊົນຊາວຫວຽດນາມ.
ຕາມທ່ານ ຫງວຽນເຈື່ອງເຊີນ, ຄົນຮຸ່ນໜຸ່ມຫວຽດນາມທີ່ພວມຮ່ຳຮຽນ, ຄົ້ນຄວ້າ, ເຮັດວຽກ ແລະ ປະກອບທຸລະກິດຢູ່ຍີ່ປຸ່ນ ມີຫຼາຍເງື່ອນໄຂເພື່ອເຂົ້າເຖິງພູມປັນຍາ, ເຕັກໂນໂລຊີ ແລະ ຮູບແບບການບໍລິຫານທີ່ກ້າວໜ້າ, ຜ່ານນັ້ນ ສາມາດປະກອບສ່ວນໂດຍກົງ, ເປັນຮູບປະທຳ ແລະ ມີປະສິດທິຜົນ ເຂົ້າໃນການພັດທະນາປະເທດ.
ທ່ານ ກົງສຸນໃຫຍ່ ໃຫ້ຮູ້ວ່າ, ໃນໄລຍະຕໍ່ໄປ, ສະຖານກົງສຸນໃຫຍ່ຫວຽດນາມປະຈຳ Osaka ຈະສືບຕໍ່ຮ່ວມເດີນທາງກັບຊຸມຊົນ ຜ່ານບັນດາກິດຈະກຳໂຄສະນາ, ເຜີຍແຜ່ກົດໝາຍ; ສ້າງເຄືອຂ່າຍປັນຍາຊົນຫວຽດນາມໃນພາກພື້ນ; ເຊື່ອມຕໍ່ບັນດາອົງການ, ສະມາຄົມຊາວຫວຽດນາມຢູ່ປະເທດເຈົ້າພາບ ກັບບັນດາທ້ອງຖິ່ນ, ວິສາຫະກິດພາຍໃນປະເທດ ແນໃສ່ສ້າງບັນດາໂອກາດຮ່ວມມື, ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມພາຍໃນປະເທດ...
![]() |
| ບັນດາຜູ້ແທນຖ່າຍຮູບທີ່ລະນຶກຮ່ວມກັນທີ່ກອງເສວະນາ. |
ຈາກພາກປະຕິບັດຂອງກິດຈະກຳຊຸມຊົນ, ທ່ານນາງ ເລເທືອງ, ຕົວແທນຄະນະຈັດຕັ້ງ ເຫັນວ່າ ການສ້າງພື້ນທີ່ໃຫ້ຊາວໜຸ່ມໄດ້ພົບປະ, ແລກປ່ຽນ ແລະ ເຊື່ອມຕໍ່ ແມ່ນຈຳເປັນໃນໄລຍະປັດຈຸບັນ.
“ສິ່ງທີ່ພວກເຮົາໃຫ້ຄວາມສົນໃຈ ແມ່ນຈະເຮັດແນວໃດເພື່ອນຳຈິດໃຈຂອງມະຕິ 23-NQ/TW ເຂົ້າສູ່ວຽກງານທີ່ເປັນຮູບປະທຳ. ຊາວໜຸ່ມຫວຽດນາມຢູ່ຍີ່ປຸ່ນ ມີຄວາມຮູ້, ປະສົບການ ແລະ ຫຼາຍແນວຄິດລິເລີ່ມ. ຖ້າສາມາດເຊື່ອມໂຍງບັນດາແຫຼ່ງກຳລັງເຫຼົ່ານີ້ໄດ້, ຊຸມຊົນຈະມີກິດຈະກຳທີ່ເປັນຮູບປະທຳຫຼາຍຂຶ້ນ”, ທ່ານນາງ ເລເທືອງ ກ່າວ.
ທີ່ໂຄງການ, ບັນດາຜູ້ແທນໄດ້ແລກປ່ຽນກ່ຽວກັບກິດຈະກຳຂອງຊາວໜຸ່ມໃນຊຸມຊົນ; ການສຶກສາ, ວັດທະນະທຳ; ການເຊື່ອມຕໍ່ວິສາຫະກິດ; ນະວັດຕະກຳ; ການສະໜັບສະໜູນຄົນຮຸ່ນໜຸ່ມໃນການຮ່ຳຮຽນ ແລະ ສ້າງອາຊີບຢູ່ຍີ່ປຸ່ນ.
ຫຼາຍຄຳເຫັນສະເໜີໃຫ້ເພີ່ມທະວີການເຊື່ອມໂຍງລະຫວ່າງຊາວໜຸ່ມຢູ່ບັນດາທ້ອງຖິ່ນຂອງຍີ່ປຸ່ນ, ສ້າງເຄືອຂ່າຍເຊື່ອມຕໍ່ປັນຍາຊົນ ແລະ ນັກທຸລະກິດໜຸ່ມ, ຜ່ານນັ້ນ ສ້າງເພີ່ມບັນດາຊ່ອງທາງຮ່ວມມືລະຫວ່າງຊຸມຊົນຊາວຫວຽດນາມ ກັບບັນດາອົງການ, ວິສາຫະກິດຍີ່ປຸ່ນ.
ຍສໝ - ໃນອາຍຸການ 2026-2031, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ກຳນົດໃຫ້ຫັນຈຸດສຸມໄປສູ່ປະສິດທິຜົນຕົວຈິງ, ມີຜະລິດຕະຜົນ ແລະ ຜົນສຳເລັດສະເພາະທີ່ສາມາດວັດແທກໄດ້. ບົດລາຍງານການເມືອງ ໄດ້ກຳນົດ 6 ໜ້າທີ່, ວິທີແກ້ໄຂຈຸດສຸມ ແລະ 3 ຂອດບຸກທະລຸຍຸດທະສາດ. |
ຍສໝ - ຕະຫຼອດໄລຍະກວ່າ 40 ປີຜ່ານມາ, ຜ່ານພາລະກິດ “ປ່ຽນໃໝ່”, ຫວຽດນາມໄດ້ບັນລຸອັດຕາການເຕີບໂຕທາງເສດຖະກິດຢ່າງວ່ອງໄວ ແລະ ຢືນຢັນຖານະເປັນໜຶ່ງໃນບັນດາເສດຖະກິດເກີດໃໝ່ຂອງອາຊີ. ໃນຖານະເປັນນັກທຸລະກິດ FDI ທີ່ໄດ້ຮ່ວມເດີນທາງໄປກັບຂະບວນການນັ້ນ, ຂ້າພະເຈົ້າຮູ້ສຶກພາກພູມໃຈຢ່າງຍິ່ງ. |
ຄຳສີ

