ຫວຽດນາມ - ອິນເດຍ ເປີດພື້ນທີ່ຮ່ວມມືໃໝ່ ພາຍຫຼັງ 10 ປີແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານ

13:36 | 16/09/2026

ຍສໝ - ວັນທີ 15/9, ຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ, ກອງສຳມະນາວິທະຍາສາດ “10 ປີແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ: ຜົນສຳເລັດ ແລະ ແງ່ຫວັງ” ໄດ້ຈັດຂຶ້ນ ແນໃສ່ທົບທວນຄືນເສັ້ນທາງການຮ່ວມມືລະຫວ່າງສອງປະເທດ, ພ້ອມທັງແລກປ່ຽນກ່ຽວກັບບັນດາແຮງຂັບເຄື່ອນ, ພື້ນທີ່ ແລະ ຮູບແບບຮ່ວມມືໃໝ່ ໃນໄລຍະສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານທີ່ເພີ່ມທະວີ.

ຊອກຫາແຮງຊຸກຍູ້ໃໝ່ໃຫ້ການພົວພັນ ຫວຽດນາມ - ອິນເດຍ ຫວຽດນາມ - ອິນເດຍ ຂະຫຍາຍການຮ່ວມມື, ວາງເປົ້າໝາຍການຄ້າ 25 ຕື້ USD

ຄວາມໄວ້ວາງໃຈ ສ້າງພື້ນຖານໃຫ້ແກ່ການຮ່ວມມື

ກ່າວຄຳປາໄສເປີດກອງສຳມະນາ, ຮສ.ປອ. ເລຫາຍບິ່ງ, ກຳມະການສູນກາງພັກ, ຮອງຜູ້ອຳນວຍການປະຈຳສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ເນັ້ນໜັກວ່າ ສາຍພົວພັນ ຫວຽດນາມ - ອິນເດຍ ໄດ້ຮັບການສ້າງຂຶ້ນບົນພື້ນຖານມິດຕະພາບອັນເລິກເຊິ່ງ, ໄດ້ຮັບການບຳລຸງສ້າງຜ່ານຫຼາຍທົດສະວັດ ແລະ ນັບມື້ນັບພັດທະນາຢ່າງເປັນຮູບປະທຳ.

ຫວຽດນາມ - ອິນເດຍ ເປີດພື້ນທີ່ຮ່ວມມືໃໝ່ ພາຍຫຼັງ 10 ປີແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານ
ຮສ.ປອ. ເລຫາຍບິ່ງ, ກຳມະການສູນກາງພັກ, ຮອງຜູ້ອຳນວຍການປະຈຳສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ກ່າວຄຳປາໄສເປີດກອງສຳມະນາ.

ຈາກບັນດາຂີດໝາຍທາງປະຫວັດສາດທີ່ຕິດພັນກັບປະທານໂຮ່ຈິມິນ, ຜູ້ນຳ Mahatma Gandhi ແລະ ນາຍົກລັດຖະມົນຕີ Jawaharlal Nehru, ສາຍພົວພັນສອງປະເທດ ໄດ້ຄ່ອຍໆຍົກລະດັບຂຶ້ນ, ຈາກການສ້າງຕັ້ງສາຍພົວພັນການທູດໃນປີ 1972, ກາຍເປັນຄູ່ຮ່ວມຍຸດທະສາດໃນປີ 2007 ແລະ ຄູ່ຮ່ວມຍຸດທະສາດຮອບດ້ານໃນປີ 2016.

ຕາມ ຮສ.ປອ. ເລຫາຍບິ່ງ, ການທີ່ສອງປະເທດສືບຕໍ່ຍົກລະດັບສາຍພົວພັນ ໃນໂອກາດການຢ້ຽມຢາມອິນເດຍລະດັບລັດຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ໃນເດືອນ 5/2026 ສະແດງໃຫ້ເຫັນລະດັບຄວາມໄວ້ວາງໃຈທາງການເມືອງທີ່ນັບມື້ນັບໄດ້ຮັບການປັບປຸງ, ພ້ອມທັງເປີດກວ້າງພື້ນທີ່ຮ່ວມມືໃນຫຼາຍຂົງເຂດ.

ທ່ານເຫັນວ່າ ໜຶ່ງໃນບັນດາການປ່ຽນແປງທີ່ໜ້າສົນໃຈຂອງສາຍພົວພັນ ຫວຽດນາມ - ອິນເດຍ ໃນໄລຍະຜ່ານມາ ແມ່ນການປ່ຽນແປງດ້ານຄຸນນະພາບ, ເຊິ່ງນັບມື້ນັບສະແດງອອກຢ່າງຈະແຈ້ງໃນດ້ານເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ການແລກປ່ຽນປະຊາຊົນ.

ແນວໃດກໍຕາມ, ຊ່ອງຫວ່າງລະຫວ່າງລະດັບທາງການເມືອງ, ຍຸດທະສາດ ກັບຄວາມສາມາດໃນການຫັນການຮ່ວມມືໃຫ້ເປັນຈິງ ຍັງຕ້ອງສືບຕໍ່ຫຼຸດຜ່ອນລົງ, ໂດຍສະເພາະ ໃນບັນດາຂົງເຂດເສດຖະກິດ, ເຕັກໂນໂລຊີ, ນະວັດຕະກຳ, logistics, ການຊຳລະເງິນ ແລະ ການເຊື່ອມຕໍ່ຂໍ້ມູນຕະຫຼາດ.

ໃນສະພາບການທີ່ພາກພື້ນ ແລະ ສາກົນພວມປ່ຽນແປງຢ່າງວ່ອງໄວ, ຮສ.ປອ. ເລຫາຍບິ່ງ ເຫັນວ່າ ສາຍພົວພັນ ຫວຽດນາມ - ອິນເດຍ ຈຳເປັນຕ້ອງຫັນຈາກການຂະຫຍາຍຂອບເຂດ ໄປສູ່ການຍົກສູງຄຸນນະພາບ, ຈາກຄຳໝັ້ນສັນຍາໄປສູ່ຜົນສຳເລັດ ແລະ ຈາກການຂຸດຄົ້ນທ່າແຮງ ໄປສູ່ການຮ່ວມກັນສ້າງສັນຄວາມສາມາດ ແລະ ພື້ນທີ່ພັດທະນາໃໝ່.

ຫວຽດນາມ - ອິນເດຍ ເປີດພື້ນທີ່ຮ່ວມມືໃໝ່ ພາຍຫຼັງ 10 ປີແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານ
ທ່ານ Bastian Nonginiyil Chacko, ຮອງເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມ ຢືນຢັນວ່າ ບັນດາຜົນສຳເລັດທີ່ເປັນຮູບປະທຳໃນດ້ານການຄ້າ, ການຮ່ວມມືພັດທະນາ, ປ້ອງກັນຊາດ - ຄວາມໝັ້ນຄົງ ແລະ ການແລກປ່ຽນປະຊາຊົນ ພວມສ້າງແຮງຂັບເຄື່ອນເພີ່ມເຕີມໃຫ້ແກ່ສາຍພົວພັນສອງປະເທດ.

ຕາມນັ້ນແລ້ວ, ກອງສຳມະນາຈຳເປັນຕ້ອງເຮັດໃຫ້ແຈ້ງຍິ່ງຂຶ້ນ ເນື້ອໃນຂອງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ, ກຳນົດວິໄສທັດໄລຍະຍາວ ໃນໂຄງສ້າງພາກພື້ນທີ່ພວມຫັນປ່ຽນ, ພ້ອມທັງຄົ້ນຫາບັນດາຂອດບຸກທະລຸດ້ານເສດຖະກິດ, ວິທະຍາສາດ - ເຕັກໂນໂລຊີ ແລະ ການເຊື່ອມຕໍ່.

ຄຽງຄູ່ກັບນັ້ນ, ການປັບປຸງພື້ນຖານດ້ານພູມປັນຍາ, ວັດທະນະທຳ ແລະ ສັງຄົມ, ເພີ່ມທະວີການແລກປ່ຽນນັກວິຊາການ, ການຝຶກອົບຮົມຊັບພະຍາກອນມະນຸດ ແລະ ສ້າງກົນໄກປະຕິບັດທີ່ມີປະສິດທິຜົນ ຈະປະກອບສ່ວນຫັນຄວາມໄວ້ວາງໃຈໃຫ້ກາຍເປັນການຜູກໂຍງຜົນປະໂຫຍດ, ຫັນທ່າແຮງໃຫ້ກາຍເປັນຄວາມສາມາດຮ່ວມມື ແລະ ຫັນບັນດາຄຳໝັ້ນສັນຍາຍຸດທະສາດໃຫ້ກາຍເປັນຜົນສຳເລັດທີ່ເປັນຮູບປະທຳ.

ກ່າວຄຳປາໄສທີ່ກອງສຳມະນາ, ທ່ານ Bastian Nonginiyil Chacko, ຮອງເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມ ເຫັນວ່າ ຜ່ານໄລຍະກວ່າເຄິ່ງສະຕະວັດ, ສາຍພົວພັນ ຫວຽດນາມ - ອິນເດຍ ໄດ້ກາຍເປັນໜຶ່ງໃນບັນດາສາຍພົວພັນທີ່ໝັ້ນຄົງ, ຜູກພັນ ໃນພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ.

ຕາມທ່ານ ຮອງເອກອັກຄະລັດຖະທູດ, ການຢ້ຽມຢາມອິນເດຍລະດັບລັດຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ໃນເດືອນ 5/2026 ເປັນຂີດໝາຍບາດກ້າວພັດທະນາໃໝ່ ເມື່ອສອງປະເທດຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານທີ່ເພີ່ມທະວີ, ບົນພື້ນຖານຄູ່ຮ່ວມຍຸດທະສາດຮອບດ້ານທີ່ສ້າງຕັ້ງໃນປີ 2016, ວິໄສທັດຮ່ວມກ່ຽວກັບສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ປະຊາຊົນ ປີ 2020 ແລະ ແຜນການກະທຳ ໄລຍະ 2024-2028.

ຕີລາຄາຜົນສຳເລັດຂອງການຮ່ວມມືສອງຝ່າຍ, ທ່ານ Bastian Nonginiyil Chacko ໃຫ້ຮູ້ວ່າ ຍອດມູນຄ່າການຄ້າສອງສົ້ນ ໄດ້ເກີນ 18 ຕື້ USD ໃນສົກການເງິນ 2025-2026, ເພີ່ມຂຶ້ນເກືອບ 16% ທຽບກັບປີກ່ອນ, ໂດຍມີໂຄງສ້າງສິນຄ້າທີ່ຫຼາກຫຼາຍ ນັບແຕ່ສິນໃນນ້ຳ, ກາເຟ ຮອດເຄື່ອງເອເລັກໂຕຣນິກ, ເຄື່ອງຈັກ ແລະ ສິນຄ້າຜະລິດສຳເລັດ.

ສອງປະເທດວາງເປົ້າໝາຍນຳຍອດມູນຄ່າການຄ້າຂຶ້ນເປັນ 25 ຕື້ USD ພາຍໃນປີ 2030, ພ້ອມທັງຊຸກຍູ້ບັນດາກົນໄກການຄ້າທີ່ສະດວກກວ່າເກົ່າ.

ຫວຽດນາມ ແລະ ອິນເດຍ ຍັງຮັກສາບັນດາໂຄງການຮ່ວມມືພັດທະນາ, ຝຶກອົບຮົມຊັບພະຍາກອນມະນຸດ, ອະນຸລັກມໍລະດົກ ແລະ ຊ່ວຍເຫຼືອດ້ານມະນຸດສະທຳ, ປະກອບສ່ວນເພີ່ມທະວີການເຊື່ອມຕໍ່ ແລະ ຍົກສູງຄວາມສາມາດຮ່ວມມືສອງຝ່າຍ.

ສາຍພົວພັນດ້ານປ້ອງກັນຊາດ, ຄວາມໝັ້ນຄົງ ສືບຕໍ່ໄດ້ຮັບການປັບປຸງ ຜ່ານການຮ່ວມມືຍົກສູງຄວາມສາມາດທາງທະເລ, ບັນດາວົງເງິນສິນເຊື່ອປ້ອງກັນຊາດ, ການມອບໂອນກຳປັ່ນຄຸ້ມກັນຕິດລູກສອນໄຟ INS Kirpan ແລະ ບັນດາກິດຈະກຳຝຶກແອບຮ່ວມລະຫວ່າງກຳລັງຂອງສອງປະເທດ.

ຕາມທ່ານ ຮອງເອກອັກຄະລັດຖະທູດອິນເດຍ, ຄວາມເລິກເຊິ່ງຂອງສາຍພົວພັນສອງປະເທດ ຍັງສະແດງອອກຜ່ານການແລກປ່ຽນປະຊາຊົນ ແລະ ບັນດາການເຊື່ອມຕໍ່ທີ່ນັບມື້ນັບໃກ້ຊິດລະຫວ່າງສອງສັງຄົມ.

ປີ 2025, ພະບໍລົມມະສາລີກະທາດຂອງພະພຸດທະເຈົ້າ ໄດ້ຮັບການອັນເຊີນ ແລະ ປະດິດສະຖານຢູ່ 9 ແຂວງ, ນະຄອນຂອງຫວຽດນາມ, ດຶງດູດພຸດທະສາສະນິກະຊົນ ແລະ ປະຊາຊົນຫຼາຍກວ່າ 15 ລ້ານຄົນ ເຂົ້າສັກກາລະ. Yoga ກໍນັບມື້ນັບແຜ່ຫຼາຍຢູ່ຫວຽດນາມ, ໂດຍມີສະໂມສອນຫຼາຍຮ້ອຍແຫ່ງ ຖືກຮັກສາຢູ່ທົ່ວປະເທດ.

ປັດຈຸບັນ ມີເກືອບ 90 ຖ້ຽວບິນຕໍ່ອາທິດ ເຊື່ອມຕໍ່ບັນດານະຄອນຂອງສອງປະເທດ, ສ້າງເງື່ອນໄຂສະດວກໃຫ້ປະຊາຊົນເດີນທາງ ແລະ ເພີ່ມທະວີການພົບປະໂດຍກົງ. ຊຸມຊົນຊາວອິນເດຍປະມານ 8.000 ຄົນທີ່ພວມດຳລົງຊີວິດຢູ່ຫວຽດນາມ ກໍໄດ້ກາຍເປັນຂົວເຊື່ອມສຳຄັນລະຫວ່າງສອງຊາດ.

ທ່ານ Bastian Nonginiyil Chacko, ຮອງເອກອັກຄະລັດຖະທູດ ເຫັນວ່າ ຫວຽດນາມ ແລະ ອິນເດຍ ລ້ວນແຕ່ແມ່ນອາລະຍະທຳທີ່ມີປະຫວັດຍາວນານ, ພ້ອມກັນນັ້ນ ກໍແມ່ນບັນດາປະເທດພວມພັດທະນາ ທີ່ມີວິໄສທັດໝັ້ນໃຈຕໍ່ອະນາຄົດ, ຮ່ວມແບ່ງປັນທັດສະນະກ່ຽວກັບພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ທີ່ເສລີ, ເປີດກວ້າງ ແລະ ເຄົາລົບກົດໝາຍສາກົນ.

ກຳນົດຖານະຍຸດທະສາດຂອງສາຍພົວພັນ ຫວຽດນາມ - ອິນເດຍ

ຫວຽດນາມ - ອິນເດຍ ເປີດພື້ນທີ່ຮ່ວມມືໃໝ່ ພາຍຫຼັງ 10 ປີແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານ
ປອ. ບຸ່ຍຫວຽດເຮືອງ ເຫັນວ່າ ສິ່ງທ້າທາຍຂອງໄລຍະໃໝ່ ແມ່ນຢູ່ທີ່ຄວາມສາມາດໃນການຫຼຸດຜ່ອນ 3 ຊ່ອງຫວ່າງ.

ທີ່ກອງສຳມະນາ, ປອ. ບຸ່ຍຫວຽດເຮືອງ, ຮອງຫົວໜ້າສະຖາບັນການເມືອງ ແລະ ສາຍພົວພັນສາກົນ, ຜູ້ອຳນວຍການສູນຄົ້ນຄວ້າອິນເດຍ ເຫັນວ່າ ພາຍຫຼັງ 10 ປີແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ສາຍພົວພັນ ຫວຽດນາມ - ອິນເດຍ ໄດ້ຫັນຈາກພື້ນຖານມິດຕະພາບທາງປະຫວັດສາດ ໄປສູ່ລະດັບການບັນຈົບກັນຂອງຜົນປະໂຫຍດ ທີ່ນັບມື້ນັບຈະແຈ້ງ.

ຕາມທ່ານນາງ, “ການບັນຈົບກັນທາງຍຸດທະສາດ” ບໍ່ໝາຍເຖິງການເຮັດໃຫ້ນະໂຍບາຍເປັນອັນໜຶ່ງອັນດຽວກັນ ຫຼື ສ້າງພັນທະມິດ, ແຕ່ແມ່ນສະແດງອອກຢູ່ຈຸດຕັດກັນທີ່ນັບມື້ນັບກວ້າງຂຶ້ນ ໃນດ້ານການຮັບຮູ້, ຜົນປະໂຫຍດໄລຍະຍາວ ແລະ ທິດທາງການກະທຳ, ໃນຂະນະທີ່ສອງປະເທດຍັງຮັກສາຄວາມເປັນເອກະລາດໃນການວາງນະໂຍບາຍ.

ປອ. ບຸ່ຍຫວຽດເຮືອງ ເຫັນວ່າ ສິ່ງທ້າທາຍຂອງໄລຍະໃໝ່ ແມ່ນຢູ່ທີ່ຄວາມສາມາດໃນການຫຼຸດຜ່ອນ 3 ຊ່ອງຫວ່າງ: ລະຫວ່າງລະດັບທາງການເມືອງ - ຍຸດທະສາດ ກັບພື້ນຖານເສດຖະກິດ; ລະຫວ່າງຄຳໝັ້ນສັນຍາ ກັບຄວາມສາມາດປະຕິບັດ; ລະຫວ່າງການຮ່ວມມືລະຫວ່າງລັດຖະບານ ກັບການເຊື່ອມຕໍ່ວິສາຫະກິດ, ທ້ອງຖິ່ນ ແລະ ລະບົບນິເວດພູມປັນຍາ.

ທ່ານນາງສະເໜີໃຫ້ຫັນຈຸດສຸມຈາກການຂະຫຍາຍລາຍການຮ່ວມມື ໄປສູ່ການສ້າງສັນຄວາມສາມາດພັດທະນາ, ໃນນັ້ນ ປະສິດທິຜົນຂອງສາຍພົວພັນ ຈຳເປັນຕ້ອງວັດແທກດ້ວຍຄວາມສາມາດໃນການສ້າງເພີ່ມຂີດຄວາມສາມາດດ້ານເຕັກໂນໂລຊີ, ຕ່ອງໂສ້ສະໜອງ, ຊັບພະຍາກອນມະນຸດ, ຄວາມສາມາດຕ້ານທານ ແລະ ພື້ນທີ່ແຫ່ງຄວາມເປັນເອກະລາດ ໃຫ້ແກ່ແຕ່ລະປະເທດ.

ຕາມ ປອ. ບຸ່ຍຫວຽດເຮືອງ, ການຮ່ວມມືດ້ານເຕັກໂນໂລຊີໃນໄລຍະໃໝ່ ຈຳເປັນຕ້ອງຫັນຈາກການແລກປ່ຽນ, ຮັບເອົາ ໄປສູ່ຮູບແບບ “ຮ່ວມຄົ້ນຄວ້າ, ຮ່ວມພັດທະນາ, ຮ່ວມຜະລິດ, ຮ່ວມເຂົ້າເຖິງຕະຫຼາດ”, ຈາກນັ້ນ ສ້າງຂຶ້ນຄວາມສາມາດ ແລະ ຄຸນຄ່າໃໝ່ ຢູ່ທັງສອງປະເທດ.

ຈາກທັດສະນະຂອງອິນເດຍ, ປອ. Vipra Pandey, ກົງສຸນໃຫຍ່ອິນເດຍປະຈຳນະຄອນໂຮ່ຈິມິນ ຕີລາຄາວ່າ ຫວຽດນາມມີຖານະພິເສດໃນນະໂຍບາຍ “ປະຕິບັດການມຸ່ງຕາເວັນອອກ”, ວິໄສທັດ MAHASAGAR ແລະ ທິດທາງມະຫາສະໝຸດອິນເດຍ - ປາຊີຟິກ ຂອງ New Delhi, ພ້ອມທັງແມ່ນໜຶ່ງໃນບັນດາຄູ່ຮ່ວມສຳຄັນຂອງອິນເດຍຢູ່ ASEAN.

ຫວຽດນາມ - ອິນເດຍ ເປີດພື້ນທີ່ຮ່ວມມືໃໝ່ ພາຍຫຼັງ 10 ປີແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານ
ປອ. Vipra Pandey, ກົງສຸນໃຫຍ່ອິນເດຍປະຈຳນະຄອນໂຮ່ຈິມິນ ໄດ້ແບ່ງປັນທັດສະນະຈາກອິນເດຍ.

ຕາມ ປອ. Vipra Pandey ແລ້ວ, ຄວາມຄ້າຍຄືກັນໃນວິທີເຂົ້າຫາບັນດາບັນຫາສາກົນ ໄດ້ສ້າງພື້ນຖານເພີ່ມເຕີມໃຫ້ສອງປະເທດປະສານງານ ຊຸກຍູ້ລັດທິຫຼາຍຝ່າຍ, ເຄົາລົບກົດໝາຍສາກົນ ແລະ ເພີ່ມທະວີສຽງຂອງບັນດາປະເທດພວມພັດທະນາ.

ໃນສະພາບການທີ່ລະບຽບສາກົນສືບຕໍ່ປ່ຽນແປງ, ອິນເດຍ ແລະ ຫວຽດນາມ ສາມາດມີບົດບາດເປັນເຈົ້າການຍິ່ງຂຶ້ນ ໃນການກຳນົດຮູບຮ່າງສະພາບແວດລ້ອມພາກພື້ນ ແທນທີ່ຈະພຽງແຕ່ປັບຕົວຕາມບັນດາການປ່ຽນແປງຈາກພາຍນອກ.

ປອ. Vipra Pandey ຍັງເນັ້ນໜັກທ່າແຮງຮ່ວມມືລະຫວ່າງສອງປະເທດ ໃນບັນດາກົນໄກສຳລັບບັນດາປະເທດຊີກໂລກໃຕ້, ໂດຍສະເພາະ ພາຍຫຼັງຫວຽດນາມເຂົ້າຮ່ວມ BRICS ໃນຖານະປະເທດຄູ່ຮ່ວມ ໃນປີ 2025 ແລະ ອິນເດຍຮັບໜ້າທີ່ເປັນປະທານ BRICS ປີ 2026.

ຕາມທ່ານ ກົງສຸນໃຫຍ່ອິນເດຍປະຈຳນະຄອນໂຮ່ຈິມິນ, ນີ້ແມ່ນພື້ນທີ່ໃຫ້ສອງຝ່າຍແລກປ່ຽນປະສົບການ ແລະ ປະສານງານກ່ຽວກັບບັນດາບັນຫາການພັດທະນາ, ຄວາມສາມາດຕ້ານທານ, ນະວັດຕະກຳ ແລະ ການພັດທະນາທີ່ຍືນຍົງ.

ໃນໄລຍະຍາວ, ປອ. Vipra Pandey ເຫັນວ່າ ສາຍພົວພັນ ຫວຽດນາມ - ອິນເດຍ ຈຳເປັນຕ້ອງສືບຕໍ່ບຳລຸງສ້າງ ບົນພື້ນຖານຄວາມເປັນເອກະລາດໃນການວາງນະໂຍບາຍ, ເຄົາລົບຜົນປະໂຫຍດຂອງກັນ ແລະ ມຸ່ງໄປສູ່ບັນດາເປົ້າໝາຍຮ່ວມ, ຜ່ານນັ້ນ ສ້າງແຮງຂັບເຄື່ອນເພີ່ມເຕີມ ເພື່ອໃຫ້ຄູ່ຮ່ວມຍຸດທະສາດຮອບດ້ານທີ່ເພີ່ມທະວີ ສົ່ງເສີມບົດບາດໃນໂຄງສ້າງພາກພື້ນທີ່ພວມກໍ່ຮູບຂຶ້ນ.

ປອ. ກ່ຽວແທງງາ, ຮອງຫົວໜ້າສະຖາບັນຄົ້ນຄວ້າອາຊີໃຕ້, ອາຊີຕາເວັນຕົກ ແລະ ອາຟຣິກາ, ຫົວໜ້າບັນນາທິການວາລະສານ ຄົ້ນຄວ້າອາຊີ - ອາຟຣິກາ, ສະພາບັນດິດສັງຄົມສາດຫວຽດນາມ ເຫັນວ່າ ແນວຄິດໂຮ່ຈິມິນ ແລະ Mahatma Gandhi ຍັງຄົງມີຄຸນຄ່າອ້າງອີງອັນເລິກເຊິ່ງສຳລັບການທູດສະໄໝໃໝ່, ໂດຍສະເພາະ ໃນວິທີຈັດການກັບຄວາມເຫັນຕ່າງ ແລະ ສ້າງສາຍພົວພັນລະຫວ່າງບັນດາປະເທດ.

ຕາມທ່ານນາງ, ແນວຄິດໂຮ່ຈິມິນ ພົ້ນເດັ່ນຢູ່ການປະສົມປະສານລະຫວ່າງຄວາມໜັກແໜ້ນໃນເອກະລາດ, ອະທິປະໄຕ, ຜົນປະໂຫຍດຂອງຊາດ ກັບຄວາມຄ່ອງຕົວດ້ານຍຸດທະວິທີ; ໃນຂະນະທີ່ Gandhi ເນັ້ນໜັກກຳລັງຂອງຄວາມຈິງ, ການບໍ່ໃຊ້ຄວາມຮຸນແຮງ ແລະ ຄວາມສາມາດຫັນປ່ຽນຝ່າຍກົງຂ້າມ ຜ່ານການສົນທະນາ, ການຊັກຈູງ.

ຈຸດຮ່ວມລະຫວ່າງສອງແນວຄິດ ແມ່ນການຖືເອົາສັນຕິພາບ, ກຽດສັກສີຂອງມະນຸດ ແລະ ຜົນປະໂຫຍດຂອງຊາດ ເປັນບັນດາຄຸນຄ່າທີ່ຕ້ອງວາງໄວ້ໃນສາຍພົວພັນທີ່ກົມກຽວ.

ຈາກນັ້ນ, ປອ. ກ່ຽວແທງງາ ເຫັນວ່າ ການທູດທີ່ມີປະສິດທິຜົນ ຈຳເປັນຕ້ອງຮັກສາຫຼັກການໃຫ້ໝັ້ນຄົງ ແຕ່ຫຼີກລ້ຽງຄວາມແຂງກະດ້າງ, ປົກປ້ອງຜົນປະໂຫຍດຂອງປະເທດຊາດ ພ້ອມກັບເປີດກວ້າງການສົນທະນາ ແລະ ຄົ້ນຫາຈຸດຮ່ວມ.

ໂດຍສະເພາະ, ແນວຄິດກ່ຽວກັບກຳລັງດ້ານຈັນຍາທຳ, ຄວາມອົດທົນ ແລະ ຄວາມຮັບຜິດຊອບຕໍ່ຊຸມຊົນຂອງ Mahatma Gandhi, ປະສົມປະສານກັບທັດສະນະເອກະລາດ, ເປັນເຈົ້າການ ແລະ “ຍຶດສິ່ງທີ່ບໍ່ປ່ຽນແປງ ເພື່ອຮັບມືກັບສິ່ງປ່ຽນແປງທັງປວງ” ຂອງປະທານໂຮ່ຈິມິນ ສາມາດເປີດແນວທາງໃຫ້ແກ່ວິທີເຂົ້າຫາບັນດາບັນຫາສາກົນທີ່ມີມະນຸດສະທຳຍິ່ງຂຶ້ນ.

ສຳລັບສາຍພົວພັນ ຫວຽດນາມ - ອິນເດຍ, ຄວາມຄ້າຍຄືກັນດ້ານຄຸນຄ່າທາງແນວຄິດ ໄດ້ສ້າງພື້ນຖານດ້ານຈິດໃຈທີ່ເກື້ອໜູນໃຫ້ແກ່ບັນດາຜົນປະໂຫຍດຍຸດທະສາດ, ພ້ອມທັງເປີດເພີ່ມພື້ນທີ່ໃຫ້ສອງປະເທດແບ່ງປັນປະສົບການ ແລະ ປະສານງານໃນບັນດາບັນຫາຮ່ວມ.

ກອງສຳມະນາປະກອບມີ 3 ວາລະສົນທະນາຫຼັກ, ສຸມໃສ່ຕີລາຄາເສັ້ນທາງ 10 ປີແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ, ບັນດາຜົນສຳເລັດພົ້ນເດັ່ນໃນບັນດາຂົງເຂດຮ່ວມມື ກໍຄື ແງ່ຫວັງ ແລະ ແຮງຂັບເຄື່ອນໃໝ່ໃນສາຍພົວພັນສອງປະເທດ.

ໃນບັນຍາກາດການແລກປ່ຽນທີ່ເປີດກວ້າງ, ບັນດາຜູ້ແທນໄດ້ສົນທະນາ, ແບ່ງປັນທັດສະນະ ແລະ ສະເໜີບັນດາທິດທາງ ແນໃສ່ນຳສາຍພົວພັນ ຫວຽດນາມ - ອິນເດຍ ໃຫ້ສືບຕໍ່ພັດທະນາຢ່າງເປັນຮູບປະທຳ, ມີປະສິດທິຜົນ ແລະ ຍືນຍົງ.

ຂະຫຍາຍການຮ່ວມມື ຫວຽດນາມ - ອິນເດຍ ຜ່ານການສົນທະນາທາງວິຊາການ ຂະຫຍາຍການຮ່ວມມື ຫວຽດນາມ - ອິນເດຍ ຜ່ານການສົນທະນາທາງວິຊາການ
ຍສໝ - ວັນທີ 5/8, ຢູ່ນະຄອນຫຼວງ ນິວເດລີ ຂອງ ອິນເດຍ, ສະພາວຽກງານໂລກແຫ່ງ ອິນເດຍ (ICWA) ແລະ ສະພາບັນດິດວິທະຍາສາດສັງຄົມ ຫວຽດນາມ (VASS) ໄດ້ຈັດການສົນທະນາ ICWA - VASS ຄັ້ງທີ 6, ແລກປ່ຽນບັນດາທິດທາງການຮ່ວມມືຍຸດທະສາດ ແລະ ສະເໜີຂໍ້ແນະນຳດ້ານນະໂຍບາຍ ເພື່ອຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານທີ່ເສີມຂະຫຍາຍ ຫວຽດນາມ - ອິນເດຍ.
ພຸດທະສາສະໜາ - ຂົວຕໍ່ເຊື່ອມສາຍພົວພັນຫວຽດນາມ - ອິນເດຍ ພຸດທະສາສະໜາ - ຂົວຕໍ່ເຊື່ອມສາຍພົວພັນຫວຽດນາມ - ອິນເດຍ
ຍສໝ​ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດອິນເດຍ (15/8), ວາລະສານ ເທີ່ຍດ້າຍ ຂໍແນະນຳບົດຂຽນຂອງທ່ານ Tshering W. Sherpa, ເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມ, ແບ່ງປັນກ່ຽວກັບບັນດາບາດກ້າວພັດທະນາຂອງອິນເດຍ, ກໍຄືຄວາມຕັ້ງໃຈຂອງອິນເດຍ ແລະ ຫວຽດນາມ ໃນການເສີມຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ເຂັ້ມແຂງຍິ່ງຂຶ້ນ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ