ປະທານສະພາແຫ່ງຊາດ ເຈິ່ນແທງເໝິ້ນ ແລະ ພັນລະຍາ ຢ້ຽມຢາມ ສ.ເກົາຫຼີ ແລະ ມົງໂກລີ ຢ່າງເປັນທາງການ

15:20 | 06/09/2026

ຍສໝ - ໂດຍຕອບຮັບຄຳເຊີນຂອງທ່ານ Cho Jeong Sik, ປະທານສະພາແຫ່ງຊາດ ສ.ເກົາຫຼີ ແລະ ພັນລະຍາ, ທ່ານ Sandag Byambatsogt, ປະທານສະພາແຫ່ງຊາດມົງໂກລີ ແລະ ພັນລະຍາ, ທ່ານ ເຈິ່ນແທງເໝິ້ນ, ປະທານສະພາແຫ່ງຊາດ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະຢ້ຽມຢາມ ສ.ເກົາຫຼີ ແລະ ມົງໂກລີ ຢ່າງເປັນທາງການ ແຕ່ວັນທີ 6-11/9/2026.

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເດີນທາງໄປຮອດ ໂຣມ, ເລີ່ມຕົ້ນການຢ້ຽມຢາມ ສ.ອີຕາລີ ຢ່າງເປັນທາງການ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເດີນທາງໄປຮອດ ໂຣມ, ເລີ່ມຕົ້ນການຢ້ຽມຢາມ ສ.ອີຕາລີ ຢ່າງເປັນທາງການ
ລະນຶກເຖິງ ທ່ານ ໄຊສົມພອນພົມວິຫານ ປະທານສະພາແຫ່ງຊາດລາວ ລະນຶກເຖິງ ທ່ານ ໄຊສົມພອນພົມວິຫານ ປະທານສະພາແຫ່ງຊາດລາວ
ປະທານສະພາແຫ່ງຊາດ ເຈິ່ນແທງເໝິ້ນ ແລະ ພັນລະຍາ ຢ້ຽມຢາມ ສ.ເກົາຫຼີ ແລະ ມົງໂກລີ ຢ່າງເປັນທາງການ
ທ່ານ ເຈິ່ນແທງເໝິ້ນ, ປະທານສະພາແຫ່ງຊາດ ແລະ ພັນລະຍາ ຈະຢ້ຽມຢາມ ສ.ເກົາຫຼີ ແລະ ມົງໂກລີ ຢ່າງເປັນທາງການ ແຕ່ວັນທີ 6-11/9/2026.

ສາຍພົວພັນ ຫວຽດນາມ - ສ.ເກົາຫຼີ ໃນໄລຍະຜ່ານມາ ໄດ້ພັດທະນາຢ່າງແຂງແຮງ, ໃນນັ້ນ ການຮ່ວມມືລະຫວ່າງສອງອົງການນິຕິບັນຍັດນັບມື້ນັບມີເນື້ອແທ້. ໃນເດືອນ 11/2025, ສະພາແຫ່ງຊາດສອງປະເທດໄດ້ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື; ພ້ອມທັງຮັກສາເປັນປະຈຳບັນດາກິດຈະກຳແລກປ່ຽນຄະນະ, ການພົບປະລະຫວ່າງການນຳສະພາແຫ່ງຊາດ, ບັນດາຄະນະກຳມະການວິຊາສະເພາະ, ກຸ່ມສະມາຊິກສະພາມິດຕະພາບ, ຜູ້ແທນຍິງ ແລະ ຜູ້ແທນໜຸ່ມ, ກໍຄືປະສານງານຢູ່ບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ ເຊັ່ນ IPU ແລະ AIPA.

ປັດຈຸບັນ, ສ.ເກົາຫຼີ ແມ່ນຄູ່ຮ່ວມລົງທຶນອັນດັບ 2, ຕະຫຼາດສົ່ງນັກທ່ອງທ່ຽວມາຫວຽດນາມອັນດັບ 2, ປະເທດສະໜອງ ODA ອັນດັບ 2, ຄູ່ຮ່ວມການຄ້າອັນດັບ 3 ແລະ ຕະຫຼາດຮັບແຮງງານອັນດັບ 3 ຂອງຫວຽດນາມ. ປີ 2025, ຍອດມູນຄ່າການຄ້າສອງຝ່າຍບັນລຸ 89,5 ຕື້ USD; 7 ເດືອນຕົ້ນປີ 2026 ບັນລຸ 70 ຕື້ USD. ສອງຝ່າຍພວມຜັນຂະຫຍາຍບັນດາມາດຕະການ ມຸ່ງສູ່ເປົ້າໝາຍນຳຍອດມູນຄ່າການຄ້າໃຫ້ບັນລຸ 150 ຕື້ USD ໃນທິດທາງທີ່ສົມດຸນກວ່າເກົ່າ ພາຍໃນປີ 2030.

ຄິດໄລ່ສະສົມຮອດທ້າຍເດືອນ 7/2026, ສ.ເກົາຫຼີ ມີ 10.567 ໂຄງການຢູ່ຫວຽດນາມ ດ້ວຍຍອດທຶນຈົດທະບຽນ 102,6 ຕື້ USD. ການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ ກໍຖືກກຳນົດໃຫ້ເປັນເສົາຄ້ຳໃໝ່, ໂດຍສຸມໃສ່ປັນຍາປະດິດ, ເຕັກໂນໂລຊີຊີວະພາບ, ເຕັກໂນໂລຊີຄວັນຕຳ, ເຄິ່ງຊັກນຳໄຟຟ້າ ແລະ ການບຳລຸງສ້າງຊັບພະຍາກອນມະນຸດຄຸນນະພາບສູງ. ພ້ອມກັນນັ້ນ, ສ.ເກົາຫຼີ ຍັງສືບຕໍ່ເປັນໜຶ່ງໃນບັນດາຕະຫຼາດແຮງງານ, ການສຶກສາຕໍ່ ແລະ ການທ່ອງທ່ຽວທີ່ສຳຄັນຂອງຫວຽດນາມ.

ສຳລັບມົງໂກລີ, ສອງປະເທດມີສາຍພົວພັນມິດຕະພາບດັ້ງເດີມ ແລະ ໄດ້ສ້າງຕັ້ງສາຍພົວພັນຄູ່ຮ່ວມຮອບດ້ານໃນເດືອນ 9/2024. ການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ ໄດ້ຮັບການຮັກສາຜ່ານການແລກປ່ຽນຄະນະ, ບັນດາຄະນະກຳມະການວິຊາສະເພາະ, ກຸ່ມສະມາຊິກສະພາໜຸ່ມ, ສະມາຊິກສະພາຍິງ ແລະ ການປະສານງານຢູ່ IPU, APPF, ASEP.

ປີ 2025, ຍອດມູນຄ່າການຄ້າ ຫວຽດນາມ - ມົງໂກລີ ບັນລຸກວ່າ 155 ລ້ານ USD, ໃນນັ້ນ ການສົ່ງອອກຂອງຫວຽດນາມບັນລຸກວ່າ 100 ລ້ານ USD. ສອງຝ່າຍຍັງຮັກສາການຮ່ວມມືໃນຂົງເຂດການລົງທຶນ, ວັດທະນະທຳ, ການທ່ອງທ່ຽວ ແລະ ການແລກປ່ຽນປະຊາຊົນ. ປັດຈຸບັນ, ຫວຽດນາມແມ່ນໜຶ່ງໃນ 5 ຈຸດໝາຍປາຍທາງທີ່ປະຊາຊົນມົງໂກລີນິຍົມໃນຊຸມປີຜ່ານມາ.

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ
ຍສໝ - ວັນທີ 18 ມິຖຸນາ, ຢູ່ທີ່ທຳນຽບສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເຈິ່ນ ແທັງ ມັ້ນ ໄດ້ຕ້ອນຮັບທ່ານ Choi Young Sam, ເອກອັກຄະລັດຖະທູດ ສາທາລະນະລັດ ເກົາຫຼີ (ສ.ເກົາຫຼີ) ປະຈຳ ຫວຽດນາມ ທີ່ເຂົ້າຢ້ຽມອຳລາ ເນື່ອງພາຍໃດໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່ທາງການທູດ ຢູ່ທີ່ປະເທດ ຫວຽດນາມ.
ປະທານສະພາແຫ່ງຊາດ ອານເຊຣີ ສະແດງຄວາມມຸ່ງມາດປາດຖະໜາ ຢາກເພີ່ມທະວີສາຍພົວພັນກັບ ສະພາແຫ່ງຊາດ ຫວຽດນາມ ປະທານສະພາແຫ່ງຊາດ ອານເຊຣີ ສະແດງຄວາມມຸ່ງມາດປາດຖະໜາ ຢາກເພີ່ມທະວີສາຍພົວພັນກັບ ສະພາແຫ່ງຊາດ ຫວຽດນາມ
ຍສໝ​ - ປະທານສະພາແຫ່ງຊາດ ອານເຊຣີ ໄດ້ສະແດງຄວາມມຸ່ງມາດປາດຖະໜາ ຢາກຊຸກຍູ້ສາຍພົວພັນກັບ ສະພາແຫ່ງຊາດ ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າ, ເພື່ອແນໃສ່ເພີ່ມທະວີປະສິດທິຜົນ ຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ