| ມອບເງິນເກືອບ 400 ລ້ານດົ່ງເພື່ອໜູນຊ່ວຍມຽນມາ ຜ່ານຜ່າຜົນຮ້າຍຫຼັງຈາກແຜ່ນດິນໄຫວ ຫວຽດນາມ - ມຽນມາ ມຸ່ງສູ່ເປົ້າໝາຍການຄ້າ 1 ຕື້ USD |
![]() |
| ທ່ານ Min Aung Hlaing, ປະທານປະເທດສາທາລະນະລັດແຫ່ງສະຫະພັນມຽນມາ ແລະ ພັນລະຍາ ໄດ້ຮັບການຕ້ອນຮັບຢູ່ສະໜາມບິນສາກົນໂນ້ຍບ່າຍ, ຮ່າໂນ້ຍ. |
ຜູ້ທີ່ໄປຕ້ອນຮັບທ່ານ Min Aung Hlaing, ພັນລະຍາ ແລະ ຄະນະ ຢູ່ສະໜາມບິນສາກົນໂນ້ຍບ່າຍ ມີທ່ານ ເລແຄ໋ງຫາຍ, ຫົວໜ້າຫ້ອງວ່າການປະທານປະເທດ ແລະ ທ່ານ ຫງວຽນຮວ່າງລອງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ.
ຮ່ວມເດີນທາງກັບປະທານປະເທດມຽນມາໃນການຢ້ຽມຢາມຄັ້ງນີ້ ມີທ່ານ Khin Maung Yi, ລັດຖະມົນຕີຫ້ອງວ່າການປະທານປະເທດ; ທ່ານ Tin Maung Swe, ລັດຖະມົນຕີການຕ່າງປະເທດ; ທ່ານ Min Naung, ລັດຖະມົນຕີກະສິກຳ, ລ້ຽງສັດ ແລະ ຊົນລະປະທານ; ທ່ານ Charlie Than, ລັດຖະມົນຕີອຸດສາຫະກຳ ແລະ ພັດທະນາວິສາຫະກິດຂະໜາດກາງ, ນ້ອຍ ແລະ ຈຸນລະວິສາຫະກິດ; ທ່ານ Tun Ohn, ລັດຖະມົນຕີການຄ້າ; ທ່ານ Ko Ko Oo, ຫົວໜ້າເສນາທິການໃຫຍ່; ທ່ານ Aung Naing Thu, ຫົວໜ້າລັດຖະບານເຂດ Yangon; ທ່ານ Wai Linn, ເອກອັກຄະລັດຖະທູດມຽນມາປະຈຳຫວຽດນາມ ພ້ອມດ້ວຍບັນດາເຈົ້າໜ້າທີ່ຂັ້ນສູງຈຳນວນໜຶ່ງ.
ທ່ານ Min Aung Hlaing ເກີດວັນທີ 3/7/1956 ຢູ່ Dawei, ເຂດ Tanintharyi, ມຽນມາ. ທ່ານຈົບປະລິນຍາຕີວິທະຍາສາດຈາກສະຖາບັນການບໍລິການປ້ອງກັນຊາດ, ເຄີຍສຶກສາຢູ່ໂຮງຮຽນບັນຊາ ແລະ ເສນາທິການ, ຈົບປະລິນຍາໂທດ້ານການຄົ້ນຄວ້າປ້ອງກັນຊາດຈາກສະຖາບັນປ້ອງກັນຊາດ ແລະ ໄດ້ຮັບປະລິນຍາເອກກິດຕິມະສັກດ້ານລັດຖະປະສາສະນະສາດ ຈາກມະຫາວິທະຍາໄລ Yangon.
ໃນໄລຍະການເຮັດວຽກ, ທ່ານເຄີຍດຳລົງຫຼາຍຕຳແໜ່ງໃນກອງທັບມຽນມາ ເຊັ່ນ: ຜູ້ບັນຊາການກອງພົນທະຫານຮາບເບົາ, ຜູ້ບັນຊາການກົມປະຕິບັດງານພິເສດ, ຫົວໜ້າເສນາທິການໃຫຍ່ກອງທັບບົກ, ກອງທັບເຮືອ ແລະ ກອງທັບອາກາດ. ທ່ານດຳລົງຕຳແໜ່ງຜູ້ບັນຊາການສູງສຸດກອງທັບແຕ່ປີ 2011-2026 ແລະ ດຳລົງຕຳແໜ່ງປະທານປະເທດສາທາລະນະລັດແຫ່ງສະຫະພັນມຽນມາ ນັບແຕ່ວັນທີ 10/4/2026 ຈົນເຖິງປັດຈຸບັນ. ໃນໄລຍະທີ່ຍັງດຳລົງຕຳແໜ່ງຜູ້ບັນຊາການສູງສຸດ, ທ່ານ Min Aung Hlaing ເຄີຍຢ້ຽມຢາມຫວຽດນາມ 3 ຄັ້ງ.
ຕາມທ່ານ ຫງວຽນແອັງດຶກ, ເອກອັກຄະລັດຖະທູດຫວຽດນາມປະຈຳມຽນມາ, ນີ້ແມ່ນການຢ້ຽມຢາມຫວຽດນາມຢ່າງເປັນທາງການຄັ້ງທຳອິດຂອງປະທານປະເທດ Min Aung Hlaing ນັບແຕ່ມຽນມາສຳເລັດການເລືອກຕັ້ງທົ່ວໄປໃນເດືອນ 1/2026 ແລະ ສ້າງຕັ້ງລັດຖະບານໃໝ່ໃນເດືອນ 4/2026, ພ້ອມທັງແມ່ນກິດຈະກຳແລກປ່ຽນຄະນະຂັ້ນສູງສຸດລະຫວ່າງສອງປະເທດ ນັບແຕ່ປີ 2019.
ການຢ້ຽມຢາມຄັ້ງນີ້ ຖືກຕີລາຄາວ່າມີຄວາມໝາຍສຳຄັນໃນການປັບປຸງສາຍພົວພັນມິດຕະພາບດັ້ງເດີມ, ສາຍພົວພັນຄູ່ຮ່ວມມືຮອບດ້ານ ແລະ ເພີ່ມທະວີຄວາມໄວ້ວາງໃຈທາງການເມືອງລະຫວ່າງຫວຽດນາມ ແລະ ມຽນມາ, ພ້ອມທັງຊຸກຍູ້ການເປີດກວ້າງການຮ່ວມມືສອງຝ່າຍ ກໍຄືໃນບັນດາກົນໄກຫຼາຍຝ່າຍ.
ຍສໝ - ວັນທີ 1 ເມສາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ມຽນມາ (AFA) ໂດຍທ່ານ ຈູກົງຟູງ, ປະທານສະມາຄົມເປັນນຳໜ້າ ໄດ້ໄປຢ້ຽມຢາມສະຖານທູດມຽນມາ ປະຈໍາ ຫວຽດນາມ ເພື່ອສະແດງຄວາມເສົ້າສະຫຼົດໃຈ ແລະ ຂຽນປື້ມໄວ້ອາໄລເພື່ອລະນຶກເຖິງຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວຢູ່ມຽນມາ ໃນວັນທີ 28 ມີນາ. |
ຍສໝ - ວັນທີ 6 ເມສາ, ຢູ່ນະຄອນໂຮ່ຈີມິນ ໄດ້ດຳເນີນບຸນປີໃໝ່ຂອງປະຊາຊົນກຳປູເຈຍ, ລາວ, ມຽນມາ ແລະ ໄທ. ງານບຸນໄດ້ຮັບການສົມທົບກັບສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ (HUFO) ເພື່ອຈັດຕັ້ງ. |
ມິງດຶກ
