ນຳງານວາງສະແດງ ຫວຽດນາມ - ສ.ເກົາຫຼີ ຂຶ້ນສູ່ສະພາບແວດລ້ອມດິຈິຕອນ, ເຊື່ອມຕໍ່ວິສາຫະກິດດ້ວຍ AI

21:42 | 30/08/2026

ຍສໝ - ບໍ່ພຽງແຕ່ດຳເນີນໃນໄລຍະສອງສາມວັນຄືກັບງານວາງສະແດງສິນຄ້າແບບດັ້ງເດີມ, ຮູບແບບງານວາງສະແດງດິຈິຕອນ ຫວຽດນາມ - ສ.ເກົາຫຼີ ຄາດວ່າຈະຊ່ວຍໃຫ້ວິສາຫະກິດຮັກສາການເຊື່ອມຕໍ່, ຊອກຫາຄູ່ຮ່ວມມື ແລະ ເປີດກວ້າງໂອກາດການຄ້າຢ່າງຕໍ່ເນື່ອງ ດ້ວຍການນຳໃຊ້ຂໍ້ມູນ ແລະ ປັນຍາປະດິດ (AI).

ນັກສຶກສາ ຫວຽດນາມ - ສ.ເກົາຫຼີ ຮ່ວມແຮງເພື່ອເດັກນ້ອຍ ນິງບິ່ງ - ສ.ເກົາຫຼີ ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ

ຕອນບ່າຍວັນທີ 29/8, ຢູ່ນະຄອນໂຮ່ຈິມິນ, CHUNGYONG23 Corp. ໄດ້ປະສານສົມທົບກັບ Arobid ເປີດຕົວ CHUNGYONG23 Global Digital Trade & Investment Hub ໃນຂອບເຂດ K-Brand Expo 2026 ທີ່ White Palace Hoàng Văn Thụ.

ແພລດຟອມດັ່ງກ່າວ ຖືກກຳນົດທິດໃຫ້ກາຍເປັນພື້ນທີ່ສົ່ງເສີມການຄ້າ ແລະ ການລົງທຶນ ຫວຽດນາມ - ສ.ເກົາຫຼີ ໃນສະພາບແວດລ້ອມດິຈິຕອນ, ຜ່ານນັ້ນ ຂະຫຍາຍໄລຍະເວລາຂອງກິດຈະກຳວາງສະແດງຈາກພຽງສອງສາມວັນ ໃຫ້ກາຍເປັນຂະບວນການເຊື່ອມຕໍ່ຢ່າງຕໍ່ເນື່ອງ.

ນຳງານວາງສະແດງ ຫວຽດນາມ - ສ.ເກົາຫຼີ ຂຶ້ນສູ່ສະພາບແວດລ້ອມດິຈິຕອນ, ເຊື່ອມຕໍ່ວິສາຫະກິດດ້ວຍ AI
ທ່ານ ເຈິ່ນວັນຈິ໋ນ, ປະທານສະພາບໍລິຫານ Arobid, ແນະນຳການນຳໃຊ້ຂໍ້ມູນ ແລະ AI ໃນການຊອກຫາ, ວິເຄາະ ແລະ ເຊື່ອມຕໍ່ຄູ່ຮ່ວມມືໃຫ້ແກ່ວິສາຫະກິດ.

ຈາກງານວາງສະແດງພຽງສອງສາມວັນ ສູ່ການເຊື່ອມຕໍ່ 365 ວັນ

ຈຸດໃໝ່ຂອງຮູບແບບນີ້ ແມ່ນການນຳຂໍ້ມູນວິສາຫະກິດ ແລະ ຄວາມຕ້ອງການດ້ານທຸລະກຳ ມາເປັນສ່ວນໃຈກາງຂອງກິດຈະກຳສົ່ງເສີມການຄ້າ.

ຕາມນັ້ນ, ວິສາຫະກິດສາມາດສ້າງໂປຣໄຟລ໌, ແນະນຳຜະລິດຕະພັນ, ການບໍລິການ, ຄວາມສາມາດໃນການສະໜອງ, ພ້ອມທັງລົງຂໍ້ມູນຄວາມຕ້ອງການຊື້ສິນຄ້າ ແລະ ຊອກຫາຄູ່ຮ່ວມມືເທິງແພລດຟອມ.

ຂໍ້ມູນຈະສືບຕໍ່ຖືກຮັກສາໄວ້ໃນລະບົບ ພາຍຫຼັງງານວາງສະແດງໂດຍກົງສິ້ນສຸດລົງ. ດ້ວຍເຫດນັ້ນ, ການພົບປະກັນຢູ່ງານວາງສະແດງສິນຄ້າ ສາມາດສືບຕໍ່ພັດທະນາເປັນຂະບວນການແລກປ່ຽນ, ສຶກສາຊອກຮູ້ ແລະ ຮ່ວມມືໃນໄລຍະຍາວກວ່າເກົ່າ.

ສິ່ງທີ່ໜ້າສົນໃຈ, AI ໄດ້ຖືກເຊື່ອມລວມເຂົ້າໃນລະບົບ ເພື່ອຊ່ວຍວິສາຫະກິດຊອກຫາ ແລະ ເຊື່ອມຕໍ່ກັບຄູ່ຮ່ວມມື. ຈາກຂໍ້ມູນກ່ຽວກັບຜະລິດຕະພັນ, ຄວາມສາມາດໃນການສະໜອງ ແລະ ຄວາມຕ້ອງການຊື້ - ຂາຍ, ລະບົບສາມາດວິເຄາະ ແລະ ແນະນຳຄູ່ຮ່ວມມືທີ່ອາດຈະເໝາະສົມ.

AI ມີບົດບາດຊ່ວຍຫຼຸດເວລາໃນການຊອກຫາຈາກຂໍ້ມູນຈຳນວນຫຼາຍ, ສ່ວນການຕັດສິນໃຈຮ່ວມມື ແລະ ດຳເນີນທຸລະກຳ ຍັງຄົງຂຶ້ນກັບວິສາຫະກິດ.

ທ່ານ ເຈິ່ນວັນຈິ໊ນ, ປະທານສະພາບໍລິຫານ Arobid ໃຫ້ຮູ້ວ່າ ແພລດຟອມນຳໃຊ້ຂໍ້ມູນວິສາຫະກິດ, ຜະລິດຕະພັນ ແລະ ຄວາມຕ້ອງການດ້ານທຸລະກຳ ເພື່ອໃຫ້ AI ຊ່ວຍໃນຂະບວນການຊອກຫາ, ວິເຄາະ ແລະ ຈັບຄູ່ຄູ່ຮ່ວມມື.

ຕາມທ່ານ ຈິ໊ນ, ເມື່ອໂປຣໄຟລ໌ຂອງວິສາຫະກິດຖືກຮັກສາໄວ້ໃນລະບົບ, ການຊອກຫາ ແລະ ແນະນຳການເຊື່ອມຕໍ່ ສາມາດສືບຕໍ່ດຳເນີນໄດ້ ເຖິງແມ່ນວ່າງານວາງສະແດງໂດຍກົງໄດ້ສິ້ນສຸດລົງແລ້ວ.

ຈາກວິທີການນີ້, ກິດຈະກຳສົ່ງເສີມການຄ້າ ຖືກປ່ຽນຈາກເຫດການໄລຍະສັ້ນ ມາເປັນວົງຈອນ “ພົບປະ - ຂໍ້ມູນ - ເຊື່ອມຕໍ່ - ໂອກາດດ້ານທຸລະກຳ”.

ນຳງານວາງສະແດງ ຫວຽດນາມ - ສ.ເກົາຫຼີ ຂຶ້ນສູ່ສະພາບແວດລ້ອມດິຈິຕອນ, ເຊື່ອມຕໍ່ວິສາຫະກິດດ້ວຍ AI
Arobid ສະໜອງໂຄງລ່າງດິຈິຕອນໃຫ້ແກ່ງານວາງສະແດງ ຫວຽດນາມ - ສ.ເກົາຫຼີ, ນຳໃຊ້ຂໍ້ມູນ ແລະ AI ເພື່ອຊ່ວຍວິສາຫະກິດຊອກຫາຄູ່ຮ່ວມມື, ຄວາມຕ້ອງການຊື້ - ຂາຍ ແລະ ຮັກສາການເຊື່ອມຕໍ່ພາຍຫຼັງງານວາງສະແດງໂດຍກົງສິ້ນສຸດລົງ.

ບໍ່ປ່ອຍໃຫ້ໂອກາດທຸລະກິດສິ້ນສຸດລົງ ເມື່ອງານວາງສະແດງປິດລົງ

ກ່ອນໜ້ານີ້, Arobid ໄດ້ພັດທະນາ TradeXpo ໃນທິດທາງສົມທົບງານວາງສະແດງອອນລາຍກັບແພລດຟອມການຄ້າເອເລັກໂຕຣນິກ B2B, ເຊື່ອມລວມຮ້ານວາງສະແດງດິຈິຕອນ, ເຕັກໂນໂລຊີ VR360, Business Matching ແລະ ບັນດາເຄື່ອງມື AI.

ແທນທີ່ຈະພຽງແຕ່ວາງສະແດງຜະລິດຕະພັນເທິງອິນເຕີເນັດ, ຮູບແບບນີ້ມຸ່ງໄປສູ່ການນຳໃຊ້ຂໍ້ມູນຕະຫຼອດຂະບວນການຊອກຫາຄູ່ຮ່ວມມື ແລະ ເຊື່ອມຕໍ່ການຄ້າ.

ບັນດາເຄື່ອງມື ເຊັ່ນ AI Matching, AI Deep Search ແລະ AI Onboarding ໄດ້ຮັບການພັດທະນາ ເພື່ອຊ່ວຍວິສາຫະກິດຊອກຫາຂໍ້ມູນ, ກຳນົດຄູ່ຮ່ວມມືທີ່ມີທ່າແຮງ ແລະ ເຂົ້າຮ່ວມບັນດາກິດຈະກຳການຄ້າໃນສະພາບແວດລ້ອມດິຈິຕອນ.

ຕາມແຜນການ, ໃນປີ 2026, Arobid ມຸ່ງສູ່ການດຳເນີນງານວາງສະແດງ ແລະ ງານຕະຫຼາດນັດອອນລາຍ 120 ງານ ໃນຫຼາຍຂົງເຂດ ເຊັ່ນ ຜະລິດຕະພັນກະສິກຳ, ອາຫານປຸງແຕ່ງ, ໄມ້ ແລະ ເຟີນີເຈີ, ແຜ່ນແພ ແລະ ຕັດຫຍິບ, ອຸດສາຫະກຳສະໜັບສະໜູນ, ເຕັກໂນໂລຊີ ແລະ ການບໍລິການ.

ດ້ວຍຮູບແບບນີ້, ວິສາຫະກິດສາມາດຮັກສາຮ້ານວາງສະແດງ, ປັບປຸງຂໍ້ມູນຜະລິດຕະພັນ ແລະ ສືບຕໍ່ເຮັດວຽກກັບຄູ່ຮ່ວມມື ຫຼັງຈາກເຫດການໂດຍກົງສິ້ນສຸດລົງ.

ສິ່ງນີ້ມີຄວາມໝາຍເປັນພິເສດຕໍ່ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ, ເຊິ່ງເປັນກຸ່ມທີ່ມັກພົບຂໍ້ຈຳກັດດ້ານຄ່າໃຊ້ຈ່າຍໃນການເດີນທາງ, ບຸກຄະລາກອນ, ຮ້ານວາງສະແດງ ແລະ ເວລາ ເມື່ອເຂົ້າຮ່ວມກິດຈະກຳສົ່ງເສີມການຄ້າສາກົນ.

ເຖິງຢ່າງໃດກໍຕາມ, ເພື່ອໃຫ້ AI ສາມາດແນະນຳການເຊື່ອມຕໍ່ໄດ້ຢ່າງມີປະສິດທິຜົນ, ຄຸນນະພາບຂອງຂໍ້ມູນປ້ອນເຂົ້າ ຍັງເປັນປັດໄຈສຳຄັນ. ໂປຣໄຟລ໌ວິສາຫະກິດຍິ່ງຄົບຖ້ວນ ແລະ ຊັດເຈນກ່ຽວກັບຜະລິດຕະພັນ, ຄວາມສາມາດໃນການສະໜອງ ແລະ ຄວາມຕ້ອງການຊື້ - ຂາຍເທົ່າໃດ, ລະບົບກໍຍິ່ງສາມາດກຳນົດ ແລະ ແນະນຳຄູ່ຮ່ວມມືທີ່ເໝາະສົມໄດ້ດີຂຶ້ນເທົ່ານັ້ນ.

ເພີ່ມຊ່ອງທາງເຊື່ອມຕໍ່ການຄ້າ ຫວຽດນາມ - ສ.ເກົາຫຼີ

ການເປີດຕົວແພລດຟອມດຳເນີນຂຶ້ນໃນສະພາບການທີ່ສາຍພົວພັນເສດຖະກິດ ຫວຽດນາມ - ສ.ເກົາຫຼີ ສືບຕໍ່ພັດທະນາຢ່າງແຂງແຮງໃນບັນດາຂົງເຂດການຄ້າ, ການລົງທຶນ, ເຕັກໂນໂລຊີ ແລະ ຕ່ອງໂສ້ສະໜອງ.

ສອງປະເທດໄດ້ຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ພວມມຸ່ງສູ່ເປົ້າໝາຍນຳຍອດມູນຄ່າການຄ້າສອງຝ່າຍຂຶ້ນເຖິງ 150 ຕື້ USD ພາຍໃນປີ 2030 ຕາມທິດທາງສົມດຸນ ແລະ ຍືນຍົງ.

ໃນປີ 2025, ການຄ້າ ຫວຽດນາມ - ສ.ເກົາຫຼີ ບັນລຸ 89,5 ຕື້ USD, ເພີ່ມຂຶ້ນ 9,6% ທຽບໃສ່ປີກ່ອນ. ໃນ 3 ເດືອນຕົ້ນປີ 2026, ຍອດມູນຄ່າການຄ້າສອງສົ້ນບັນລຸ 26,9 ຕື້ USD, ເພີ່ມຂຶ້ນ 30% ທຽບໃສ່ໄລຍະດຽວກັນ.

ສ.ເກົາຫຼີ ຍັງສືບຕໍ່ເປັນໜຶ່ງໃນບັນດານັກລົງທຶນຕ່າງປະເທດລາຍໃຫຍ່ຢູ່ຫວຽດນາມ, ໂດຍມີຍອດທຶນຈົດທະບຽນສະສົມຮອດທ້າຍເດືອນ 3/2026 ບັນລຸ 98,9 ຕື້ USD.

ຫວຽດນາມ ແມ່ນຈຸດໝາຍປາຍທາງທີ່ໄດ້ຮັບຄວາມນິຍົມເປັນອັນດັບສອງ ຂອງນັກທ່ອງທ່ຽວ ສ.ເກົາຫຼີ ຫວຽດນາມ ແມ່ນຈຸດໝາຍປາຍທາງທີ່ໄດ້ຮັບຄວາມນິຍົມເປັນອັນດັບສອງ ຂອງນັກທ່ອງທ່ຽວ ສ.ເກົາຫຼີ
ຍສໝ - ຕາມຕົວເລກຂໍ້ມູນ ໂດຍອົງການທ່ອງທ່ຽວ ສ.ເກົາຫຼີ (KTO) ປະກາດໃນເດືອນ 7/2026, ຫວຽດນາມ ຢືນຢູ່ອັນດັບທີສອງ ພາຍໃນລາຍຊື່ບັນດາຈຸດໝາຍປາຍທາງຢູ່ຕ່າງປະເທດ ທີ່ນັກທ່ອງທ່ຽວ ສ.ເກົາຫຼີ ເລືອກໃຊ້ບໍລິການ, ເປັນຮອງພຽງແຕ່ ຍີ່ປຸ່ນ ເທົ່ານັ້ນ.
ໝູ່ບ້ານຫວຽດນາມຢູ່ ສ.ເກົາຫຼີ ສືບຕໍ່ເສີມສ້າງມິດຕະພາບສອງປະເທດ ໝູ່ບ້ານຫວຽດນາມຢູ່ ສ.ເກົາຫຼີ ສືບຕໍ່ເສີມສ້າງມິດຕະພາບສອງປະເທດ
ຍສໝ - ໝູ່ບ້ານຫວຽດນາມ (K-Vietnam Valley) ຢູ່ເມືອງ Bonghwa (ແຂວງ Gyeongbuk) ເຊິ່ງເປັນສະຖານທີ່ພຽງແຫ່ງດຽວໃນ ສ.ເກົາຫຼີ ທີ່ຍັງຮັກສາຮ່ອງຮອຍປະຫວັດສາດຂອງສາຍຕະກູນ ຫຼີຮວາເຊີນ ທີ່ມີຕົ້ນກຳເນີດຈາກລາຊະວົງຫຼີຂອງຫວຽດນາມ ກຳລັງຄ່ອຍໆສຳເລັດບັນດາລາຍການກໍ່ສ້າງ ເພື່ອກາຍເປັນສະຖານທີ່ຈັດຕັ້ງກິດຈະກຳ ແລະ ເຫດການສຳຄັນຫຼາຍຢ່າງລະຫວ່າງສອງປະຊາຊາດ ຫວຽດນາມ - ສ.ເກົາຫຼີ ພ້ອມທັງເປັນແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈສຳລັບນັກທ່ອງທ່ຽວທີ່ມັກສຶກສາປະຫວັດສາດຄວາມຜູກພັນລະຫວ່າງສອງປະເທດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ