| ສາຍພົວພັນລະຫວ່າງສອງພັກສ້າງແຮງຊຸກຍູ້ເພີ່ມຕື່ມໃຫ້ແກ່ການຮ່ວມມືຫວຽດນາມ - ສ.ເຊັກໂກ ເຜີຍແຜ່ມໍລະດົກຂອງປະທານໂຮ່ຈິມິນ ກ່ຽວກັບສັນຕິພາບ ແລະ ມິດຕະພາບຢູ່ສ.ເຊັກໂກ |
ຂົ້າຮ່ວມພິທີມີ ທ່ານ Andrej Babiš, ນາຍົກລັດຖະມົນຕີ ສ.ເຊັກໂກ; ທ່ານ Tomio Okamura, ປະທານສະພາຕ່ຳ; ທ່ານ Karel Havlíček, ຮອງນາຍົກລັດຖະມົນຕີຜູ້ທີໜຶ່ງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ຜູ້ຕາງໜ້າການນຳບັນດາກະຊວງ, ຄະນະ, ຂະແໜງການຂອງ ສ.ເຊັກໂກ, ຫົວໜ້າບັນດາອົງການຕາງໜ້າການທູດ, ເພື່ອນມິດສາກົນ ພ້ອມດ້ວຍຜູ້ຕາງໜ້າປະຊາຄົມຊາວຫວຽດນາມຢູ່ ສ.ເຊັກໂກ ຈຳນວນຫຼາຍ.
ກ່າວຄຳປາໄສເປີດພິທີ, ທ່ານ ເຢືອງຮວ່າຍນາມ, ເອກອັກຄະລັດຖະທູດຫວຽດນາມປະຈຳ ສ.ເຊັກໂກ ເນັ້ນໜັກເຖິງຄວາມໝາຍອັນສັກສິດຂອງວັນທີ 2/9 ສຳລັບຊາວຫວຽດນາມແຕ່ລະຄົນ. ເມື່ອ 81 ປີກ່ອນ, ຢູ່ສະໜາມຫຼວງບາດິ່ງ, ປະທານໂຮ່ຈິມິນ ໄດ້ອ່ານຖະແຫຼງການເອກະລາດ, ປະກາດການກຳເນີດຂອງສາທາລະນະລັດປະຊາທິປະໄຕຫວຽດນາມ, ເປີດສັກກະຫຼາດແຫ່ງເອກະລາດ, ເສລີພາບ ແລະ ອະທິປະໄຕຂອງຊາດ.
ຕາມທ່ານເອກອັກຄະລັດຖະທູດ, ໃນເສັ້ນທາງສ້າງສາ ແລະ ພັດທະນາປະເທດ, ຫວຽດນາມ ຍາມໃດກໍໃຫ້ຄວາມສຳຄັນຕໍ່ການສະໜັບສະໜູນ ແລະ ຄວາມສາມັກຄີຂອງເພື່ອນມິດສາກົນ, ໃນນັ້ນມີເຊັກໂກສະໂລວາເກຍໃນອະດີດ ແລະ ສ.ເຊັກໂກ ໃນປັດຈຸບັນ. ໃນປີ 1950, ເຊັກໂກສະໂລວາເກຍ ໄດ້ກາຍເປັນໜຶ່ງໃນບັນດາປະເທດທຳອິດທີ່ສ້າງຕັ້ງສາຍພົວພັນການທູດກັບຫວຽດນາມ, ວາງຮາກຖານໃຫ້ແກ່ສາຍພົວພັນມິດຕະພາບ ທີ່ການນຳ ແລະ ປະຊາຊົນຫຼາຍຮຸ່ນຄົນຂອງສອງປະເທດໄດ້ຮ່ວມກັນຮັກສາ ແລະ ທະນຸຖະໜອມ.
ທ່ານ ເຢືອງຮວ່າຍນາມ ຢືນຢັນວ່າ ສາຍພົວພັນ ຫວຽດນາມ - ສ.ເຊັກໂກ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ ໃນຂອບເຂດຄູ່ຮ່ວມຍຸດທະສາດ, ໂດຍຍັງມີທ່າແຮງຫຼາຍໃນການເປີດກວ້າງການຮ່ວມມືດ້ານເສດຖະກິດ, ການຄ້າ, ປ້ອງກັນຊາດ, ການສຶກສາ, ວິທະຍາສາດ - ເຕັກໂນໂລຊີ ແລະ ບັນດາຂົງເຂດທີ່ສອງຝ່າຍມີຈຸດແຂງສາມາດສົ່ງເສີມຊຶ່ງກັນແລະກັນ.
ທ່ານເອກອັກຄະລັດຖະທູດ ຕີລາຄາສູງການສະໜັບສະໜູນຂອງທ່ານ Andrej Babiš ແລະ ເຊື່ອໝັ້ນວ່າ ການຢ້ຽມຢາມຫວຽດນາມຂອງທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະວິສາຫະກິດ ສ.ເຊັກໂກ ທີ່ຄາດວ່າຈະດຳເນີນໃນເຄິ່ງຫຼັງຂອງເດືອນ 11 ຈະສ້າງແຮງຊຸກຍູ້ເພີ່ມເຕີມໃຫ້ແກ່ການຮ່ວມມືສອງປະເທດ.
![]() |
| ທ່ານ ເຢືອງຮວ່າຍນາມ, ເອກອັກຄະລັດຖະທູດຫວຽດນາມປະຈຳ ສ.ເຊັກໂກ ກ່າວຄຳປາໄສເປີດພິທີສະເຫຼີມສະຫຼອງ 81 ປີແຫ່ງວັນຊາດຫວຽດນາມ. |
ກ່າວຄຳປາໄສທີ່ພິທີ, ທ່ານ Andrej Babiš ໃຫ້ຮູ້ວ່າ ຫວຽດນາມ ແລະ ສ.ເຊັກໂກ ເຖິງວ່າຈະຢູ່ຫ່າງໄກກັນທາງພູມສາດ ແຕ່ມີສາຍພົວພັນອັນໃກ້ຊິດ, ໃນນັ້ນ ຮາກຖານທີ່ໝັ້ນຄົງທີ່ສຸດກໍຄືປະຊາຊົນ.
ທ່ານນາຍົກລັດຖະມົນຕີ ຕີລາຄາສູງການປະກອບສ່ວນຂອງປະຊາຄົມຊາວຫວຽດນາມຕໍ່ສັງຄົມ ສ.ເຊັກໂກ, ໂດຍສະເພາະຄວາມດຸໝັ່ນ, ຈິດໃຈເລີ່ມທຸລະກິດ ແລະ ການໃຫ້ຄວາມສຳຄັນຕໍ່ຄອບຄົວ ແລະ ການສຶກສາ. ຄົນຮຸ່ນໜຸ່ມ ສ.ເຊັກໂກ ເຊື້ອສາຍຫວຽດນາມ ນັບມື້ນັບຢືນຢັນບົດບາດຂອງຕົນໃນຫຼາຍຂົງເຂດ, ກາຍເປັນຂົວເຊື່ອມຕໍ່ລະຫວ່າງສອງວັດທະນະທຳ.
ກ່ຽວກັບເສດຖະກິດ, ທ່ານ Babiš ຢືນຢັນວ່າ ຫວຽດນາມແມ່ນຄູ່ຄ້າສຳຄັນຂອງ ສ.ເຊັກໂກ ຢູ່ອາຊີຕາເວັນອອກສ່ຽງໃຕ້. ສອງປະເທດພວມເປີດກວ້າງການຮ່ວມມືໃນຂົງເຂດອຸດສາຫະກຳ, ພະລັງງານ, ຄົມມະນາຄົມ, ການບິນ, ເຕັກໂນໂລຊີ ແລະ ຫຼາຍຂົງເຂດໃໝ່.
ທ່ານໄດ້ຕີລາຄາເປັນພິເສດຕໍ່ການກະກຽມເປີດເສັ້ນທາງບິນກົງ Prague - ຮ່າໂນ້ຍ, ໂດຍຖືວ່ານີ້ແມ່ນສັນຍາລັກອັນມີຊີວິດຊີວາຂອງສາຍພົວພັນທີ່ນັບມື້ນັບແໜ້ນແຟ້ນລະຫວ່າງສອງປະເທດ, ປະກອບສ່ວນຊຸກຍູ້ການແລກປ່ຽນປະຊາຊົນ, ເຊື່ອມຕໍ່ຄອບຄົວ, ວິສາຫະກິດ, ນັກສຶກສາ ແລະ ນັກທ່ອງທ່ຽວ.
ທ່ານ Tomio Okamura, ປະທານສະພາຕ່ຳ ກໍໄດ້ເນັ້ນໜັກບົດບາດຂອງປະຊາຄົມຊາວຫວຽດນາມ, ໂດຍເຫັນວ່າ ຜູ້ທີ່ເຄີຍຮ່ຳຮຽນ ແລະ ເຮັດວຽກຢູ່ເຊັກໂກສະໂລວາເກຍ ແລະ ສ.ເຊັກໂກ ໄດ້ສ້າງສາຍຜູກພັນອັນເລິກເຊິ່ງກັບປະເທດທີ່ຕົນອາໄສຢູ່. ສາຍພົວພັນເຫຼົ່ານີ້ ໄດ້ສືບທອດຜ່ານຫຼາຍຮຸ່ນຄົນ, ສ້າງຮາກຖານທາງສັງຄົມອັນໝັ້ນຄົງໃຫ້ແກ່ສາຍພົວພັນສອງຝ່າຍ.
ທ່ານ Karel Havlíček, ຮອງນາຍົກລັດຖະມົນຕີຜູ້ທີໜຶ່ງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ ປັດຈຸບັນ ຫວຽດນາມແມ່ນຄູ່ຄ້າສຳຄັນທີ່ສຸດຂອງ ສ.ເຊັກໂກ ຢູ່ອາຊີຕາເວັນອອກສ່ຽງໃຕ້. ຍອດມູນຄ່າການຄ້າສອງຝ່າຍໃນປີ 2025 ໄດ້ບັນລຸປະມານ 5 ຕື້ USD ເປັນຄັ້ງທຳອິດ ແລະ ຄາດວ່າຈະເພີ່ມຂຶ້ນເປັນປະມານ 7 ຕື້ USD ໃນປີນີ້.
ວິສາຫະກິດ ສ.ເຊັກໂກ ຫຼາຍແຫ່ງ ເຊັ່ນ Škoda Auto, OMNIPOL, F AIR ແລະ ENELEX ໄດ້ເຄື່ອນໄຫວຢູ່ຫວຽດນາມໃນບັນດາຂົງເຂດລົດຍົນ, ພະລັງງານ, ການບິນ, ປ້ອງກັນຊາດ, ຂຸດຄົ້ນບໍ່ແຮ່ ແລະ ອຸດສາຫະກຳ. ການເປີດນຳໃຊ້ໂຮງງານປະກອບລົດຮ່ວມທຶນລະຫວ່າງ Škoda Auto ແລະ ກຸ່ມບໍລິສັດ Thành Công ຢູ່ກວາງນິງ ໄດ້ຮັບການຕີລາຄາວ່າເປັນຂີດໝາຍສຳຄັນ, ເປີດແງ່ຫວັງໃຫ້ວິສາຫະກິດ ສ.ເຊັກໂກ ເຂົ້າເຖິງຕະຫຼາດຫວຽດນາມ ແລະ ພາກພື້ນອາຊຽນໄດ້ເລິກເຊິ່ງກວ່າເກົ່າ.
ໃນທິດກົງກັນຂ້າມ, ບັນດາຜະລິດຕະພັນຂອງຫວຽດນາມ ເຊັ່ນ ເຄື່ອງເອເລັກໂຕຣນິກ, ຊອບແວ, ໂທລະສັບ, ເກີບ, ກາເຟ, ໝາກໄມ້ ແລະ ໝາກມ່ວງຫິມະພານ ນັບມື້ນັບປາກົດມີຫຼາຍຂຶ້ນໃນຕະຫຼາດ ສ.ເຊັກໂກ. ຕາມທ່ານ Havlíček, ການພັດທະນາຢ່າງວ່ອງໄວຂອງເສດຖະກິດ, ໂຄງລ່າງ ແລະ ອຸດສາຫະກຳເຕັກໂນໂລຊີສູງຂອງຫວຽດນາມ ພວມສ້າງໂອກາດຫຼາຍຂຶ້ນໃຫ້ວິສາຫະກິດ ສ.ເຊັກໂກ ເປີດກວ້າງການລົງທຶນ ແລະ ການຮ່ວມມື.
ເນື່ອງໃນໂອກາດວັນຊາດ, ເຂດຫໍລະນຶກປະທານໂຮ່ຈິມິນ ທີ່ທຳນຽບປະທານປະເທດ ໄດ້ປະສານສົມທົບກັບສະຖານທູດຫວຽດນາມປະຈຳ ສ.ເຊັກໂກ ຈັດງານວາງສະແດງສະເພາະຫົວຂໍ້ “ປະທານໂຮ່ຈິມິນ - ເສັ້ນທາງແຫ່ງການເຊື່ອມຕໍ່ ແລະ ເຜີຍແຜ່ຈິດໃຈແຫ່ງຄວາມສາມັກຄີສາກົນ” ຢູ່ Prague, ມຸ່ງສູ່ການລະນຶກເຖິງການຢ້ຽມຢາມເຊັກໂກສະໂລວາເກຍ ໃນປີ 1957 ຂອງປະທານໂຮ່ຈິມິນ ແລະ ບັນດາຂີດໝາຍສຳຄັນໃນສາຍພົວພັນສອງປະເທດ.
ງານວາງສະແດງໄດ້ແນະນຳບັນດາຮູບພາບ, ເອກະສານກ່ຽວກັບຊີວິດ, ພາລະກິດ, ແນວຄິດ, ຄຸນສົມບັດ ແລະ ແບບແຜນຂອງໂຮ່ຈິມິນ, ເຮັດໃຫ້ເຫັນເດັ່ນບັນດາຄຸນຄ່າກ່ຽວກັບສັນຕິພາບ, ມິດຕະພາບ ແລະ ຄວາມສາມັກຄີສາກົນ. ບັນດາເອກະສານກ່ຽວກັບສາຍພົວພັນ ຫວຽດນາມ - ເຊັກໂກສະໂລວາເກຍ ແລະ ຫວຽດນາມ - ສ.ເຊັກໂກ ປະກອບສ່ວນຊ່ວຍໃຫ້ສາທາລະນະຊົນເຂົ້າໃຈແຈ້ງກວ່າເກົ່າເຖິງເສັ້ນທາງປະຫວັດສາດ ແລະ ຄວາມຜູກພັນລະຫວ່າງສອງຊາດ.
ຈາກຮາກຖານປະຫວັດສາດກວ່າ 7 ທົດສະວັດ ຈົນເຖິງບັນດາການຢ້ຽມຢາມຂັ້ນສູງ, ໂຄງການຮ່ວມມືດ້ານເສດຖະກິດ, ການແລກປ່ຽນວັດທະນະທຳ ແລະ ການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ, ສາຍພົວພັນ ຫວຽດນາມ - ສ.ເຊັກໂກ ພວມສືບຕໍ່ໄດ້ຮັບການປັບປຸງ ບົນພື້ນຖານແຫ່ງຄວາມໄວ້ວາງໃຈ ແລະ ຜົນປະໂຫຍດຮ່ວມ.
ພິທີສະເຫຼີມສະຫຼອງ 81 ປີແຫ່ງວັນຊາດຫວຽດນາມຢູ່ Prague ແມ່ນໂອກາດໃຫ້ປະຊາຄົມຊາວຫວຽດນາມຫວນຄິດເຖິງປະເທດຊາດ, ພ້ອມທັງຢືນຢັນມິດຕະພາບລະຫວ່າງສອງຊາດ. ດ້ວຍຮາກຖານສາຍພົວພັນອັນຍາວນານ ແລະ ຄວາມຕັດສິນໃຈຂອງການນຳ, ປະຊາຊົນສອງປະເທດ, ສາຍພົວພັນຄູ່ຮ່ວມຍຸດທະສາດ ຫວຽດນາມ - ສ.ເຊັກໂກ ຄາດວ່າຈະສືບຕໍ່ພັດທະນາຢ່າງກວ້າງເລິກ, ເປັນຮູບປະທຳ ແລະ ມີປະສິດທິຜົນ.
ຍສໝ - ວັນທີ 17 ມິຖຸນາ, ຢູ່ທີ່ນະຄອນຫຼວງ Praha (ສ.ເຊັກໂກ), ງານວາງສະແດງຮູບພາບພາຍໃດຫົວຂໍ້ “Little Hanoi, Next Generation” (ຮ່າໂນ້ຍນ້ອຍ, ຮຸ່ນຕໍ່ໄປ) ໄດ້ໄຂຂຶ້ນຢ່າງເປັນທາງການ, ເປີດສາກໃຫ້ແກ່ອະວະກາດແຫ່ງການສົນທະນາ ກ່ຽວກັບເອກະລັກ, ຄວາມຊົງຈຳ ແລະ ວິວັດທະນາການແຫ່ງການເຕີບໃຫຍ່ ຂອງຄົນຫວຽດນາມຮຸ່ນທີສອງ ຢູ່ພາຍໃດສາທາລະນະລັດ ສເປັກ. |
ຍສໝ - ວັນທີ 18/8 ຢູ່ຮ່າໂນ້ຍ, ການນຳກະຊວງການຕ່າງປະເທດຫວຽດນາມ ໄດ້ມີການຕ້ອນຮັບ ແລະ ເຈລະຈາກັບທ່ານ Roman Roun, ປະທານພັກກອມມູນິດສ.ເຊັກໂກ - Morava. ສອງຝ່າຍເຫັນດີເລັ່ງຊຸກຍູ້ສາຍພົວພັນລະຫວ່າງສອງພັກ, ປະກອບສ່ວນເສີມສ້າງພື້ນຖານທາງການເມືອງ ແລະ ຊຸກຍູ້ການຮ່ວມມືຫວຽດນາມ - ສ.ເຊັກໂກ ໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ ໃນຂອບສາຍພົວພັນຄູ່ຮ່ວມຍຸດທະສາດ. |
ມິງດຶກ
