ຍສໝ - ຈາກຖະແຫຼງການເອກະລາດ ວັນທີ 2/9/1945 ຈົນເຖິງຄວາມປາຖະໜາ “ທຽບທຽມກັບບັນດາປະເທດມະຫາອຳນາດໃນຫ້າທະວີບ”, ແນວຄິດ ໂຮ່ຈິມິນ ກ່ຽວກັບເອກະລາດ, ການເປັນເຈົ້າຕົນເອງ, ຄວາມປອງດອງ ແລະ ການເປີດກວ້າງສາຍພົວພັນກັບໂລກ ໄດ້ວາງຮາກຖານໃຫ້ແກ່ເສັ້ນທາງເຊື່ອມໂຍງຂອງຫວຽດນາມ. ຕະຫຼອດກວ່າ 8 ທົດສະວັດຜ່ານມາ, ຈິດໃຈດັ່ງກ່າວສືບຕໍ່ໄດ້ຮັບການສືບທອດໃນແນວທາງການຕ່າງປະເທດ, ປະກອບສ່ວນຍົກສູງຖານະບົດບາດຂອງປະເທດ ແລະ ຊຸກຍູ້ການປະກອບສ່ວນທີ່ນັບມື້ນັບຕັ້ງໜ້າຂອງຫວຽດນາມ ເຂົ້າໃນສັນຕິພາບ ແລະ ການຮ່ວມມືສາກົນ.
ຍສໝ - ຜູ້ເຂົ້າປະກວດຫຼາຍກວ່າ 31 ຄົນ ຈາກຫຼາຍລຸ້ນອາຍຸຂອງຫວຽດນາມ ແລະ ໄທ ໄດ້ຮ່ວມກັນປະກົດໂຕໃນຊຸດອ່າວຢາຍ ແລະ ຜ້າໄໝໄທ ໃນການປະກວດ “ສາວງາມອ່າວຢາຍ ຫວຽດນາມ - ໄທ” ຄັ້ງທີ 1 ຢູ່ອຸດອນທານີ. ບໍ່ພຽງແຕ່ເຊີດຊູຄວາມງາມຂອງຊຸດປະຈຳຊາດເທົ່ານັ້ນ, ເຫດການນີ້ຍັງສ້າງພື້ນທີ່ແຫ່ງການແລກປ່ຽນວັດທະນະທຳ, ເຊື່ອມຈອດປະຊາຄົມ ແລະ ປະຊາຊົນສອງປະເທດໃຫ້ໃກ້ຊິດກັນຍິ່ງຂຶ້ນ.
ຍສໝ - ພິທີສະເຫຼີມສະຫຼອງ 81 ປີແຫ່ງວັນຊາດຫວຽດນາມ ຢູ່ Fukuoka ແມ່ນໂອກາດເພື່ອປັບປຸງການຜູກພັນກັບອຳນາດການປົກຄອງ ແລະ ເພື່ອນມິດຍີ່ປຸ່ນ, ພ້ອມທັງຢືນຢັນບົດບາດຂົວເຊື່ອມຂອງປະຊາຄົມຊາວຫວຽດນາມຢູ່ Kyushu-Okinawa ໃນການຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ.
ຍສໝ - ພິທີສະເຫຼີມສະຫຼອງ 81 ປີແຫ່ງວັນຊາດຫວຽດນາມ ຢູ່ Perth (ອົດສະຕາລີ) ໄດ້ສ້າງຂີດໝາຍດ້ວຍຊ່ວງເວລາພິເສດ ເມື່ອທຸງຊາດຫວຽດນາມຖືກສ່ອງແສງເທິງສອງດ້ານຂອງອາຄານຫໍວ່າການນະຄອນ Perth, ເຊິ່ງເປັນສັນຍາລັກຂອງນະຄອນ ເປັນຄັ້ງທຳອິດ. ເຫດການນີ້ຍັງສະແດງໃຫ້ເຫັນທ່າອ່ຽງພັດທະນາອັນຕັ້ງໜ້າຂອງສາຍພົວພັນຫວຽດນາມ - ອົດສະຕາລີ ແລະ ບົດບາດທີ່ນັບມື້ນັບໂດດເດັ່ນຂອງປະຊາຄົມຊາວຫວຽດນາມຢູ່ລັດອົດສະຕາລີຕາເວັນຕົກ.
ຍສໝ - ພາຍຫຼັງ 40 ປີແຫ່ງການປ່ຽນໃໝ່, ຫວຽດນາມໄດ້ສ້າງຂະໜາດເສດຖະກິດ, ຄວາມສາມາດການຜະລິດ ແລະ ຖານະບົດບາດໃນເວທີສາກົນ ທີ່ແຕກຕ່າງຢ່າງສິ້ນເຊີງເມື່ອທຽບກັບໄລຍະເລີ່ມຕົ້ນ. ຕາມທ່ານ ເຈິ່ນກວັກເຟືອງ, ລັດຖະມົນຕີຊ່ວຍວ່າການກະຊວງການເງິນ, ເພື່ອສ້າງບາດກ້າວພັດທະນາແບບບຸກທະລຸໃນໄລຍະຕໍ່ໄປ, ຫວຽດນາມຈຳເປັນຕ້ອງສືບຕໍ່ປ່ຽນໃໝ່ແນວຄິດ, ສ້າງບາດກ້າວບຸກທະລຸດ້ານສະຖາບັນ ແລະ ຫັນປ່ຽນຢ່າງແຂງແຮງໄປສູ່ຮູບແບບການເຕີບໂຕທີ່ອີງໃສ່ຜະລິດຕະພາບ, ເຕັກໂນໂລຊີ, ນະວັດຕະກຳ ແລະ ຄຸນນະພາບຊັບພະຍາກອນມະນຸດ.
ຍສໝ - ການທີ່ກຸ່ມທະນາຄານໂລກ (WB) ຈັດຫວຽດນາມເຂົ້າໃນກຸ່ມປະເທດທີ່ມີລາຍຮັບປານກາງລະດັບສູງ ເປັນຂີດໝາຍບາດກ້າວໃໝ່ພາຍຫຼັງ 17 ປີ. ເຖິງຢ່າງໃດກໍຕາມ, ຕາມບັນດາຊ່ຽວຊານ ແລະ ອົງການສາກົນ, ເພື່ອກ້າວຂ້າມ “ກັບດັກລາຍຮັບປານກາງ”, ມຸ່ງສູ່ເປົ້າໝາຍກາຍເປັນປະເທດລາຍຮັບສູງໃນປີ 2045, ຫວຽດນາມຈຳເປັນຕ້ອງຫັນປ່ຽນຢ່າງແຂງແຮງຈາກຮູບແບບທີ່ອີງໃສ່ທຶນ, ແຮງງານ ແລະ ຂະແໜງ FDI ເປັນສ່ວນໃຫຍ່ ໄປສູ່ເຕັກໂນໂລຊີ ແລະ ນະວັດຕະກຳ, ໂດຍມີເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ (AI) ເປັນບັນດາແຮງງັດທີ່ສຳຄັນ.
ຍສໝ - ວັນພັກເນື່ອງໃນໂອກາດວັນຊາດ 2/9 ເປັນເວລາ 5 ວັນ ໄດ້ສ້າງແຮງຊຸກຍູ້ຢ່າງຈະແຈ້ງໃຫ້ແກ່ການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ, ເມື່ອຫຼາຍທ້ອງຖິ່ນຕ່າງບັນທຶກການເຕີບໂຕທັງຈຳນວນນັກທ່ອງທ່ຽວ, ອັດຕາການເຂົ້າພັກ ແລະ ລາຍຮັບ. ອານຢາງ ນຳໜ້າດ້ວຍລາຍຮັບຈາກການທ່ອງທ່ຽວ 880,5 ຕື້ດົ່ງ; ກ່າເມົາ ມີລາຍຮັບເພີ່ມຂຶ້ນ 98,4%, ຂະນະທີ່ຈຳນວນນັກທ່ອງທ່ຽວສາກົນທີ່ເດີນທາງມາ ດົ່ງທາບ ເພີ່ມຂຶ້ນ 131% ທຽບໃສ່ໄລຍະດຽວກັນ.
ຍສໝ - ຫັນປ່ຽນຢ່າງແຂງແຮງຈາກການພັດທະນາຕາມລວງກວ້າງ ໄປສູ່ລວງເລິກ, ຖືເອົາວັດທະນະທຳເປັນພື້ນຖານ, ວິທະຍາສາດ - ເຕັກໂນໂລຊີ ແລະ ການຫັນປ່ຽນດິຈິຕອນເປັນແຮງຂັບເຄື່ອນ, ມະຕິເລກທີ 26-NQ/TW ວາງເປົ້າໝາຍຮອດປີ 2030 ນຳການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມຢ່າງແທ້ຈິງ, ປະກອບສ່ວນໂດຍກົງ 10-12% ເຂົ້າໃນ GDP.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນຊາດຫວຽດນາມ, ທ່ານ ຫງວຽນມິງເຕິມ, ເອກອັກຄະລັດຖະທູດຫວຽດນາມປະຈຳລາວ ຄາດຫວັງວ່າ ບັນດາພະນັກງານທີ່ພວມຮຽນພາສາລາວຢູ່ມະຫາວິທະຍາໄລແຫ່ງຊາດລາວ ຈະບໍ່ພຽງແຕ່ຍົກສູງຄວາມສາມາດດ້ານພາສາເທົ່ານັ້ນ, ຫາກຍັງກາຍເປັນ “ທູດວັດທະນະທຳ”, ປະກອບສ່ວນທະນຸຖະໜອມສາຍພົວພັນພິເສດລະຫວ່າງສອງປະເທດ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ Prague (ສ.ເຊັກໂກ), ເຂດຫໍລະນຶກປະທານໂຮ່ຈິມິນ ທີ່ທຳນຽບປະທານປະເທດ ໄດ້ປະສານສົມທົບກັບສະຖານທູດຫວຽດນາມປະຈຳສ.ເຊັກໂກ ຈັດງານວາງສະແດງສະເພາະຫົວຂໍ້ “ປະທານໂຮ່ຈິມິນ - ເສັ້ນທາງແຫ່ງການເຊື່ອມຕໍ່ ແລະ ເຜີຍແຜ່ຈິດໃຈແຫ່ງຄວາມສາມັກຄີສາກົນ”.
ຍສໝ - ວັນທີ 30/8, ສະຖານທູດຫວຽດນາມປະຈຳບຣູໄນ ດາຣູຊາລາມ ໄດ້ຈັດພິທີສະເຫຼີມສະຫຼອງ 81 ປີແຫ່ງວັນຊາດ 2/9, ໂດຍມີເພື່ອນມິດສາກົນ ແລະ ຊາວຫວຽດນາມຈຳນວນຫຼາຍທີ່ພວມດຳລົງຊີວິດຢູ່ບຣູໄນເຂົ້າຮ່ວມ.
ຍສໝ - ໂດຍກຳນົດວ່າ ຊາວຫວຽດນາມຢູ່ຕ່າງປະເທດແມ່ນໜຶ່ງໃນແຫຼ່ງກຳລັງຍຸດທະສາດທີ່ສຳຄັນຂອງປະເທດ, ມະຕິເລກທີ 23-NQ/TW ໄດ້ເປີດບາດກ້າວຫັນປ່ຽນຈາກການຂົນຂວາຍ, ເອົາໃຈໃສ່ ໄປສູ່ການຮ່ວມເດີນທາງ, ສ້າງກົນໄກ ແລະ ສົ່ງເສີມແຫຼ່ງກຳລັງ. ຈິດໃຈດັ່ງກ່າວ ໄດ້ວາງຄວາມຮຽກຮ້ອງໃຫ້ຫັນບັນດານະໂຍບາຍເປັນອັນລະອຽດ, ສ້າງກົນໄກເຊື່ອມຕໍ່ທີ່ແທດຈິງ ເພື່ອໃຫ້ພູມປັນຍາ, ເຕັກໂນໂລຊີ, ເຄືອຂ່າຍ ແລະ ປະສົບການຂອງຊາວຫວຽດນາມຢູ່ຕ່າງປະເທດກວ່າ 6,5 ລ້ານຄົນ ໄດ້ຮັບການສົ່ງເສີມຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການພັດທະນາປະເທດ.
ຍສໝ - ນັບແຕ່ການຮັກສາພາສາຫວຽດນາມ, ວັດທະນະທຳຂອງຊາດ ຈົນເຖິງການເຊື່ອມຕໍ່ການແລກປ່ຽນປະຊາຊົນ, ປະຊາຄົມຊາວຫວຽດນາມຢູ່ໄທ ພວມປະກອບສ່ວນຢ່າງແທດຈິງເຂົ້າໃນການທະນຸຖະໜອມສາຍພົວພັນ ຫວຽດນາມ - ໄທ ໃຫ້ນັບມື້ນັບແໜ້ນແຟ້ນ, ເລິກເຊິ່ງ ແລະ ເປັນຮູບປະທຳ.
ຍສໝ - ບໍ່ພຽງແຕ່ດຳເນີນໃນໄລຍະສອງສາມວັນຄືກັບງານວາງສະແດງສິນຄ້າແບບດັ້ງເດີມ, ຮູບແບບງານວາງສະແດງດິຈິຕອນ ຫວຽດນາມ - ສ.ເກົາຫຼີ ຄາດວ່າຈະຊ່ວຍໃຫ້ວິສາຫະກິດຮັກສາການເຊື່ອມຕໍ່, ຊອກຫາຄູ່ຮ່ວມມື ແລະ ເປີດກວ້າງໂອກາດການຄ້າຢ່າງຕໍ່ເນື່ອງ ດ້ວຍການນຳໃຊ້ຂໍ້ມູນ ແລະ ປັນຍາປະດິດ (AI).
ຍສໝ - ຕອນຄ່ຳວັນທີ 28/8, ຢູ່ນະຄອນຫຼວງ Prague, ສະຖານທູດຫວຽດນາມປະຈຳ ສ.ເຊັກໂກ ໄດ້ຈັດພິທີສະເຫຼີມສະຫຼອງ 81 ປີແຫ່ງວັນຊາດຫວຽດນາມ (2/9/1945 - 2/9/2026), ຜ່ານນັ້ນຫວນຄືນເສັ້ນທາງກວ່າ 7 ທົດສະວັດແຫ່ງມິດຕະພາບ, ການຮ່ວມມື ແລະ ຄວາມຜູກພັນລະຫວ່າງຫວຽດນາມ ແລະ ສ.ເຊັກໂກ.
ຍສໝ - ວັນທີ 28/8, ຢູ່ Dar es Salaam, ສະຖານທູດຫວຽດນາມປະຈຳ ຕັງຊານີ ໄດ້ຈັດພິທີສະເຫຼີມສະຫຼອງ 81 ປີແຫ່ງວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມ (2/9/1945 - 2/9/2026) ແລະ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ເອທິໂອປີ (1976 - 2026).
ຍສໝ - ທ່ານ ຫວູຈ໋ຽນຖັ້ງ, ຮອງລັດຖະມົນຕີກະຊວງພາຍໃນ ໄດ້ແບ່ງປັນກ່ຽວກັບກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຜູ້ອອກແຮງງານຫວຽດນາມໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ ທີ່ຫາກໍໄດ້ຮັບການຮັບຮອງຈາກສະພາແຫ່ງຊາດ, ໃນນັ້ນ ເນັ້ນໜັກວ່າ ການສົ່ງຜູ້ອອກແຮງງານໄປຕ່າງປະເທດ ຄວນໄດ້ຮັບການມອງເຫັນເປັນຊ່ອງທາງໜຶ່ງໃນການພັດທະນາຊັບພະຍາກອນມະນຸດຂອງຊາດ.
ຍສໝ - ວັນທີ 2/9/1945, ຢູ່ສະໜາມຫຼວງບາດິ່ງ, ຮ່າໂນ້ຍ, ຕາງໜ້າລັດຖະບານຊົ່ວຄາວ, ປະທານໂຮ່ຈິມິນ ໄດ້ອ່ານຖະແຫຼງການເອກະລາດ, ປະກາດຕໍ່ປວງຊົນຮ່ວມຊາດ ແລະ ທົ່ວໂລກ ເຖິງການກຳເນີດຂອງສາທາລະນະລັດປະຊາທິປະໄຕຫວຽດນາມ, ປັດຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມ.
ຍສໝ - ໃນແຕ່ລະປີ, ຊາວໜຸ່ມກະຊວງການເງິນຫວຽດນາມ ແລະ ລາວ ຄາດວ່າຈະສືບຕໍ່ຈັດຄະນະປະຕິບັດງານສອງຝ່າຍ, ເພີ່ມທະວີການແລກປ່ຽນວຽກງານວິຊາສະເພາະ ແລະ ເສີມສ້າງຄວາມຜູກພັນລະຫວ່າງພະນັກງານໜຸ່ມຂອງສອງປະເທດ.
ຍສໝ - ຈາກບັນດາປະສົບການຕົວຈິງ, ຫວຽດນາມ ແລະ ລາວ ເປີດກວ້າງທິດທາງການຮ່ວມມືໃໝ່ໃນການພັດທະນາເຕັກໂນໂລຊີ, ຊັບພະຍາກອນມະນຸດ ແລະ ການເຊື່ອມໂຍງວິສາຫະກິດ.