50 ປີ ຫວຽດນາມ - ໄທ ຮ່ວມເດີນໜ້າພັດທະນາ

00:24 | 07/08/2026

ຍສໝ - ເນື່ອງໃນໂອກາດຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໄທ (6/8/1976 - 6/8/2026), ທ່ານ ຟ້າມຫວຽດຮຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ເນັ້ນໜັກວ່າ ບັນດາການຢ້ຽມຢາມຂັ້ນສູງຢ່າງຕໍ່ເນື່ອງ, ໃນນັ້ນມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານ Sophon Zaram, ປະທານລັດຖະສະພາ ຄວບຕຳແໜ່ງປະທານສະພາຕ່ຳ ໄທ, ໄດ້ສ້າງແຮງຊຸກຍູ້ໃໝ່ໃຫ້ແກ່ສາຍພົວພັນສອງປະເທດ.

ການພົບປະແລກປ່ຽນລະຫວ່າງປະຊາຊົນ - ພື້ນຖານແຫ່ງການເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ໄທ ການແລກປ່ຽນປະຊາຊົນ ເສີມສ້າງສາຍພົວພັນ ຫວຽດນາມ - ໄທ
50 ປີ ຫວຽດນາມ - ໄທ ຮ່ວມເດີນໜ້າພັດທະນາ

ຂໍຮຽນທ່ານ, 50 ປີເປັນພຽງແຕ່ “ພິບຕາດຽວ” ໃນໜ້າປະຫວັດສາດ. ແຕ່ສາຍພົວພັນການຮ່ວມມືລະຫວ່າງ ຫວຽດນາມ ແລະ ໄທ ກັບເປັນເສັ້ນທາງທີ່ມີຫຼາຍໝຸດໝາຍສຳຄັນ. ຫາກຫວນຄືນເບິ່ງເສັ້ນທາງຈາກການເລີ່ມຕົ້ນ, ບຳລຸງປູກຝັງ ຈົນອອກດອກອອກຜົນ, ທ່ານຢາກກ່າວເຖິງໝຸດໝາຍໃດແດ່?

ເມື່ອຫວນຄືນເບິ່ງເສັ້ນທາງ 50 ປີ, ຂ້າພະເຈົ້າເຫັນວ່າ ສາຍພົວພັນ ຫວຽດນາມ - ໄທ ໄດ້ຜ່ານການພັດທະນາທີ່ໜ້າພາກພູມໃຈ ພ້ອມດ້ວຍໝຸດໝາຍສຳຄັນຫຼາຍປະການ ທີ່ສະທ້ອນໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ແລະ ຄວາມເລິກເຊິ່ງຂອງການຮ່ວມມືທີ່ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.

ໝຸດໝາຍທຳອິດແມ່ນວັນທີ 6/8/1976 ເມື່ອສອງປະເທດໄດ້ສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການ. ທ່າມກາງສະພາບການທີ່ພາກພື້ນຍັງມີຄວາມຜັນຜວນຫຼາຍ, ການຕັດສິນໃຈນີ້ສະທ້ອນໃຫ້ເຫັນວິໄສທັດຍຸດທະສາດຂອງຜູ້ນຳທັງສອງປະເທດ, ວາງຮາກຖານໃຫ້ແກ່ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືໃນໄລຍະຍາວ. ບັນດາການຢ້ຽມຢາມຂັ້ນສູງໃນໄລຍະ 1976-1989, ໂດຍສະເພາະການຢ້ຽມຢາມ ໄທ ຂອງທ່ານ ຟ້າມວັນດົ່ງ ນາຍົກລັດຖະມົນຕີ (6-10/9/1978), ໄດ້ວາງຮາກຖານສຳຄັນໃຫ້ແກ່ສາຍພົວພັນສອງປະເທດ.

ຈຸດປ່ຽນສຳຄັນອີກປະການໜຶ່ງແມ່ນການຢ້ຽມຢາມ ໄທ ຂອງທ່ານ ໂດ໋ເມື່ອຍ ເລຂາທິການໃຫຍ່ (15-18/10/1993), ເປັນການຢ້ຽມຢາມຄັ້ງທຳອິດຂອງຜູ້ນຳພັກຄອມມູນິດ ຫວຽດນາມ ມາຍັງ ໄທ, ເປີດສາກຍຸກໃໝ່ຂອງການຮ່ວມມືຢ່າງເລິກເຊິ່ງ. ຕໍ່ມາໃນເດືອນ 2/2004, ສອງປະເທດໄດ້ອອກຖະແຫຼງການຮ່ວມວ່າດ້ວຍຂອບການຮ່ວມມື ຫວຽດນາມ - ໄທ ເພື່ອເປັນພື້ນຖານຂະຫຍາຍການຮ່ວມມືໃນຫຼາຍຂົງເຂດ.

ປີ 2013 ເປັນໝຸດໝາຍໃໝ່ ເມື່ອ ໄທ ກາຍເປັນປະເທດອາຊຽນປະເທດທຳອິດທີ່ສ້າງຕັ້ງການຮ່ວມມືຄູ່ຮ່ວມຍຸດທະສາດກັບ ຫວຽດນາມ, ເປີດສາກການຮ່ວມມືຢ່າງຮອບດ້ານ ແລະ ມີປະສິດທິຜົນຫຼາຍຂຶ້ນ. ສອງປະເທດຍັງຮັກສາກົນໄກຮ່ວມມືສຳຄັນຫຼາຍປະການ, ໂດຍສະເພາະກົນໄກປະຊຸມຄະນະລັດຖະມົນຕີຮ່ວມ ທີ່ນາຍົກລັດຖະມົນຕີສອງປະເທດເປັນປະທານຮ່ວມ ເຊິ່ງເປັນກົນໄກລະດັບສູງເພີຍກົນໄກດຽວທີ່ ຫວຽດນາມ ມີກັບປະເທດອາຊຽນ.

ໝຸດໝາຍສຳຄັນອີກປະການໜຶ່ງຄື ການຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນເດືອນ 5/2025. ສິ່ງນີ້ບໍ່ພຽງແຕ່ສະທ້ອນຜົນສຳເລັດໃນເກືອບ 50 ປີຜ່ານມາ ແຕ່ຍັງສະທ້ອນລະດັບຄວາມໄວ້ເນື້ອເຊື່ອໃຈທາງການເມືອງສູງ, ຜົນປະໂຫຍດຍຸດທະສາດຮ່ວມ ແລະ ຄວາມປາຖະໜາທີ່ຈະພັດທະນາໄປນຳກັນໃນໄລຍະໃໝ່.

ໂດຍສະເພາະໃນປີ 2026, ເນື່ອງໃນໂອກາດຄົບຮອບ 50 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ, ບັນດາການຢ້ຽມຢາມຂັ້ນສູງໄດ້ສ້າງແຮງຊຸກຍູ້ໃໝ່ໃຫ້ແກ່ສາຍພົວພັນສອງປະເທດ. ການຢ້ຽມຢາມ ໄທ ຢ່າງເປັນທາງການຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ ແລະ ປະທານປະເທດ (27-28/5), ຕາມດ້ວຍການຢ້ຽມຢາມ ຫວຽດນາມ ຂອງທ່ານ Anutin Charnvirakul ນາຍົກລັດຖະມົນຕີ ໄທ ພຽງ 10 ມື້ຕໍ່ມາ (8-9/6) ແລະ ການຢ້ຽມຢາມຂອງທ່ານ Sophon Zaram, ປະທານລັດຖະສະພາ ຄວບຕຳແໜ່ງປະທານສະພາຕ່ຳ ໄທ (5-7/8), ໄດ້ຢືນຢັນຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ແລະ ສະທ້ອນຄວາມມຸ່ງໝັ້ນຂອງຜູ້ນຳທັງສອງປະເທດໃນການຜັນຂະຫຍາຍກອບຄູ່ຮ່ວມຍຸດທະສາດຮອບດ້ານໃຫ້ມີຜົນຢ່າງເປັນຮູບປະທຳ.

50 ປີ ຫວຽດນາມ - ໄທ ຮ່ວມເດີນໜ້າພັດທະນາ
ທ່ານ Sophon Zaram, ປະທານລັດຖະສະພາ ຄວບຕຳແໜ່ງປະທານສະພາຕ່ຳ ໄທ, ໃຫ້ການຕ້ອນຮັບທ່ານ ຟ້າມຫວຽດຮຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ, ໃນວັນທີ 22/7/2026.

ຂໍຮຽນທ່ານ, ຫວຽດນາມ ແລະ ໄທ ຢູ່ຫ່າງກັນບໍ່ຮອດ 2 ຊົ່ວໂມງບິນ, ຢູ່ຮ່ວມພາຍໃຕ້ຫຼັງຄາດຽວກັນຂອງ ASEAN ແລະ ຕ່າງກໍເຄົາລົບຮ່ອງຮອຍປະຫວັດສາດຂອງປະທານ ໂຮ່ຈິມິນ ຢູ່ເທິງແຜ່ນດິນໄທ… ຕາມທັດສະນະຂອງທ່ານ, ປັດໄຈດ້ານມະນຸດ ເຊິ່ງເປັນສາຍໃຍເຊື່ອມໂຍງທີ່ຍືນຍົງ ມີຄວາມໝາຍແນວໃດຕໍ່ການເສີມສ້າງສາຍພົວພັນ ຫວຽດນາມ - ໄທ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ?

ນອກເໜືອຈາກການຮ່ວມມືດ້ານການເມືອງ, ເສດຖະກິດ ຫຼື ປ້ອງກັນຊາດ - ຄວາມປອດໄພແລ້ວ, ພື້ນຖານທີ່ຍືນຍົງທີ່ສຸດຂອງສາຍພົວພັນ ຫວຽດນາມ - ໄທ ກໍຄືຄວາມຜູກພັນລະຫວ່າງປະຊາຊົນສອງປະເທດ. ສອງປະເທດບໍ່ພຽງແຕ່ຢູ່ຫ່າງກັນບໍ່ຮອດ 2 ຊົ່ວໂມງບິນ ແລະ ຢູ່ຮ່ວມພາຍໃຕ້ຫຼັງຄາ ASEAN ເທົ່ານັ້ນ, ແຕ່ຍັງເຊື່ອມໂຍງກັນມາແຕ່ຫຼາຍຮ້ອຍປີ ຜ່ານສາຍນ້ຳຂອງ, ອ່າວໄທ, ບັນດາຄຸນຄ່າວັດທະນະທຳທີ່ຄ້າຍຄືກັນຂອງອາລະຍະທຳປູກເຂົ້ານາ, ພຸດທະສາສະໜາ ແລະ ປະເພນີທີ່ໃຫ້ຄຸນຄ່າແກ່ຄອບຄົວ ແລະ ຊຸມຊົນ. ໂດຍສະເພາະ, ບັນດາສະຖານທີ່ທີ່ຜູກພັນກັບປະທານ ໂຮ່ຈິມິນ ຢູ່ ໄທ ໄດ້ກາຍເປັນສັນຍະລັກອັນມີຊີວິດຊີວາຂອງມິດຕະພາບ, ເຕືອນໃຈບັນດາລຸ້ນຄົນໃນປັດຈຸບັນເຖິງພື້ນຖານທາງປະຫວັດສາດຂອງສາຍພົວພັນສອງປະເທດ.

ການແລກປ່ຽນປະຊາຊົນທີ່ນັບມື້ນັບພັດທະນາຢ່າງແຂງແຮງ ແມ່ນຫຼັກຖານທີ່ຊັດເຈນຂອງຄວາມໃກ້ຊິດດັ່ງກ່າວ. ສະເພາະໃນປີ 2025, ມີປະຊາຊົນ ຫວຽດນາມ ແລະ ໄທ ຫຼາຍກວ່າ 1,1 ລ້ານເທື່ອຄົນໄປມາຫາສູ່ກັນ. ມີປະມານ 20 ຄູ່ທ້ອງຖິ່ນທີ່ຜູກສຳພັນມິດຕະພາບ ກຳລັງຊຸກຍູ້ການຮ່ວມມືດ້ານການສຶກສາ, ວັດທະນະທຳ, ການທ່ອງທ່ຽວ ແລະ ການຄ້າ, ປະກອບສ່ວນນຳສາຍພົວພັນສອງຝ່າຍເຂົ້າໃກ້ປະຊາຊົນຂອງທັງສອງປະເທດຫຼາຍຂຶ້ນ.

ໜຶ່ງໃນຊັບສົມບັດອັນລ້ຳຄ່າທີ່ສຸດຂອງສາຍພົວພັນ ຫວຽດນາມ - ໄທ ຄືຊຸມຊົນຊາວໄທເຊື້ອສາຍຫວຽດນາມຫຼາຍກວ່າ 100.000 ຄົນ. ດ້ວຍປະຫວັດການກໍ່ຕັ້ງຫຼາຍກວ່າໜຶ່ງສະຕະວັດ, ພີ່ນ້ອງຊາວຫວຽດນາມຍາມໃດກໍຜູກພັນ ແລະ ປັບຕົວເຂົ້າກັບປະເທດທີ່ຕົນອາໄສຢູ່, ພ້ອມກັນນັ້ນກໍຮັກສາອັດຕະລັກຂອງຊາດ ແລະ ຫັນໃຈກັບຄືນສູ່ບ້ານເກີດເມືອງນອນ. ຊຸມຊົນດັ່ງກ່າວບໍ່ພຽງແຕ່ເປັນຂົວເຊື່ອມທຳມະຊາດໃນການແລກປ່ຽນປະຊາຊົນ ແຕ່ຍັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ໄທ, ຜ່ານນັ້ນປະກອບສ່ວນເສີມສ້າງພາບພົດທີ່ດີງາມຂອງ ຫວຽດນາມ.

ໃນແຕ່ລະປີ, ພີ່ນ້ອງຊາວຫວຽດນາມປະສານງານຢ່າງໃກ້ຊິດກັບອຳນາດການປົກຄອງທ້ອງຖິ່ນ ໃນການອະນຸລັກ ແລະ ສົ່ງເສີມບັນດາເຂດຮ່ອງຮອຍ ແລະ ຫໍພິພິທະພັນທີ່ຜູກພັນກັບປະທານ ໂຮ່ຈິມິນ ຢູ່ Udon Thani, Nakhon Phanom ແລະ Phichit. ໂດຍສະເພາະ, Vietnam Town ຢູ່ Udon Thani ເຊິ່ງເປັນຖະໜົນຫວຽດນາມແຫ່ງທຳອິດໃນໂລກ ໄດ້ກາຍເປັນສັນຍະລັກຂອງມິດຕະພາບ ຫວຽດນາມ - ໄທ. ນອກຈາກນັ້ນ, ບັນດາຫ້ອງຮຽນພາສາຫວຽດນາມ, ງານບຸນປະເພນີ ແລະ ກິດຈະກຳຂອງສະມາຄົມນັກທຸລະກິດ ໄທ - ຫວຽດນາມ ຍັງສືບຕໍ່ປະກອບສ່ວນຮັກສາອັດຕະລັກວັດທະນະທຳ, ເສີມຂະຫຍາຍການເຊື່ອມໂຍງດ້ານການລົງທຶນ ແລະ ການຄ້າ, ພ້ອມທັງເສີມສ້າງຄວາມຜູກພັນລະຫວ່າງປະຊາຊົນສອງປະເທດ.

ຂໍຮຽນທ່ານ, ໃນການຢ້ຽມຢາມ ໄທ ຢ່າງເປັນທາງການໃນມໍ່ໆມານີ້ຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ ແລະ ປະທານປະເທດ, ສອງຝ່າຍໄດ້ລົງນາມໃນແຜນງານການກະທຳເພື່ອຜັນຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໄລຍະ 2026-2031. ຕາມທັດສະນະຂອງທ່ານ, ພວກເຮົາຄວນນຳໃຊ້ໄລຍະ 5 ປີຕໍ່ໜ້າແນວໃດ ເພື່ອສ້າງການຫັນປ່ຽນໃນເຊີງຄຸນນະພາບຢ່າງແທ້ຈິງ ໃນການຮ່ວມມືສອງຝ່າຍໃນບັນດາຂົງເຂດເສົາຄ້ຳ ທີ່ສອງປະເທດໄດ້ເຫັນດີໃນເນື້ອໃນຂອງສາຍພົວພັນຮູບແບບໃໝ່?

ຂ້າພະເຈົ້າເຫັນວ່າ ສິ່ງສຳຄັນທີ່ສຸດໃນໄລຍະ 5 ປີຕໍ່ໜ້າ ບໍ່ພຽງແຕ່ແມ່ນການຜັນຂະຫຍາຍເນື້ອໃນຂອງແຜນງານການກະທຳໃຫ້ຄົບຖ້ວນເທົ່ານັ້ນ, ແຕ່ຍັງຕ້ອງຫັນບັນດາຄຳໝັ້ນສັນຍາໃຫ້ກາຍເປັນໝາກຜົນທີ່ເປັນຮູບປະທຳ, ນຳມາເຊິ່ງຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນ ແລະ ວິສາຫະກິດຂອງສອງປະເທດ. ນີ້ກໍແມ່ນຈິດໃຈຂອງແຜນງານການກະທຳເພື່ອຜັນຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໄລຍະ 2026-2031.

ກ່ອນອື່ນໝົດ, ສອງປະເທດຕ້ອງສືບຕໍ່ເສີມສ້າງຄວາມໄວ້ເນື້ອເຊື່ອໃຈທາງການເມືອງ, ຮັກສາການແລກປ່ຽນຄະນະຂັ້ນສູງ ແລະ ສົ່ງເສີມປະສິດທິຜົນຂອງບັນດາກົນໄກຮ່ວມມືທີ່ມີຢູ່, ໂດຍສະເພາະກົນໄກປະຊຸມຄະນະລັດຖະມົນຕີຮ່ວມ, ຄະນະກຳມະການປະສົມວ່າດ້ວຍການຮ່ວມມືສອງຝ່າຍ ແລະ ບັນດາກົນໄກສົນທະນາສະເພາະຂະແໜງ. ນີ້ຈະເປັນພື້ນຖານໃຫ້ສອງຝ່າຍປະສານງານໃກ້ຊິດຍິ່ງຂຶ້ນໃນບັນຫາພາກພື້ນ ແລະ ສາກົນ, ຮ່ວມກັນປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ບົດບາດໃຈກາງຂອງ ASEAN.

ດ້ານເສດຖະກິດ, ເປົ້າໝາຍບໍ່ພຽງແຕ່ຢຸດຢູ່ການເພີ່ມມູນຄ່າການຄ້າເທົ່ານັ້ນ, ແຕ່ທີ່ສຳຄັນກວ່າແມ່ນການຍົກສູງຄຸນນະພາບການເຊື່ອມໂຍງລະຫວ່າງສອງພື້ນຖານເສດຖະກິດ. ແຜນງານການກະທຳໄດ້ກຳນົດຢ່າງຈະແຈ້ງຍຸດທະສາດ “ສາມການເຊື່ອມໂຍງ” ປະກອບມີ ການເຊື່ອມໂຍງຕ່ອງໂສ້ສະໜອງ, ການເຊື່ອມໂຍງບັນດາພື້ນຖານເສດຖະກິດທ້ອງຖິ່ນ ແລະ ການເຊື່ອມໂຍງການພັດທະນາທີ່ຍືນຍົງ. ຕາມຄວາມເຫັນຂອງຂ້າພະເຈົ້າ, ນີ້ຈະເປັນແຮງຂັບເຄື່ອນໃໝ່ໃຫ້ວິສາຫະກິດສອງປະເທດເຂົ້າຮ່ວມເລິກເຊິ່ງຍິ່ງຂຶ້ນໃນຕ່ອງໂສ້ມູນຄ່າພາກພື້ນ ໃນບັນດາຂົງເຂດເຊັ່ນ ຊິບເຄິ່ງຕົວນຳ, ເອເລັກໂຕຣນິກ, ລົດໄຟຟ້າ, ກະສິກຳເຕັກໂນໂລຊີສູງ ແລະ logistics.

ຈຸດໜຶ່ງທີ່ໜ້າສົນໃຈຫຼາຍຂອງແຜນງານການກະທຳ ແມ່ນທິດທາງສ້າງສາຍພົວພັນຄູ່ຮ່ວມເພື່ອອະນາຄົດທີ່ຍືນຍົງ. ສອງປະເທດຈະເສີມຂະຫຍາຍການຮ່ວມມືດ້ານການຫັນປ່ຽນດິຈິຕອນ, ນະວັດຕະກຳ, ປັນຍາປະດິດ, ເສດຖະກິດດິຈິຕອນ, ພະລັງງານສະອາດ, ການເງິນສີຂຽວ, ສາທາລະນະສຸກ ແລະ ວິທະຍາສາດ - ເຕັກໂນໂລຊີ. ເຫຼົ່ານີ້ລ້ວນແຕ່ເປັນຂົງເຂດຍຸດທະສາດ ທີ່ຈະກຳນົດຂີດຄວາມສາມາດແຂ່ງຂັນຂອງແຕ່ລະປະເທດໃນຫຼາຍທົດສະວັດຕໍ່ໜ້າ.

ນອກຈາກນັ້ນ, ຂ້າພະເຈົ້າເຫັນວ່າ ການແລກປ່ຽນປະຊາຊົນຍັງຕ້ອງເປັນສາຍໃຍທີ່ຮ້ອຍຮຽງຕະຫຼອດ. ການຂະຫຍາຍການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ມະຫາວິທະຍາໄລ ແລະ ວິສາຫະກິດ, ການຊຸກຍູ້ການຮຽນພາສາຫວຽດນາມ ແລະ ພາສາໄທ, ການອະນຸລັກບັນດາຮ່ອງຮອຍທີ່ຜູກພັນກັບປະທານ ໂຮ່ຈິມິນ ຢູ່ ໄທ, ພ້ອມທັງການສົ່ງເສີມບົດບາດຂອງຊຸມຊົນຊາວໄທເຊື້ອສາຍຫວຽດນາມຫຼາຍກວ່າ 100.000 ຄົນ ຈະສ້າງພື້ນຖານທາງສັງຄົມທີ່ໝັ້ນຄົງໃຫ້ແກ່ສາຍພົວພັນສອງປະເທດ.

ເປີດກວ້າງຂົວຕໍ່ແຫ່ງການຮ່ວມມື ຫວຽດນາມ - ໄທ ຢູ່ແຂວງ ຮ້ອຍເອັດ (Roi Et) ເປີດກວ້າງຂົວຕໍ່ແຫ່ງການຮ່ວມມື ຫວຽດນາມ - ໄທ ຢູ່ແຂວງ ຮ້ອຍເອັດ (Roi Et)
ຍສໝ - ພາຍໃຕ້ຂອບເຂດໂຄງການເພີ່ມທະວີການເຊື່ອມຕໍ່ທ້ອງຖິ່ນ ຫວຽດນາມ - ໄທ, ແຕ່ວັນທີ 5-6/6/2026, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ຂອນແກ່ນ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບການນຳແຂວງ ຮ້ອຍເອັດ, ພ້ອມທັງເຂົ້າຮ່ວມບັນດາກິດຈະກຳທາງດ້ານວັດທະນະທຳຢູ່ພາຍໃດທ້ອງຖິ່ນ.
ນຳພາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ ໃຫ້ຂະຫຍາຍຕົວຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ ນຳພາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ ໃຫ້ຂະຫຍາຍຕົວຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ໄດ້ເຂົ້າຕ້ອນຮັບ ທ່ານນາຍົກລັດຖະມົນຕີໄທ Anutin Charnvirakul ທີ່ພວມເດີນທາງມາຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ຄັ້ງທີ 3.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ