ສີສັນເຄື່ອງນຸ່ງໃນ 50 ປີ ຫວຽດນາມ - ໄທ

14:08 | 07/08/2026

ຍສໝ - ວັນທີ 6/8, ງານວາງສະແດງ “ສານສາຍໃຍມິດຕະພາບ: ເຊີດຊູ 50 ປີແຫ່ງສາຍພົວພັນການທູດ ຫວຽດນາມ - ໄທ” ໄດ້ໄຂຂຶ້ນຢູ່ ຮ່າໂນ້ຍ, ແນະນຳເຄື່ອງນຸ່ງປະເພນີ ແລະ ຈຸດຄ້າຍຄືກັນດ້ານວັດທະນະທຳລະຫວ່າງສອງປະເທດ. ເຫດການຍັງເນັ້ນໜັກບົດບາດຂອງການແລກປ່ຽນປະຊາຊົນໃນເສັ້ນທາງເຄິ່ງສະຕະວັດແຫ່ງສາຍພົວພັນສອງຝ່າຍ.

ການແລກປ່ຽນປະຊາຊົນ ເສີມສ້າງສາຍພົວພັນ ຫວຽດນາມ - ໄທ 50 ປີ ຫວຽດນາມ - ໄທ ຮ່ວມເດີນໜ້າພັດທະນາ

ທ່ານ Sophon Zaram, ປະທານສະພາແຫ່ງຊາດ ຄວບຕຳແໜ່ງປະທານສະພາຕ່ຳໄທ ເຂົ້າຮ່ວມ ແລະ ກ່າວຄຳປາໄສໃນພິທີໄຂ ໃນຂອບເຂດການຢ້ຽມຢາມຫວຽດນາມຢ່າງເປັນທາງການ. ໂຄງການດັ່ງກ່າວຈັດໂດຍສະຖານເອກອັກຄະລັດຖະທູດໄທປະຈຳຫວຽດນາມ ສົມທົບກັບຫໍພິພິທະພັນແມ່ຍິງຫວຽດນາມ.

ເຂົ້າຮ່ວມງານຍັງມີ ທ່ານນາງ ຫງວຽນທິແທງ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ທ່ານນາງ ຮ່າທິງາ, ກຳມະການສູນກາງພັກ, ຮອງປະທານ - ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປິຕຸພູມຫວຽດນາມ; ທ່ານນາງ Urawadee Sriphiromaya, ເອກອັກຄະລັດຖະທູດໄທປະຈຳຫວຽດນາມ; ທ່ານ ຫງວຽນວັນແທ່ງ, ປະທານສະມາຄົມມິດຕະພາບຫວຽດນາມ - ໄທ; ທ່ານ Sanan Angubolkul, ປະທານສະມາຄົມມິດຕະພາບໄທ - ຫວຽດນາມ ພ້ອມດ້ວຍຜູ້ຕາງໜ້າບັນດາອົງການ, ຈັດຕັ້ງ ແລະ ຄະນະທູຕານຸທູດປະຈຳຫວຽດນາມ.

ສີສັນເຄື່ອງນຸ່ງໃນ 50 ປີ ຫວຽດນາມ - ໄທ
ທ່ານ Sophon Zaram ປະທານສະພາແຫ່ງຊາດ ຄວບຕຳແໜ່ງປະທານສະພາຕ່ຳໄທ (ຜູ້ທີສາມຈາກຂວາ) ພ້ອມດ້ວຍບັນດາຜູ້ແທນຕັດແຖບຜ້າໄຂງານວາງສະແດງ. (ພາບ: ແທງຖາວ)

ຈຸດພົບພໍ້ໃນຊຸດປະຈຳຊາດ

ງານວາງສະແດງໄດ້ແນະນຳຊຸດປະຈຳຊາດຂອງຫວຽດນາມ ແລະ ໄທ, ຜ່ານນັ້ນເຮັດໃຫ້ເຫັນເດັ່ນຊັດເຖິງມໍລະດົກວັດທະນະທຳ, ເອກະລັກ ແລະ ແກ່ນແທ້ທາງສິລະປະຂອງແຕ່ລະປະເທດ. ບັນດາຊຸດເຄື່ອງນຸ່ງຍັງສະທ້ອນເຖິງຄວາມງາມ, ພູມປັນຍາ ແລະ ຄວາມປານີດທີ່ສັ່ງສົມຜ່ານຫຼາຍລຸ້ນຄົນ, ໂດຍສະເພາະບົດບາດຂອງແມ່ຍິງ ແລະ ປະເພນີການຕ່ຳແຜ່ນແພໃນການອະນຸລັກມໍລະດົກ.

ທ່ານນາງ Urawadee Sriphiromaya, ເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ນີ້ແມ່ນໜຶ່ງໃນບັນດາກິດຈະກຳທາງການເພື່ອສະເຫຼີມສະຫຼອງ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດຫວຽດນາມ - ໄທ, ແນໃສ່ເຊີດຊູມິດຕະພາບອັນແໜ້ນແຟ້ນ ແລະ ຄວາມຜູກພັນທາງວັດທະນະທຳລະຫວ່າງສອງປະເທດ.

ງານວາງສະແດງທີ່ຈັດຂຶ້ນໃນເດືອນ 8 ຍັງໄດ້ສະແດງຄວາມເຄົາລົບຕໍ່ສົມເດັດພະບໍລົມຣາຊິນີນາດ Sirikit ແຫ່ງປະເທດໄທ, ຜູ້ຊົງພະຣາຊະທານຊຸດປະຈຳຊາດ 8 ແບບໃຫ້ແກ່ແມ່ຍິງໄທ.

ຕາມທ່ານນາງເອກອັກຄະລັດຖະທູດແລ້ວ, ຊຸດປະຈຳຊາດໄທ ຫຼື “Chud Thai” ໄດ້ຮັບການສະເໜີຈາກລັດຖະບານໄທເພື່ອຂຶ້ນທະບຽນໃນບັນຊີມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸຂອງ UNESCO ໃນປີ 2026.

ສີສັນເຄື່ອງນຸ່ງໃນ 50 ປີ ຫວຽດນາມ - ໄທ
ທ່ານ Sophon Zaram ປະທານສະພາແຫ່ງຊາດ ຄວບຕຳແໜ່ງປະທານສະພາຕ່ຳໄທ, ທ່ານນາງ ຫງວຽນທິແທງ ຮອງປະທານສະພາແຫ່ງຊາດ ແລະ ບັນດາຜູ້ແທນເຂົ້າຊົມງານວາງສະແດງ. (ພາບ: ແທງຖາວ)

ກ່າວຄຳປາໄສທີ່ງານ, ທ່ານນາງ ຫງວຽນທິແທງ, ຮອງປະທານສະພາແຫ່ງຊາດ ເນັ້ນໜັກວ່າ ໂຄງການດັ່ງກ່າວຈັດຂຶ້ນກົງກັບວັນຄົບຮອບ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ, ໂດຍມີການເຂົ້າຮ່ວມຂອງປະທານສະພາແຫ່ງຊາດໄທ, ໄດ້ສ້າງຂີດໝາຍພິເສດ, ສະແດງເຖິງຄວາມຕັດສິນໃຈຂອງການນຳ ແລະ ປະຊາຊົນສອງປະເທດ ໃນການຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ນັບມື້ນັບເຂົ້າສູ່ເນື້ອແທ້, ມີປະສິດທິຜົນ ແລະ ຍືນຍົງ.

ຕາມທ່ານນາງແລ້ວ, ນັບແຕ່ບາດກ້າວທຳອິດໃນສາຍພົວພັນການທູດ, ຫວຽດນາມ ແລະ ໄທ ນັບມື້ນັບຜູກພັນແໜ້ນແຟ້ນ, ກາຍເປັນຄູ່ຮ່ວມມືທີ່ໄວ້ວາງໃຈເຊິ່ງກັນແລະກັນ, ຮ່ວມແບ່ງປັນຫຼາຍຜົນປະໂຫຍດ ແລະ ປະສານສົມທົບກັນປະກອບສ່ວນສ້າງປະຊາຄົມອາຊຽນທີ່ສາມັກຄີ, ເຂັ້ມແຂງດ້ວຍຕົນເອງ ແລະ ພັດທະນາຢ່າງຍືນຍົງ.

ການທີ່ສອງປະເທດຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນ 5/2025 ໄດ້ເປີດໄລຍະພັດທະນາໃໝ່, ສ້າງແຮງຊຸກດັນໃຫ້ການຮ່ວມມືສອງຝ່າຍສືບຕໍ່ເຂົ້າສູ່ລວງເລິກໃນຫຼາຍຂົງເຂດ.

ທ່ານນາງ ຫງວຽນທິແທງ, ຮອງປະທານສະພາແຫ່ງຊາດ ເຫັນວ່າ ຫົວຂໍ້ “ຖັກທໍມິດຕະພາບ: ເຊີດຊູ 50 ປີແຫ່ງສາຍພົວພັນການທູດຫວຽດນາມ - ໄທ” ມີຄວາມໝາຍເລິກເຊິ່ງ. ບັນດາຊຸດເຄື່ອງນຸ່ງທີ່ນຳມາວາງສະແດງໃນງານ ສະທ້ອນໃຫ້ເຫັນຄວາມງາມທາງວັດທະນະທຳ, ເອກະລັກ ແລະ ຄວາມປານີດຂອງແຕ່ລະຊາດ, ພ້ອມທັງເປັນສັນຍາລັກຂອງສາຍໃຍເຊື່ອມຕໍ່ລະຫວ່າງສອງປະເທດ, ສອງວັດທະນະທຳ ແລະ ສອງຊາດ.

ສີສັນເຄື່ອງນຸ່ງໃນ 50 ປີ ຫວຽດນາມ - ໄທ
ທ່ານນາງ ຫງວຽນທິແທງ ຮອງປະທານສະພາແຫ່ງຊາດ ກ່າວຄຳເຫັນໃນພິທີໄຂງານວາງສະແດງ. (ພາບ: ແທງຖາວ)

“ກໍຄືກັນກັບເສັ້ນດ້າຍແຕ່ລະເສັ້ນທີ່ຖືກຖັກທໍເປັນຜືນແພທີ່ແໜ້ນໜາ, ການພົວພັນຫວຽດນາມ - ໄທ ໃນມື້ນີ້ໄດ້ຮັບການພູມເພາະຈາກຄວາມໄວ້ວາງໃຈທາງການເມືອງ, ການຮ່ວມເດີນທາງລະຫວ່າງລັດຖະສະພາ, ລັດຖະບານຂອງສອງປະເທດ ແລະ ພິເສດແມ່ນສາຍສຳພັນອັນແໜ້ນແຟ້ນລະຫວ່າງປະຊາຊົນສອງປະເທດຜ່ານຫຼາຍລຸ້ນຄົນ” ທ່ານນາງ ຫງວຽນທິແທງ ກ່າວ.

ທ່ານນາງຍັງຕີລາຄາສູງທີ່ງານວາງສະແດງໄດ້ເຊີດຊູບົດບາດຂອງແມ່ຍິງ ແລະ ອາຊີບຕ່ຳແຜ່ນແພພື້ນເມືອງ - ສັນຍາລັກຂອງເອກະລັກວັດທະນະທຳ, ຄວາມດຸໝັ່ນ, ຄວາມຊຳນິຊຳນານ ແລະ ພະລັງແຫ່ງການສ້າງສັນ, ພ້ອມທັງເປັນຂົວເຊື່ອມລະຫວ່າງປະເພນີ ແລະ ຄວາມທັນສະໄໝຢູ່ທັງຫວຽດນາມ ແລະ ໄທ.

ການແລກປ່ຽນປະຊາຊົນພູມເພາະການພົວພັນສອງປະເທດ

ທ່ານນາງ ຮ່າທິງາ ຮອງປະທານ - ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປິຕຸພູມຫວຽດນາມ ຖືວ່າ ງານວາງສະແດງແມ່ນໂອກາດຫວນຄືນເບິ່ງໄລຍະທາງເຄິ່ງສະຕະວັດແຫ່ງການສ້າງຕັ້ງການພົວພັນການທູດ, ເຊີດຊູບັນດາຜົນສຳເລັດແຫ່ງການຮ່ວມມື ແລະ ຢືນຢັນບັນດາຄຸນຄ່າອັນຍືນຍົງຂອງມິດຕະພາບ, ຄວາມໄວ້ວາງໃຈ ແລະ ສາຍພົວພັນອັນແໜ້ນແຟ້ນລະຫວ່າງປະຊາຊົນສອງປະເທດ.

ຕາມທ່ານນາງແລ້ວ, ມິດຕະພາບປະຊາຊົນແມ່ນພື້ນຖານອັນໝັ້ນຄົງ, ປະກອບສ່ວນຫຼໍ່ລ້ຽງ ແລະ ເຮັດໃຫ້ການພົວພັນຫວຽດນາມ - ໄທ ນັບມື້ນັບເລິກເຊິ່ງຂຶ້ນ. ພື້ນຖານດັ່ງກ່າວໄດ້ຮັບການພູມເພາະຜ່ານບັນດາການພົບປະ, ກິດຈະກຳແລກປ່ຽນວັດທະນະທຳ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ອົງການ, ວິສາຫະກິດ, ຊາວໜຸ່ມ, ແມ່ຍິງ, ນັກຮຽນ, ນັກສຶກສາ ແລະ ການເຊື່ອມສານລະຫວ່າງຊຸມຊົນປະຊາຊົນສອງປະເທດ.

ທ່ານນາງ ຮ່າທິງາ ຖືວ່າ ນັ້ນກໍແມ່ນຈິດໃຈທີ່ງານວາງສະແດງຢາກສົ່ງຕໍ່: ມິດຕະພາບລະຫວ່າງປະຊາຊົນສອງປະເທດໄດ້ສ້າງຂຶ້ນຈາກຄວາມເຂົ້າອົກເຂົ້າໃຈ, ການແບ່ງປັນ ແລະ ການຮ່ວມມືດ້ວຍຄວາມຈິງໃຈ.

ໃນຊຸມປີຜ່ານມາ, ຄະນະກຳມະການສູນກາງແນວໂຮມປິຕຸພູມຫວຽດນາມ ໄດ້ຊຸກຍູ້ການພົວພັນກັບບັນດາອົງການປະຊາຊົນ, ອົງການສັງຄົມ ແລະ ບັນດາເພື່ອນມິດໄທ; ປະສານສົມທົບຈັດຕັ້ງບັນດາກິດຈະກຳກ່ຽວກັບວຽກງານຊຸມຊົນ, ສະຫວັດດີການສັງຄົມ, ການອະນຸລັກວັດທະນະທຳ ແລະ ການຮັບມືກັບການປ່ຽນແປງດິນຟ້າອາກາດ.

ທ່ານນາງຍັງຂອບໃຈລັດຖະບານ ແລະ ອຳນາດການປົກຄອງທຸກຂັ້ນຂອງໄທ ທີ່ໄດ້ສ້າງເງື່ອນໄຂໃຫ້ຊຸມຊົນຊາວຫວຽດນາມມີຊີວິດທີ່ໝັ້ນຄົງ, ຮ່ຳຮຽນ, ເຮັດວຽກ ແລະ ດຳເນີນທຸລະກິດ; ພ້ອມທັງຮັກສາເອກະລັກວັດທະນະທຳ ແລະ ສົ່ງເສີມບົດບາດເປັນຂົວເຊື່ອມລະຫວ່າງປະຊາຊົນສອງປະເທດ.

ສີສັນເຄື່ອງນຸ່ງໃນ 50 ປີ ຫວຽດນາມ - ໄທ
ທ່ານ Sophon Zaram ປະທານສະພາແຫ່ງຊາດ ຄວບຕຳແໜ່ງປະທານສະພາຕ່ຳໄທ ກ່າວຄຳເຫັນໃນພິທີໄຂງານວາງສະແດງ. (ພາບ: ແທງຖາວ)

ກ່າວຄຳປາໄສທີ່ງານວາງສະແດງ, ທ່ານ Sophon Zaram ປະທານສະພາແຫ່ງຊາດໄທ ໃຫ້ຮູ້ວ່າ ໃນຫຼາຍທົດສະວັດຜ່ານມາ, ການພົວພັນລະຫວ່າງສອງປະເທດໄດ້ພັດທະນາຈາກມິດຕະພາບລະຫວ່າງບັນດາປະເທດເພື່ອນບ້ານ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ. ຕາມທ່ານແລ້ວ, ຄວາມໄວ້ວາງໃຈ, ການເຄົາລົບເຊິ່ງກັນແລະກັນ ແລະ ວິໄສທັດຮ່ວມ ແມ່ນພື້ນຖານຂອງການພົວພັນຫວຽດນາມ - ໄທ ໃນປັດຈຸບັນ.

ທ່ານເນັ້ນໜັກວ່າ ການຮ່ວມມືລັດຖະສະພາໄດ້ກາຍເປັນເສົາຄ້ຳສຳຄັນໜຶ່ງໃນການພົວພັນສອງຝ່າຍ. ຜ່ານການແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ, ແບ່ງປັນປະສົບການດ້ານນິຕິບັນຍັດ ແລະ ບັນດາແບບຢ່າງທີ່ດີດ້ານລັດຖະສະພາ, ອົງການນິຕິບັນຍັດຂອງສອງປະເທດໄດ້ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ຮັດແໜ້ນການແລກປ່ຽນປະຊາຊົນ ແລະ ປະກອບສ່ວນຢ່າງແທ້ຈິງເຂົ້າໃນການຮ່ວມມືເພື່ອຜົນປະໂຫຍດຮ່ວມຂອງສອງຊາດ.

ປະທານສະພາແຫ່ງຊາດໄທ ຢືນຢັນຄືນໃໝ່ຄຳໝັ້ນສັນຍາທີ່ຈະສືບຕໍ່ເພີ່ມທະວີການຮ່ວມມືກັບຫວຽດນາມໃນບັນດາຂົງເຂດ, ໃນນັ້ນມີການຮ່ວມມືລັດຖະສະພາ, ດ້ານກົດໝາຍ ແລະ ການແລກປ່ຽນປະຊາຊົນ.

ຕາມທ່ານແລ້ວ, ຂີດໝາຍ 50 ປີ ແມ່ນໂອກາດໃຫ້ສອງປະເທດພາກພູມໃຈຫວນຄືນເບິ່ງໄລຍະທາງທີ່ຜ່ານມາ, ພ້ອມທັງເລີ່ມຕົ້ນບົດໃໝ່ແຫ່ງການຮ່ວມມືສຳລັບເຄິ່ງສະຕະວັດຕໍ່ໄປ.

ສີສັນເຄື່ອງນຸ່ງໃນ 50 ປີ ຫວຽດນາມ - ໄທ
ທ່ານນາງ Urawadee Sriphiromaya ເອກອັກຄະລັດຖະທູດໄທປະຈຳຫວຽດນາມ (ຜູ້ທີສອງຈາກຂວາ) ມອບໃບຍ້ອງຍໍໃຫ້ທ່ານ ຫງວຽນວັນແທ່ງ ປະທານສະມາຄົມມິດຕະພາບຫວຽດນາມ - ໄທ. (ພາບ: ແທງຖາວ)

ໃນພິທີໄຂ, ສະຖານທູດໄທປະຈຳຫວຽດນາມ ໄດ້ມອບໃບຍ້ອງຍໍໃຫ້ທ່ານ ຫງວຽນວັນແທ່ງ ປະທານສະມາຄົມມິດຕະພາບຫວຽດນາມ - ໄທ ແລະ ທ່ານ Sanan Angubolkul ປະທານສະມາຄົມມິດຕະພາບໄທ - ຫວຽດນາມ, ເພື່ອຮັບຮູ້ບັນດາການປະກອບສ່ວນໃນການຊຸກຍູ້ການແລກປ່ຽນປະຊາຊົນລະຫວ່າງສອງປະເທດ.

ໃນການແລກປ່ຽນຢູ່ນອກເຫດການ, ທ່ານ Sanan Angubolkul ຕີລາຄາສູງການປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງສອງສະມາຄົມມິດຕະພາບ. ຕາມທ່ານແລ້ວ, ການເຊື່ອມໂຍງ ແລະ ຄວາມເຂົ້າໃຈທີ່ໄດ້ຮັບການພູມເພາະໃນຫຼາຍລະດັບ, ນັບແຕ່ປະຊາຊົນໄປຈົນເຖິງການນຳຂອງສອງປະເທດ, ແມ່ນພື້ນຖານເພື່ອໃຫ້ມິດຕະພາບ ແລະ ການແລກປ່ຽນປະຊາຊົນສືບຕໍ່ພັດທະນາ.

ສີສັນເຄື່ອງນຸ່ງໃນ 50 ປີ ຫວຽດນາມ - ໄທ
ທ່ານນາງ Urawadee Sriphiromaya ເອກອັກຄະລັດຖະທູດໄທປະຈຳຫວຽດນາມ (ຜູ້ທີສອງຈາກຂວາ) ມອບໃບຍ້ອງຍໍໃຫ້ທ່ານ Sanan Angubolkul ປະທານສະມາຄົມມິດຕະພາບໄທ - ຫວຽດນາມ. (ພາບ: ແທງຖາວ)

ຂໍ້ມູນການເຂົ້າຊົມງານວາງສະແດງ

ໄລຍະເວລາ: ແຕ່ວັນທີ 6-12/8/2026

ເວລາເປີດ: 8:00-17:00 ໂມງ ທຸກມື້

ສະຖານທີ່: ຫໍພິພິທະພັນແມ່ຍິງຫວຽດນາມ, ເລກທີ 36 ຖະໜົນລີເທື່ອງກຽດ, ຕາແສງເກືອນາມ, ຮ່າໂນ້ຍ

ປີ້ເຂົ້າຊົມ: ບໍ່ເສຍຄ່າ

ນຳພາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ ໃຫ້ຂະຫຍາຍຕົວຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ ນຳພາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ ໃຫ້ຂະຫຍາຍຕົວຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ໄດ້ເຂົ້າຕ້ອນຮັບ ທ່ານນາຍົກລັດຖະມົນຕີໄທ Anutin Charnvirakul ທີ່ພວມເດີນທາງມາຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ຄັ້ງທີ 3.
ການພົບປະແລກປ່ຽນລະຫວ່າງປະຊາຊົນ - ພື້ນຖານແຫ່ງການເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ໄທ ການພົບປະແລກປ່ຽນລະຫວ່າງປະຊາຊົນ - ພື້ນຖານແຫ່ງການເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ໄທ
ຍສໝ - ວັນທີ 17 ກໍລະກົດ, ຢູ່ທີ່ນະຄອນຫຼວງ ບາງກອກ (ປະເທດໄທ), ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ໄດ້ປະສານສົມທົບກັບ ຄະນະອັກສອນສາດ, ມະຫາວິທະຍາໄລ ຈຸລາລົງກອນ ຈັດກອງປະຊຸມສຳມະນາທາງດ້ານວິຊາການ ພາຍໃຕ້ຫົວຂໍ້ “ມຸ່ງໄປສູ່ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ໄທ ຄົບຮອບ 50 ປີ: ການເຊື່ອມຕໍ່ປະຊາຊົນ ແລະ ການແລກປ່ຽນວັດທະນະທຳ”. ກອງປະຊຸມສຳມະນາໄດ້ເນັ້ນໜັກເຖິງບົດບາດຂອງການພົບປະແລກປ່ຽນລະຫວ່າງປະຊາຊົນ, ວັດທະນະທຳ ແລະ ການຮ່ວມມືທາງດ້ານການສຶກສາ ພາຍໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ