ທ່ານ ເລຂາທິການໃຫຍ່ ໂຕເລິມ ໄດ້ຮັບການມອບລາງວັນສັນຕິພາບ Lev N. Tolstoy ປີ 2026

17:54 | 25/07/2026

ຍສໝ - ວັນທີ 24/7, ສະພາຄະນະກຳມະການຕັດສິນ ລາງວັນສັນຕິພາບສາກົນ ທີ່ມີຊື່ວ່າ Lev N.Tolstoy ໄດ້ໄຂກອງປະຊຸມ, ລົງຄະແນນສຽງເປັນເອກະພາບ ມອບລາງວັນ ປີ 2026 ໃຫ້ແກ່ ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໂຕເລິມ. ຜູ້ນຳ ຫວຽດນາມ ໄດ້ຮັບການມອບລາງວັນສາກົນອັນປະເສີດນີ້ ເພາະບັນດາການປະກອບສ່ວນຢ່າງໃຫຍ່ຫຼວງ ເຂົ້າໃນພາລະກິດປັບປຸງສັນຕິພາບ ແລະ ການຮ່ວມມື ລະຫວ່າງ ບັນດາປະຊາຊົນ.

Shangri-La 2026: ບັນດານັກຊ່ຽວຊານສາກົນຕີລາຄາສູງຕໍ່ກັບສານ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສື່ມວນຊົນຟິລິບປິນ ລົງຂ່າວຢ່າງຄຶກຄື້ນ ກ່ຽວກັບການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ
ທ່ານ ເລຂາທິການໃຫຍ່ ໂຕເລິມ ໄດ້ຮັບການມອບລາງວັນສັນຕິພາບ Lev N. Tolstoy ປີ 2026
ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ

ເຂົ້າຮ່ວມການລົງຄະແນນສຽງ ຈາກນະຄອນ ເຊັ້ນປີເຕີສະເບີກ (Saint Petersburg) ໂດຍຜ່ານຮູບແບບອອນໄລນ໌, ປະທານຄະນະກຳມະການຕັດສິນ, ຜູ້ອຳນວຍການໃຫຍ່ໂຮງລະຄອນ Bolshoi, ຜູ້ອຳນວຍການສິນລະປະ ທັງເປັນ ຜູ້ອຳນວຍການໂຮງລະຄອນ Mariinsky (Saint Petersburg), ສິນລະປິນປະຊາຊົນ ລັດເຊຍ Valery Gergiev ເນັ້ນໜັກວ່າ ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດ ທີ່ພັດທະນາຢ່າງໄວວາ ຢູ່ທີ່ເຂດອາຊີ - ປາຊີຟິກ, ພ້ອມດຽວກັນນັ້ນ ກໍຮັກສາເອກະລັກວັດທະນະທຳສະເພາະຕົວ ຢ່າງແໜ້ນແກ່ນ ພາຍໃນພາບລວມຫຼາຍສີສັນ ຂອງໂລກ. ບັນດາສະມາຊິກ ຄະນະກຳມະການຕັດສິນ ລາງວັນສັນຕິພາບສາກົນ ທີ່ມີຊື່ວ່າ Lev N. Tolstoy ຮັບຮູ້ເປັນພິເສດ ເຖິງການປະກອບສ່ວນ ຂອງຜູ້ນຳ ຫວຽດນາມ ເຂົ້າໃນພາລະກິດສ້າງສາປະເທດຊາດ, ປະກອບສ່ວນຢ່າງປະສົບຜົນສຳເລັດ ເຂົ້າໃນພາລະກິດ ເພື່ອຄວາມຍຸຕິທຳ ຢູ່ເທິງໂລກ, ເຄົາລົບກົດໝາຍສາກົນ, ໂຄສະນາອອກສູ່ໂລກ ກ່ຽວກັບມູນເຊື້ອຮັກສັນຕິພາບ, ມະນຸດສະທຳ ແລະ ການເຈລະຈາ ຂອງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ.

ບັນດາຜູ້ຕາງໜ້າ ຄະນະກຳມະການຕັດສິນ ອື່ນໆ ເຊັ່ນ: ຜູ້ອຳນວຍການໃຫຍ່ ຫໍພິພິທະພັນແຫ່ງຊາດ Lev N. Tolstoy, ຜູ້ສືບເຊື້ອສາຍ ຂອງມະຫາປະພັນທະກອນ Tolstoy, ທ່ານ Vladimir Tolstoy (ລັດເຊຍ), ນັກເຄື່ອນໄຫວສັງຄົມ ຄົນຝຣັ່ງ Pierre de Gaulle, ກຳມະການຄະນະບໍລິຫານງານແຫ່ງຊາດ ພັກກອງປະຊຸມໃຫຍ່ປະຊາຊົນອາຟຣິກາ (ANC), ສະມາຊິກສະພາແຫ່ງຊາດ ອາຟຣິກາໃຕ້ Lindiwe Sisulu (ເຂົ້າຮ່ວມອອນໄລນ໌) ພາຍໃນບັນດາຄຳເຫັນ ໄດ້ເນັ້ນໜັກພາລະກິດປົກປ້ອງ ແລະ ຮັກສາບັນດາຄຸນຄ່າມະນຸດສະທຳແກ່ນສານ ທີ່ບັນດາບຸກຄົນປະຫວັດສາດ, ເຊັ່ນ: ມະຫາປະພັນທະກອນ Lev Tolstoy ພ້ອມກັບຫຼາຍຜູ້ຕາງໜ້າ ຂອງບັນດາປະຊາຊົນອື່ນໆ, ໄດ້ອຸທິດຫຼາຍບົດປະພັນທີ່ມີຊື່ສຽງ ຂອງຕົນ ເພື່ອກະຈາຍໄປເຖິງມວນມະນຸດ.

ພວກເພິ່ນ ກໍຮັບຮູ້ເປັນພິເສດ ເຖິງຜົນສຳເລັດ ຂອງ ຫວຽດນາມ ພາຍໃນການພັດທະນາ ແລະ ການເຊື່ອມໂຍງ. ປະເທດຊາດອາຊີ ທີ່ເກືອບຄືວ່າຖືກທຳລາຍຢ່າງຄົບຖ້ວນ ພາຍໃນສົງຄາມ, ແຕ່ໄດ້ຟື້ນຟູ ແລະ ໃຫ້ເຫັນການເຕີບໂຕທາງເສດຖະກິດ ຢ່າງໜ້າອັດສະຈັນ, ເປັນແຫຼ່ງບັນດານໃຈຢ່າງແທ້ຈິງ ໃຫ້ແກ່ຫຼາຍປະຊາຊົນ ຢູ່ເທິງໂລກ ພ້ອມກັນສູ້ຊົນ ພາຍໃນພາລະກິດ ເພື່ອສັນຕິພາບ. ຍ້ອນບັນດາຜົນສຳເລັດເຫຼົ່ານັ້ນ, ສະມາຊິກທຸກໆຄົນ ຂອງຄະນະກຳມະການຕັດສິນ ໄດ້ເປັນເອກະພາບ ລົງຄະແນນສຽງ ເລືອກມອບລາງວັນ Lev Tolstoy ປີ 2026 ໃຫ້ແກ່ຜູ້ນຳສູງສຸດ ຂອງ ຫວຽດນາມ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ຄືກັນກັບການຢັ້ງຢືນ ຍົກຍ້ອງຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ ແລະ ການຮ່ວມມື ລະຫວ່າງ ບັນດາປະຊາຊົນ.

ນີ້ແມ່ນຄັ້ງທີສາມ ທີ່ລາງວັນສັນຕິພາບສາກົນ ທີ່ມີຊື່ວ່າ Lev N. Tolstoy ໄດ້ຮັບການມອບ. ປີ 2024, ລາງວັນທຳອິດ ໄດ້ຮັບການມອບໃຫ້ແກ່ ສະຫະພັນອາຟຣິກາ ຍ້ອນບັນດາການປະກອບສ່ວນຢ່າງຫຼວງຫຼາຍ ເຂົ້າໃນພາລະກິດປັບປຸງສັນຕິພາບ. ປີ 2025, ບັນດາຜູ້ໄດ້ຮັບລາງວັນ ແມ່ນ ທ່ານ ປະທານາທິບໍດີ ແຫ່ງ ສາທາລະນະລັດ ກຽກກິດສະຖານ Sadyr Japarov, ທ່ານ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຕາຈິກິດສະຖານ Emomali Rahmon ແລະ ທ່ານ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອຸສເບກິດສະຖານ Shavkat Mirziyoyev. ລາງວັນ ໄດ້ຮັບການເລືອກຕັ້ງ ໂດຍສະພາສາກົນ ທີ່ປະກອບດ້ວຍບັນດານັກເຄື່ອນໄຫວທາງການເມືອງ, ສັງຄົມ ແລະ ວັດທະນະທຳ ທີ່ມີອິດທິພົນ ມາຈາກ ອາກຊັງຕິນ, ເບລາຣຸດ, ອິນເດຍ, ຈີນ, ສະຫະພັນ ລັດເຊຍ, ຝຣັ່ງ, ສາທາລະນະລັດ ອາຟຣິກາໃຕ້ ແລະ ຍີ່ປຸ່ນ.

ພິທີມອບລາງວັນ Lev Tolstoy ປີ 2026 ໃຫ້ແກ່ ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະໄດ້ຮັບການດຳເນີນ ພາຍໃນເວລາທີ່ສອດຄ່ອງ.

ຄວາມຫວັງອັນຍິ່ງໃຫຍ່ ຈາກການຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຄວາມຫວັງອັນຍິ່ງໃຫຍ່ ຈາກການຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ
ຍສໝ - ຕາມການໃຫ້ຮູ້ຂອງ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມັງເກືອງ (Nguyễn Mạnh Cường) ວ່າ, ດ້ວຍຮາກຖານແຫ່ງສາຍພົວພັນມິດຕະພາບອັນດີງາມ, ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໃນລະດັບສູງ ແລະ ທ່າແຮງບົ່ມຊ້ອນແຫ່ງການຮ່ວມມືອັນກວ້າງຂວາງຫຼາກຫຼາຍ, ການຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ຈະສ້າງກຳລັງດັນໃໝ່ຕື່ມອີກ ເພື່ອນຳພາສາຍພົວພັນ ຫວຽດນາມ - ໄທ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງຍິ່ງໆຂຶ້ນກວ່າເກົ່າ, ມຸ່ງໄປສູ່ລະດັບສູງໃໝ່ໃນຊ່ວງໄລຍະຕໍ່ໜ້າ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຢູ່ທີ່ປະເທດຟິລິບປິນ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຢູ່ທີ່ປະເທດຟິລິບປິນ
ຍສໝ -​ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ໄດ້ເດີນທາງອອກຈາກນະຄອນຫຼວງມານີລາ, ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຢູ່ທີ່ປະເທດຟິລິບປິນ ຢ່າງຈົບງາມ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ