ລັດຖະບານ ຊີ້ແຈງຄຳຊັກຖາມຂອງ ສສຊ ຕໍ່ການພັດທະນາປະເທດຊາດ

15:05 | 03/11/2020

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ມາຍັງຄະນະປະຈຳສະພາແຫ່ງຊາດ ກໍຄືພາກສ່ວນ ທີ່ກ່ຽວຂ້ອງ ໃນການເລືອກຫົວຂໍ້ ການຕິດຕາມກວດກາການຈັດຕັ້ງປະຕິບັດ ກົດໝາຍທີ່ຕິດພັນກັບ ການຄຸ້ມຄອງ ການບໍລິການໃນຮ້ານບັນເທີງ ແລະ ຮ້ານກິນດື່ມ ເປັນບັນຫາຈຸດສຸມ ແລະ ເປັນບັນຫາທີ່ມີຄວາມຈຳເປັນ ຕ້ອງໄດ້ຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ຕາມກົດໝາຍແທ້.

ລ ດຖະບານ ຊ ແຈງຄຳຊ ກຖາມຂອງ ສສຊ ຕ ການພ ດທະນາປະເທດຊາດ 7536 ສປປ.ລາວ: ເລັງໃສ່ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສິ່ງກີດຂວາງຕ່າງໆ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃນການດຶງດູດການລົງທຶນຈາກຕ່າງປະເທດ
ລ ດຖະບານ ຊ ແຈງຄຳຊ ກຖາມຂອງ ສສຊ ຕ ການພ ດທະນາປະເທດຊາດ 7536 ຂະແໜງກະສິກຳ ແລະ ປ່າໄມ້ ວາງຄາດໝາຍຜະລິດສະບຽງອາຫານ ເພື່ອແກ້ໄຂຄວາມທຸກຍາກ ແລະ ຄວາມອຶດຫິວ
ລ ດຖະບານ ຊ ແຈງຄຳຊ ກຖາມຂອງ ສສຊ ຕ ການພ ດທະນາປະເທດຊາດ 7536
ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ມາຍັງຄະນະປະຈຳສະພາແຫ່ງຊາດ ກໍຄືພາກສ່ວນ ທີ່ກ່ຽວຂ້ອງ ໃນການເລືອກຫົວຂໍ້ ການຕິດຕາມກວດກາການຈັດຕັ້ງປະຕິບັດ ກົດໝາຍທີ່ຕິດພັນກັບ ການຄຸ້ມຄອງ ການບໍລິການໃນຮ້ານບັນເທີງ ແລະ ຮ້ານກິນດື່ມ...

ຜ່ານການລົງເຄື່ອນໄຫວຕິດຕາມ ກວດກາຕົວຈິງເຫັນວ່າ: ທຸລະກິດຮ້ານບັນເທີງ ແລະ ຮ້ານກິນດື່ມ ແມ່ນມີການເຕີບໃຫຍ່ ຂະຫຍາຍຕົວທາງ ດ້ານປະລິມານ ແລະ ຄຸນນະພາບ, ພ້ອມທັງໄດ້ສ້າງລາຍຮັບ ເຂົ້າງົບປະມານແຫ່ງຊາດ, ສ້າງວຽກເຮັດງານທຳ ໃຫ້ປະຊາຊົນເປັນ ຈຳນວນຫລາຍ ແລະ ສ້າງສິ່ງອຳນວຍ ຄວາມສະດວກໃຫ້ແກ່ສັງຄົມ, ບຸກຄົນ ກໍຄືຊຸກຍູ້ສົ່ງເສີມ ການທ່ອງທ່ຽວ ຢູ່ພາຍໃນປະເທດ.

ຂໍ້ມູນດັ່ງກ່າວ, ລາຍງານໂດຍ ທ່ານ ຊົມພູ ດວງສະຫວັນ ປະທານກໍາມະທິການ ວັດທະນະທໍາ-ສັງຄົມ ຕາງໜ້າຄະນະ ປະຈຳສະພາ ແຫ່ງຊາດ ຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 2 ພະຈິກ 2020. ແຕ່ເຖິງແນວໃດກໍຕາມ, ບັນດາ ສສຊ ກໍໄດ້ສະເໜີ ໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ສືບຕໍ່ເອົາໃຈໃສ່ ຕໍ່ບາງບັນຫາທີ່ຍັງ ເປັນປະກົດການ ຫຍໍ້ທໍ້ທາງສັງຄົມ ທີ່ໄດ້ສົ່ງຜົນກະທົບທາງລົບ ແລະ ກົດໜ່ວງຖ່ວງດຶງ ການພັດທະນາ ເສດຖະກິດ-ສັງຄົມ ເປັນຕົ້ນ: ການຕັ້ງຮ້ານແບບຊະຊາຍ, ການນຳໃຊ້ປ້າຍທີ່ ບໍ່ຖືກຕ້ອງຕາມລະບຽບ, ການຫລີ້ນກິນຟຸມເຟືອຍ, ເປັນບ່ອນມົ່ວສຸມຢາເສບຕິດ, ຄ້າປະເວນີ, ຄ້າມະນຸດ, ຫລີ້ນການພະນັນ, ກໍ່ກວນອາລະອາດຕີກັນ, ປຸ້ນຈີ້, ຊິງຊັບ, ສ້າງສຽງລົບ ກວນບຸກຄົນທີ່ຢູ່ໃກ້ຄຽງ, ການນຳໃຊ້ແຮງງານເດັກ, ການແຕ່ງກາຍ ບໍ່ຖືກ ຕາມຮີດຄອງປະເພນີ ແລະ ຈອດລົດຊະຊາຍ ທີ່ສ້າງຄວາມກີດຂວາງ ໃນການຈໍລະຈອນ ແລະ ເກີດອຸບັດຕິເຫດ ຕາມທ້ອງຖະໜົນເພີ່ມຂຶ້ນ ແລະ ອື່ນໆ.

ປັດຈຸບັນ, ທົ່ວປະເທດມີຮ້ານ ກິນດື່ມທັງໝົດ 3.885 ຮ້ານ ແລະ ບັນເທີງ 244 ຮ້ານ, ເຊິ່ງທຸລະກິດດັ່ງກ່າວ ໄດ້ປະກອບສ່ວນເຂົ້າ ໃນການພັດທະນາ ເສດຖະກິດ-ສັງຄົມ, ຕິດພັນກັບການສົ່ງເສີມ ການ ທ່ອງທ່ຽວ ທາງດ້ານທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ, ສ້າງສິ່ງອຳນວຍຄວາມ ສະດວກ ໃຫ້ແກ່ການ ບໍລິການສັງຄົມ, ສ້າງວຽກເຮັດງານທຳ, ສ້າງລາຍຮັບໃຫ້ ປະຊາຊົນທາງກົງ ແລະ ທາງອ້ອມຢ່າງຫລວງຫລາຍ, ພ້ອມທັງປະກອບສ່ວນ ສ້າງລາຍຮັບເຂົ້າ ງົບປະມານແຫ່ງລັດ.

ລ ດຖະບານ ຊ ແຈງຄຳຊ ກຖາມຂອງ ສສຊ ຕ ການພ ດທະນາປະເທດຊາດ 7536 ສະຖານທູດຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 58 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ Algeria

ໃນວັນທີ 1 ພະຈິກ, ສະຖານທູດຫວຽດນາມ ປະຈຳ Algeria ໄດ້ຮ່ວມມືກັບກົມສຳເນົາແຫ່ງຊາດ ປະເທດ Algeria ຈັດງານວາງສະແດງຮູບພາບ ເພື່ອສະເຫຼີມສະຫຼອງ 58 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງຫວຽດນາມ ແລະ Algeria (28 ຕຸລາ 1962 - 28 ຕຸລາ 2020).

ລ ດຖະບານ ຊ ແຈງຄຳຊ ກຖາມຂອງ ສສຊ ຕ ການພ ດທະນາປະເທດຊາດ 7536 ນຳສົ່ງພົນລະເມືອງຫວຽດນາມ ເກືອບ 340 ຄົນມາຈາກນໍເວ, ໂມຊຳບິກ, ອາຟຣິກາໃຕ້, ກາຕາ ເພື່ອກັບຄືນປະເທດ

ຍສໝ - ໃນສອງມື້ ວັນທີ 29-30 ຕຸລາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈຳ ນໍເວ ໄດ້ປະສານສົມທົບກັບ ສະຖານທູດຫວຽດນາມ ປະຈຳໂມຊຳບິກ, ອາຟຣິກາໃຕ້, ກາຕາ ແລະ ສາຍການບິນ Qatar Airways ເພື່ອນຳສົ່ງພົນລະເມືອງຫວຽດນາມ ເກືອບ 340 ຄົນ ໄດ້ກັບຄືນປະເທດຢ່າງປອດໄພ.

ລ ດຖະບານ ຊ ແຈງຄຳຊ ກຖາມຂອງ ສສຊ ຕ ການພ ດທະນາປະເທດຊາດ 7536 ວາງສະແດງວັດຖຸພັນ, ເອກະສານລ້ຳຄ່າຢັ້ງຢືນຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ

ຍສໝ - ຕອນເຊົ້າວັນທີ 02 ພະຈິກ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ສົມທົບກັບມະຫາວິທະຍາໄລ່ດ່ານັ້ງ ຈັດງານວາງສະແດງແຜນທີ່ ແລະ ວາງສະແດງເອກະສານ “ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”.

kpl.gov.la

ເຫດການ
302 Found

Found

The document has moved here.