ທະນາຄານໂລກ ແລະກອງທຶນພື້ນຖານໂຄງລ່າງໂລກໜູນຊ່ວຍຫວຽດນາມ ລະ​ດົມ​ການ​ລົງ​ທຶນ​ພາກ​ເອ​ກະ​ຊົນ​ໃຫ້​ແກ່​ໂຄງ​ການ​ທົດ​ລອງ​ການ​ປະ​ມູນ​ລາ​ຄາ​ໄຟ​ຟ້າ​ແສງຕາ​ເວັນ

14:30 | 20/12/2019

ຍສໝ - ໃນວັນທີ 18 ທັນວາ 2019, ທະນາຄານໂລກ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ຄະນະຊີ້ນຳກອງທຶນພື້ນຖານໂຄງລ່າງທົ່ວໂລກ (GIF) ໄດ້ອະນຸມັດ ບ້ວງເງິນອຸປະຖຳ 1,5 ລ້ານ USD ໜູນຊ່ວຍທະນາຄານໂລກ ແລະ ລັດຖະບານ ຫວຽດນາມ ປະຕິບັດໂຄງການທົດລອງການປະມູນລາຄາໄຟຟ້າແສງຕາເວັນ.

ທະນາຄານໂລກ ແລະກອງທຶນພື້ນຖານໂຄງລ່າງໂລກໜູນຊ່ວຍຫວຽດນາມ ລະ​ດົມ​ການ​ລົງ​ທຶນ​ພາກ​ເອ​ກະ​ຊົນ​ໃຫ້​ແກ່​ໂຄງ​ການ​ທົດ​ລອງ​ການ​ປະ​ມູນ​ລາ​ຄາ​ໄຟ​ຟ້າ​ແສງຕາ​ເວັນ

ພາບປະກອບ

ກອງທຶນພື້ນຖານໂຄງລ່າງທົ່ວໂລກໄດ້ສົມທົບກັບຄະນະພະລັງງານຂອງ ທະນາຄານໂລກໜູນຊ່ວຍ ລັດຖະບານຫວຽດນາມ ອອກແບບ ແລະ ສ້າງໂຄງການປະມູນເພື່ອແນໃສ່ຫັນປ່ຽນແຕ່ກົນໄກຕາຕະລາງລາຄາໄຟຟ້າໜູນຊ່ວຍ ໄປສູ່ກົນໄກປະມູນ ແກ້ງແຍ້ງເພື່ອພັດທະນາໄຟຟ້າແສງຕາເວັນແບບຍືນຍົງ. ໂຄງການນີ້ປະກອບສ່ວນ ຊ່ວຍໃຫ້ ຫວຽດນາມແກ້ໄຂບັນຫາ ພະລັງງານ ແລະ ຊຸກຍູ້ການພັດທະນາແບບກວມລວມ ດ້ວຍການສ້າງສະພາບແວດລ້ອມສະດວກໃຫ້ແກ່ພາກເອກະຊົນເຂົ້າຮ່ວມ.

GIF ສົມທົບກັບຄະນະພະລັງງານຂອງ WB ຈະໜູນຊ່ວຍລັດຖະບານຫວຽດນາມ ອອກແບບ ແລະກໍ່ສ້າງໂຄງການປະມູນລາຄາເພື່ອແນໃສ່ຫັນປ່ຽນຈາກກົນໄກຕາຕະລາງລາຄາໄຟຟ້າໜູນຊ່ວຍມາເປັນການປະມູນແກ່ງແຍ້ງກັນພັດທະນາໄຟຟ້າແສງຕາເວັນແບບຍືນຍົງ. ໂຄງການນີ້ໄດ້ປະກອບສ່ວນຊ່ວຍຫວຽດນາມ ແກ້ໄຂບັນຫາພະລັງງານ ແລະຊຸກຍູ້ການພັດທະນາແບບກວມລວມດ້ວຍການສ້າງສະພາບແວດລ້ອມທີ່ສະດວກໃຫ້ພາກເອກະຊົນເຂົ້າຮ່ວມ.

(ໄຊພອນ)

ເຫດການ
302 Found

Found

The document has moved here.