ທະນາຄານໂລກ ອະນຸມັດເງິນກູ້ສຸກເສີນ 18 ລ້ານໂດລາ ໃຫ້ ສປປ.ລາວ ປະເຊີນໜ້າການລະບາດ COVID-19

11:15 | 08/04/2020

ຍສໝ - ໃນວັນທີ 7 ເມສາ 2020 ທີ່ກະຊວງການເງິນ ສປປ.ລາວ, ໄດ້ຈັດຂຶ້ນພິທີເຊັນສັນຍາ ອະນຸມັດເງິນກູ້ສຸກເສີນ ຈຳນວນ 18 ລ້ານໂດລາສະຫະລັດໃຫ້ ສປປ.ລາວ ເພື່ອຊ່ວຍຍົກລະດັບຄວາມອາດສາມາດໃນການທັກສະການປິ່ນປົວຂອງແພດໝໍປະເທດລາວ ນຳອີກດ້ວຍ, ເພື່ອຮັບມື ແລະ ຄວບຄຸມການຕິດເຊື້ອພະຍາດ COVID-19.

ທະນາຄານໂລກ ອະນ ມ ດເງ ນກ ສ ກເສ ນ 18 ລ ານໂດລາ ໃຫ ສປປ ລາວ ປະເຊ ນໜ າການລະບາດ covid 19 ສປປ.ລາວ ຕີລາຄາສູງຕໍ່ການສະໜັບສະໜູນ ຂອງວິສາຫະກິດຫວຽດນາມ ໃນການສະກັດກັ້ນພະຍາດ Covid-19
ທະນາຄານໂລກ ອະນ ມ ດເງ ນກ ສ ກເສ ນ 18 ລ ານໂດລາ ໃຫ ສປປ ລາວ ປະເຊ ນໜ າການລະບາດ covid 19 ຫວຽດນາມໄດ້ຮັບການຊ່ວຍເຫຼືອ ມີຄຸນຄ່າກວ່າ 30 ລ້ານໂດລາ ເພື່ອປ້ອງກັນຄວາມປ່ຽນແປງອາກາດ

ໃນພິທີເຊັນສັນຍາ, ທ່ານ ບຸນໂຈມ ອຸບົນປະເສີດ, ຮອງລັດຖະມົນຕີກະຊວງການເງິນ ສປປ.ລາວ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງທັນການຂອງທະນາຄານໂລກ, ຊຶ່ງຈະຊ່ວຍໃຫ້ລະບົບສາທາລະນະສຸກພາຍໃນປະເທດມີຄວາມເຂັ້ມແຂງ, ຊຶ່ງລັດຖະບານ ສປປ.ລາວ ໄດ້ວາງມາດຕະການເຂັ້ມງວດ ແລະ ຈຳເປັນເພື່ອຮັບມືກັບໂລກລະບາດນີ້.

ທະນາຄານໂລກ ອະນ ມ ດເງ ນກ ສ ກເສ ນ 18 ລ ານໂດລາ ໃຫ ສປປ ລາວ ປະເຊ ນໜ າການລະບາດ covid 19

ພິທີເຊັນສັນຍາອະນຸມັດເງິນກູ້ສຸກເສີນ 18 ລ້ານໂດລາ ໃຫ້ ສປປ.ລາວ ປະເຊີນໜ້າການລະບາດ COVID-19.

(ພາບ: ວາລະສານຫວຽດນາມ - ລາວ)

ທ່ານ ບຸນໂຈມ ອຸບົນປະເສີດ ໃຫ້ຮູ້ວ່າ ປັດຈຸບັນສະພາບການແຜ່ລະບາດຂອງພະຍາດ COVID-19 ສົ່ງຜົນກະທົບດ້ານເສດຖະກິດ-ສັງຄົມ ສໍາລັບ 200 ກວ່າປະເທດໃນທົ່ວໂລກ. ໃນນັ້ນ ປະເທດລາວເປັນປະເທດໜຶ່ງ ທີ່ຮັບຜົນກະທົບເຊັ່ນດຽວກັນ. ລັດຖະບານ ສປປ.ລາວ ໄດ້ມີວິທີການແກ້ໄຂຢ່າງມີປະສິດທິຜົນ ເພື່ອຄວບຄຸມ ແລະ ສະກັດກັ້ນການຕິດເຊື້ອພະຍາດ COVID-19, ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ. ສະນັ້ນ, ການຮ່ວມແຮງຮ່ວມໃຈຂອງທຸກພາກສ່ວນໃນເວລານີ້, ໂດຍສະເພາະແມ່ນການ ສະຫນັບສະຫນູນ ເງິນກູ້ສຸກເສີນ 18 ລ້ານໂດລາ ໂດຍທະນາຄານໂລກໃຫ້ ແກ່ ສປປ.ລາວ ເປັນສິ່ງທີ່ສໍາຄັນໃນການຕ້ານການແຜ່ລະບາດ ຂອງພະຍາດ COVID-19.

ທ່ານ ບຸນໂຈມ ອຸບົນປະເສີດ ໃຫ້ຮູ້ວ່າ ຈຳນວນເງິນໜູນຊ່ວຍດັ່ງກ່າວ ຈາກ ທະນາຄານໂລກ ເຊິ່ງໄດ້ລັດຖະບານ ສປປ.ລາວ ນຳໃຊ້ໃນການກຽມພ້ອມຂອງບັນດາກິດຈະກໍາຕ່າງໆ ໃນການຮັບມືກັບເຫດສຸກເສີນ ກໍ່ຄື ການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ, ການກວດຫາກໍລະນີຕິດເຊື້ອ ແລະ ການຊອກຫາຜູ້ທີ່ໄດ້ໃກ້ຊິດກັບຜູ້ຕິດເຊື້ອ, ການຄຸ້ມຄອງກໍລະນີຜູ້ຕິດເຊື້ອ ແລະ ການສື່ສານ, ແລະ ຍັງຈະຊ່ວຍຍົກລະດັບຄວາມອາດສາມາດໃນການທັກສະການປິ່ນປົວ ຂອງແພດໝໍປະເທດລາວ.

ທ່ານ ບຸນໂຈມ ອຸບົນປະເສີດ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງທັນການຂອງທະນາຄານໂລກ, ຊຶ່ງຈະຊ່ວຍໃຫ້ລະບົບສາທາລະນະສຸກພາຍໃນປະເທດມີຄວາມເຂັ້ມແຂງ, ຊຶ່ງລັດຖະບານສປປ ລາວ ໄດ້ວາງມາດຕະການເຂັ້ມງວດ ແລະ ຈຳເປັນເພື່ອຮັບມືກັບໂລກລະບາດນີ້.

ທະນາຄານໂລກ ອະນ ມ ດເງ ນກ ສ ກເສ ນ 18 ລ ານໂດລາ ໃຫ ສປປ ລາວ ປະເຊ ນໜ າການລະບາດ covid 19 ຫວຽດ​ນາມ ໜູນ​ຊ່ວຍ​ລາວ ​ອຸ​ປະກອນ​ການ​​ແພດ​ເພື່​ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid– 19

ຍສໝ - ໃນຕອນເຊົ້າວັນທີ 4 ເມສາ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ມອບເຄື່ອງອຸປະກອນການແພດ ໃຫ້ແກ່ລັດຖະບານ ແລະ ປະຊາຊົນ ສປປ. ລາວ ເພື່ອຮັບມືກັບການລະບາດຂອງ Covid-19.

ທະນາຄານໂລກ ອະນ ມ ດເງ ນກ ສ ກເສ ນ 18 ລ ານໂດລາ ໃຫ ສປປ ລາວ ປະເຊ ນໜ າການລະບາດ covid 19 ທະນາຄານພັດທະນາອາຊີ ໝັ້ນໝາຍວ່າ ຈະໜູນຊ່ວຍຫວຽດນາມ ຮັບມືກັບໂລກລະບາດ Covid – 19

ຍສໝ - ໃນການແຈ້ງການ ວັນທີ 24 ມີນານີ້, ທະນາຄານພັດທະນາອາຊີ (ADB) ກ່າວວ່າ ຈະກຽມພ້ອມ ແລ້ວ ທີ່ໃຫ້ການສະໜັບສະໜູນ ຢ່າງທັນເວລາ ຕໍ່ລັດຖະບານ ຫວຽດນາມ ເພື່ອຕອບສະໜອງຕໍ່ການລະບາດພະຍາດ Covid-19.

ທະນາຄານໂລກ ອະນ ມ ດເງ ນກ ສ ກເສ ນ 18 ລ ານໂດລາ ໃຫ ສປປ ລາວ ປະເຊ ນໜ າການລະບາດ covid 19 ໜັງ​ສື​ພິມ​ເຢຍ​ລະ​ມັນ​ຍ້ອງຍ​ໍ​ຊົມ​ເຊີຍຫວຽດ​ນາມ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid -19

ຍສໝ - ໜັງສືພິມລາຍວັນ Junge Welt ຂອງເຢຍລະມັນໄດ້ມີບົດຂຽນຍ້ອງຍໍຊົມເຊີຍການກະທຳຢ່າງທັນການແລະຂ້ຽວຂາດຂອງຫວຽດນາມໃນບັ້ນສະກັດກັ້ນໂລກລະບາດ Covid – 19 ທີ່ອັນຕະລາຍນີ້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.