ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເສດ​ຖະ​ກິດ ແລະ ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ ຫວຽດ​ນາມ - ຣູ​ມາ​ນີ

20:07 | 20/10/2020

ຍ​ສ​ໝ - ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມດັ້ງ​ເຈິ່ນ​ຟອ​ງ​ໄດ້​ເຂົ້າ​ຮ່ວມ​ພິ​ທີເປ​ີດ​ສະຫຼອງ ງານ​ວາງ​ສະ​ແດງ​ກ່ຽວ​ກັບ​ບັນ​ດາ​ເຫດ​ການ​ໃໝ່​ເປັນ​ຕົ້ນ​ແມ່ນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ຣູ​ມາ​ນີ, ສ້າງ​ຜົ​ນ​ສຳ​ເລັດ​ເສດ​ຖະ​ກິດ - ສັງ​ຄົມ, ພາບ​ພົດ​ປະ​ເທດ​ຊາດ, ຊາວ ແລະ ວັດ​ທະ​ນະ​ທຳ​ຫວຽດ​ນາມ.

ສະ​ວິດ​ ຕີ​ລາ​ຄາ​ສູງ ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ ຂອງ ຫວຽດ​ນາມ
ສັບປະດາດຳເນີນທຸລະກິດ ສ.ເກົາຫຼີ - ອາຊຽນ ແລະ ອິນເດຍ 2020
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເສດ​ຖະ​ກິດ ແລະ ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ ຫວຽດ​ນາມ - ຣູ​ມາ​ນີ
ກອງ​ປະ​ຊຸມ​ສຳ​ມະ​ນາ​ວົງ​ມົນຢູ່​ແຂວງ Neamt (ພາບ:TTXVN)

ໃນ​ລະ​ຫວ່​າງວັນ​ທີ 14 – 17 ຕຸ​ລາ, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ຣູ​ມາ​ນີ ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ໃນ​ໂຄງ​ການ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ - ຣູ​ມາ​ນີ. ຄະ​ນະ​ຜູ້​ແທນ ຫວຽດ​ນາມ ໂດຍ​ທ່ານ ດັ້ງ​ດິ່ງ​ຟອງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ​ໄດ້​ນຳ​ໜ້າ​ຄະ​ນະ​ມາ​ຢ້ຽມ​ຢາມ​ແຂວງ Neamt, ເມືອງ​ເອກ​ຂອງ​ເຂດ​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ຣູ​ມາ​ນີ​, ເພ​ື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ເສດ​ຖະ​ກິດ ແລະ ແລ​ກ​ປ່ຽນ​ວັດ​ທະ​ນະ​ທຳ ລະ​ຫວ່າງ ສອງ​ປະ​ເທດ ກໍ່​ຄື​ບັນ​ດາ​ທ​້ອງ​ຖິ່ນ.

ວັນ​ທີ 15 ຕຸ​ລາ, ທ່ານ ດັ້ງ​ເຈິ່ນ​ຟອງ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ George Lazar ຜູ້​ຕາງ​ໜ້າ​ລັດ​ຖະ​ບານ ຢູ່​ແຂວງ Neamt ແລະ ທ່ານ ຮອງ​ເຈົ້າ​ແຂວງ Laurentiu Dulama ແລະ ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນຫຼາຍ​ທ່ານ​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ແຜນ​ການ​ຮ່ວມ​ມື​ຢ່າງ​ລະ​ອຽດ​ກ່ຽວ​ກັບ​ເສດ​ຖະ​ກິດ ແລະ ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ພົວ​ພັນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ ແຂວງ Neamt ແລະ ຫວຽດ​ນ​າມ. ໃນ​ນັ້ນ​ມີການສົ່​ງ​ເສີມ​ການ​ສ້າງ​ການ​ພົວ​ພັນ​ຮັກ​ສ່ຽວ​ລະ​ຫວ່າງ ແຂວງ Neamt ແລະ ແຂວງ​ໄທ​ງວຽນ ຂອງ​ຫວຽດ​ນາມ. ເນື່ອງ​ໃນ​ໂອ​ກາ​ດນີ້, ທ່ານ ດັ້ງ​ເຈິ່ນ​ຟອ​ງ​ໄດ້​ເຂົ້າ​ຮ່ວມ​ພິ​ທີເປ​ີດ​ສະຫຼອງ ງານ​ວາງ​ສະ​ແດງ​ກ່ຽວ​ກັບ​ບັນ​ດາ​ເຫດ​ການ​ໃໝ່​ເປັນ​ຕົ້ນ​ແມ່ນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ຣູ​ມາ​ນີ, ສ້າງ​ຜົ​ນ​ສຳ​ເລັດ​ເສດ​ຖະ​ກິດ - ສັງ​ຄົມ, ພາບ​ພົດ​ປະ​ເທດ​ຊາດ, ຊາວ ແລະ ວັດ​ທະ​ນະ​ທຳ​ຫວຽດ​ນາມ.

ວັນ​ທີ 16 ຕຸ​ລາ, ກອງ​ປະ​ຊຸມ​ສຳ​ມະ​ນາ​ວົງ​ມົນ​ໂດຍ​ສະ​ຖານ​ທູດ​ຫວຽດ​ນາມ ແລະ ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ແຂວງ Neamt ສົມ​ທົບ​ກັນ​ຈັດ​ຕັ້ງ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າ​ລັດ​ຖະ​ບານ​ຢູ່​ແຂວງ ແລະ ວິ​ສາ​ຫະ​ກິດ​ກ່​ວາ 20 ແຫ່ງ​ທີ່​ຕາງ​ໜ້າ​ໃຫ້​ບັນ​ດາ​ຂະ​ແໜງ​ດີ​ເດັ່ນ​ຂອງ​ທ້ອງ​ຖິ່ນ. ບັນ​ດາ​ການ​ປຶກ​ສາ​ຫາ​ລື​ໄດ້​ສຸ​ມ​ໃສ່​ຕີ​ລາ​ຄາ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ ແລະ ຣູ​ມາ​ນີ, ແງ່​ຫວັງ​ໃນ​ການ​ຮ່ວມ​ມື​ກ່ຽວ​ກັບ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ ແລະ ແຮງ​ງານ.

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ທ່ານ Suga Yoshihide ກໍ່ແມ່ນນາຍົກລັດຖະມົນຕີຄົນທີ 2 ເລືອກ ຫວຽດນາມ ເປັນປະເທດໄປຢ້ຽມຢາມຄັ້ງທຳອິດພາຍຫລັງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ.

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ຢູ່ທະ​ເລ ແລະ ອາ​ຊີບ​ຫາ​ປາ

ຍສ​ໝ - ລັດຖະບານອິນໂດເນເຊຍເອົາໃຈໃສ່ເປັນພິເສດເຖິງການພົວພັນຄູ່ຮ່ວມມືຍຸດທະສາດ ແລະການຮ່ວມມືຫຼາຍດ້ານກັບຫວຽດນາມ, ສະນັ້ນກະຊວງທະເລ ແລະການປະມົງອິນໂດເນເຊຍປາດຖະໜາຢາກຊຸກຍູ້ ແລະ ນຳການພົວພັນຮ່ວມມືກັບຫວຽດນາມຂຶ້ນ​ສູ່​ ລະດັບສູງໃໝ່ ໃນການຫາປາ, ການລ້ຽງປາ ແລະການນຳເຂົ້າ ແລະສົ່ງອອກສິນໃນນ້ຳເພື່ອຜົນປະໂຫຍດຂອງຊາວກະສິກອນ ແລະຊາວປະມົງຂອງສອງປະເທດ

ຫວຽດ​ນາມ ລື່ມ​ກາຍ ສິງ​ກະ​ໂປ, ມາ​ເລ​ເຊຍ ກາຍ​ເປັນ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ທີ 4 ໃນພາກ​ພື້​ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວ່າງແລ້ວນີ້, ກອງທຶນເງິນຕາສາກົນ (IMF) ໄດ້ປະກາດບົດລາຍງານແງ່ຫວັງເສດຖະກິດໂລກປີ 2020 ສະບັບອັບເດດຫຼ້າສຸດ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.