ລາວ-ຈີນ ສືບຕໍ່ຜັນຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍ

09:35 | 15/10/2020

ໂດຍຕອບສະໜອງ ຕາມການເຊື້ອເຊີນຂອງ ສະຫາຍ ສະເຫລີມໄຊ ກົມມະສິດ ລັດຖະ ມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເພື່ອເປັນການສືບຕໍ່ ຜັນຂະຫຍາຍສາຍພົວພັນຮ່ວມມື ຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ກໍຄື ການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ແໜ້ນແຟ້ນ ແລະ ເຂົ້າສູ່ລວງເລິກຍິ່ງໆຂຶ້ນ, ສະຫາຍ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນລະຫວ່າງວັນທີ 13-14 ຕຸລາ 2020.

ລາວ ຈ ນ ສ ບຕ ຜ ນຂະຫຍາຍສາຍພ ວພ ນຮ ວມມ ສອງຝ າຍ ປະທານປະເທດ ເຂົ້າຮ່ວມກອງປະຊຸມສໍາມະນາ ສາກົນທາງໄກ ຂອງບັນດາພັກການເມືອງ
ລາວ ຈ ນ ສ ບຕ ຜ ນຂະຫຍາຍສາຍພ ວພ ນຮ ວມມ ສອງຝ າຍ ຄະນະສະເພາະກິດລະຫວ່າງກະຊວງສໍາຫຼວດຈຸດຕັດເຂດຊາຍແດນຂອງສາມປະເທດຫວຽດນາມ - ລາວ - ຈີນ ເຮັດວຽກກັບແຂວງດຽນບຽນ

ໃນວັນທີ 14 ຕຸລາ 2020, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ສະຫາຍ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ມີການພົບປະສອງຝ່າຍ ກັບ ສະຫາຍ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປ ຈີນ.

ໃນໂອກາດນີ້, ສະຫາຍ ລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຄັ້ງທີ 2 ຂອງ ສະຫາຍ ລັດຖະມົນຕີ ຫວັງ ອີ້ ໃນປີ 2020 ນີ້, ໂດຍຄັ້ງທີ 1 ໄດ້ມີການການພົບປະສອງຝ່າຍ ໃນເດືອນກຸມພາ ທີ່ຜ່ານມາ ໃນໂອກາດເຂົ້າຮ່ວມ ກອງປະຊຸມ ລັດຖະມົນຕີ ຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5, ລວມທັງກອງປະຊຸມສະໄໝພິເສດ ອາຊຽນ-ຈີນ ວ່າດ້ວຍການລະບາດ ຂອງພະຍາດ ໂຄວິດ-19 ທີ່ ນະ ຄອນຫລວງວຽງຈັນ. ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນແບບຄູ່ຮ່ວມມື ຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ແລະ ຈີນ-ລາວ ລະຫວ່າງ ສອງພັກ ແລະ ສອງລັດຖະບານ ກໍຄື ປະຊາຊົນສອງຊາດ, ຊຶ່ງນັບມື້ນັບໄດ້ຮັບ ການເສີມຂະຫຍາຍ ດ້ວຍຄຸນນະພາບໃໝ່ ຢ່າງບໍ່ຢຸດຢັ້ງ, ໂດຍໄດ້ສະແດງອອກ ໃນການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງ ຂອງສອງປະເທດ ຢ່າງເປັນປົກກະຕິ. ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນ ຕໍ່ຂໍ້ລິເລີ່ມທີ່ ສະຫາຍ ລັດຖະມົນຕີ ຫວັງ ອີ້ ໄດ້ສະເໜີຢູ່ໃນກອງປະຊຸມສາກົນ ຜ່ານລະບົບທາງໄກ ກ່ຽວກັບຄວາມໝັ້ນຄົງ ທາງດ້ານຂໍ້ມູນຂ່າວສານສາກົນ (Global Initiative on Data Security), ໃນວັນທີ 08 ກັນຍາ 2020 ຜ່ານມາ, ຊຶ່ງເປັນຂໍ້ລິເລີ່ມທີ່ມີ ຄວາມໝາຍຄວາມສໍາຄັນ ແລະ ເປັນປະໂຫຍດຕໍ່ກັບຫລາຍປະເທດ ໃນພາກພື້ນ ແລະ ສາກົນ ໃນການພັດທະນາ ເສດຖະກິດ-ສັງຄົມ ເພື່ອຄວາມກ້າວໜ້າ ທາງເຕັກໂນໂລຊີ, ຄວາມປອດໄພ ທາງດ້ານຂໍ້ມູນຂ່າວສານ, ລວມທັງຄວາມໝັ້ນຄົງ ຂອງຊາດ ແລະ ຜົນປະໂຫຍດສ່ວນລວມ.

ລາວ ຈ ນ ສ ບຕ ຜ ນຂະຫຍາຍສາຍພ ວພ ນຮ ວມມ ສອງຝ າຍ

ລາວ-ຈີນ ສືບຕໍ່ຜັນຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍ. (ພາບ:KPL)

ພ້ອມກັນນີ້, ສປປ ລາວ ຍັງໄດ້ສະແດງການ ສະໜັບສະໜູນ ຢ່າງເຕັມປ່ຽມ ຕໍ່ເນື້ອໃນບົດປາໄສຂອງ ສະຫາຍ ປະທານປະເທດ ສີ ຈິ້ນຜິງ ທີ່ໄດ້ກ່າວຜ່ານ ກອງປະຊຸມທາງໄກ ໃນໂອກາດວັນສ້າງ ຕັ້ງ ສປຊ ຄົບຮອບ 75 ປີ ໂດຍສະເພາະແມ່ນ ຄຳເຫັນທີ່ສຳຄັນໃນ 6 ຈຸດໃຫຍ່ ຄື: 1.) ການເປັນຄູ່ຮ່ວມ ຊະຕາກໍາຂອງມວນມະນຸດ; 2.) ການຮ່ວມມືຕ່າງຝ່າຍ ຕ່າງມີຜົນປະໂຫຍດ; 3.) ການສົ່ງເສີມການຄ້າຫລາຍຝ່າຍ; 4.) ແນວຄິດການພັດທະນາແບບໃໝ່; 5.) ການຮ່ວມມື ໃນຂອບຫລາຍຝ່າຍ; ແລະ 6.) ການສະໜັບສະໜູນ ຄວາມເປັນແກນກາງ ຂອງສະຫະປະຊາຊາດ ແລະ ອື່ນໆ. ພ້ອມກັນນັ້ນ, ສອງຝ່າຍ ຍັງໄດ້ເຫັນດີ ເປັນເອກະພາບ ຕໍ່ການຕີລາຄາການ ຮ່ວມມືສອງຝ່າຍ ກໍຄື ລະຫວ່າງ ສອງກະຊວງການຕ່າງປະເທດ ໃນໄລຍະຜ່ານມາ ພາຍໃຕ້ສະຖານະການ ໃໝ່ຂອງການ ແຜ່ລະບາດຂອງ ເຊື້ອພະຍາດ ໂຄວິດ-19 ແລະ ສະພາບການສາກົນ ໃນປັດຈຸບັນ ໃນດ້ານຕ່າງໆເຊັ່ນ: ດ້ານການ ເມືອງຄວາມໝັ້ນຄົງ, ສອງຝ່າຍ ໄດ້ມີການຮ່ວມມື ກັນຢ່າງໃກ້ຊິດ ແລະ ແລກປ່ຽນຂໍ້ມູນ ຊຶ່ງກັນ ແລະ ກັນ ຢ່າງເປັນປະຈຳ ເຮັດໃຫ້ຊາຍແດນ ລາວ-ຈີນ ເປັນຊາຍແດນມິດຕະພາບ, ບ້ານໄກ້ເຮືອນຄຽງ ຕາມທິດ 4 ດີ ແລະ ຄູ່ຮ່ວມຊະຕາກໍາອັນແທ້ຈິງ; ດ້ານເສດຖະກິດ ແລະ ການຄ້າ, ສອງຝ່າຍ ໄດ້ສະແດງການສະໜັບ ສະໜູນນະໂຍບາຍ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ, ຊຶ່ງຈະນໍາຜົນປະໂຫຍດ ອັນໃຫຍ່ຫລວງ ມາໃຫ້ແກ່ບັນດາ ປະເທດຕ່າງໆທີ່ເຂົ້າຮ່ວມ ໂດຍສະເພາະ ສຳລັບ ສປປ ລາວ ແມ່ນໄດ້ໃຫ້ຄວາມສຳຄັນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າ ໂດຍໄດ້ເຊື່ອມໂຍງ ລະຫວ່າງ ຍຸດທະສາດ “ການຫັນປະເທດ ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດ” ຂອງ ສປປ ລາວ ເຂົ້າກັບຍຸດທະສາດ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ, ໂດຍຖືເອົາການກໍ່ສ້າງ ທາງລົດໄຟ ລາວ-ຈີນ ແລະ ທາງດ່ວນ ວຽງຈັນ-ວັງວຽງ, ວັງວຽງ-ຫລວງພະບາງ, ຫລວງພະບາງ-ອຸດົມໄຊ ໄປຈົນຮອດຊາຍແດນ ລາວ-ຈີນ ດ່ານບໍ່ເຕັນ-ບໍ່ຫານ ເປັນໜຶ່ງໃນ ການເຊື່ອມໂຍງ ຍຸດທະສາດ ອັນສຳຄັນຂອງສອງປະເທດ ແລະ ຖືເປັນສອງເສັ້ນທາງທີ່ສຳຄັນ ໃນການປະຕິບັດແລວ ເສດຖະກິດ ລາວ-ຈີນ, ຈີນ-ລາວ, ຊຶ່ງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໃນປັດຈຸບັນແມ່ນມີຄວາມ ຄືບໜ້າຫລາຍກວ່າ 90,7% ແລະ ໂຄງການທາງດ່ວນ ວຽງຈັນ-ວັງວຽງ ແມ່ນມີຄວາມຄືບໜ້າຫລາຍກວ່າ 90% ແລະ ຄາດວ່າ ຈະເປີດນຳໃຊ້ ໃນວັນທີ 02 ທັນວາ 2020 ນີ້. ນອກຈາກນີ້, ຍັງມີໂຄງການຮ່ວມມືອື່ນໆ ທີ່ສຳຄັນ ເຊັ່ນ: ໂຄງການກໍ່ສ້າງໂຮງໝໍ ມະໂຫສົດຫລັງໃໝ່ ທີ່ໄດ້ກໍ່ສ້າງສຳເລັດແລ້ວ 60% ແລະ ຄາດວ່າຈະສໍາເລັດການກໍ່ສ້າງ ໃນປີ 2021, ໂຄງການແລວທາງເສດຖະກິດ ລາວ-ຈີນ ແລະ ໂຄງການສ້າງສູນກວດ ພະຍາດໂຄວິດ-19 ໃຫ້ແກ່ກະຊວງ ສາທາລະນະສຸກ; ດ້ານການຄ້າ ແລະ ການລົງທຶນ, ສອງຝ່າຍ ໄດ້ສະແດງຄວາມຍິນດີ ທີ່ເຫັນວ່າ ໄດ້ມີການຂະຫຍາຍຕົວສູງ ໃນຊຸມປີຜ່ານ ມາ, ໃນປີ 2019 ສປ ຈີນ ເປັນປະເທດລົງທຶນ ອັນດັບ 1 ຢູ່ ສປປ ລາວ ມີຈຳນວນເຖິງ 785 ໂຄງການ, ລວມມູນຄ່າ 12 ຕື້ ໂດລາສະຫະລັດ ແລະ ປະເທດຄູ່ຄ້າລາຍໃຫຍ່ອັນດັບ 2 ຂອງ ສປປ ລາວ, ມີມູນຄ່າການຄ້າ ບັນລຸໄດ້ 3,540 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 17,4%, ມູນຄ່າການນໍາເຂົ້າມີ 1,600 ລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 29,6% ແລະ ມູນຄ່າສົ່ງອອກມີ 1,940 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 8,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ສອງຝ່າຍ ຍັງຕົກລົງເຫັນດີ ໃນການຈັດຕັ້ງປະຕິບັດ ຊ່ອງທາງໄວຮ່ວມກັນ (Fast-Track Lane) ໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19 ເພື່ອສົ່ງເສີມການໄປມາຫາສູ່ກັນ ລະຫວ່າງ ພະນັກງານ, ເຈົ້າໜ້າທີ່ກ່ຽວຂ້ອງ ກໍຄື ແຮງງານ ແລະ ຊ່ຽວຊານ ສຳລັບໂຄງການໃຫຍ່ໆ ທີ່ສຳຄັນ ລະຫວ່າງສອງປະເທດ, ຊຶ່ງຊ່ອງທາງດັ່ງກ່າວ ຈະເປັນການປະກອບສ່ວນເຂົ້າ ໃນການສົ່ງເສີມ ການຮ່ວມມື ເພື່ອຊ່ວຍຟື້ນຟູ ເສດຖະກິດຂອງ ສປປ ລາວ ກໍຄື ເຮັດໃຫ້ການປະຕິບັດ ໂຄງການຕ່າງໆຂອງ ສປ ຈີນ ຢູ່ ສປປ ລາວ ສຳເລັດຕາມຄາດໝາຍ. ພ້ອມນັ້ນ, ສອງຝ່າຍ ຍັງເຫັນດີໃນດ້ານຫລັກການ ໃຫ້ເປີດນຳໃຊ້ຊ່ອງທາງສີຂຽວ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ລົດບັນທຸກ ສິນຄ້າຜ່ານແດນ ລາວ-ຈີນ, ຈີນ-ລາວ ຢູ່ດ່ານສາກົນບໍ່ເຕັນ-ບໍ່ຫານ, ແຂວງຫລວງນໍ້າທາ ໃຫ້ມີຄວາມວ່ອງໄວຂຶ້ນ. ນອກຈາກນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບທິດທາງແຜນ ການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນ ການສະເໜີແຜນ ການສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ, ຈີນລາວ ຄົບຮອບ 60 ປີ ແລະ ປີມິດຕະພາບ ລາວ-ຈີນ ໃນປີ 2021, ພ້ອມທັງປຶກສາຫາລື ກ່ຽວກັບ ການສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ແລະ ຊ່ວຍເຫລືອຊຶ່ງກັນ ແລະ ກັນ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ເພື່ອປ້ອງກັນບໍ່ໃຫ້ກັບ ມາລະບາດອີກຮອບໃໝ່.

ໃນໂອກາດນີ້, ສະຫາຍ ລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດທີ່ ພັກ ແລະ ລັດຖະບານ ແຫ່ງ ສປ ຈີນ ຍາດມາໄດ້ ໃນການຄວບຄຸມ ແລະ ສະກັດກັ້ນ ການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ-19, ພ້ອມທັງສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ ສປ ຈີນ ທີ່ໄດ້ບິແບ່ງການ ຊ່ວຍເຫລືອອັນມີຄຸນຄ່າ ໃຫ້ແກ່ ສປປ ລາວ ໃນການປ້ອງກັນ ແລະ ຕໍ່ສູ້ກັບພະຍາດໂຄວິດ-19 ນັບແຕ່ຕົ້ນຈົນເຖິງປັດຈຸບັນ, ຊຶ່ງເປັນການ ປະກອບ ສ່ວນອັນສຳຄັນ ເຮັດໃຫ້ ສປປ ລາວ ປະສົບຜົນສຳເລັດຢ່າງສູງ ໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ ໃນປັດຈຸບັນ ແລະ ສະແດງຄວາມ ເຊື່ອໝັ້ນ ຢ່າງໜັກແໜ້ນວ່າ ດ້ວຍບົດຮຽນ ອັນອຸດົມສົມບູນ ແລະ ມາດຕະການ ທີ່ມີປະສິດທິຜົນສູງ, ສປ ຈີນ ຈະສາມາດຄວບຄຸມພະບາດດັ່ງກ່າວ ໄດ້ຢ່າງສິ້ນເຊິງ ແລະ ປະສົບຜົນສຳເລັດ ໃນການຜະລິດວັກແຊັງ ອອກມາຮັບໃຊ້ສັງຄົມໃນໄວໆນີ້. ໃນຂະນະດຽວກັນ, ສະຫາຍ ລັດຖະມົນຕີ ຫວັງ ອີ້ ກໍໄດ້ສະແດງ ຄວາມຂອບໃຈມາຍັງ ພັກ, ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ກຽດ ຕ້ອນຮັບຢ່າງອົບອຸ່ນ ໃນການມາຢ້ຽມຢາມທາງການ ສປປ ລາວ ຂອງຕົນໃນຄັ້ງນີ້ ແລະ ສະແດງຄວາມຍິນດີ ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບ, ການພົວພັນແບບຄູ່ຮ່ວມ ຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນລາວ ລະຫວ່າງ ສອງພັກ-ສອງລັດຖະບານ ກໍຄື ປະຊາຊົນສອງຊາດ ລາວ ແລະ ຈີນ ໃຫ້ນັບມື້ນັບໄດ້ຮັບ ການເສີມຂະຫຍາຍ ທັງລວງກວ້າງ, ລວງເລິກ ແລະ ໃຫ້ມີປະສິດທິຜົນ, ນໍາເອົາຜົນປະໂຫຍດຕົວຈິງ ມາໃຫ້ແກ່ປະຊາຊົນ ສອງຊາດ ລາວ ແລະ ຈີນ.

ພາຍຫລັງສຳເລັດ ການພົບປະສອງຝ່າຍ ໄດ້ມີການແລກປ່ຽນຈົດໝາຍ ແລກປ່ຽນໂຄງການຊ່ວຍເຫລືອລ້າ 3 ສະບັບ ຄື: 1.) ໂຄງການຊ່ວຍເຫລືອລ້າ ກ່ຽວກັບອຸປະກອນ ຕ້ານໄຂ້ເລືອດອອກ; 2.) ໂຄງການພື້ນຖານໂຄງລ່າງ ການພັດທະນາຊົນນະບົດ ໄລຍະ 2; ແລະ 3.) ໂຄງການແລກປ່ຽນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສປ ຈີນ ກ່ຽວກັບການຮັບເອົາ ສິດພິເສດທາງດ້ານພາສີ 0% ໃຫ້ແກ່ 97% ຂອງລາຍການ ສິນຄ້າທັງໝົດ (GSP 97%).

ລາວ ຈ ນ ສ ບຕ ຜ ນຂະຫຍາຍສາຍພ ວພ ນຮ ວມມ ສອງຝ າຍ ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມທາງໄກ ລະດັບລັດຖະມົນຕີ ຂອງຂະບວນການບໍ່ຮ່ວມກຸ່ມ ໃນໄລຍະກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ຄັ້ງທີ 75

ໃນ​ໄລ​ຍະ​ກອງ​ປະ​ຊຸມ ​ສະ​ມັດ​ຊາ​ໃຫຍ່​ອົງ​ການ ​ສະ​ຫະ​ປະ​ຊາ​ຊາດ ຄັ້ງ​ທີ 75, ທ່ານສະ​ເຫລີມ​ໄຊກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ, ໄດ້ເຂົ້າ​ຮ່ວມ ແລະ ກ່າວ​ບົດ​ປາ​ໄສ​ຕໍ່​ກອງ​ປະ​ຊຸມທາງ​ໄກປະ​ຈຳ​ປີ ​ລະ​ດັບ​ລັດ​ຖະ​ມົນ​ຕີ ຂອງ​ຂະ​ບວນ​ການ​ບໍ່​ຮ່ວມ​ກຸ່ມ (The Online Ministerial Meeting of the Non-Aligned Movement on the margins of the High-level General Debate of the 75th Session of ...

ລາວ ຈ ນ ສ ບຕ ຜ ນຂະຫຍາຍສາຍພ ວພ ນຮ ວມມ ສອງຝ າຍ ພົບປະແລກປ່ຽນມິດຕະພາບຊາວໜຸ່ມ ຫວຽດນາມ-ລາວ

ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ຈັດຕັ້ງລາຍການພົບປະແລກປ່ຽນມິດຕະພາບຊາວໜຸ່ມຫວຽດນາມ-ລາວ ຢູ່ເງະອານ. ງານພົບປະແລກປ່ຽນມິດຕະພາບຊາວໜຸ່ມຫວຽດນາມ-ລາວ ໄດ້ດໍາເນີນໃນລະຫວ່າງວັນທີ 12-14 ຕຸລາ 2020.

ລາວ ຈ ນ ສ ບຕ ຜ ນຂະຫຍາຍສາຍພ ວພ ນຮ ວມມ ສອງຝ າຍ ສປປ ລາວ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ພ້ອມສືບຕໍ່ເຝົ້າລະວັງ

ໃນວັນທີ 13 ຕຸລາ 2020, ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າໃຫ້ກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ໄດ້ລາຍງານສະພາບ ການລະບາດໃນ ສປປ ລາວ ໃຫ້ຮູ້ວ່າ: ໃນວັນທີ 12 ຕຸລາ 2020, ໄດ້ເກັບຕົວຢ່າງມາກວດ ວິເຄາະທັງໝົດ 607 ຄົນ, ໃນນັ້ນມີແຮງງານລາວມາແຕ່ໄທ 211 ຕົວຢ່າງ, ແຮງງານຈີນ 382 ຕົວຢ່າງ, ແຮງງານຫວຽດນາມ 10 ຄົນ, ບຸກຄົນທົ່ວໄປທີ່ບໍ່ມີອາການ 03 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 01 ຕົວຢ່າງ, ເຊິ່ງຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ.

kpl.gov.la

ເຫດການ
302 Found

Found

The document has moved here.