ອີຢູ - ອັງກິດ ຍາກທີ່ຈະບັນລຸໄດ້ຂໍ້ຕົກລົງ Brexit ໃນອາທິດນີ້

09:49 | 16/10/2019

ຄວາມສາມາດບັນລຸໄດ້ຂໍ້ຕົກລົງ Brexit ໃນອາທິດນີ້ຢູ່ກອງປະຊຸມສຸດຍອດ ອີຢູ ເບິ່ງຄືວ່າບໍ່ສາມາດເປັນໄປໄດ້, ຖ້າຫາກຝ່າຍ ອັງກິດ ບໍ່ຍົກອອກຂໍ້ສະເໜີໃໝ່ທີ່ດີກ່ວາ ນັບແຕ່ນີ້ຈົນຮອດທ້າຍວັນພຸດ ວັນທີ 16 ຕຸລາ ຈະມາເຖິງ, ກ່ອນທີ່ກອງປະຊຸມສຸດຍອດ ອີຢູ ເລີ່ມດຳເນີນໃນວັນທີ 17 ຕຸລາ 2019.

ອີຢູ - ອັງກິດ ຍາກທີ່ຈະບັນລຸໄດ້ຂໍ້ຕົກລົງ Brexit ໃນອາທິດນີ້

ທ່ານ Michel Barnier ຫົວໜ້າຄະນະເຈລະຈາ Brexit ຂອງ ອີຢູ. (ພາບ: AFP)

ນການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງອັງກິດ Boris Johnson, ເມື່ອວັນທີ 08 ຕຸລາ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ກ່າວເຕືອນວ່າ, ອັງກິດ ແລະ EU ຈະບໍ່ສາມາດບັນລຸໄດ້ຂໍ້ຕົກລົງ Brexit ຖ້າຫາກວ່າ ອັງກິດ ບໍ່ອະນຸຍາດໃຫ້ເຂດອຽກລັງເໜືອ ຢູ່ໃນສຳພັນທະມິດພາສີ EU. ເຖິງຢ່າງໃດກໍ່ຕາມ, ສ່ວນທ່ານນາຍົກລັດຖະມົນຕີອັງກິດ Boris Johnson ຢືນຢັນວ່າ, ເລື່ອງ EU ຮຽກຮ້ອງຄືດັ່ງກ່າວ “ກ່ຽວກັບດ້ານພື້ນຖານແມ່ນບໍ່ສາມາດເປັນໄປໄດ້”.

ວັນທີ 10 ຕຸລາ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ແລະ ຄູ່ຕຳແໜ່ງອຽກລັງ Leo Vanradkar ໃຫ້ຮູ້ວ່າ, ເຂົາເຈົ້າອາດເຫັນໄດ້ເສັ້ນທາງມຸ່ງໄປເຖິງການບັນລຸໄດ້ຂໍ້ຕົກລົງ Brexit. ໃນຖະແຫຼງການຮ່ວມພາຍຫຼັງການປຶກສາຫາລືທີ່ດຳເນີນໃນວັນດຽວກັນຢ່າງ “ລະອຽດ ແລະ ມີລັກສະນະສ້າງສັນ” , ການນຳ 2 ທ່ານໃຫ້ຮູ້ວ່າ “2 ຝ່າຍມີຄວາມເຊື່ອໝັ້ນວ່າ ຈະບັນລຸໄດ້ຂໍ້ຕົກລົງທີ່ມີຜົນປະໂຫຍດໃຫ້ທຸກໆຄົນ. 2 ຝ່າຍກໍ່ເຫັນດີນຳກັນວ່າ ອາດເຫັນໄດ້ຊ່ອງທາງໃຫ້ຂໍ້ຕົກລົງ”.

ຕອນຄ່ຳວັນທີ 13 ຕຸລາ, ໃນກອງປະຊຸມເພື່ອແຈ້ງໝາກຜົນກັບເອກອັກຄະລັດຖະທູດບັນດາປະເທດ ອີຢູ ຢູ່ ບຮຸກແຊນ, ທ່ານ Michel Barnier ຫົວໜ້າຄະນະເຈລະຈາ Brexit ຂອງ ອີຢູ ໃຫ້ຮູ້ວ່າ: ຂໍ້ສະເໜີກ່ຽວກັບພາສີຢູ່ຊາຍແດນ ໄອແລນ ເຊິ່ງຝ່າຍ ອັງກິດ ຍົກອອກມານັ້ນ ຍັງມີຄວາມສ່ຽງຫລາຍຢ່າງທີ່ບໍ່ທັນໄດ້ຮັບການກວດກາເທື່ອ, ກໍ່ຄືຍັງມີຈຸດບໍ່ຈະແຈ້ງຫລາຍຢ່າງ ດັ່ງນັ້ນ ອີຢູ ບໍ່ສາມາດສະໜັບສະໜູນໄດ້. ຄວາມສາມາດບັນລຸໄດ້ຂໍ້ຕົກລົງ Brexit ໃນອາທິດນີ້ຢູ່ກອງປະຊຸມສຸດຍອດ ອີຢູ ເບິ່ງຄືວ່າບໍ່ສາມາດເປັນໄປໄດ້, ຖ້າຫາກຝ່າຍ ອັງກິດ ບໍ່ຍົກອອກຂໍ້ສະເໜີໃໝ່ທີ່ດີກ່ວາ ນັບແຕ່ນີ້ຈົນຮອດທ້າຍວັນພຸດ ວັນທີ 16 ຕຸລາ ຈະມາເຖິງ, ກ່ອນທີ່ກອງປະຊຸມສຸດຍອດ ອີຢູ ເລີ່ມດຳເນີນໃນວັນທີ 17 ຕຸລາ 2019.

(ໄຊພອນ)

ເຫດການ
302 Found

Found

The document has moved here.