ຜູ້ຕາງໜ້າກອງທັບຝະລັ່ງ, ຮຸງກາລີ ແລະສ.ເກົາຫຼີ ໄດ້ຕີລາຄາສູງຕໍ່ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ຫວຽດນາມ ໃນໄລຍະຜ່ານມາ

15:15 | 04/10/2020

ຍສໝ -  ເມື່ອບໍ່ດົນມານີ້, ທ່ານພົນຕີ ຫວູຈ໊ຽນຖັ໊ງ, ຫົວໜ້າກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດຫວຽດນາມ) ໄດ້ມອບອຸປະກອນການແພດຈໍານວນໜຶ່ງໃຫ້ກະຊວງກອງທັບຝະລັ່ງ, ກະຊວງປ້ອງກັນປະເທດຮຸງກາລີ ແລະກະຊວງປ້ອງກັນປະເທດສ.ເກົາຫຼີ ແນໃສ່ໜູນຊ່ວຍບັນດາປະເທດເພື່ອນມິດປ້ອງກັນ, ຕ້ານພະຍາດໂຄວິດ-19.

ການເຈລະຈາດ້ານສາທາລະນະສຸກນະຄອນໂຮ່ຈີມິນ-ອາເມລິກາ ດ້ວຍຫົວຂໍ້ ການເຈລະຈາດ້ານສາທາລະນະສຸກນະຄອນໂຮ່ຈີມິນ-ອາເມລິກາ ດ້ວຍຫົວຂໍ້ "ປະຕິບັດວິໄສທັດນໍານະຄອນໂຮ່ຈີມິນ ກາຍເປັນສູນສາທາລະນະສຸກຂອງພາກພື້ນ"

ຕອນຄໍ່າວັນທີ 1 ຕຸລາ, ຢູ່ນະຄອນໂຮ່ຈີມິນ ໄດ້ດຳເນີນການເຈລະຈາດ້ານສາທາລະນະສຸກນະຄອນໂຮ່ຈີມິນ-ອາເມລິກາ ດ້ວຍຫົວຂໍ້ "ປະຕິບັດວິໄສທັດນໍານະຄອນໂຮ່ຈີມິນ ກາຍເປັນສູນສາທາລະນະສຸກຂອງພາກພື້ນ".

ທ່ານໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ທ່ານໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ

ຍ​ສ​ໝ - ທ່ານ​ໂຕ​ເລິນ​ໄດ້​ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຢ່າງ​ຕັ້ງ​ໜ້າ​ທີ່​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ລະ​ຫວ່າງ​ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ຂອງ​ອົດ​ສະ​ຕາ​ລີ, ພິ​ເສດ​ແມ່ນ​ການ​ຮັກ​ສາ​ປະ​ຕິ​ສິດ​ທິ​ຜົນ​ຂອງ 19 ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ.

0615 3414 1
ທ່ານພົນຕີ ຫວູຈ໊ຽນຖັ໊ງ ມອບອຸປະກອນການແພດໃຫ້ທີ່ປຶກສາທູດປ້ອງກັນຊາດຝະລັ່ງ ປະຈໍາ ຫວຽດນາມ.

ບັນດາອຸປະກອນການແພດທີ່ມອບໃຫ້ປະເທດເພື່ອນມິດ, ລວມມີ: ຜ້າອັດປາກ-ອັດດັງ; ນ້ຳຢາຂ້າເຊື້ອ... ນີ້ລ້ວນແຕ່ແມ່ນບັນດາອຸປະກອນການແພດໂດຍບັນດາກົມກອງຂອງກະຊວງປ້ອງກັນປະເທດຫວຽດນາມ ຜະລິດ, ຮັບປະກັນຄຸນນະພາບ ແລະສາມາດສົ່ງອອກ.

ຕໍ່ໜ້າການລະບາດຂອງພະຍາດ ໂຄວິດ-19 ຄັ້ງທີ 2 ທີ່ເກີດຂຶ້ນໃນທົ່ວໂລກ, ເລື່ອງມອບອຸປະກອນການແພດຈໍານວນໜຶ່ງໃຫ້ພະນັກງານ, ນາຍທະຫານກອງທັບຂອງບັນດາປະເທດແມ່ນມີຄວາມຈໍາເປັນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ, ຍົກສູງຮູບພາບຂອງກະຊວງປ້ອງກັນປະເທດຫວຽດນາມ ສໍາລັບບັນດາປະເທດຄູ່ຮ່ວມມື; ພ້ອມທັງສະແດງໃຫ້ເຫັນຈິດໃຈສາມັກຄີຕ້ານພະຍາດໂຄວິດ-19 ຂອງນາຍົກລັດຖະມົນຕີ, ຄວາມຮັບຜິດຊອບຂອງຫວຽດນາມ ໃນການຮັບມືກັບບັນດາບັນຫາທີ່ມີລັກສະນະທົ່ວໂລກ.

ຜູ້ຕາງໜ້າກອງທັບຝະລັ່ງ, ຮຸງກາລີ ແລະສ.ເກົາຫຼີ ໄດ້ຕີລາຄາສູງຕໍ່ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ຫວຽດນາມ ໃນໄລຍະຜ່ານມາ ແລະສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ອາລົມຈິດຄວາມຮັກແພງ ແລະການຊ່ວຍເຫຼືອອັນລໍ້າຄ່າ ເຊິ່ງປະຊາຊົນ ແລະກອງທັບຫວຽດນາມ ສະຫງວນໃຫ້ປະຊາຊົນ ແລະກອງທັບບັນດາປະເທດ.

ຕາມຂໍ້ມູນຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ: ນັບແຕ່ເວລາ 18 ໂມງຂອງວັນທີ 02 ຕຸລາ ຫາເວລາ 6 ໂມງຂອງວັນທີ 03 ຕຸລາ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່. ເປັນມື້ທີ 31 ທີ່ ຫວຽດນາມ ບໍ່ມີກໍລະນີຕິດໂລກລະບາດໂຄວິດ-19 ໃນຊຸມຊົນ. ອະນຸກຳມະການປິ່ນປົວ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ, ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 1020 ຄົນໃນຈຳນວນ 1096 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ; ມີຜູ້ເສຍຊີວິດ 35 ຄົນ.

ໃນຕອນເຊົ້າວັນທີ 3 ຕຸລາ, ທ່ານຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມຢັ້ງຢືນວ່າ, 2 ບັນຫາສຳຄັນທີ່ສຸດໃນປັດຈຸບັນເຊິ່ງບັນດາທ້ອງຖິ່ນຕ້ອງເອົາໃຈໃສ່ນັ້ນແມ່ນ ການແຍກຕົວ ແລະຕ້ານການຕິດເຊື້ອພະຍາດ Covid -19 ໃນຮາກຖານສາທາລະນະສຸກ. ຄະນະຊີ້ນຳແຫ່ງຊາດຢັ້ງຢືນວ່າ,ປັດຈຸບັນຄວາມສ່ຽງໃນການຕິດເຊື້ອ Covid – 19 ແມ່ນສູງທີ່ສຸດຈາກຜູ້ທີ່ເຂົ້າເມືອງມາ. ບັນດາທ້ອງຖິ່ນຕ່າງໆຕ້ອງມີຄວາມຮັບຜິດຊອບຕິດຕາມອາການສຸຂະພາບຂອງ ບັນດາກໍລະນີທີ່ເຂົ້າເມືອງໃນເວລາ 14 ວັນຕາມຂໍ້ກຳນົດ ແລະ ຮັກສາການປະຕິບັດແຍກຕົວເປັນເວລາ 14 ວັນ.

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 34.823.216 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.033.174 ຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 25.889.974 ຄົນ.

ສິງກະໂປ ເປີດປະຕູໃຫ້ນັກທ່ອງທ່ຽວຫວຽດນາມ ເລີ່ມແຕ່ວັນທີ 8 ຕຸລານີ້ ສິງກະໂປ ເປີດປະຕູໃຫ້ນັກທ່ອງທ່ຽວຫວຽດນາມ ເລີ່ມແຕ່ວັນທີ 8 ຕຸລານີ້

ຍສໝ - ສິງກະໂປ ໄດ້ປະເມີນຄວາມສ່ຽງຕໍ່ການຕິດເຊື້ອພະຍາດ ຈາກປະເທດຫວຽດນາມ ແລະ ປະເທດອົດສະຕາລີແມ່ນຍັງຕໍ່າ, ແລະ ສັງເກດວ່າໃນ 28 ວັນທີ່ຜ່ານມາ, ຫວຽດນາມ ບໍ່ມີກໍລະນີຕິດເຊື້ອພະຍາດ COVID-19 ຢູ່ໃນຊຸມຊົນ.

ຫວຽດນາມ ແລະ ອານເຊຣີ ເພີ່ມທະວີການຄ້າທາງອອນລາຍ ຫວຽດນາມ ແລະ ອານເຊຣີ ເພີ່ມທະວີການຄ້າທາງອອນລາຍ

ຍ​ສ​ໝ - ເລື່ອງເພີ່ມທະວີການຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມການຄ້າ ຕາມຮູບການທາງອອນລາຍຄືປະຈຸບັນ ຈະປະກອບສ່ວນຫລຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ-19 ທີ່ມີຕໍ່ການເຄື່ອນໄຫວແລກປ່ຽນການຄ້າລະຫວ່າງ 2 ປະເທດ.

ທົ່ວໂລກມີ ຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 34,4 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດກ່ວາ 1 ລ້ານຄົນ ທົ່ວໂລກມີ ຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 34,4 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດກ່ວາ 1 ລ້ານຄົນ

ອາເມລິກາຍັງຄົງ ແມ່ນປະເທດຖືກ ຜົນສະທ້ອນຢ່າງຮ້າຍແຮງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 7,4 ລ້ານຄົນ ແລະ ມີຜູ້ເສຍຊີວິດ ກ່ວາ 212.400

ໄຊພອນ

ເຫດການ
302 Found

Found

The document has moved here.