ຫວຽດນາມ ໄດ້ກຳນົດເປົ້າໝາຍຈຳນວນ 17 ຂໍ້ເພື່ອພັດທະນາແບບຍືນຍົງ ຮອດປີ 2030

14:34 | 04/10/2020

ຍສໝ - ຢຸດຕິຄວາມທຸກຍາກທຸກຮູບແບບຢູ່ທຸກບ່ອນ; ຮັບປະກັນຄຸນນະພາບ ແລະ ຄວາມສະເໝີພາບ ຂອງການສຶກສາ ແລະ ສົ່ງເສີມໂອກາດການຮຽນຮູ້ຕະຫຼອດຊີວິດ ສຳລັບທຸກຄົນ; ບັນລຸຄວາມສະເໝີພາບລະຫວ່າງຍິງ - ຊາຍ, ສ້າງຄວາມສິດທິອຳນາດ ແລະ ສ້າງກາລະໂອກາດ ໃຫ້ແມ່ຍິງ ແລະ ເດັກຍິງແມ່ນ 3 ໃນ 17 ເປົ້າໝາຍ ພັດທະນາແບບຍືນຍົງຂອງຫວຽດນາມ ຮອດປີ 2030.

ນາຍົກລັດຖະມົນຕີ ຫວຽດນາມ: ປີ 2021ຕ້ອງມີຈິດໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງເພື່ອພັດທະນາ
ຫວຽດນາມ - ນິວຊີແລນ ແນໃສ່ຊຸກຍູ້ວົງເງິນການຄ້າໄດ້ບັນລຸ 1,7 ຕື້ USD

ລັດຖະບານຫວຽດນາມ ຫາກໍ່ອອກມະຕິເລກທີ 136 / NQ-CP ກ່ຽວກັບການພັດທະນາແບບຍືນຍົງ ເຊິ່ງໄດ້ກຳນົດ 17 ເປົ້າໝາຍ ການພັດທະນາແບບຍືນຍົງຂອງຫວຽດນາມ ຮອດປີ 2030, ປະກອບມີ:

ເປົ້າໝາຍທີ 1: ຢຸດຕິຄວາມທຸກຍາກທຸກຮູບແບບຢູ່ທຸກບ່ອນ

ເປົ້າໝາຍທີ 2: ລົບລ້າງຄວາມອຶດຫິວ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ປັບປຸງທາດໂພຊະນາການ ແລະ ສົ່ງເສີມການພັດທະນາກະສິກຳແບບຍືນຍົງ.

ເປົ້າໝາຍທີ 3: ຮັບປະກັນຊີວິດສຸຂະພາບແຂງແຮງ ແລະ ເສີມຂະຫຍາຍສະຫວັດດີພາບຂອງປະຊາຊົນ ໃນທຸກໄວອາຍຸ

ເປົ້າໝາຍທີ 4: ຮັບປະກັນຄຸນນະພາບ ແລະ ຄວາມສະເໝີພາບຂອງການສຶກສາ ແລະ ສົ່ງເສີມໂອກາດການຮຽນຮູ້ຕະຫຼອດຊີວິດ ສຳລັບທຸກຄົນ.

ເປົ້າໝາຍທີ 5: ບັນລຸຄວາມສະເໝີພາບລະຫວ່າງຍິງ - ຊາຍ, ສ້າງຄວາມສິດທິອຳນາດ ແລະ ສ້າງກາລະໂອກາດ ໃຫ້ແມ່ຍິງ ແລະ ເດັກຍິງ.

ເປົ້າໝາຍທີ 6: ຄຸ້ມຄອງຊັບພະຍາກອນນໍ້າ ແລະ ລະບົບສຸຂະອານາໄມຢ່າງພຽງພໍ ແລະ ຍືນຍົງ ສຳລັບທຸກຄົນ.

ເປົ້າໝາຍທີ 7: ຮັບປະກັນການເຂົ້າເຖິງພະລັງງານທີ່ຍືນຍົງ, ໜ້າເຊື່ອຖື ແລະ ລາຄາບໍ່ແພງ ສຳລັບທຸກຄົນ.

ເປົ້າໝາຍທີ 8: ຮັບປະກັນການເຕີບໂຕເສດຖະກິດແບບຍືນຍົງ, ຮອບດ້ານ ແລະ ຕໍ່ເນື່ອງ; ສ້າງວຽກເຮັດງານທຳທີ່ເໝາະສົມສຳລັບທຸກຄົນ.

ເປົ້າໝາຍທີ 9: ສ້າງພື້ນຖານໂຄງລ່າງທີ່ມີຄວາມສາມາດທົນທານສູງ, ສົ່ງເສີມການຫັນເປັນອຸດສາຫະກຳແບບລວມ ແລະ ຍືນຍົງ, ແລະ ເສີມຂະຫຍາຍການຫົວຄິດປະດິດສ້າງ.

ຫວຽດນາມ ໄດ້ກຳນົດເປົ້າໝາຍຈຳນວນ 17 ຂໍ້ເພື່ອພັດທະນາແບບຍືນຍົງ ຮອດປີ 2030
(ພາບປະກອບ: thoidai.com.vn)

ເປົ້າໝາຍທີ 10: ຫຼຸດຜ່ອນຄວາມບໍ່ສະເໝີພາບໃນສັງຄົມ.

ເປົ້າໝາຍທີ 11: ພັດທະນາຕົວເມືອງ ແລະ ຊົນນະບົດແບບຍືນຍົງ, ແລະ ມີຄວາມສາມາດທົນທານສູງ; ຮັບປະກັນສະພາບແວດລ້ອມໃນການເຮັດວຽກ ແລະ ການດຳລົງຊີວິດທີ່ປອດໄພ, ແບ່ງປັນປະລິມານປະຊາກອນ ແລະ ຜູ້ແຮງງານຢ່າງສົມເຫດສົມຜົນຕາມພາກພື້ນ.

ເປົ້າໝາຍທີ 12: ຮັບປະກັນການຜະລິດ ແລະ ການໃຊ້ຈ່າຍບໍລິໂພກທີ່ຍືນຍົງ.

ເປົ້າໝາຍທີ 13: ຮັບມືຢ່າງວ່ອງໄວ ແລະ ມີປະສິດຕິຜົນຕໍ່ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທາງທຳມະຊາດ.

ເປົ້າໝາຍທີ 14: ອະນຸລັກ ແລະ ນຳໃຊ້ມະຫາສະໝຸດ, ທະເລ ແລະ ຊັບພະຍາກອນທະເລ ເພື່ອການພັດທະນາແບບຍືນຍົງ.

ເປົ້າໝາຍທີ 15: ປົກປັກຮັກສາ ແລະ ພັດທະນາປ່າໄມ້ໃຫ້ມີຄວາມຍືນຍົງ, ອະນຸລັກຊີວະວິທະຍາຫຼາຍຮູບແບບ, ພັດທະນາການບໍລິການລະບົບນິເວດ, ສະກັດກັ້ນການຖົດຖອຍ ແລະ ຟື້ນຟູຊັບພະຍາກອນທີ່ດິນ.

ເປົ້າໝາຍທີ 16: ສົ່ງເສີມສັງຄົມທີ່ມີສັນຕິພາບ, ປະຊາທິປະໄຕ, ຍຸດຕິທຳ, ສະເໝີພາບ ແລະ ຄວາມສີວິໄລ ເພື່ອການພັດທະນາແບບຍືນຍົງ, ສ້າງການເຂົ້າເຖິງຄວາມຍຸຕິທຳ ໃຫ້ກັບທຸກຄົນ; ກໍ່ສ້າງສະຖາບັນທີ່ມີປະສິດຕິພາບ, ມີຄວາມຮັບຜິດຊອບ.

ເປົ້າໝາຍທີ 17: ເພີ່ມທະວີການປະຕິບັດ ແລະ ຊຸກຍູ້ການຮ່ວມມືທົ່ວໂລກເພື່ອການພັດທະນາແບບຍືນຍົງ.

ເພື່ອເຮັດສຳເລັດບັນດາເປົ້າໝາຍທີ່ກ່າວມາຂ້າງເທິງນັ້ນ, ມະຕິເລກທີ 136/NQ-CP ໄດ້ກຳນົດວ່າ ໃນໄລຍະປີ 2020-2030, ນອກຈາກວຽກງານປົກກະຕິທີ່ກ່ຽວຂ້ອງກັບຂົງເຂດການຄຸ້ມຄອງ, ບັນດາກະຊວງ ແລະ ສາຂາຄວນສຸມໃສ່ວຽກງານ ແລະ ວິທີແກ້ໄຂທີ່ສຳຄັນ ເພື່ອສົ່ງເສີມການປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ ກ່ຽວກັບເປົ້າໝາຍລົບລ້າງຄວາມອຶດຫິວ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ປັບປຸງໂພຊະນາການ ແລະ ຊຸກຍູ້ການພັດທະນາແບບຍືນຍົງ, ແຜນທີ່ເສັ້ນທາງຮອດປີ 2020 ໂດຍພື້ນຖານແລ້ວຈະແກ້ໄຂບັນຫາຄວາມອຶດຫິວ, ຮອດປີ 2025 ໄດ້ລົບລ້າງຄວາມອຶດຫິວຢູ່.

ສິງກະໂປ ເປີດປະຕູໃຫ້ນັກທ່ອງທ່ຽວຫວຽດນາມ ເລີ່ມແຕ່ວັນທີ 8 ຕຸລານີ້

ຍສໝ - ສິງກະໂປ ໄດ້ປະເມີນຄວາມສ່ຽງຕໍ່ການຕິດເຊື້ອພະຍາດ ຈາກປະເທດຫວຽດນາມ ແລະ ປະເທດອົດສະຕາລີແມ່ນຍັງຕໍ່າ, ແລະ ສັງເກດວ່າໃນ 28 ວັນທີ່ຜ່ານມາ, ຫວຽດນາມ ບໍ່ມີກໍລະນີຕິດເຊື້ອພະຍາດ COVID-19 ຢູ່ໃນຊຸມຊົນ.

ລາວ: ໃນປີ 2030 ປະຊາກອນ ຈະເພີ່ມຂຶ້ນເຖິງ 8.1 ລ້ານຄົນ

ລັດຖະບານ ສປປ ລາວ ໄດ້ສຸມໃສ່ການຟື້ນຟູ ຜົນກະທົບຈາກການແຜ່ ລະບາດຂອງພະຍາດ ໂຄວິດ-19 ຄຽງຄູ່ກັນກັບການວາງແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ແລະ ໄດ້ເຮັດບົດລາຍງານການຄາດຄະເນ ປະຊາກອນລາວ ໃນປີ 2030 ເຊິ່ງເຫັນວ່າປະຊາກອນ ສປປ ລາວ ຈະເພີ່ມຂຶ້ນເຖິງ 8.1 ລ້ານຄົນ.

ຫຼາຍປະເທດສະເໜີຕົວເປັນເຈົ້າພາບບານໂລກ 2030

ສຳ­ລັບ​ບານ​ໂລກ ປີ 2030 ຕາມ​ລະ­ບຽບ​ທີ່​ເຫັນ​ດີ​ເປັນ​ເອ­ກະ​ພາບ​ຂອງ​ຊາດ​ສະ­ມາ­ຊິກ ຟີ​ຟ້າ ແມ່ນ​ມີ 48 ທີມ​ໃນ​ຮອບ​ສຸດ​ທ້າຍ ຄື​ກັບ​ບານ​ໂລກ 2026 ທີ່​ກາ​ນາ​ດາ ເມັກ​ຊີ​ໂກ ແລະ ສະ­ຫະ­ລັດ​ອາ​ເມ​ຣິ​ກາ ຄວ້າ​ສິດ​ເປັນ​ເຈົ້າ­ພາບ​ຮ່ວມ​ກັນ ສ່ວນ​ບານ​ໂລກ​ປີ 2022 ທີ່​ກາ​ຕາ ຕາມ​ລະ­ບຽບ​ກ່ອນ​ໜ້າ​ນີ້ ກຳ­ນົດ​ເອົາ 32 ທີມ ແຕ່​ອາດ​ເພີ່ມ​ເປັນ 48 ທີມ ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.