ນາຍົກລັດຖະມົນຕີ ຫວຽດນາມ: ປີ 2021ຕ້ອງມີຈິດໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງເພື່ອພັດທະນາ

14:23 | 03/10/2020

ຍສໝ - ໃນໄຕມາດທີ 3 ເສດຖະກິດ ຫວຽດນາມ ເພີ່ມຂຶ້ນ 2,62% ແມ່ນພື້ນຖານເພື່ອຢັ້ງຢືນວ່າ ປີນີ້ ຫວຽດນາມ ມີການເຕີບໂຕເປັນບວກ, ບັນລຸໄດ້ລະດັບແຕ່ 2 – 3%, ຢືນຢູ່ອັນດັບທີ 1 ຂອງອາຊຽນ ແລະ ອັນດັບທີ 2 ໃນບັນດາປະເທດອາຊີ - ປາຊີຟິກ.

ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ ຄັ້ງທີ 6 ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ ຄັ້ງທີ 6

ຍ​ສໝ - ກອງປະຊຸມໄດ້ຕີລາຄາສູງບັນດາໝາກຜົນການຮ່ວມມືຂອງບັນດາກຸ່ມປະຕິບັດງານໃນຂົງເຂດທະນາຄານ ເມື່ອບັນລຸໄດ້ຄາດໝາຍການເຄື່ອນໄຫວໄດ້ວາງອອກນັບແຕ່ຕົ້ນປີ 2020 ເກືອບທັງໝົດ, ໃນນັ້ນ ຈຸດພົ້ນເດັ່ນແມ່ນຂໍ້ລິເລີ່ມໃຫ້ບຸລິມະສິດການຮ່ວມມືຂອງເສົາຄ້ຳເສດຖະກິດຂອງປີປະທານ ອາຊຽນ 2020 ກ່ຽວກັບການຊຸກຍູ້ການເຊື່ອມຕໍ່ຊຳລະເງິນໃນພາກພື້ນ.

ຫວຽດນາມ ແລະ ອານເຊຣີ ເພີ່ມທະວີການຄ້າທາງອອນລາຍ ຫວຽດນາມ ແລະ ອານເຊຣີ ເພີ່ມທະວີການຄ້າທາງອອນລາຍ

ຍ​ສ​ໝ - ເລື່ອງເພີ່ມທະວີການຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມການຄ້າ ຕາມຮູບການທາງອອນລາຍຄືປະຈຸບັນ ຈະປະກອບສ່ວນຫລຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ-19 ທີ່ມີຕໍ່ການເຄື່ອນໄຫວແລກປ່ຽນການຄ້າລະຫວ່າງ 2 ປະເທດ.

1812 nqh06675
ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN).

ຕອນເຊົ້າວັນທີ 2 ຕຸລາ 2020, ຢູ່ສຳນັກງານລັດຖະບານ, ນີ້ແມ່ນກອງປະຊຸມສຳຄັນໃນສະພາບການປະເທດຊາດໄດ້ຜ່ານຜ່າມາໄດ້ 9 ເດືອນຂອງປີ 2020 ແລ້ວ, ເພື່ອປຶກສາຫາລືມາດຕະການຊຸກຍູ້ເສດຖະກິດສັງຄົມໃນ 3 ເດືອນທີ່ຍັງເຫຼືອຂອງປີ 2020. ໃນໄຕມາດທີ 3 ເສດຖະກິດ ຫວຽດນາມ ເພີ່ມຂຶ້ນ 2,62% ແມ່ນພື້ນຖານເພື່ອຢັ້ງຢືນວ່າ ປີນີ້ ຫວຽດນາມ ມີການເຕີບໂຕເປັນບວກ, ບັນລຸໄດ້ລະດັບແຕ່ 2 – 3%, ຢືນຢູ່ອັນດັບທີ 1 ຂອງອາຊຽນ ແລະ ອັນດັບທີ 2 ໃນບັນດາປະເທດອາຊີ - ປາຊີຟິກ.

ທີ່ກອງປະຊຸມລັດຖະບານ ປະຈຳ ເດືອນ ກັນຍາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ການຜະລິດອຸດສາຫະກຳ ໃນ 9 ເດືອນມີການເຕີບໂຕກ່ວາເກົ່າ, ເພີ່ມຂຶ້ນ 3,8% ເປີດສ້າງຄວາມຫວັງໃຫ້ແກ່ການຟື້ນຟູຢ່າງແຮງໃນໄລຍະຈະມາເຖິງ. ການຄ້າ ແລະ ການບໍລິການບັນລຸໝາກຜົນທີ່ຕັ້ງໜ້າກ່ວາອີກ. ສິ່ງທີ່ເປັນໜ້າປະທັບໃຈແມ່ນການສົ່ງອອກຂອງວິສາຫະກິດ ຫວຽດນາມ ມີການເຕີບໂຕ ກ່ວາ 20%. ແຕ່ກ່ອນ, ການເຕີບໂຕສົ່ງອອກຕົ້ນຕໍແມ່ນ FDI, ປັດຈຸບັນການເຕີບໂຕ ສົ່ງອອກແມ່ນວິສາຫະກິດພາຍໃນປະເທດ. ໃນນັ້ນຂະແໜງກະສິກຳ ສູ້ຊົນສົ່ງອອກບັນລຸໄດ້ກ່ວາ 41 ຕື້ ໂດລາສະຫະລັດ ດ້ວຍໂຮງງານປຸງແຕ່ງໃໝ່ຫຼາຍແຫ່ງ, ຜະລິດຕະພັນກະເສດຫຼາຍຢ່າງ, ພິເສດແມ່ນການຂຸດຄົ້ນສັນຍາການຄ້າເສລີ ຫວຽດນາມ - Eu ຢ່າງມີປະສິດທິຜົນ ແລະ ທັນການ. ພວກເຮົາຄວນເພີ່ມທະວີການສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກຸ້ມຕົນເອງຢ່າງແຮງກ່ວາອີກໃນການພັດທະນາປະເທດຊາດ. ຍິ່ງກ່ວາເວລາໃດໝົດ, ໃນໄລຍະຈະມາເຖິງ, ປີ 2021ຕ້ອງມີຈິດໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງເພື່ອພັດທະນາ.

ທີ່ການຖະແຫລງຂ່າວນັດສາມັນເດືອນ ກັນຍາ ຂອງລັດຖະບານ ດຳເນີນໃນຕອນບ່າຍວັນທີ 2 ຕຸລາ ຢູ່ ຮ່າໂນ້ຍ, ທ່ານ ມາຍຕຽນຢູງ ລັດຖະມົນຕີ, ຫົວຫນ້າຫ້ອງວ່າການລັດຖະບານຫວຽດນາມໃຫ້ຮູ້ວ່າ: ລັດຖະບານ ໄດ້ຕີລາຄາວ່າ: ເສດຖະກິດໃນເດືອນກັນຍາ ມີຫລາຍຈຸດເດັ່ນ. ທີຫນຶ່ງແມ່ນ ວຽກງານຕ້ານໂລກລະບາດໄດ້ຜ່ານ 30 ວັນບໍ່ກວດພົບຜູ້ຕິດເຊື້ອເພີ່ມພາຍໃນປະເທດ. ຫວຽດນາມຄວບຄຸມການແຜ່ລະບາດຂອງເຊື້ອໂຄວິດ ເປັນສອງຄັ້ງສຳເລັດຜົນ. ກະສິກຳ ອາດຈະບັນລຸວົງເງິນສົ່ງອອກ 41 ຕື້ ໂດລາສະຫະລັດ ໃນປີນີ້. ອຸດສາຫະກຳເພີ່ມຂຶ້ນ 2,69%. ໃນຊ່ວງເວລາເກີດໂລກລະບາດ, ຫວຽດນາມ ຍັງສືບຕໍ່ສົ່ງອອກເກີນດຸ່ນ 17 ຕື້ ໂດລາສະຫະລັດ ແລະເລີ່ມລົງມືກໍ່ສ້າງ 3 ໂຄງການໃຫຍ່.

ການນຳພົນລະເມືອງຫວຽດນາມ 350 ຄົນຈາກຍີ່ປຸ່ນ ກັບຄືນປະເທດຢ່າງປອດໄພ ການນຳພົນລະເມືອງຫວຽດນາມ 350 ຄົນຈາກຍີ່ປຸ່ນ ກັບຄືນປະເທດຢ່າງປອດໄພ

ຍສໝ - ຜູ້ໂດຍສານໃນຖ້ຽວບິນແມ່ນບັນດາກໍລະນີທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ມີໝູ່ຄະນະ ແລະ ບຸກຄົນ 9 ຄົນ ໄດ້ຮັບໃບຍ້ອງຍໍ ທີ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງທາຍບິ່ງ ຄັ້ງທີ 2 ມີໝູ່ຄະນະ ແລະ ບຸກຄົນ 9 ຄົນ ໄດ້ຮັບໃບຍ້ອງຍໍ ທີ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງທາຍບິ່ງ ຄັ້ງທີ 2

ຍສໝ - ມີໝູ່ຄະນະ ແລະ ບຸກຄົນ 9 ຄົນ ໄດ້ຮັບໃບຍ້ອງຍໍ ຈາກ ສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ປະທານຄະນະກຳມະການປະຊາຊົນແຂວງ; ມີໝູ່ຄະນະ ແລະ ບຸກຄົນ 6 ຄົນ ໄດ້ຮັບໃບຍ້ອງຍໍຈາກສະຫະພັນອົງການຈັດຕັ້ງມິດຕະພາບແຂວງ.

ທ່ານເອກອັກຄະລັດຖະທູດເຢຍລະມັນ Guido Hildner ປາດຖະໜາວ່າສອງປະເທດສຸມໃສ່ການຮ່ວມມືໃນການຝຶກອົບຮົມວິຊາຊີບ, ການປົກປັກຮັກສາສິ່ງແວດລ້ອມ ແລະ ພະລັງງານທີ່ສ້າງຄືນໃໝ່ ທ່ານເອກອັກຄະລັດຖະທູດເຢຍລະມັນ Guido Hildner ປາດຖະໜາວ່າສອງປະເທດສຸມໃສ່ການຮ່ວມມືໃນການຝຶກອົບຮົມວິຊາຊີບ, ການປົກປັກຮັກສາສິ່ງແວດລ້ອມ ແລະ ພະລັງງານທີ່ສ້າງຄືນໃໝ່

ຍສໝ - ໃນໄລຍະຜ່ານມາ, ການເຄື່ອນໄຫວຕ່າງໆແຫ່ງຄວາມສັນຕິພາບ, ຄວາມສາມັກຄີ, ມິດຕະພາບ ແລະການຮ່ວມມືສາກົນຂອງແຂວງຫວີງຟູກ ນັບມື້ນັບໄດ້ຮັບການເພີ່ມທະວີ. ແຂວງຫວີງຟູກ ໄດ້ເປັນເຈົ້າການໃນການຜັນຂະຫຍາຍການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອກັບບັນດາປະເທດໃນໂລກ; ໂດຍສະເພາະແມ່ນບັນດາປະເທດທີ່ມີການພົວພັນອັນເປັນມູນເຊື້ອ, ລວມທັງເຢຍລະມັນ.

ໄຊພອນ

ເຫດການ
302 Found

Found

The document has moved here.