ຫຼາຍປະເທດສະເໜີຕົວເປັນເຈົ້າພາບບານໂລກ 2030

00:54 | 14/05/2019

ສຳ­ລັບ​ບານ​ໂລກ ປີ 2030 ຕາມ​ລະ­ບຽບ​ທີ່​ເຫັນ​ດີ​ເປັນ​ເອ­ກະ​ພາບ​ຂອງ​ຊາດ​ສະ­ມາ­ຊິກ ຟີ​ຟ້າ ແມ່ນ​ມີ 48 ທີມ​ໃນ​ຮອບ​ສຸດ​ທ້າຍ ຄື​ກັບ​ບານ​ໂລກ 2026 ທີ່​ກາ​ນາ​ດາ ເມັກ​ຊີ​ໂກ ແລະ ສະ­ຫະ­ລັດ​ອາ​ເມ​ຣິ​ກາ ຄວ້າ​ສິດ​ເປັນ​ເຈົ້າ­ພາບ​ຮ່ວມ​ກັນ ສ່ວນ​ບານ​ໂລກ​ປີ 2022 ທີ່​ກາ​ຕາ ຕາມ​ລະ­ບຽບ​ກ່ອນ​ໜ້າ​ນີ້ ກຳ­ນົດ​ເອົາ 32 ທີມ ແຕ່​ອາດ​ເພີ່ມ​ເປັນ 48 ທີມ ຊຶ່ງ​ກຳ­ລັງ​ພິ­ຈາ­ລະ­ນາ.

ຫຼາຍປະເທດສະເໜີຕົວເປັນເຈົ້າພາບບານໂລກ 2030

ຫຼາຍປະເທດສະເໜີຕົວເປັນເຈົ້າພາບບານໂລກ 2030

ກ່ອນ​ໜ້າ​ນີ້ ມີ 3 ປະ­ເທດ ໃນ​ເຂດ​ອາ​ເມ​ຣິ​ກາ​ໃຕ້ ສະ­ເໜີ​ຕົວ​ຊີງ​ສິດ​ເປັນ​ເຈົ້າ­ພາບ​ຮ່ວມ ຄື: ອາກ​ຊັງ​ຕິນ ອຸ​ຣູ​ໄກວ ແລະ ປາ​ຣາ​ໄກວ ແຕ່​ຫຼ້າ​ສຸດ​ໃນ​ກາງ​ອາ­ທິດ​ຜ່ານ​ມາ ມີ​ປະ­ເທດ ຊີ​ລີ ທີ່­ຢູ່​ໃນ​ເຂດ​ດຽວ​ກັນ ຂໍ​ສະ­ເໜີ​ຕົວ​ເປັນ​ເຈົ້າ­ພາບ​ຮ່ວມ​ກັບ​ອີກ 3 ປະ­ເທດ ເປັນ 4 ປະ­ເທດ ຊຶ່ງ​ເປັນ​ຄັ້ງ​ທຳ​ອິດ ທີ່​ມີ 4 ປະ­ເທດ​ສະ­ເໜີ​ເປັນ​ເຈົ້າ­ພາບ​ບານ​ໂລກ ສຳ­ລັບ ຊີ​ລີ ເຄີຍ​ເປັນ​ເຈົ້າ­ພາບ​ໂລກ ປີ 1962 ຂະ­ນະ​ທີ່ ອຸ​ຣູ​ໄກວ ກໍ​ເຄີຍ​ເປັນ​ເຈົ້າ­ພາບ​ໃນ​ປີ 1930 ຊຶ່ງ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ການ​ແຂ່ງ­ຂັນ ອາກ​ຊັງ​ຕິນ ເປັນ​ເຈົ້າ­ພາບ ປີ 1978 ສ່ວນ ປາ​ຣາ​ໄກວ ຍັງ​ບໍ່​ເຄີຍ​ເປັນ​ເຈົ້າ­ພາບ ແຕ່​ທັງ 4 ປະ­ເທດ ຍັງ​ມີ​ຄູ່​ແຂ່ງ​ອີກ​ຫຼາຍ​ປະ­ເທດ ເຊັ່ນ: ປອກ​ຕຸຍ​ການ ແອັສ​ປາຍ ມາ​ຣົກ ເກຣັກ ບຸນ​ກາ​ຣີ ແຊກ​ບີ ຣູ​ມາ​ນີ ອັງ­ກິດ ເວວ ສະ​ກັອດ​ແລນ ໄອ​ແລນ​ເໜືອ ສາ­ທາ­ລະ­ນະ​ລັດ​ໄອ​ຣ​ແລນ ແຄມ​ເມີ​ຣູນ ເອ​ຢິບ ຍີ່­ປຸ່ນ ສປ ຈີນ ແລະ ສ ເກົາ­ຫຼີ ແລະ ສປປ ເກົາ­ຫຼີ.

ສຳ­ລັບ​ບານ​ໂລກ ປີ 2030 ຕາມ​ລະ­ບຽບ​ທີ່​ເຫັນ​ດີ​ເປັນ​ເອ­ກະ​ພາບ​ຂອງ​ຊາດ​ສະ­ມາ­ຊິກ ຟີ​ຟ້າ ແມ່ນ​ມີ 48 ທີມ​ໃນ​ຮອບ​ສຸດ​ທ້າຍ ຄື​ກັບ​ບານ​ໂລກ 2026 ທີ່​ກາ​ນາ​ດາ ເມັກ​ຊີ​ໂກ ແລະ ສະ­ຫະ­ລັດ​ອາ​ເມ​ຣິ​ກາ ຄວ້າ​ສິດ​ເປັນ​ເຈົ້າ­ພາບ​ຮ່ວມ​ກັນ ສ່ວນ​ບານ​ໂລກ​ປີ 2022 ທີ່​ກາ​ຕາ ຕາມ​ລະ­ບຽບ​ກ່ອນ​ໜ້າ​ນີ້ ກຳ­ນົດ​ເອົາ 32 ທີມ ແຕ່​ອາດ​ເພີ່ມ​ເປັນ 48 ທີມ ຊຶ່ງ​ກຳ­ລັງ​ພິ­ຈາ­ລະ­ນາ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.