ນາຍົກ ເນັ້ນຫາດຊາຍຟອງ ປູກພືດຜັກປອດສານພິດໃຫ້ຫຼາຍຂຶ້ນ

09:41 | 07/08/2019

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ພ້ອມ​ຄະ­ນະ ລົງ​ຢ້ຽມ­ຢາມ ແລະ ພົບ​ປະ ປະ­ຊາ­ຊົນ ເມືອງ​ຫາດ​ຊາຍ​ຟອງ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ວັນ​ທີ 5 ສິງ­ຫາ 2019 ຢູ່​ວັດ​ປ່າ​ເປົ້າ ບ້ານ​ບໍ່​ໂອ ໂດຍ​ໄດ້​ຮັບ​ການ​ຕ້ອນ­ຮັບ​ຈາກ​ທ່ານ ສີ​ຫຸນ ສິດ­ທິ​ລື​ໄຊ ຮອງ​ເຈົ້າ​ຄອງ ນວ ທ່ານ ວົງ​ເດືອນ ບຸນ​ຍະ​ແສງ ເຈົ້າ­ເມືອງ​ຫາດ​ຊາຍ ຟອງ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ.

ນາຍົກ ເນັ້ນຫາດຊາຍຟອງ ປູກພືດຜັກປອດສານພິດໃຫ້ຫຼາຍຂຶ້ນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງສປປ ລາວ.(ພາບ: vientianemai.net)

ທ່ານ ວົງ​ເດືອນ ບຸນ​ຍະ​ແສງ ໄດ້​ລາຍ​ງານ​ວ່າ: ເມືອງ​ຫາດ​ຊາຍ​ຟອງ ມີ 60 ບ້ານ ພົນ­ລະ­ເມືອງ 100.204 ຄົນ ຍິງ 50.187 ຄົນ ມີ​ທາງ​ດິນ​ແດງ​ເຂົ້າ​ບ້ານ 132 ເສັ້ນ ປະ­ຊາ­ກອນ​ສ່ວນ​ໃຫຍ່​ປະ­ກອບ​ອາ­ຊີບ​ປູກ­ຝັງ-ລ້ຽງ­ສັດ ມີ​ເນື້ອ­ທີ່​ນາ­ປີ 6.080 ເຮັກ­ຕາ ສະ­ມັດ­ຖະ­ພາບ 4,49 ໂຕນ​ຕໍ່​ເຮັກ­ຕາ ນາ­ແຊງ 4.010 ເຮັກ­ຕາ ສະ­ມັດ­ຖະ­ພາບ 5,63 ໂຕນ​ຕໍ່​ເຮັກ­ຕາ ເນື້ອ­ທີ່​ປູກ​ພືດ​ຜັກ​ລະ­ດູ­ແລ້ງ 2.110 ເຮັກ­ຕາ ລະ­ດູ­ຝົນ 1.163 ເຮັກ­ຕາ ມີ​ກຸ່ມ​ຜະ­ລິດ​ພືດ​ຜັກ​ອິນ​ຊີ ແລະ ກຸ່ມ​ຜະ­ລິດ​ພືດ​ຜັກ​ສະ­ອາດ ໃນ​ນີ້ ກຸ່ມ​ພືດ​ຜັກ​ສະ­ອາດ​ມີ​ກຸ່ມ ບ້ານ​ສິມ​ມະ­ໂນ ກຸ່ມ​ບ້ານ​ຫາດ​ກັນ­ຊາ ແລະ ກຸ່ມ​ບ້ານ​ສະ­ຫວ່າງ ສ່ວນ​ກຸ່ມ​ພືດ​ຜັກ​ອິນ​ຊີ ມີ​ກຸ່ມ​ຊາຍ​ຟອງ ແລະ ກຸ່ມ​ໂຄກ​ຊາຍ ມີ​ລະ­ບົບ​ຊົນ­ລະ­ປະ­ທານ 16 ແຫ່ງ ໂຄງ­ການ​ສ້າງ​ຄູ​ປ້ອງ​ກັນ​ນ້ຳ​ຖ້ວມ ຍາວ 32,2 ກິ­ໂລ­ແມັດ ເຊິ່ງ​ເປັນ​ຄູ​ດິນ​ແດງ ຍາວ 6 ກິ­ໂລ­ແມັດ ກວ້າງ 4 ແມັດ ປີ 2018 ໄດ້​ຮັບ​ຕົວ​ເລກ​ເກັບ​ລາຍ​ຮັບ 19,83 ຕື້​ກວ່າ​ກີບ ປະ­ຕິ­ບັດ​ໄດ້ 18,99 ຕື້​ກວ່າ​ກີບ ເທົ່າ​ກັບ 95,77% ປີ 2019 ໄດ້​ຮັບ​ຕົວ​ເລກ​ເກັບ​ລາຍ​ຮັບ 20,78 ຕື້​ກວ່າ​ກີບ ປັດ­ຈຸ­ບັນ ປະ­ຕິ­ບັດ​ໄດ້ 11,79 ຕື້​ກວ່າ​ກີບ ເທົ່າ​ກັບ 56,73% ໄດ້​ຮັບ​ອະ­ນຸ­ມັດ​ງົບ­ປະ­ມານ 42 ໂຄງ­ການ ມູນ​ຄ່າ 2,94 ຕື້​ກວ່າ​ກີບ ໃນ​ນີ້ ສືບ­ຕໍ່​ກໍ່­ສ້າງ 14 ໂຄງ­ການ ມູນ​ຄ່າ 548,48 ລ້ານ​ກີບ ໂຄງ­ການ​ສົ່ງ­ເສີມ​ວິ­ຊາ​ການ 3 ໂຄງ­ການ ມູນ​ຄ່າ 49,56 ລ້ານ​ກີບ ໂຄງ­ການ​ຊຳ­ລະ​ໜີ້ 21 ໂຄງ­ການ ມູນ​ຄ່າ 1.854,39 ລ້ານ​ກີບ ໂຄງ­ການ​ຟື້ນ​ຟູ​ໄພ­ພິ­ບັດ 4 ໂຄງ­ການ ມູນ​ຄ່າ 490,65 ລ້ານ​ກີບ ໃນ​ນີ້ ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ນວ ເປັນ​ເຈົ້າ​ຂອງ​ໂຄງ­ການ ເຊັ່ນ: ໂຄງ­ການ​ທາງ​ເບ​ຕົງ ຈີ່­ນາຍ​ໂມ້ ຍາວ 14 ກິ­ໂລ­ແມັດ ປັດ­ຈຸ­ບັນ ຄືບ​ໜ້າ 65% ໂຄງ­ການ​ກໍ່­ສ້າງ​ກັນ​ຕາ ຝັ່ງ​ເຈື່ອນ ຢູ່​ບ້ານ​ຊາຍ​ຟອງ​ເໜືອ ປັດ­ຈຸ­ບັນ ຄືບ​ໜ້າ 30% ນອກ​ນີ້ ວຽກ​ງານ​ອື່ນໆ​ກໍ​ໄດ້​ຮັບ​ການ​ປັບ­ປຸງ​ດີ​ຂຶ້ນ.

ໂອ­ກາດ​ນີ້ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ກໍ​ໄດ້​ສະ­ແດງ​ຄວາມ​ຊົມ­ເຊີຍ​ຕໍ່​ຜົນ­ງານ ທີ່​ເມືອງ​ຫາດ​ຊາຍ​ຟອງ ຍາດ​ມາ​ໄດ້​ໃນ​ໄລ­ຍະ​ຜ່ານ​ມາ ພ້ອມ​ທັງ​ໄດ້​ເນັ້ນ​ໃຫ້​ອຳ­ນາດ​ການ​ປົກ­ຄອງ ກໍ​ຄື ພາກ­ສ່ວນ​ກ່ຽວ­ຂ້ອງ​ສືບ­ຕໍ່​ເອົາ­ໃຈ­ໃສ່​ສົ່ງ­ເສີມ​ການ​ຜະ­ລິດ​ເປັນ​ສິນ­ຄ້າ ແລະ ລ້ຽງ­ສັດ ເພື່ອ​ຕອບ​ສະ­ໜອງ​ໃຫ້​ໂຄງ­ການ​ທາງ​ລົດ­ໄຟ ການ​ຜະ­ລິດ​ຕ້ອງ​ເນັ້ນ​ໃຫ້​ປອດ​ສານ­ພິດ ເຮັດ​ເປັນ​ກຸ່ມ ເປັນ​ສະ­ມາ­ຄົມ​ຂອງ​ເມືອງ ເພື່ອ​ສາ­ມາດ​ຕິດ­ຕາມ ແລະ ຄຸ້ມ​ຄອງ ໃຫ້​ເມືອງ​ຫາດ​ຊາຍ​ຟອງ​ສົມ­ທົບ​ກັບ ນວ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ຕິດ­ຕາມ ແລະ ຄຸ້ມ​ຄອງ​ລາ­ຄາ​ສິນ­ຄ້າ ແລະ ພືດ​ຜັກ​ຕ່າງໆ ສົມ­ທົບ​ກັບ​ບັນ­ດາ​ກຸ່ມ​ບ້ານ ແລະ ປະ­ຊາ­ຊົນ ເພື່ອ​ຕ້ານ​ສະ­ກັດ​ກັ້ນ ແລະ ຄວບ​ຄຸມ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໄຂ້­ເລືອດ­ອອກ ແລະ ພະ­ຍາດ​ອະ­ຫິ​ວາ​ໝູ​ອາ​ຟຣິ​ກາ ຖ້າ​ເກີດ​ຂຶ້ນ​ແລ້ວ​ຕ້ອງ​ໄດ້​ມີ​ມາດ​ຕະ­ການ​ເດັດ­ຂາດ​ໃນ​ການ​ແກ້​ໄຂ ໃຫ້​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ເອົາ­ໃຈ­ໃສ່​ຄົ້ນ­ຄວ້າ​ປັບ­ປຸງ​ນະ­ໂຍ­ບາຍ ແລະ ນິ­ຕິ​ກຳ​ສົ່ງ­ເສີມ​ການ​ຜະ­ລິດ​ເປັນ​ສິນ­ຄ້າ ໂດຍ​ການ​ມີ​ສ່ວນ​ຮ່ວມ​ຂອງ​ພາກ​ລັດ ຜູ້​ປະ­ກອບ​ການ ແລະ ປະ­ຊາ­ຊົນ ໃຫ້​ຊັດ​ເຈນ​ກວ່າ​ເກົ່າ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ
302 Found

Found

The document has moved here.