CNN: “ປະເທດຫວຽດນາມ ປະຕິບັດຮັກສາໄວ້ອັດຕາການເສຍຊີວິດຍ້ອນພະຍາດ COVID-19 ໄດ້ເປັນຕົວເລກ 0 ຄືແນວໃດ?”

17:45 | 31/05/2020

ຍສໝ - ສຳນັກຂ່າວ CNN (ອາເມລິກາ) ສະແດງຄວາມປະທັບໃຈເປັນພິເສດ ສຳຫຼັບຫວຽດນາມ ໃນການຮັກສາອັດຕາການຕາຍເປັນຕົວເລກ 0.

cnn ປະເທດຫວຽດນາມ ປະຕ ບ ດຮ ກສາໄວ ອ ດຕາການເສຍຊ ວ ດຍ ອນພະຍາດ covid 19 ໄດ ເປ ນຕ ວເລກ 0 ຄ ແນວໃດ ກາລະໂອກາດລົງທຶນ, ດໍາເນີນທຸລະກິດ ຂອງຫວຽດນາມພາຍຫຼັງໂລກລະບາດໂຄວິດ - 19”
cnn ປະເທດຫວຽດນາມ ປະຕ ບ ດຮ ກສາໄວ ອ ດຕາການເສຍຊ ວ ດຍ ອນພະຍາດ covid 19 ໄດ ເປ ນຕ ວເລກ 0 ຄ ແນວໃດ ຫວຽດ​ນາມ​ຄິດ​ໄລ່​ຊັ່ງ​ຊາຈຸດ​ເວ​ລາ​ເປີດ​ປະ​ຕູ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ

ໃນບົດຂຽນລົງວັນທີ 30 ພຶດສະພາ, ສຳນັກຂ່າວ CNN ໄດ້ຍ້ອງຍໍ ຫວຽດນາມແມ່ນປະເທດທີ່ ໄດ້ຮັບປະສົບຜົນສຳເລັດໃນການສະກັດກັ້ນ ການລະບາດຂອງ ພະຍາດ COVID-19.

ບົດຂຽນທີ່ມີຫົວຂໍ້ວ່າ “ປະເທດຫວຽດນາມ ປະຕິບັດຮັກສາໄວ້ອັດຕາການເສຍຊີວິດຍ້ອນພະຍາດ COVID-19 ໄດ້ເປັນຕົວເລກ 0 ຄືແນວໃດ”, ເຊິ່ງໂດຍນັກຂຽນ Nectar Gan ໄດ້ລາຍງານ ແລະ ວິເຄາະ ກ່ຽວກັບຜົນສຳເລັດຂອງຫວຽດນາມ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19.

cnn ປະເທດຫວຽດນາມ ປະຕ ບ ດຮ ກສາໄວ ອ ດຕາການເສຍຊ ວ ດຍ ອນພະຍາດ covid 19 ໄດ ເປ ນຕ ວເລກ 0 ຄ ແນວໃດ
ສຳນັກຂ່າວ CNN ໄດ້ຍ້ອງຍໍ ຫວຽດນາມແມ່ນເລື່ອງທີ່ ໄດ້ຮັບປະສົບຜົນສຳເລັດໃນການສະກັດກັ້ນການລະບາດຂອງ ພະຍາດ COVID-19. (ພາບ: CNN)

ຕາມນັ້ນແລ້ວ, ບົດຂຽນໃຫ້ຮູ້ວ່າ ມາຮອດວັນທີ 30 ພຶດສະພາ, ເຊິ່ງແມ່ນປະເທດທີ່ມີຈຳນວນພົນລະເມືອງແມ່ນ 97 ລ້ານຄົນ, ທີ່ບໍ່ໄດ້ພົບກັບການເສຍຊີວິດຍ້ອນພະຍາດ COVID-19 ແລະ ມີພຽງແຕ່ 328 ຄົນໄດ້ຕິດເຊື້ອພະຍາດ, ເຖິງວ່າ ຫວຽດນາມມີເສັ້ນຊາຍແດນຕິດຕໍ່ກັນກັບປະເທດຈີນ ແລະ ແຕ່ລະປີ ປະເທດຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວ ມາຈາກປະເທດຈີນຈຳນວນຫຼາຍລ້ານຄົນ.

ບົດຂຽນ CNN ຍັງສະແດງຄວາມປະທັບໃຈເປັນພິເສດ ສຳຫຼັບຫວຽດນາມ ໃນການຮັກສາອັດຕາການຕາຍເປັນຕົວເລກ 0, ເຖິງແມ່ນວ່າ ຫວຽດນາມເປັນປະເທດທີ່ມີລາຍໄດ້ປານກາງຕ່ຳ.

ຕາມບັນດາຜູ້ຊ່ຽວຊານດ້ານສາທາລະນະສຸກ, ການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19 ຢ່າງມີປະສິດທິຜົນຂອງຫວຽດນາມ ແມ່ນຂຶ້ນກັບຫຼາຍປັດໃຈ, ປະກອບມີ ການກະທຳຢ່າງໄວວາຂອງລັດຖະບານ, ການຕິດຕາມ, ກັກກັນພະຍາດຢ່າງເຂັ້ມງວດ ແລະ ການໂຄສະນາເຜີຍແຜ່ຢ່າງເຂັ້ມແຂງແຮງກ້າ, ປະສິດທິຜົນ.

ປະເທດຫວຽດນາມ ໄດ້ຕອບໂຕ້ຢ່າງວ່ອງໄວ ແລະ ບໍ່ລໍຖ້າການແຈ້ງເຕືອນໄພຢ່າງເປັນທາງການ ໂດຍ ອົງການອະນາໄມໂລກ. ປະເທດຫວຽດນາມ ໄດ້ປິດຊາຍແດນ ແລະ ດຳເນີນການທົດສອບວິເຄາະ ແລະ ວິທີການຊອກຄົ້ນແຫຼ່ງ​ຕິດ​ເຊື້ອຢ່າງກວ້າງຂວາງ.

cnn ປະເທດຫວຽດນາມ ປະຕ ບ ດຮ ກສາໄວ ອ ດຕາການເສຍຊ ວ ດຍ ອນພະຍາດ covid 19 ໄດ ເປ ນຕ ວເລກ 0 ຄ ແນວໃດ
ການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19 ທີ່ປະສິດທິຜົນຂອງຫວຽດນາມ ໂດຍການກະທຳຢ່າງໄວວາຂອງລັດຖະບານ. (ພາບ: CNN)

ນັບແຕ່ຕົ້ນເດືອນມັງກອນ, ນະຄອນຫຼວງຮ່າໂນ້ຍ (ຫວຽດນາມ) ໄດ້ດຳເນີນການທົດສອບອຸນຫະພູມຮ່າງກາຍຂອງຜູ້ໂດຍສານທຸກຄົນທີ່ມາຈາກເມືອງ Wuhan ຢູ່ສະໜາມບິນສາກົນ. ນັກທ່ອງທ່ຽວທີ່ມີອາການໄຂ້ ແມ່ນໄດ້ປະຕິບັດການແຍກອອກຫ່າງ ແລະ ຕິດຕາມຢ່າງໃກ້ຊິດ. ໃນກາງເດືອນມັງກອນ, ຫວຽດນາມ ໄດ້ປະຕິບັດ “ມາດຕະການແກ້ໄຂຢ່າງຮຸນແຮງ” ເພື່ອແລະສະກັດກັ້ນພະຍາດ, ບໍ່ໃຫ້ພະຍາດແຜ່ລະບາດໄປສູ່ປະເທດຫວຽດນາມ, ຕິດຕາມຢ່າງເຄັ່ງຄັດສຳຫຼັບຜູ້ທີ່ຕິດຕໍ່ກັບຄົນເຈັບທີ່ຕິດເຊື້ອ COVID-19, ຮຽກຮ້ອງໃຫ້ພວກເຂົາ ຕ້ອງການດຳເນີນການແຍກອອກຫ່າງແບບບັງຄັບ ເຊິ່ງເປັນເວລາ 14 ວັນ.

ລະບົບການໂຄສະນາເຜີຍແຜ່ຂອງຫວຽດນາມ ກໍ່ໄດ້ຮັບການປຸກລະດົມ, ເພື່ອຍົກສູງຄວາມຮັບຮູ້ຂອງປະຊາຊົນ ກ່ຽວກັບການລະບາດຂອງພະຍາດ ດ້ວຍລະບົບໂທລະໂຄ່ງຕາແສງ, ຄຳຂວັນໃນບັນດາຖະໜົນ, ເຄືອຂ່າຍສັງຄົມ ແລະ ໜັງສືພິມ.

cnn ປະເທດຫວຽດນາມ ປະຕ ບ ດຮ ກສາໄວ ອ ດຕາການເສຍຊ ວ ດຍ ອນພະຍາດ covid 19 ໄດ ເປ ນຕ ວເລກ 0 ຄ ແນວໃດ ຫວຽດນາມ ແລະ ອິນໂດເນເຊຍ ໄດ້ຕີລາຄາສູງບົດບາດນຳໜ້າຂອງ ສະຫະພາບເອີຣົບ EU

ຍສໝ - ຫວຽດນາມ ແລະ ອິນໂດເນເຊຍ ໄດ້ຕີລາຄາສູງບົດບາດຂອງສະຫະພາບເອີຣົບ EU ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ; ປາດຖະໜາຢາກໃຫ້ EU ປະສານສົມທົບກັບສະຫະປະຊາຊາດ ທີ່ສືບຕໍ່ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ.

cnn ປະເທດຫວຽດນາມ ປະຕ ບ ດຮ ກສາໄວ ອ ດຕາການເສຍຊ ວ ດຍ ອນພະຍາດ covid 19 ໄດ ເປ ນຕ ວເລກ 0 ຄ ແນວໃດ ຫວຽດນາມ - ມຽນມາ: ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈມູງໄປສູ່ອະນາຄົດ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ມຽນມາ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ລົງບົດຂຽນກ່ຽວກັບການພົວພັນສອງຝ່າຍ. ວາລະສານ ຍຸກສະໄໝ ຂໍແນະນຳ ເນື້ອໃນຂອງບົດຂຽນທີ່ມີເນື້ອໃນດັ່ງຕໍ່ໄປນີ້:

cnn ປະເທດຫວຽດນາມ ປະຕ ບ ດຮ ກສາໄວ ອ ດຕາການເສຍຊ ວ ດຍ ອນພະຍາດ covid 19 ໄດ ເປ ນຕ ວເລກ 0 ຄ ແນວໃດ ວາລະສານ Forbes: ເປັນຫຍັງບັນດານັກລົງທືນສາກົນຄວນລົງທືນເຂົ້າໃນຫວຽດນາມ ພາຍຫຼັງ Covid-19?

ຍສໝ - ບັນດານັກລົງທືນສາກົນ ຄວນມາລົງທືນຢູ່ປະເທດຫວຽດນາມ ຍ້ອນວ່າ ໃນປະຈຸບັນ, ມີຫລາຍໆປະເທດ ກຳລັງປະສົບກັບຄວາມຫຍຸ້ງຍາກໃນການຮັບມືກັບໂລກລະບາດ Covid-19 ແລະ ຄວາມສ່ຽງຂອງການເສດຖະກິດຖົດຖອຍ ກຳລັງປົກຄຸມທົ່ວໂລກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.