ສາຍການບິນຫວຽດນາມ ສົ່ງເສີມການຂຸດຄົ້ນບັນດາເສັ້ນທາງໃໝ່ລະຫວ່າງບັນດາທ້ອງຖິ່ນ

08:59 | 22/07/2020

ຍສໝ - ພາຍຫຼັງໄດ້ຄວບຄຸມການລະບາດຂອງ COVID-19 ຢູ່ຫວຽດນາມ, ໃນຂະນະທີ່ລໍຖ້າເສັ້ນທາງການບິນສາກົນປະຕິບັດຄືນໃໝ່, ບັນດາສາຍການບິນຕ່າງໆໄດ້ເປີດຫຼາຍເສັ້ນທາງການບິນພາຍໃນປະເທດ ເພື່ອກະຕຸກຊຸກຍູ້ຄວາມຕ້ອງການການເດີນທາງ ໃຫ້ມີຄວາມສະດວກສະບາຍສຳລັບຜູ້ໂດຍສານ.

ສາຍການບ ນຫວຽດນາມ ສ ງເສ ມການຂ ດຄ ນບ ນດາເສ ນທາງໃໝ ລະຫວ າງບ ນດາທ ອງຖ ນ ພົນລະເມືອງຫວຽດນາມ 350 ຄົນຈາກຍີ່ປຸ່ນໄດ້ກັບຄືນປະເທດດ້ວຍຄວາມປອດໄພ
ສາຍການບ ນຫວຽດນາມ ສ ງເສ ມການຂ ດຄ ນບ ນດາເສ ນທາງໃໝ ລະຫວ າງບ ນດາທ ອງຖ ນ ສາຍການບິນ ຫວຽດນາມ ໄດ້ໂຈະການບິນລະຫວ່າງ ຫວຽດນາມ ແລະ ເກົາຫຼີໃຕ້

ນັບແຕ່ເດືອນພຶດສະພາປີ 2020 ເມື່ອການລະບາດຂອງ COVID-19 ຖືກຄວບຄຸມສຳເລັດຜົນຢູ່ຫວຽດນາມ, ບໍລິສັດການບິນຫວຽດນາມ Vietnam Airlines ໄດ້ເປີດເສັ້ນທາງການບິນທັງໝົດຈຳນວນ 22 ເສັ້ນ, ໂດຍສຸມໃສ່ເຊື່ອມຕໍ່ບັນດາທ້ອງຖິ່ນທີ່ມີສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ, ຍົກສູງເຄືອຂ່າຍການບິນພາຍໃນປະເທດຂອງບໍລິສັດ Vietnam Airlines ເປັນຈຳນວນ 61 ເສັ້ນທາງ ແລະ ມີຈຳນວນຖ້ຽວບິນໃນມື້ສູງສຸດເຖິງເກືອບ 500 ຖ້ຽວ/ວັນ.

ສາຍການບ ນຫວຽດນາມ ສ ງເສ ມການຂ ດຄ ນບ ນດາເສ ນທາງໃໝ ລະຫວ າງບ ນດາທ ອງຖ ນ
ສາຍການບິນຫວຽດນາມ ສົ່ງເສີມການຂຸດຄົ້ນບັນດາເສັ້ນທາງໃໝ່ລະຫວ່າງບັນດາທ້ອງຖິ່ນ. (ພາບ: vietnam+)

ຄຽງຄູ່ກັບການເລີ່ມຕົ້ນເຄືອຂ່າຍການບິນພາຍໃນປະເທດຄືນໃໝ່, ບໍລິສັດການບິນ Bamboo Airways ກຳລັງເປີດນຳໃຊ້ເສັ້ນທາງການບິນໃໝ່ລະຫວ່າງພາກພື້ນ ແລະ ບັນດາທ້ອງຖິ່ນຕ່າງໆໃນທົ່ວປະເທດ. ໃນເດືອນສິງຫາປີ 2020, ບໍລິສັດການບິນ Bamboo Airways ໄດ້ສ້າງເສັ້ນທາງຈາກນະຄອນຫຼວງຮ່າໂນ້ຍ, ນະຄອນໂຮ່ຈີມິນ, ນະຄອນດານັງ ແລະ ເມືອງເກີນເທີ ມາເຖິງໂກນດ່າວ (ບາເຮຍ - ວຸງເຕົາ) ດ້ວຍເຮືອບິນທີ່ທັນສະໄໝມີຫລາຍກວ່າ 100 ບ່ອນນັ່ງ, ແລະ ຄາດວ່າຈະນຳເອົາການເລືອກເຟັ້ນຫຼາຍຢ່າງໃນການຂົນສົ່ງ ສຳລັບຜູ້ໂດຍສານໄປໂກນດ່າວ.

ກ່ອນໜ້ານັ້ນ, ບໍລິສັດການບິນ Vietjet Air ກໍ່ໄດ້ປະກາດວ່າໄດ້ເປີດ 8 ເສັ້ນທາງໃໝ່ທີ່ເຊື່ອມຕໍ່ນະຄອນຫຼວງຮ່າໂນ້ຍ ກັບ ແຂວງດົງໂຮຍ (ກວາງບິ່ງ), ນະຄອນຫາຍຟ່ອງ ກັບ ນະຄອນກິຍເຍີນ, ວິງ - ຟູກ໋ວກ ແລະ ນະຄອນດານັງ ກັບ ດ່າລາດ, ບວນເມຖວດ, ແທັງຫ່ວາ… ເຊິ່ງເພີ່ມຈຳນວນເສັ້ນທາງການບິນຂອງບໍລິສັດການບິນ Vietjet ຢູ່ຫວຽດນາມ ຂຶ້ນເປັນ 53 ເສັ້ນການບິນ, ກວມເອົາທົ່ວປະເທດ.

ສາຍການບ ນຫວຽດນາມ ສ ງເສ ມການຂ ດຄ ນບ ນດາເສ ນທາງໃໝ ລະຫວ າງບ ນດາທ ອງຖ ນ ຫວຽດນາມ ໄດ້ນຳສົ່ງພົນລະເມືອງຈຳນວນຫຼາຍກວ່າ 240 ຄົນຈາກຟີລິບປິນກັບຄືນປະເທດຢ່າງປອດໄພ

ຍສໝ - ໃນຕອນເຊົ້າວັນທີ 19 ກໍລະກົດ, ພົນລະເມືອງຫວຽດນາມຈຳນວນຫຼາຍກວ່າ 240 ຄົນທີ່ຖືກຄ້າງໄວ້ໃນປະເທດຟີລິບປິນ ຍ້ອນຜົນກະທົບຂອງພະຍາດ COVID-19 ໄດ້ກັບຄືນປະເທດດ້ວຍຄວາມປອດໄພ.

ສາຍການບ ນຫວຽດນາມ ສ ງເສ ມການຂ ດຄ ນບ ນດາເສ ນທາງໃໝ ລະຫວ າງບ ນດາທ ອງຖ ນ ເມັກຊິໂກ ປາດຖະໜາຢາກໃຫ້ ຫວຽດນາມ ແບ່ງປັນປະສົບການໃນການຮັບມືກັບ Covid-19

ຍສໝ - ຕອນເຊົ້າວັນທີ 17 ກໍລະກົດ, ທ່ານຮອງລັດຖະມົນຕີປະຈໍາກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ມີການໂອ້ລົມທາງອອນລາຍ ກັບ ທ່ານຮອງລັດຖະມົນຕີການຕ່າງປະເທດ ເມັກຊິໂກ Julio Ventura ເພື່ອປຶກສາຫາລືກ່ຽວກັບມາດຕະການຕ່າງໆເພື່ອຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃນສະພາບການສະເຫຼີມສະຫຼອງຄົບຮອບ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ເມັກຊິໂກ (1975 -2020).

ສາຍການບ ນຫວຽດນາມ ສ ງເສ ມການຂ ດຄ ນບ ນດາເສ ນທາງໃໝ ລະຫວ າງບ ນດາທ ອງຖ ນ ຫວຽດນາມຈັດຕັ້ງກອງປະຊຸມອອນລາຍຕາໜ່າງບັນດາສູນຮັກສາສັນຕິພາບ ອາຊຽນ

ຍ​ສ​ໝ - ການເຄື່ອນໄຫວດັ່ງກ່າວ ແມ່ນເພື່ອແນໃສ່ສະແດງບົດບາດຕັ້ງໜ້າ, ເປັນເຈົ້າການຂອງປະເທດເຈົ້າພາບຫວຽດນາມ ໃນຖານະເປັນປະເທດປະທານ APCN; ສືບຕໍ່ຮັກສາກໍາລັງໜູນ ແລະ ເພີ່ມທະວີການຮ່ວມມືລະຫວ່າງບັນດາສະມາຊິກ ໃນ APCN ໃນການຮັບມືກັບໂລກລະບາດ, ບໍ່ປະໃຫ້ຄວາມຫຍຸ້ງຍາກເຮັດໃຫ້ການເຄື່ອນໄຫວຂອງຕາໜ່າງຮັກສາສັນຕິພາບຂອງພາກພື້ນຖືກຕັດຕອນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.