ມາເລເຊຍ ກຽມເລືອກກະສັດອົງໃໝ່ 24 ມັງກອນນີ້

00:54 | 13/05/2019

ສໍານັກຂ່າວເອພີລາຍງານຈາກນະຄອນກົວລາລໍາເປີ ປະເທດມາເລເຊຍ ເມື່ອວັນທີ່ 7 ມັງກອນ 2019 ວ່າ ສຸລຕ່ານມູຮັມໝັດທີ່ 5 ສົມເດັດພະຣາຊາທິບໍດີແຫ່ງມາເລເຊຍ ແລະ ກະສັດພະອົງທີ່ 15 ແຫ່ງມາເລເຊຍພະຊົນນະພັນສາ 49 ພັນສາ ຊົງປະກາດສະລະຣາຊາສົມບັດເມື່ອວັນອາທິດທີ່ຜ່ານມາ ເຊິ່ງຖືວ່າເປັນຄັ້ງທໍາອິດໃນປະຫວັດສາດຂອງປະເທດມາເລເຊຍທີ່ສົມເດັດພະຣາຊາທິບໍດີຊົງສະລະບັນລັງຫຼັງຊົງຄອງລາດໄດ້ 2 ປີເທົ່ານັ້ນ ຈາກວະລະການຄອງລາດ 5 ປີໂດຍບໍ່ໄດ້ເປີດເຜີຍເຫດຜົນ ແຕ່ມີລາຍງານຂ່າວວ່າພະອົງຊົງອະພິເສກກັບອາດີດນາງງາມຣັດເຊຍໄວ 25 ປີ ເມື່ອເດືອນພະຈິກປີຜ່ານມາ

ມາເລເຊຍ ກຽມເລືອກກະສັດອົງໃໝ່ 24 ມັງກອນນີ້

ພະລາຊາທິບໍດີ ມາເລເຊຍ ມູຮາມັດ V (ຂວາມື) ທີ່ກອງປະຊຸມ ສະພາແຫ່ງຊາດ ຢູ່ ກຸລາລຳເປີ ວັນທີ 17/7/2018. (ພາບ: AFP/TTXVN)

ທ່ານ ໄຊຢິດ ດານຽວ ອາໝັດ ເຈົ້າໜ້າທີ່ລັດຖະບານມາເລເຊຍປະຕິບັດໜ້າທີ່ເລຂາທິການສະພາຜູ້ປົກຄອງເຊິ່ງປະກອບດ້ວຍພະປະມຸກ 9 ລັດຂອງມາເລເຊຍ ເປີດເຜີຍວ່າ ສະພາຜູ້ປົກຄອງໄດ້ປະຊຸມຫາລືກັນເມື່ອວັນຈັນ 7 ມັງກອນ 2019 ແລ້ວ ພ້ອມກໍານົດໃຫ້ສະພາຜູ້ປົກຄອງປະຊຸມກັນໃນວັນພະຫັດທີ່ 24 ມັງກອນ 2019 ນີ້ ເພື່ອເລືອກກະສັດອົງໃໝ່ ຈາກນັ້ນ ກະສັດພະອົງໃໝ່ກໍ່ຈະເຂົ້າພິທີຣາຊາພິເສກໃນວັນທີ່ 31 ມັງກອນນີ້

ທັງນີ້ ສະພາຜູ້ປົກຄອງຂອງມາເລເຊຍປະກອບດ້ວຍພະປະມຸກ 9 ລັດມາເລເຊຍ ຈະເຮັດໜ້າທີ່ເລືອກກະສັດແຫ່ງມາເລເຊຍໂດຍສະລັບໝູນວຽນກັນໄປ ໂດຍມີວາລະຄອງລາດ 5 ປີ.

(ແຫຼ່ງ​ຂໍ້​ມູນ​: raosukunfung.com)

ເຫດການ
302 Found

Found

The document has moved here.