ມາເລເຊຍ ຍຶດໂຕຫລິ່ນຫນັກລວມກ່ວາ 30 ໂຕນ ຫລາຍສຸດເປັນປະຫວັດສາດ

00:54 | 14/05/2019

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນກົວລາລັມເປີ ປະເທດມາເລເຊຍ ເມື່ອວັນທີ 12 ກຸມພາ 2019 ວ່າ ເຈົ້າໜ້າທີ່ມາເລເຊຍຍຶດສິນຄ້າທີ່ໄດ້ປະກອບດ້ວຍກ່ອງບັນຈຸໂຕຫລິ່ນແຊ່ແຂງ 1,800 ກ່ອງພາຍໃນຕູ້ຄອນເທນເນີແຊ່ເຢັນ ມີໂຕຫລິ່ນແຊ່ແຂງກວ່າ 572 ໂຕໃນຕູ້ແຊ່ແຂງ 6 ຕູ້ ໂຕຫລິ່ນເປັນໆ 61 ໂຕໃນກົງແລະເກັດໂຕຫລິ່ນ 361 ກິໂລກຼາມ ອ້າງຈາກຕຳຫຼວດ

ມາເລເຊຍ ຍຶດໂຕຫລິ່ນຫນັກລວມກ່ວາ 30 ໂຕນ ຫລາຍສຸດເປັນປະຫວັດສາດ

ເຈົ້າໜ້າທີ່ມາເລເຊຍຢືດເກັດຫຼິ່ນ.

ປະເທດມາເລເຊຍກຳລັງພະຍາຍາມກວາດລ້າງການລ່າແລະການລັກລອບສົ່ງໂຕຫລິ່ນ ສັດລ້ຽງລູກດ້ວຍນົມທີ່ຖືກລັກລອບຄ້າຂາຍຫລາຍທີ່ສຸດໃນໂລກ ແລະເປັນສັດປ່າສ່ຽງສູນພັນຮ້າຍແຮງຊະນິດນີ້ທີ່ຖືກຮຽກວ່າໂຕກິນມົດມີເກັດໂດຍຕົກເປັນເປົ້າມາດົນເນື່ອງຈາກຊິ້ນສ່ວນຮ່າງກາຍຂອງມັນມີມູນຄ່າສູງໃນການແພດແຜນບູຮານໃນຫລາຍປະເທດລວມເຖິງຈີນ ແລະຫວຽດນາມ ໃນຂະນະທີ່ຊີ້ນຂອງມັນຖືກເບິ່ງວ່າເປັນອາຫານເລີດລົດ.

ຫຼັງຈາກໄດ້ຮັບເບາະແສເຈົ້າຫນ້າທີ່ປ່າໄມ້ໃນລັດຊາບາໄດ້ບຸກໂຮງງານແຮງຫນື່ງ ແລະຄັງເກັບສິນຄ້າ ຕຳຫຼວດຈັບກຸມຊາອາຍຸ 35 ປີຄົນຫນື່ງທີ່ຕ້ອງສົງໃສວ່າເປັນຜູ້ດູແລໂຮງງານແຫ່ງນີ້ໃນຖານະສ່ວນຫນື່ງຂອງແກ໊ງອາຊະຍາກຳຜິດກົດຫມາຍ ຂະບວນການນີ້ເຊື່ອວ່າດຳເນີນງານມາຕະຫລອດ 7 ປີທີ່ຜ່ານມາ ແລະຕຳຫຼວດເຊື່ອວ່າ ໂຕຫລິ່ນຖືກຊື້ມາຈາກນັກລ່າເພື່ອນຳໄປຈັດຈຳຫນ່າຍພາຍໃນປະເທດ.

ມາເລເຊຍ ຍຶດໂຕຫລິ່ນຫນັກລວມກ່ວາ 30 ໂຕນ ຫລາຍສຸດເປັນປະຫວັດສາດ


ມາເລເຊຍ ຍຶດໂຕຫລິ່ນຫນັກລວມກ່ວາ 30 ໂຕນ ຫລາຍສຸດເປັນປະຫວັດສາດ

ຫລຼິ່ນເປັນສັດທີ່ໄກ້ສູນພັນແລ້ວ.

Traffic ກຸ່ມສັງເກດການລັກລອບຄ້າສັດປ່າທົ່ວພູມມີພາກນີ້ ກ່າວາວ່າ ເປັນການບຸກຍຶດຄັ້ງໃຫ່ຍທີ່ສຸດຈົນເຖິງຕອນນີ້ ບໍ່ມີສາຍພັນກຸ່ມສ່ຽງໃດທີ່ສາມາດທົນຕໍ່ການລ່າໃນລະດັບອຸດສາຫະກຳເຊັ່ນນີ້ໄດ້ ທ່ານ ການິຖາ ກິດມະນີ ຜູ້ອຳນວຍການຝ່າຍເອເຊຍຕະເວັນອອກສ່ຽງໃຕ້ຂອງກຸ່ມນີ້ ບອກກັບເອເອຟພີ.

ການບຸກຍຶດຄັ້ງນີ້ສະແດງໃຫ້ເຫັນເຖິງບົດບາດໃຫ່ຍຂອງຊາບາໃນການລັກລອບຄ້າສັດປ່າ ລັດເທິງເກາະບອຣນຽວທີ່ມີຄວາມກ່ຽວພັນກັບຄະດີລັກລອບຂົນສົ່ງໂຕຫລິ່ນລວມກວ່າ 40 ໂຕນນັບຕັ້ງແຕ່ເດືອນສິງຫາປິ 2017 ອ້າງຈາກ Traffic.

ມາເລເຊຍພະຍາຍາມຢຸດຢັ້ງຄວາມພະຍາຍາມຂົນສົ່ງໂຕຫລິ່ນ ແລະຊິ້ນສ່ວນຂອງມັນອອກນອກປະເທດເປັນປະຈຳແຕ່ມັກເປັນແຕ່ເກັດໃນປະລິມານທີ່ຫນ້ອຍກວ່ານີ້ຫລາຍ.

(ແຫຼ່ງ​ຂໍ້​ມູນ​: ABC LAOS NEWS)

ເຫດການ
302 Found

Found

The document has moved here.